ເປົ້າໝາຍການພັດທະນາແບບຍືນຍົງ 4 (SDG 4) – ‘ການສຶກສາທີ່ມີຄຸນນະພາບ’ ມີຈຸດປະສົງແນໃສ່ຮັບປະກັນການສຶກສາທີ່ມີຄຸນນະພາບທີ່ທົ່ວເຖິງ ແລະ ເທົ່າທຽມ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ.1 SDG 4 ລມມີ 10 ເປົ້າໝາຍ ແລະ 11 ຕົວຊີ້ວັດ. ເປົ້າໝາຍ 4.1, 4.5, 4.7 ແລະ 4.A ແມ່ນແນໃສ່ພັດທະນາການສຶກສາຊັ້ນປະຖົມ ແລະ ມັດທະຍົມໂດຍບໍ່ຕ້ອງເສຍຄ່າ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບ. ເປົ້າໝາຍ 4.2 ແລະ 4.5 ແມ່ນເນັ້ນໃສ່ການປັບປຸງການເຂົ້າເຖິງການສຶກສາໃນໄວເດັກ, ການເບິ່ງແຍງລ້ຽງດູ ແລະ ການສຶກສາກ່ອນຊັ້ນປະຖົມ ທີ່ມີຄຸນນະພາບ. ເປົ້າໝາຍ 4.3, 4.4, 4.5 ແລະ 4.7 ແນໃສ່ເສີມຂະຫຍາຍທັກສະສຳລັບການປະກອບອາຊີບ, ການມີວຽດເຮັດງານທຳທີ່ດີ ແລະ ການປະກອບທຸລະກິດ; ສ່ວນເປົ້າໝາຍ 4.6 ແມ່ນສົ່ງເສີມການຮູ້ໜັງສືໃນໄວໜຸ່ມທົ່ວໂລກ. ເປົ້າໝາຍ 4.B ແມ່ນຮັບປະກັນການຄອບຄຸມທົ່ວເຖິງໃນການແຈກຢາຍທຶນການສຶກສາລະດັບສູງໃນທົ່ວໂລກສຳລັບປະເທດກຳລັງພັດທະນາ ແລະ ພາກພື້ນ, ແລະ ເປົ້າໝາຍ 4.C ແມ່ນກ່ຽວກັບການຕອບສະໜອງຄູອາຈານທີ່ມີຄຸນນະພາບໃຫ້ພຽງພໍສຳລັບການສຶກສາໃນແຕ່ລະລະດັບ.2
ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ SDG 4
ເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ແມ່ນເປົ້າໝາຍການພັດທະນາທົ່ວໂລກທີ່ມີການຮັບຮອງໃນປີ 2000 ແລະ ມີຄາດໝາຍການຈັດຕັ້ງປະຕິບັດພາຍໃນປີ 2015, ເພື່ອເປັນແນວທາງດ້ານການພັດທະນາໃຫ້ແກ່ລັດຖະບານ ແລະ ອົງການຄູ່ຮ່ວມພັດທະນາໃນແຕ່ລະປະເທດ. ເປົ້າໝາຍ MDGs ລວມມີ 8 ເປົ້າໝາຍ ເຊິ່ງແນໃສ່ລຶບລ້າງຄວາມທຸກຍາກ ແລະ ປັບປຸງມາດຕະຖານການດຳລົງຊີວິດໃນທົ່ວໂລກ. MDGs ແມ່ນແນໃສ່ການພັດທະໃນຂົງເຂດການສຶກສາ, ຄວາມສະເໝີພາບທາງເພດ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການຮ່ວມມືດ້ານການພັດທະນາໃນທົ່ວໂລກ. ເມື່ອໃກ້ສິ້ນສຸດໄລຍະການຈັດຕັ້ງປະຕິບັດເປົ້າໝາຍ MDGs, ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ຮັບການສ້າງຕັ້ງຂຶ້ນເພື່ອສືບສານຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການປະຕິບັດເປົ້າໝາຍ MDGs. ເປົ້າໝາຍ SDGs ແມ່ນເສີມຂະຫຍາຍເປົ້າໝາຍ MDGs ເຊິ່ງສ່ວນໃຫຍ່ແມ່ນສຸມໃສ່ການພັດທະນາດ້ານສັງຄົມ, ໃຫ້ຄອບຄຸມການພັດທະນາແບບຍືນຍົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. SDGs ແມ່ນເປົ້າໝາຍການພັດທະນາລວມໃນປະຈຸບັນ ເຊິ່ງສາມາດນຳໃຊ້ຢູ່ໃນທຸກໆປະເທດ ບໍ່ວ່າຈະຢູ່ໃນລະດັບການພັດທະນາໃດ, ເພື່ອກ້າວໄປສູ່ການພັດທະນາແບບຍືນຍົງ. ເປົ້າໝາຍ SDG 4 ແມ່ນພັດທະນາມາຈາກເປົ້າໝາຍ MDG 2 ‘ບັນລຸການສຶກສາຊັ້ນປະຖົມໃຫ້ທົ່ວເຖິງ’, ເຊິ່ງມີການເສີມຂະຫຍາຍໃຫ້ຄອບຄຸມການສຶກສາໃນທຸກໆລະດັບ ໂດຍບໍ່ເນັ້ນໃສ່ສະເພາະແຕ່ການສຶກສາຊັ້ນປະຖົມ.3
ມາເຖິງປີ 2015, ສປປ ລາວໄດ້ບັນລຸເປົ້າໝາຍ MDG ກ່ຽວກັບການລົງທະບຽນເຂົ້າໂຮງຮຽນ, ເຊິ່ງສາມາດບັນລຸອັດຕາການເຂົ້າໂຮງຮຽນສຸດທິ 98.5% ສຳລັບການສຶກສາຊັ້ນປະຖົມ. ອັດຕາການຢູ່ລອດໃນຂັ້ນປະຖົມແມ່ນເພີ່ມຂຶ້ນຈາກ 48% ໃນປີ 1992 ມາເປັນ 78% ໃນປີ 2014, ແຕ່ກໍຍັງບໍ່ສາມາດບັນລຸຕາມເປົ້າໝາຍ 95% ທີ່ວາງໄວ້ໃຫ້ສຳເລັດພາຍໃນປີ 2015.4 ຮອດປີ 2016, ອັດຕາການເຂົ້າຮຽນຊັ້ນປະຖົມສຸດທິແມ່ນບັນລຸໄດ້ 98.8 ສ່ວນຮ້ອຍ, ແລະ ອັດຕາການຢູ່ລອດເຖິງຊັ້ນປໍ 5 ແມ່ນປະມານ 81.1 ສ່ວນຮ້ອຍໃນປີ 2017.5
ປີ 2014/2015 ອັດຕາການລົງທະບຽນເຂົ້າຮຽນລວມໄດ້ເພີ່ມເປັນ 78.1% ສຳລັບຊັ້ນມັດທະຍົມຕົ້ນ ແລະ 45.8% ສຳລັບຊັ້ນມັດທະຍົມປາຍ, ຈາກ 62.9% ແລະ 33.4% ໃນປີ 2010/11 ຕາມລຳດັບ.6 ໃນຂະນະທີ່ອັດຕາການຮຽນຈົບການສຶກສາຊັ້ນປະຖົມມີປະມານ 90%, ອັດຕາການຈົບຊັ້ນມັດທະຍົມຕົ້ນມີພຽງ 61% ແລະ ຊັ້ນມັດທະຍົມປາຍແມ່ນຕ່ຳກວ່າ 40%. ເຖິງວ່າອັດຕາການລົງທະບຽນເຂົ້າຮຽນໃນລະດັບການສຶກສາວິຊາຊີບ ແລະ ວິຊາສະເພາະໄດ້ມີການພັດທະນາຂຶ້ນໃນຊ່ວງສອງສາມປີຫຼັງ, ແຕ່ວ່າ ສປປ ລາວກໍຍັງຄົງປະສົບບັນຫາໃນການສະໜອງແຮງງານທີ່ມີຄຸນນະພາບເຂົ້າສູ່ທ້ອງຕະຫຼາດ, ເນື່ອງຈາກຄຸນນະພາບຂອງການສຶກສາມີຕ່ຳ.7
ອັດຕາການເຂົ້າໂຮງຮຽນ/ລົງທະບຽນເຂົ້າຮຽນແມ່ນແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນພູມີປະເທດ, ລະດັບການສຶກສາຂອງແມ່ ແລະ ຖານະທາງການເງິນ. ອັດຕາການເຂົ້າໂຮງຮຽນ, ການຢູ່ລອດໃນການຮຽນ ແລະ ການຮູ້ໜັງສືແມ່ນຕ່ຳທີ່ສຸດໃນກຸ່ມເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ກຸ່ມທີ່ແມ່ມີການສຶກສາຕ່ຳ ແລະ ຄອບຄົວທີ່ທຸກຍາກ. ອັດຕາການຢູ່ລອດທີ່ຕ່ຳແມ່ນເນື່ອງມາຈາກອັດຕາການຮຽນຄ້າງຫ້ອງ ແລະ ການປະລະການຮຽນມີສູງ ຍ້ອນມີການສຶກສາກຽມປະຖົມທີ່ຈຳກັດ, ໂຮງຮຽນເປັນໂຮງຮຽນມູນ, ຄູອາຈານກໍມີຈຳກັດ, ຕົ້ງທຶນໂດຍກົງ ແລະ ຕົ້ນທຶນດ້ານໂອກາດໃນການສົ່ງເຂົ້າຮຽນຂອງຄອບຄົວມີໜ້ອຍ, ແລະ ງົບປະມານໃນການສະໜັບສະໜູນການລົງທຶນດ້ານຄຸນນະພາບຂອງການສຶກສາຍັງບໍ່ທັນພຽງພໍ.8 9
ພື້ນຖານໂຄງລ່າງດ້ານການສຶກສາແມ່ນມີຈຳກັດໃນເຂດຫ່າງໄກ, ໂຮງຮຽນປະຖົມຫຼາຍແຫ່ງເປັນໂຮງຮຽນມູນ ສ່ວນໂຮງຮຽນມັດທະຍົມກໍຕັ້ງຢູ່ຫ່າງໄກຈາກຊຸມຊົນ ເຮັດໃຫ້ຫຍຸ້ງຍາກໃນການເດີນທາງ. ໂຮງຮຽນຫຼາຍແຫ່ງຍັງຂາດແຄນສິ່ງອຳນວຍຄວາມສະດວກພື້ນຖານເຊັ່ນ ນ້ຳສະອາດ ແລະ ສຸຂະອະນາໄມ. ນອກຈາກນີ້ ການແຈກຢາຍຄູອາຈານທີ່ມີຄວາມຮູ້ຄວາມສາມາດ ແລະ ຄຸນວຸດທິ ກໍປະສົບຄວາມຫຍຸ້ງຍາກ ໂດຍສະເພາະໃນພື້ນທີ່ຊົນນະບົດ. ສິ່ງເຫຼົ່ານີ້ເຮັດໃຫ້ແຮງງານທີ່ມີທັກສະໃນລາວມີລັກສະນະຈຳກັດ.10 11
ນອກຈາກນີ້, ໄພພິບັດເນື່ອງຈາກສະພາບອາກາດທີ່ຮຸນແຮງ ເຊັ່ນໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018 ແລະ 2019 ຍັງເປັນສິ່ງສະກັດກັ້ນຄວາມຄືບໜ້າໃນການພັດທະນາຂະແໜງການສຶກສາ, ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກດ້ານການສຶກສາ, ທັງເຮັດໃຫ້ການເປີດສົກຮຽນຫຼ້າຊ້າ, ສົ່ງຜົນເສຍຕໍ່ການລົງທຶນໃນຂະແໜງການສຶກສາ.12
ການຫັນ SDG 4 ເຂົ້າສູ່ແຜນນະໂຍບາຍພາຍໃນປະເທດ
ການຫັນ SDG 4 ເຂົ້າສູ່ແຜນນະໂຍບາຍໃນ ສປປ ລາວ ສາມາດຈຳແນກເປັນ 4 ຂົງເຂດການປະຕິບັດຕົ້ນຕໍຄື: (i) ຮັບປະກັນການເຂົ້າເຖິງ, ຄວາມເທົ່າທຽມ ແລະ ຄຸນນະພາບຂອງການສຶກຊັ້ນປະຖົມ ແລະ ມັດທະຍົມຢ່າງທົ່ວເຖິງ (ເປົ້າໝາຍ 4.1, 4.5, 4.7 ແລະ 4.A); (ii) ປັບປຸງການເຂົ້າເຖິງການພັດທະນາການໃນໄວເດັກ ແລະ ການສຶກສາກ່ອນຊັ້ນປະຖົມທີ່ມີຄຸນນະພາບ (ເປົ້າໝາຍ 4.2 ແລະ 4.5); (iii) ຍົກລະດັບທັກສະໃນການເຮັດວຽກ, ວຽກເຮັດງານທຳທີ່ດີ ແລະ ການປະກອບທຸລະກິດ (ເປົ້າໝາຍ 4.3, 4.4, 4.5 ແລະ 4.7); ແລະ (iv) ຮັບປະກັນການຮູ້ໜັງສືໃນໄວໜຸ່ມ (15-24 ປີ) ແລະ ຜູ້ໃຫຍ່ (15 ປີຂຶ້ນໄປ) (ເປົ້າໝາຍ 4.6).13
ການຫັນ SDGs ເຂົ້່າສູ່ນະໂຍບາຍພາຍໃນ ແມ່ນຈັດຕັ້ງໂດຍການຜັນຂະຫຍາຍເນື້ອໃນເປົ້າໝາຍເຂົ້າກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP), ໂດຍການປັບເປົ້າໝາຍ ແລະ ຕົວຊີ້ວັດໃນການຕິດຕາມ ແລະ ປະເມີນຜົນ ໃຫ້ສອດຄ່ອງກັບ SDGs ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຕິດຕາມເປົ້າໝາຍທັງສອງຢ່າງ.14
ຕົວຊີ້ວັດຂອງ SDG 4 ແມ່ນ ລວມຢູ່ໃນເປົາໝາຍລວມຂອງແຜນ NSEDP ຄັ້ງທີ 8 ປີ 2016-2020, ໂດຍສະເພາະແມ່ນ ເປົ້າໝາຍທີ 2, ຜົນໄດ້ຮັບ 3 – ການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ. ແຜນໂດຍລວມແມ່ນແນໃສ່ການປະຕິຮູບລະບົບການສຶກສາ ເພື່ອຮັບປະກັນຄວາມເທົ່າທຽມໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ນັບແຕ່ການສຶກສາໄວເດັກ ເຖິງການສຶກສາວິຊາຊີບ ແລະ ມະຫາວິທະຍາໄລ; ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດເພື່ອສະໜອງຄວາມຕ້ອງການດ້ານການພັດທະນາເສດຖະກິດສັງຄົມ ແລະ ການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ. ສ່ວນເປົ້າໝາຍລວມແມ່ນແນໃສ່ເພີ່ມທະວີອັດຕາການລົງທະບຽນເຂົ້າຮຽນລວມໃນຊັ້ນປະຖົມ ແລະ ມັດທະຍົມ, ອັດຕາການຢູ່ລອດໃນຊັ້ນປະຖົມ , ອັດຕາການຮູ້ໜັງສືລວມ,ແລະ ເພື່ອສົ່ງເສີມການພັດທະນາການສຶກສາວິຊາຊີບ ແລະ ການສຶກສາຂັ້ນສູງ.15
ການຈັດຕັ້ງປະຕິບັດ SDG 4
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດ NSEDP ຄັ້ງທີ 8 ປີ 2016-2020 ໃນຂະແໜງການສຶກສາ, ກໍຄືເປົ້າໝາຍ SDG 4, ກະຊວງສຶກສາທິການ ແລະ ກິລາແຫ່ງ ສປປ ລາວ ໄດ້ສ້າງແຜນພັດທະນາຂະແໜງການສຶກສາ (ESDP) ປີ 2016-2020 ຂຶ້ນເພື່ອກຳນົດເປົ້າໝາຍ, ຜົນໄດ້ຮັບ, ນະໂຍບາຍ ແລະ ແນວທາງຍຸດທະສາດ ກໍຄືຊັບພະຍາກອນທີ່ຈຳເປັນສຳລັບປີ 2016 – 2020. ແຜນດັ່ງກ່າວມີການກຳນົດຈຸດປະສົງ, ເປົ້າໝາຍ, ຍຸກທະສາດ ແລະ ກິດຈະກຳບູລິມະສິດສຳລັບຂະແໜງການທີ່ກ່ຽວຂ້ອງກັບການສຶກສາ ເພື່ອບັນລຸເປົ້າໝາຍລວມ. ວັດຖຸປະສົງລວມຂອງ ESDP ປີ 2016-2020, ເຊິ່ງແນໃສ່ໝາກຜົນໃນການປັບປຸງການສຶກສາໃນໄວເດັກ, ການສຶກສາຊັ້ນປະຖົມ, ຊັ້ນມັດທະຍົມຕົ້ນ, ຊັ້ນມັດທະຍົມປາຍ, ການສຶກສານອກລະບົບ, ການສຶກສາຂອງຄູ, ການສຶກສາ ແລະ ອົບຮົມວິຊາຊີບ, ການສຶກສາຊັ້ນສູງ, ການຄຸ້ມຄອງ ແລະ ຝຶກອົບຮົມດ້ານການສຶກສາ, ມີຄື:16 :
- ນັກຮຽນຮູ້ທຸກຄົນມີຄວາມຮູ້ພື້ນຖານ ແລະ ທັກສະທີ່ຈຳເປັນ, ລວມທັງຄວາມປອດໄພດ້ານສຸຂະພາບ ເພື່ອເຂົ້າສູ່ຕະຫຼາດແຮງງານ ຫຼື ສືບຕໍ່ການສຶກສາໃນລະດັບສູງ.
- ການສຶກສາລະດັບສູງທີ່ແທດແໝາະກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ສາມາດເຂົ້າສູ່ ແລະ ແຂ່ງຂັນກັບຕະຫຼາດແຮງງານໃນບັນດາປະເທດສະມາຊິກອາຊຽນ.
- ບັນລຸຕົວຊີ້ວັດດ້ານຊັບພະຍາກອນມະນຸດ ເພື່ອຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ ພາຍໃຕ້ຊ່ອງຫວ່າງດ້ານການສຶກສາທີ່ຫຼຸດລົງ.
- ຂະແໜງການສຶກສາຕ້ອງມີການວາງແຜນ, ການລົງທຶນ ແລະ ການຕິດຕາມ ເພື່ອການນຳໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
ການຕິດຕາມ SDG 4
ໃນ ສປປ ລາວ ຕົວຊີ້ວັດຂອງ SDG 4 ກ່ຽວກັບການເຂົ້າເຖິງການສຶກສາ, ການສຳເລັດການສຶກສາ, ຊ່ອງວ່າງລະຫວ່າງເພດ ແລະ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກດ້ານການສຶກສາສາມາດຕິດຕາມໄດ້ຈາກ ລະບົບຄຸ້ມຄອງຂໍ້ມູນຂ່າວສານການສຶກສາໃຫ້ມີປະສິດທິພາບ (EMIS). ໃນຂະນະທີ່ອັດຕາການຮູ້ໜັງສື ແລະ ການຄິດໄລ່ ສາມາດຕິດຕາມໄດ້ຈາກການສຳຫຼວດປະຊາກອນ, ການສຳຫຼວດແຮງງານ ແລະ ການສຳຫຼວດຕົວຊີ້ວັດທາງສັງຄົມ (LSIS), ຂໍ້ມູນກ່ຽວກັບການສຶກສາ ແລະ ອົບຮົມວິຊາຊີບ, ກໍຄືການສຶກສາລະດັບສູງຍັງຕ້ອງໄດ້ຮັບປັບປຸງໃຫ້ເຂັ້ມແຂງ ແລະ ເຊື່ອມໂຍງກັບການມີວຽກເຮັດງານທຳ. ໃນຂະນະດຽວກັນ ກໍຕ້ອງມີການປະເມີນຜົນໄດ້ຮັບຕົວຈິງ ແລະ ຄຸນນະພາບຂອງການບໍລິການການສຶກສາ. ການສຳຫຼວດທີ່ເປັນເອກະເທດຍັງຕ້ອງການມາດຕະຖານເພື່ອຄວາມເປັນເອກະພາບໃນການສັງລວມຂໍ້ມູນ, ເພື່ອຮັບປະກັນການຕິດຕາມຕົວຊີ້ວັດ SDG. 17
ເພື່ອເສີມຂະຫຍາຍ ແລະ ທົບທວນການຈັດຕັ້ງປະຕິບັດ SDGs, ສປປ ລາວໄດ້ສ້າງບົດລາຍງານການທົບທວນການຈັດຕັ້ງປະຕິບັດແຫ່ງຊາດໂດຍສະໝັກໃຈສະບັບທຳອິດໃນປີ 2018, ຜ່ານການປຶກສາຫາລືລະຫວ່າງກະຊວງ, ອົງການຈັດຕັ້ງລັດຖະບານ, ແລະ ອຳນາດການປົກຄອງທ້ອງຖິ່ນ ກໍຄືຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມສົງເຄາະ ແລະ ຂະແໜງເອກະຊົນ.18 ນອກຈາກນີ້ຶ ສປປ ລາວ ຍັງໄດ້ຈັດຕັ້ງການທົບທວນການຈັດຕັ້ງປະຕິບັດແຜນ NSEDP ຄັ້ງທີ 8 (ລວມທັງເປົ້າໝາຍ SDGs ພາຍໃນ) ໃນກອງປະຊຸມໂຕະມົນ 2018, ເຊິ່ງແນໃສ່ທົບທວນຜົນການປະຕິບັດ NSEDP ທີ່ສຳຄັນ ກໍຄືບັນຫາຄົງຄ້າງຕ່າງໆທີ່ມີຄວາມກ່ຽວເນື່ອງໃນການຈັດຕັ້ງປະຕິບັດ.19
References
- 1. ສະຫະປະຊາຊາດ. “ເປົ້າໝາຍ 4: ການສຶກສາທີ່ມີຄຸນນະພາບ.” ສືບຄົ້ນ ກັນຍາ 2019.
- 2. ສະຫະປະຊາຊາດ. “ເປົ້າໝາຍການພັດທະນາແບບຍືນຍົງທີ 4.” ສືບຄົ້ນ ກັນຍາ 2019.
- 3. ສະຫະປະຊາຊາດປະຈຳ ສປປ ລາວ. “ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ ສູ່ເປົ້າໝາຍການພັດທະນາແບບຍືນຍົງ: ການສ້າງພື້ນຖານສຳລັບປີ 2030.” (2017). ສືບຄົ້ນ ກັນຍາ 2019.
- 4. ສະຫະປະຊາຊາດປະຈຳ ສປປ ລາວ. “ບົດລາຍງານຄວາມຄືບໜ້າປະຈຳປີ 2015: ຂອບການຊ່ວຍເຫຼືອເພື່ອການພັດທະນາຂອງສະຫະປະຊາຊາດໃນ ສປປ ລາວ.” (2016). ສືບຄົ້ນ ກັນຍາ 2019.
- 5. ສະຫະປະຊາຊາດປະຈຳ ສປປ ລາວ. “ເປົ້າໝາຍການພັດທະນາແບບຍືນຍົງທີ 4: ມີການສຶກສາທີ່ມີຄຸນນະພາບ [ສປປ ລາວ].” (2018). ສືບຄົ້ນ ກັນຍາ 2019.
- 6. ກະຊວງສຶກສາທິການ ແລະ ກິລາ. “ແຜນພັດທະນາຂະແໜງການສຶກສາ ແລະ ກິລາ (2016-2020).” (2015). ສືບຄົ້ນ ສິງຫາ 2019.
- 7. ສະຫະປະຊາຊາດປະຈຳ ສປປ ລາວ. “ບົດລາຍງານຄວາມຄືບໜ້າປະຈຳປີ 2015: ຂອບການຊ່ວຍເຫຼືອເພື່ອການພັດທະນາຂອງສະຫະປະຊາຊາດໃນ ສປປ ລາວ.” (2016). ສືບຄົ້ນ ກັນຍາ 2019.
- 8. ສະຫະປະຊາຊາດປະຈຳ ສປປ ລາວ. “ບົດລາຍງານຄວາມຄືບໜ້າປະຈຳປີ 2015: ຂອບການຊ່ວຍເຫຼືອເພື່ອການພັດທະນາຂອງສະຫະປະຊາຊາດໃນ ສປປ ລາວ.” (2016). ສືບຄົ້ນ ກັນຍາ 2019.
- 9. ສະຫະປະຊາຊາດປະຈຳ ສປປ ລາວ. “ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ ສູ່ເປົ້າໝາຍການພັດທະນາແບບຍືນຍົງ: ການສ້າງພື້ນຖານສຳລັບປີ 2030.” (2017). ສືບຄົ້ນ ສິງຫາ 2019.
- 10. ສະຫະປະຊາຊາດປະຈຳ ສປປ ລາວ. “ເປົ້າໝາຍການພັດທະນາແຫ່ງສະຫະສະວັດ ແລະ ບົດຮຽນສຳລັບໄລຍະຫຼັງປີ 2015: ບົດສະຫຼຸບການທົບທວນ.” (2015). ສືບຄົ້ນ ກັນຍາ 2019.
- 11. ກະຊວງແຜນການ ແລະ ການລົງທຶນ. “ຮ່າງສະບັບທີສາມ ບົດລາຍງານການທົບທວນເຄິ່ງໄລຍະຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ປີ 2016-2020.” (2018). ສືບຄົ້ນ ສິງຫາ 2019.
- 12. ສະຫະປະຊາຊາດປະຈຳ ສປປ ລາວ. “ບົດລາຍງານຄວາມຄືບໜ້າກ່ຽວກັບຂອບການຮ່ວມມືລະຫວ່າງ ສປປ ລາວ-ສະຫະປະຊາຊາດ 2017-2021 ປະຈຳປີ 2018.” (2019). ສືບຄົ້ນ ກັນຍາ 2019.
- 13. ສະຫະປະຊາຊາດປະຈຳ ສປປ ລາວ. “ບົດຫາລື: ເປົ້າໝາຍການພັດທະນາແບບຍືນຍົງຕາມເນື້ອໃນຂອງ ສປປ ລາວ.” (2015). ສືບຄົ້ນ ມິຖຸນາ 2019.
- 14. ສະຫະປະຊາຊາດປະຈຳ ສປປ ລາວ. “ການຕິດຕາມຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.” (2017). ສືບຄົ້ນ ສິງຫາ 2019.
- 15. ກະຊວງແຜນການ ແລະ ການລົງທຶນ. “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫ້າປີຄັ້ງທີ 8 (2016-2020).” (2016). ສືບຄົ້ນ ສິງຫາ 2019.
- 16. ກະຊວງແຜນການ ແລະ ການລົງທຶນ. “ຮ່າງສະບັບທີສາມ ບົດລາຍງານການທົບທວນເຄິ່ງໄລຍະຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ປີ 2016-2020.” (2018). ສືບຄົ້ນ ສິງຫາ 2019.
- 17. ສະຫະປະຊາຊາດປະຈຳ ສປປ ລາວ. “ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ ສູ່ເປົ້າໝາຍການພັດທະນາແບບຍືນຍົງ: ການສ້າງພື້ນຖານສຳລັບປີ 2030.” (2017). ສືບຄົ້ນ ສິງຫາ 2019.
- 18. ລັດຖະບານແຫ່ງ ສປປ ລາວ. “ສປປ ລາວ ບົດທົບທວນແຫ່ງຊາດໂດຍສະໝັກໃຈກ່ຽວກັບການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງ 2030.” (2018). ສືບຄົ້ນ ສິງຫາ 2019.
- 19. ກະຊວງແຜນການ ແລະ ການລົງທຶນ. “ຮ່າງສະບັບທີສາມ ບົດລາຍງານການທົບທວນເຄິ່ງໄລຍະຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ປີ 2016-2020.” (2018). ສືບຄົ້ນ ສິງຫາ 2019.