ການພັດທະນາດ້ານສັງຄົມ

ໂຮງຮຽນການຊ່າງແຂວງບໍ່ແກ້ວທີ່ໄດ້ຮັບການສ້ອມແປງພາຍໃຕ້ການຊ່ວຍເຫຼືອຂອງເຢຍລະມັນ ກັບມາເປີດນຳໃຊ້ຢ່າງເປັນທາງການ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ພິທີມອບຮັບໂຮງຮຽນເຕັກນິກ-ວິຊາຊົບແຂວງບໍ່ແກ້ວທີ່ໄດ້ຮັບການປົວແປງໄດ້ມີຂຶ້ນຢ່າງເປັນທາງການຫວ່າງໝໍ່ໆມານີ້.ການປັບປຸງໂຮງຮຽນໃຫ້ທັນສະໄໝ ແລະ ການຂະຫຍາຍອາຄານຮຽນແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານລາວ ແລະ ລັດຖະບານເຢຍລະມັນຜ່ານໂຄງການ KfW, ເຊິ່ງມີມູນຄ່າລວມເກືອບ 1 ລ້ານຢູໂຣ.ໃນປີ 2015 ໂຮງຮຽນດັ່ງກ່າວໄດ້ເຂົ້າຮ່ວມໂຄງການຮ່ວມມືລາວ-ເຢຍລະມັນ VELA-FC (ການສຶກສາວິຊາຊີບໃນລາວ) ເຊິ່ງແນໃສ່ຍົກລະດັບການສຶກສາ ແລະ ການຝຶກອົບຮົມສຳລັບໂຮງຮຽນວິຊາຊີບໃນລາວ ທັງໃນດ້ານປະລິມານ ແລະ ຄຸນນະພາບ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແພດປະເມີນຄວາມຄືບໜ້າຂອງຂະແໜງນາລີເວດ ແລະ ສຸຕິສາດໃນກອງປະຊຸມປະຈຳປີ

ເຈົ້າໜ້າທີ່ກະຊວງສາທາລະນະສຸກໃນຂະແໜງນາລີເວດ ແລະ ສຸຕິສາດ ໄດ້ຈັດຕັ້ງກອງປະຊຸມປະຈຳປີທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຫາລືແຜນການປີ 2019.ຜູ້ເຂົ້າຮ່ວມກອງປະຊຸມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆ ແລະ ແລກປ່ຽນແຜນການໃນຕໍ່ໜ້າ.ໃນນີ້ລວມມີການລາຍງານກ່ຽວກັບອັດຕາການຕາຍ, ການຮັກສາມະເລັງເຕົ້ານົມແບບທັນສະໄໝ, ພາວະເລືອດອອກຜິດປົກກະຕິຈາກມົດລູກ, ແນວທາງການປິ່ນປົວພະຍາດຕິດຕໍ່ທາງເພດສຳພັນແຫ່ງຊາດ, ໂພຊະນາການສຳລັບເດັກຫຼັງເກີດ, ແນວທາງປ້ອງກັນການເອົາລູກອອກແບບບໍ່ປອດໄພ ແລະ ກໍລະນີສຶກສາອື່ນໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ເກົາຫຼີໃຕ້ ປະເມີນໂຄງການເພື່ອຈັດການຝຶກອົບຮົມວິຊາຊີບສຳລັບແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ໃຫ້ການຊ່ວຍເຫຼືອແກ່ສູນຝຶກອົບຮົມແມ່ຍິງລາວ ຂອງສະຫະພັນແມ່ຍິງລາວ ເພື່ອຈັດຫຼັກສູດຝຶກອົບຮົມວິຊາຊີບສຳລັບແມ່ຍິງທີ່ດ້ອຍໂອກາດ.ກອງປະຊຸມຫາລືກ່ຽວກັບໂຄງການໄລຍະສາມປີດັ່ງກ່າວ (ແຕ່ປີ 2016-2018) ໄດ້ມີຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ລະຫວ່າງເຈົ້າໜ້າທີ່ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ແລະ ສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ກະຊວງໃຫ້ທຶນການສຶກສາແກ່ນັກຮຽນກຳພ້າຍ້ອນໄພນ້ຳຖ້ວມທີ່ອັດຕະປື

ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ທຶນການສຶກສາບໍ່ຈຳກັດຈຳນວນສຳລັບນັກຮຽນທີ່ຕ້ອງສູນເສຍພໍ່ແມ່ ເນື່ອງຈາກເຫດໄພນ້ຳຖ້ວມຄັ້ງຮ້າຍແຮງ ທີ່ເມືອງສະໜາມໄຊ ແຂວງອັດຕະປືໃນປີກາຍນີ້.ທຶນການສຶກສາດັ່ງກ່າວແມ່ນສຳລັບນັກຮຽນທີ່ທຸກຍາກ ພາຍໃຕ້ນະໂຍບາຍຂອງກະຊວງກ່ຽວກັບຜູ້ປະສົບໄພນ້ຳຖ້ວມ.ທ່ານ (ປອ) ບຸນມີ ພົນເສນາ ປະທານມະຫາວິທະຍາໄລຈຳປາສັກ ໄດ້ລາຍງານຜ່ານໜັງສືພິມວຽງຈັນທາມສ໌ ກ່ຽວກັບແຜນການເພື່ອຊ່ວຍເຫຼືອຜູ້ປະສົບໄພໂດຍການໃຫ້ທຶນການສຶກສາ.ພາຍໃຕ້ນະໂຍບາຍດັ່ງກ່າວ, ຜູ້ທີ່ມີສິດໄດ້ຮັບທຶນຕ້ອງຮຽນຈົບຊັ້ນມັດທະຍົມຕອນປາຍ ແລະ ມີຄະແນນສະເລ່ຍທ້າຍພາກ 6.5 ຄະແນນຂຶ້ນໄປ. ຜູ້ກ່ຽວບໍ່ຕ້ອງທຳການສອບເສັງເພື່ອເຂົ້າຮຽນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນັກສ້າງຮູບເງົາອາເມລິກາສົ່ງເສີມຄວາມເທົ່າທຽມທາງເພດໃນຂະແໜງນິຕິບັນຍັດລາວ

(ຂປລ) ໃນວັນທີ 17-18 ພຶດສະພາ 2019, ສະຖານທູດສະຫະລັດ ນະຄອນຫຼວງວຽງຈັນ ໄດ້ນຳພານັກສ້າງຮູບເງົາຈາກໂຄງການງານວາງສະແດງຮູບເງົາອາເມລິກາ ໃນການຢ້ຽມຢາມສະຖາບັນທາງກົດໝາຍຕ່າງໆຂອງລາວ ແລະ ນຳສະເໜີຕົວຢ່າງຈາກຮູບເງົາສາລະຄະດີທີ່ສ້າງກ່ຽວກັບເລື່ອງເພດ ແລະ ລະບຽບກົດໝາຍ.ນັກສ້າງຮູບເງົາຊາວອາເມລິກາ ຊາຣອນ ໂຣເວັນ ໄດ້ຈັດການສະແດງຜົນງານທີ່ສະຖາບັນຍຸດຕິທຳແຫ່ງຊາດ, ສະຫະພັນແມ່ຍິງລາວ ແລະ ຄະນະນິຕິສາດມະຫາວິທະຍາໄລແຫ່ງຊາດລາວ.ອ່ານຕໍ່ ...

ຂປລ

WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ

ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...

ZX

ຫ້ອງອ່ານໃໝ່ຈະຊ່ວຍສ້າງນິໄສການຮັກອ່ານໃຫ້ແກ່ເດັກນ້ອຍລາວ

ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ພ້ອມດ້ວຍສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC), ຈະດຳເນີນໂຄງການພັດທະນາເດັກທີ່ເມືອງໂພນໂຮງ ແລະ ເມືອງຫີນເຫີບ.ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການພັດທະນາເດັກດັ່ງກ່າວ ໂດຍກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ໂວວິເຊີນ, ຄູ່ຮ່ວມພັດທະນາສົ່ງເສີມການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການໂວວິເຊີນສາກົນປະຈຳລາວ (WVI) ແລະ ຄູ່ຮ່ວມພັດທະນາຈະໃຫ້ທຶນຊ່ວຍເຫຼືອກວ່າ EUR 11 ລ້ານຢູໂຣ ເພື່ອຊ່ວຍລາວໃນການປັບປຸງດ້ານໂພຊະນາການໃນສາມແຂວງພາກໃຕ້ແຕ່ປີ 2019 ເຖິງ 2021.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ຮັບການລົງນາມທີ່ວຽງຈັນໃນມື້ວານນີ້ ລະຫວ່າງທ່ານ ວິໂບ ແຊັບ ຫົວໜ້າອົງການ ແລະ ພະແນກສາທາລະນະສຸກແຂວງທີ່ກ່ຽວຂ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຢຍລະມັນ, ອອສ໌ເຕຣເລຍຊ່ວຍເປີດປະຕູດ້ານແຫຼ່ງທຶນສຳລັບກຸ່ມທີ່ມີລາຍໄດ້ຕ່ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນ ແລະ ອອສ໌ເຕຣເລຍໄດ້ຊ່ວຍເຫຼືອທຶນຈຳນວນ US$4.5 ລ້ານໂດລາ ເພື່ອພັດທະນາລະບົບການລະດັບທ້ອງຖິ່ນ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ທຸກຍາກໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.ຕາງໜ້າຈາກລັດຖະບານລາວ, ເຢຍລະມັນ ແລະ ອອສ໌ເຕຣເລຍ ໄດ້ຮ່ວມປະຊຸມໃນວັນທີ 9 ພຶດສະພາ ເພື່ອເພື່ອເປີດຕົວໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຜູ້ທຸກຍາກ (AFP) ໄລຍະທີ 5 ມູນຄ່າ US$4.5 ລ້ານໂດລາ.ອ່ານຕໍ່ໍໍໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TLMKf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!