ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ. ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.1
ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15
ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ. ແຕ່ລະຂົງເຂດວຽກງານມີເປົ້າໝາຍສະເພາະ ແລະ ລວມ ທີ່ຕ້ອງເຮັດສຳເລັດພາຍໃນປີ 2015.
ປີ 2013 ເມື່ອໃກ້ເຖິງກຳນົດການຂອງ MDG, ອົງການສະຫະປະຊາຊາດໄດ້ສ້າງ SDGs ເພື່ອເປັນແນວທາງໃນໄລຍະໃໝ່ໃນການຮ່ວມມືການພັດທະນາສະກົນ.2 ຍ້ອນວ່າ SDGs ເກີດມາຈາກ MDGs, ມັນຈຶ່ງຈຳເປັນທີ່ຈະຕ້ອງເຂົ້າໃຈວິທີການປັບ MDGs ເຂົ້າສູ່ເນື້ອໃນສຳລັບວຽກງານປະຈຸບັນຂອງ SDGs.
ກ່ຽວກັບ SDG 15, ເປົ້າໝາຍ MDG ທີ່ກ່ຽວຂ້ອງແມ່ນເປົ້າໝາຍທີ 7, “ຮັບປະກັນຄວາມຍືນຍົງຂອງສິ່ງແວດລ້ອມ.” ໂດຍສະເພາະ, ເປົ້າໝາຍທີ່ສືບຕໍ່ປະຕິບັດແມ່ນເປົ້າໝາຍ 7.A ແລະ 7.B, ເຊິ່ງແນໃສ່ນະໂຍບາຍການພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ການຟື້ນຟູການສູນເສຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.3 ເພື່ອເປັນສ່ວນໜຶ່ງຂອງໂຄງສ້າງ MDG, ສປປ ລາວ ໄດ້ລິເລີ່ມຈັດຕັ້ງປະຕິບັດນະໂຍບາຍເພື່ອກ້າວໄປສູ່ເປົ້າໝາຍເຫຼົ່ານີ້. ພື້ນທີ່ໜຶ່ງສ່ວນຫ້າຂອງປະເທດໄດ້ຮັບການກຳນົດໃຫ້ເປັນປ່າສະຫງວນແຫ່ງຊາດ, ລະດັບແຂວງ ຫຼື ເມືອງ.4
ລັດຖະບານລາວຍັງໄດ້ລິເລີ່ມດຳເນີນການຟື້ນຟູປ່າໄມ້, ໂດຍສະເພາະຜ່ານການຮ່ວມງານກັບຊຸມຊົນທ້ອງຖິ່ນ ແລະ ຈັດຫາທຶນຮອນສຳລັບໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ.5 ພື້ນທີ່ປ່າໄມ້ໃນ ສປປ ລາວ ຫຼຸດລົງຈາກ 71.8 ເປີເຊັນໃນປີ 1940 ມາເປັນ 40.3 ເປີເຊັນໃນປີ 2010.6 ເຖິງຢ່າງໃດກໍຕາມ ໄດ້ມີການລະບຸວ່າ ພື້ນທີ່ປ່າໄມ້ຂອງລາວມີການເພີ່ມຂຶ້ນໃນຊຸມປີຜ່ານມາ.7 ລັດຖະບານລາວຈະຕ້ອງເສີມຂະຫຍາຍເຄື່ອງມື ແລະ ການສະໜັບສະໜູນທາງດ້ານກົດໝາຍເພື່ອບັນລຸເປົ້າໝາຍສຳລັບ SDGs. ເຊິ່ງລັດຖະບານໄດ້ມີການລິເລີ່ມວຽກງານດັ່ງກ່າວເປັນບາງສ່ວນ. ຕົວຢ່າງ: ລັດຖະບານໄດ້ວາງເປົ້າໝາຍເພີ່ມທະວີເນື້ອທີ່ປ່າໄມ້ຂອງລາວໃຫ້ໄດ້ 70 ເປີເຊັນ ພາຍໃນປີ 2020.8
ການຫັນ SDG 15 ເຂົ້າສູ່ແຜນນະໂຍບາຍໃນລາວ
ການບັນລຸເປົ້າໝາຍ SDG 15 ແມ່ນສິ່ງສຳຄັນໂດຍສະເພາະສຳລັບການພັດທະນາໃນລາວ ຍ້ອນວ່າຊັບພະຍາກອນດ້ານສິ່ງແວດລ້ອມມີບົດບາດສຳຄັນຕໍ່ເສດຖະກິດຂອງລາວ. ມີການຄາດຄະເນວ່າ ກວ່າ 85 ເປີເຊັນຂອງການຈ້າງງານ ແລະ ສອງສ່ວນສາມຂອງ GDP ແມ່ນຂຶ້ນຢູກັບຊີວະນາໆພັນ ແລະ ການປົກປັກຮັກສາລະບົບນິເວດ.9 ກວ່າໜຶ່ງສ່ວນສາມຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວແມ່ນຢູ່ໃນຂະແໜງການສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ.10 ດັ່ງນັ້ນ ການບັນລຸເປົ້າໝາຍ SDG ກ່ຽວກັບຊີວະນາໆພັນ, ການປົກປັກຮັກສາ ແລະ ຟື້ນຟູທີ່ດິນ ແລະ ປ່າໄມ້ ຈຶ່ງເປັນສິ່ງສຳຄັນຕໍ່ການພັດທະນາເສດຖະກິດຂອງ ສປປ ລາວໃນອະນາຄົດ.
ສຳລັບ ສປປ ລາວ, ຕົວຊີ້ວັດ ແລະ ເປົ້າໝາຍໃນ SDG15 ແບ່ງເປັນສາມຂອບເຂດເປົ້າໝາຍຫຼັກຄື: 11
- ໜຶ່ງແມ່ນ “ການສ້າງຄວາມກ້າວໜ້າທີ່ສຳຄັນໃນການປົກປັກຮັກສາ, ຟື້ນຟູ ແລະ ນຳໃຊ້ແບບຍືນຍົງກ່ຽວກັບລະບົບນິເວດ ແລະ ການບໍລິການເທິງໜ້າດິນ ແລະ ແຫຼ່ງນ້ຳຈືດ”, ແລະ ລວມຢູ່ໃນເປົ້າໝາຍ 15.1–15.5 ແລະ 15.a.
- ສອງແມ່ນ “ຄວາມຄືບໜ້າໃນການປົກປັກຮັກສາຊີວະນາໆພັນ”, ແລະ ລວມຢູ່ໃນເປົ້າໝາຍ 15.7 ແລະ 15.9.
- ສາມແມ່ນ “ຄວາມຄືບໜ້າໃນການຄວບຄຸມການຮຸກຮານຂອງສາຍພັນຕ່າງຖິ່ນໃນລະບົບນິເວດໜ້າດິນ ແລະ ແຫຼ່ງນ້ຳ”, ເຊິ່ງລວມຢູ່ໃນເປົ້າໝາຍ15.8.
ລັດຖະບານລາວຍັງໄດ້ຮັບຮອງເອົາເປົ້າໝາຍດ້ານຊີວະນາໆພັນໄອຈິ.12 ເປົ້າໝາຍເຫຼົ່ານີ້ແມ່ນເສີມສ້າງ ແລະ ຂະຫຍາຍເປົ້າໝາຍທີ 15.7 ແລະ 15.9 ໂດຍການວາງຄາດໝາຍ ແລະ ມາດຕະການເພີ່ມເຕີມທີ່ຕ້ອງປະຕິບັດພາຍໃນປີ 2020.13
ກ່ຽວກັບການວາງແຜນ, ການຫັນ SDG15 ເຂົ້າສູ່ແຜນນະໂຍບາຍພາຍໃນສ່ວນໃຫຍ່ແມ່ນລວມຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ເຊິ່ງເຜີຍແຜ່ໃນທຸກໆຫ້າປີ. SDGs ແມ່ນໄດ້ລວມເຂົ້າໃນ NSEDP ສະບັບຫຼັງສຸດສຳລັບໄລຍະແຕ່ປີ 2016 ເຖິງ 2020. ແຜນດັ່ງກ່າວໄດ້ສະເໜີຂອບເຂດວິທີການໃນການລວມເປົ້າໝາຍດັ່ງກ່າວເຂົ້າໃນນະໂຍບາຍ ແລະ ສົ່ງເສີມການສ້າງໂຄງຮ່າງການຕິດຕາມ ແລະ ປະເມີນຜົນ (M&E) ສຳລັບ SDGs.14
ການຈັດຕັ້ງປະຕິບັດ SDG 15 ໃນລາວ
ເຖິງແມ່ນວ່າການວາງແຜນໃນວົງກວ້າງແມ່ນປະຕິບັດໃນລະດັບ NSEDP, ການຈັດຕັ້ງປະຕິບັດມາດຕະການຕົວຈິງແມ່ນຢູ່ໃນລະດັບໂຄງການ ຫຼື ຂະແໜງການ. ການປະຕິບັດ SDG 15 ແມ່ນມີການນຳສະເໜີທັງໃນທາງກົງ ແລະ ທາງອ້ອມ, ໃນເອກະສານ ແລະ ບົດລາຍງານໂຄງການ. ຕົວຢ່າງ ຍຸດທະສາດດ້ານຊີວະນາໆພັນແຫ່ງຊາດ ເຖິງປີ 2020 ແມ່ນຮ່າງແຜນການເພື່ອເພີ່ມທະວີພື້ນທີ່ປ່າສະຫງວນ ແລະ ຈັດຫາໂຄງການເພື່ອປົກປັກຮັກສາສິ່ງແວດລ້ອມ.15 ອີກຕົວຢ່າງໜຶ່ງແມ່ນໂຄງການຂະແໜງຂົວທາງລາວ2 ເຊິ່ງຕົ້ນຕໍແມ່ນແນໃສ່ການພັດທະນາພື້ນຖານໂຄງລ່າງ ແຕ່ວ່າມີການພິຈາລະນາປັດໄຈກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ, ເຊິ່ງສະແດງໃຫ້ເຫັນການພິຈາລະນາເປົ້າໝາຍ SDG 15 ນອກເໜືອຈາກໂຄງການທີ່ກ່ຽວຂ້ອງກັບສິ່ງແວດລ້ອມໂດຍກົງ.16 ໂຄງການເຫຼົ່ານີ້ລ້ວນແລ້ວແຕ່ມີວິທີການ ແລະ ຂອບເຂດວຽກງານທີ່ແຕກຕ່າງກັນ.
ຕົວຢ່າງໂຄງການທີ່ຈັດປະຕິບັດ ລວມມີ:
- ຫຼາຍແຂວງໄດ້ຜ່ານແຜນການປົກປັກຮັກສາຊີວະນາໆພັນຂັ້ນແຂວງ ເຊິ່ງຈັດກຽມສຳລັບໂຄງການຕ່າງໆໃນວົງກວ້າງ. ຕົວຢ່າງ ແຂວງຊຽງຂວາງໄດ້ສ້າງແຜນບຸກທະລຸເຖິງປີ 2020. ແຜນການດັ່ງກ່າວລວມມີ ໂຄງການສ້າງວຽກເຮັດງານທຳພື້ນຖານການປ່າໄມ້ສຳລັບທ້ອງຖິ່ນ, ໂຄງການທົດລອງການວາງແຜນຂັ້ນເມືອງ, ການກະກຽມນະໂຍບາຍກ່ຽວກັບໄຟປ່າ, ການສ້າງສວນພຶກສາສາດຂອງແຂວງເພື່ອຮັກສາພັນສິ່ງມີຊີວິດທີ່ໃກ້ສູນພັນ.17
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍໂຄງການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ (REDD+) ໃນປະເທດລາວ, ໂດຍສະເພາະການກວດກາຄວາມພ້ອມຢູ່ແຂວງຫຼວງພະບາງ. ໂຄງການ REDD+ ຈັດຫານະໂຍບາຍດ້ານທຶນຮອນສຳລັບອົງການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານດ້ານປ່າໄມ້ ເພື່ອການປະຕິບັດງານໃນລັກສະນະຍືນຍົງ.18
- ພື້ນທີ່ປະມານ 14 ເປີເຊັນຂອງປະເທດລາວໄດ້ຮັບການກຳນົດໃຫ້ເປັນປ່າສະຫງວນແຫ່ງຊາດ, ເຊິ່ງລວມເປັນ 20.2 ເປີເຊັນນັບທັງປ່າສະຫງວນຂອງແຂວງ ແລະ ເມືອງ. ສິ່ງນີ້ເຮັດໃຫ້ປະເທດລາວຢູ່ໃນຖັນແຖວນຳໜ້າກວ່າປະເທດອື່ນກ່ຽວກັບວຽກງານດັ່ງກ່າວ.19 ເຖິງແມ່ນວ່າຂົງເຂດວຽກງານເຫຼົ່ານີ້ຈະມີຄວາມສາມາດໃນການຄຸ້ມຄອງທີ່ຈຳກັດ ແລະ ມີພັນທະການເງິນທີ່ສັ່ນຄອນ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນການປົກປັກຮັກສາສິ່ງແວດລ້ອມ.20
ແຜນວາດ: Open Development Laos. ແຫຼ່ງຂໍ້ມູນ: World Database on Protected Areas (WDPA), ຂໍ້ມູນ.
ການຕິດຕາມ SDG 15 ໃນລາວ
ໂດຍປະສານສົມທົບກັບອົງການສະຫະປະຊາຊາດໃນລາວ, ລັດຖະບານໄດ້ຕົກລົງກ່ຽວກັບລຳດັບຕົວຊີ້ວັດທີ່ຕ້ອງລວມເຂົ້າໃນ NSEDP, ເຊິ່ງໃຊ້ເປັນກົນໄກຫຼັກໃນການຫັນ SDGs ເຂົ້າສູ່ແຜນນະໂຍບາຍພາຍໃນປະເທດ. ເຖິງຢ່າງໃດກໍຕາມ ຕົວຊີ້ວັດທີ່ພິຈາລະນາສ່ວນໃຫຍ່ແມ່ນຕົວຊີ້ວັດໃນລະດັບ II ຫຼື ລະດັບ III. ຕົວຊີ້ວັດໃນລະດັບ II ຍັງຂາດຂໍ້ມູນຕໍ່ເນື່ອງຂອງລັດຖະບານໃນການຕິດຕາມ, ເຊິ່ງລວມມີຕົວຊີ້ວັດສຳລັບເປົ້າໝາຍ 15.4, 15.7, ແລະ 15.c. ຕົວຊີ້ວັດໃນລະດັບ III ຍັງຂາດຕົວວັດແທກເພື່ອສົມທຽບ, ເຊິ່ງທົ່ວໂລກໄດ້ກຳນົດໃຫ້ລວມເອົາຕົວຊີ້ວັດສຳລັບເປົ້າໝາຍ 15.2, 15.3, 15.6, 15.8, ແລະ 15.9.21
ສາມາດເວົ້າໄດ້ວ່າ ຕົວຊີ້ວັດບາງຕົວສາມາດວັດແທກໄດ້ຜ່ານຂໍ້ມູນເປີດທີ່ມີຢູ່ໃນປະຈຸບັນ ຫຼື ຂໍ້ມູນຈາກລັດຖະບານ. ທັງສອງຕົວຊີ້ວັດສຳລັບເປົ້າໝາຍ 15.1 ແມ່ນສາມາດວັດແທກໄດ້. ພື້ນທີ່ປ່າໄມ້ເປັນເປີເຊັນທຽບກັບເນື້ອທີ່ດິນທັງໝົດ ເຊິ່ງນອນໃນຕົວຊີ້ວັດ 15.1.1, ສາມາດວັດແທກໄດ້ໂດຍນຳໃຊ້ຂໍ້ມູນຈາກໂຄງການ REDD+.22 ຂໍ້ມູນທີ່ເປີດເຜີຍໂດຍລັດຖະບານສາມາດນຳໃຊ້ເພື່ອຕິດຕາມຕົວຊີ້ວັດ 15.1.2, ກ່ຽວກັບອັດຕາສ່ວນປ່າສະຫງວນ.23 ຕົວຊີ້ວັດ 15.5.1 ແມ່ນດັດສະນິບັນຊີແດງຂອງປະເທດ ເຊິ່ງຕິດຕາມຈຳນວນສາຍພັນທີ່ໃກ້ສູນພັນ.24 ດັດສະນີບັນຊີແດງແມ່ນຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ ສະນັ້ນໜ່ວຍວັດແທກດັ່ງກ່າວສາມາດນຳໃຊ້ຕິດຕາມໄດ້. ຕົວຊີ້ວັດ 15.a.1 ແລະ 15.b.1 ສາມາດຕິດຕາມໄດ້ໃນລະດັບໜຶ່ງ ເນື່ອງຈາກເປັນການຕິດຕາມການໃຊ້ຈ່າຍຂອງລັດ ແລະ ການຊ່ວຍເຫຼືອດ້ານການພັດທະນາ, ແຕ່ວ່າຕົວເລກເຫຼົ່ານີ້ອາດບໍ່ສອດຄ່ອງກັນ ແລະ ບໍ່ພ້ອມໃຊ້ງານ.25 ດັ່ງນັ້ນ ລັດຖະບານລາວຈຳເປັນຕ້ອງລົງທຶນໃນດ້ານຄວາມສາມາດໃນການຕິດຕາມ ແລະ ປະເມີນຜົນ (M&E) ສົມທົບກັບໂຄງການຕ່າງໆ ເພື່ອແນໃສ່ບັນລຸບັນດາເປົ້າໝາຍການພັດທະນາທີ່ກ່າວມານັ້ນ.
References
- 1. ສະຫະປະຊາຊາດ. 2017. “ເປົ້າໝາຍກາຍພັດທະນາແບບຍືນຍົງ 15: ສິ່ງທີ່ມີຊີວິດເທິງໜ້າດິນ.” ສືບຄົ້ນ 9 ກໍລະກົດ 2018.
- 2. ແຊັກສ໌, ເຈັບຟຣີ ດີ. 2012. “ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍການພັດທະນາແບບຍືນຍົງ.” ເດິແລນເຊັດ 379, ເລກທີ. 9832 (2012): 2206-2211. ສືບຄົ້ນ 9 ກໍລະກົດ 2018.
- 3. ສະຫະປະຊາຊາດ. 2008. “ຕົວຊີ້ວັດເປົ້າໝາຍການພັດທະນາແຫ່ງສະຫະສະວັດ.” ສືບຄົ້ນ 9 ກໍລະກົດ 2018.
- 4. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 2016. “ບົດລາຍງານແຫ່ງຊາດຄັ້ງທີຫ້າ ຕໍ່ອະນຸສັນຍາສະຫະປະຊາຊາດວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.” ສືບຄົ້ນ 9 ກໍລະກົດ 2018.
- 5. ສະຫະປະຊາຊາດໃນ ສປປ ລາວ. 2015 “ເປົ້າໝາຍການພັດທະນາແຫ່ງສະຫະສະວັດ ແລະ ບົດຮຽນສຳລັບໄລຍະຫຼັງປີ 2015.” ສືບຄົ້ນ 9 ກໍລະກົດ 2018.
- 6. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 2016. “ບົດລາຍງານແຫ່ງຊາດຄັ້ງທີຫ້າ ຕໍ່ອະນຸສັນຍາສະຫະປະຊາຊາດວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.” ສືບຄົ້ນ 9 ກໍລະກົດ 2018.
- 7. ອ້າງອີງຊ້ຳ.
- 8. ພົມພິລາ, ຊ., ລູວິສ໌ ອ., ອອສ໌ເຕັນດອຟ໌ ບ., ແລະ ຄລາກ ຄ. 2017. “ການປ່ຽນແປງຂອງພື້ນທີ່ປ່າໄມ້ໃນປ່າເຂດຮ້ອນຂອງລາວ: ອົງປະກອບທາງກາຍຍະພາບ ແລະ ເສດຖະກິດ-ສັງຄົມແມ່ນປັດໄຈທີ່ສຳຄັນທີ່ສຸດ.” ແລນ 6, ເລກທີ.2: 23. ສືບຄົ້ນ 9 ກໍລະກົດ 2018.
- 9. ບຸດຕະວົງ, ສ., ເກດຕະວົງ ລ., ມະນີວົງ ສ., ສີວັນນະວົງ ສ., ແລະ ເອັມເມີຕັນ ລ. 2002. “ຊີວະນາໆພັນໃນ ສປປ ລາວ: ການປະເມີນດ້ານເສດຖະກິດ.” ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສປປ ລາວ. ສືບຄົ້ນ 9 ກໍລະກົດ 2018.
- 10. ຢູເອັນດີພີ. 2018. “ສປປ ລາວ, SDG15: ສິ່ງທີ່ມີຊີວິດເທິງໜ້າດິນ.” ສືບຄົ້ນ 9 ກໍລະກົດ 2018.
- 11. ສະຫະປະຊາຊາດໃນ ສປປ ລາວ. 2016. “ບົດຫາລື: ເປົ້າໝາຍການພັດທະນາແບບຍືນຍົງພາຍໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.” ສືບຄົ້ນ 9 ກໍລະກົດ 2018.
- 12. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 2016. “ບົດລາຍງານແຫ່ງຊາດຄັ້ງທີຫ້າ ຕໍ່ອະນຸສັນຍາສະຫະປະຊາຊາດວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.” ສືບຄົ້ນ 9 ກໍລະກົດ 2018.
- 13. ອະນຸສັນຍາວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນ. 2010. “ເປົ້າໝາຍດ້ານຊີວະນາໆພັນໄອຈິ.” ສືບຄົ້ນ 9 ກໍລະກົດ 2018.
- 14. ກະຊວງແຜນການ ແລະ ການລົງທຶນ. 2015. “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫ້າປີ ຄັ້ງທີ 8 (2016-2020).” ສືບຄົ້ນ 30 ກໍລະກົດ 2018.
- 15. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 2009. “ຍຸດທະສາດດ້ານຊີວະນາໆພັນແຫ່ງຊາດເຖິງປີ 2020 ແລະ ແຜນດຳເນີນງານເຖິງປີ 2010.” ສືບຄົ້ນ 9 ກໍລະກົດ 2018.
- 16. ສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ. 2016. “ຮ່າງໂຄງສ້າງນະໂຍບາຍກ່ຽວກັບຊົນເຜົ່າ.” ໂຄງການຂະແໜງຂົວທາງລາວ 2 (LRSP2). ສືບຄົ້ນ 2 ກໍລະກົດ 2018.
- 17. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ. 2013. “ຊີວະນາໆພັນ ແລະ ແຜນດຳເນີນງານສຳລັບແຂວງຊຽງຂວາງ.” ສືບຄົ້ນ 9 ກໍລະກົດ 2018.
- 18. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE), ກະຊວງກະສິກຳ ແລະ ປ່າໄມ້ (MAF), ແລະ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA). 2015. “ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ໂຄງການສະໜັບສະໜູນວຽກງານ REDD+ ຂອງ ສປປ ລາວ.” ສືບຄົ້ນ 9 ກໍລະກົດ 2018.
- 19. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 2016. “ບົດລາຍງານແຫ່ງຊາດຄັ້ງທີຫ້າ ຕໍ່ອະນຸສັນຍາສະຫະປະຊາຊາດວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.” ສືບຄົ້ນ 9 ກໍລະກົດ 2018.
- 20. ຄລາກ, ຈ. 2000. “ຊີວະນາໆພັນ ແລະ ປ່າສະຫງວນໃນ ສປປ ລາວ.” ການຊ່ວຍເຫຼືອດ້ານວິຊາການໃນຂົງເຂດສິ່ງແວດລ້ອມລະດັບພາກພື້ນ 5771, ໂຄງການຄຸ້ມຄອງສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມທຸກຍາກໃນພື້ນທີ່ຊຸ່ມນ້ຳທີ່ຫ່າງໃກສອກຫຼີກໃນອະນຸພາກພື້ນແມ່ນ້ຳຂອງ. ສືບຄົ້ນ 9 ກໍລະກົດ 2018.
- 21. ຢູເອັນດີພີ ໃນ ສປປ ລາວ. 2017. “ການຕິດຕາມຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.” ສືບຄົ້ນ 9 ກໍລະກົດ 2018.
- 22. ໂຄງການເຣດເດັສຄ໌. 2013. “ສະຖິຕິເຣດເດັສຄ໌: ລາວ.” ສືບຄົ້ນ 9 ກໍລະກົດ 2018.
- 23. ມິລສ໌ ເຄັນນີ-ລາຊາ. 2016. “ການບໍລິຫານຈັດການ ແລະ ການເຂົ້າເຖິງປ່າສະຫງວນຢ່າງເທົ່າທຽມໃນ ສປປ ລາວ.” ສືບຄົ້ນ 9 ກໍລະກົດ 2018.
- 24. ໄອຢູຊີເອັນ. 2018. “ບັນຊີແດງຂອງໄອຢູຊີເອັນກ່ຽວກັບສາຍພັນທີ່ໃກ້ສູນພັນ.” ສືບຄົ້ນ 9 ກໍລະກົດ 2018.
- 25. ຢູເອັນດີພີ ໃນ ສປປ ລາວ. 2017. “ການຕິດຕາມຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.” ສືບຄົ້ນ 9 ກໍລະກົດ 2018.