ກະຊວງໃຫ້ທຶນການສຶກສາແກ່ນັກຮຽນກຳພ້າຍ້ອນໄພນ້ຳຖ້ວມທີ່ອັດຕະປື

ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ທຶນການສຶກສາບໍ່ຈຳກັດຈຳນວນສຳລັບນັກຮຽນທີ່ຕ້ອງສູນເສຍພໍ່ແມ່ ເນື່ອງຈາກເຫດໄພນ້ຳຖ້ວມຄັ້ງຮ້າຍແຮງ ທີ່ເມືອງສະໜາມໄຊ ແຂວງອັດຕະປືໃນປີກາຍນີ້.

ທຶນການສຶກສາດັ່ງກ່າວແມ່ນສຳລັບນັກຮຽນທີ່ທຸກຍາກ ພາຍໃຕ້ນະໂຍບາຍຂອງກະຊວງກ່ຽວກັບຜູ້ປະສົບໄພນ້ຳຖ້ວມ.

ທ່ານ (ປອ) ບຸນມີ ພົນເສນາ ປະທານມະຫາວິທະຍາໄລຈຳປາສັກ ໄດ້ລາຍງານຜ່ານໜັງສືພິມວຽງຈັນທາມສ໌ ກ່ຽວກັບແຜນການເພື່ອຊ່ວຍເຫຼືອຜູ້ປະສົບໄພໂດຍການໃຫ້ທຶນການສຶກສາ.

ພາຍໃຕ້ນະໂຍບາຍດັ່ງກ່າວ, ຜູ້ທີ່ມີສິດໄດ້ຮັບທຶນຕ້ອງຮຽນຈົບຊັ້ນມັດທະຍົມຕອນປາຍ ແລະ ມີຄະແນນສະເລ່ຍທ້າຍພາກ 6.5 ຄະແນນຂຶ້ນໄປ. ຜູ້ກ່ຽວບໍ່ຕ້ອງທຳການສອບເສັງເພື່ອເຂົ້າຮຽນ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ