ແພດປະເມີນຄວາມຄືບໜ້າຂອງຂະແໜງນາລີເວດ ແລະ ສຸຕິສາດໃນກອງປະຊຸມປະຈຳປີ

ເຈົ້າໜ້າທີ່ກະຊວງສາທາລະນະສຸກໃນຂະແໜງນາລີເວດ ແລະ ສຸຕິສາດ ໄດ້ຈັດຕັ້ງກອງປະຊຸມປະຈຳປີທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຫາລືແຜນການປີ 2019.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆ ແລະ ແລກປ່ຽນແຜນການໃນຕໍ່ໜ້າ.

ໃນນີ້ລວມມີການລາຍງານກ່ຽວກັບອັດຕາການຕາຍ, ການຮັກສາມະເລັງເຕົ້ານົມແບບທັນສະໄໝ, ພາວະເລືອດອອກຜິດປົກກະຕິຈາກມົດລູກ, ແນວທາງການປິ່ນປົວພະຍາດຕິດຕໍ່ທາງເພດສຳພັນແຫ່ງຊາດ, ໂພຊະນາການສຳລັບເດັກຫຼັງເກີດ, ແນວທາງປ້ອງກັນການເອົາລູກອອກແບບບໍ່ປອດໄພ ແລະ ກໍລະນີສຶກສາອື່ນໆ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ