News

ການລັກລອບຕັດໄມ້ຢູ່ລາວ ຂັດຂວາງ ເປົ້າໝາຍຫຼຸດຜ່ອນການຕັດໄມ້ ຂອງລັດຖະບານລາວ

ການລັກລອບຕັດໄມ້, ການໃຫ້ສໍາປະທານແກ່ຜູ້ພັດທະນາເອກະຊົນ ແລະ ການບຸກລຸກທີ່ດິນປ່າໄມ້  ເຮັດໃຫ້ເປັນໄພອັນຕະລາຍຕໍ່ເປົ້າໝາຍຂອງລາວໃນການບັນລຸຄວາມເປົ້າໝາຍປູກປ່າໃຫ້ໄດ້ 70% ໃນປີ 2035. ນັ້ນ​ແມ່ນ​ອີງ​ຕາມ​ການ​ສຳ​ຫຼວດ​ຂອງ​ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້​ຂອງ​ລາວ​ເມື່ອ​ບໍ່​ດົນ​ມາ​ນີ້, ເຊິ່ງ​ຊີ້​ໃຫ້​ເຫັນ​ເຖິງການ​ລັກ​ລອບ​ຕັດ​ໄມ້​ຜິດ​ກົດ​ໝາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ.ອ່ານເພິ່ມເຕີມ ...

ວິທະຍຸເອເຊຍເສລີ

ອົງການ ຢູນີເຊັບ ແລະ ສະພາແຫ່ງຊາດ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ຈັດສັນງົບ​ປະ​ມານ​ໃຫ້​ກັບ​ເດັກ​ເພື່ອ​ການ​ພັດ​ທະ​ນາ​ເດັກ​ນ້ອຍ ແລະ​ແມ່​ຍິງ​ໃນ​ລາວ

ອົງການ UNICEF ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ເປັນເວລາ 2 ວັນ ເພື່ອເສີມຂະຫຍາຍ ຄວາມສາມາດ ຂອງສະມາຊິກ ຄະນະກຳມາທິການ ວັດທະນະທຳ ແລະ ສັງຄົມ ຂອງ ສະພາແຫ່ງຊາດ ຈາກທົ່ວ 18 ແຂວງ ໃນການກວດກາ ແລະ ຮັບປະກັນ ງົບປະມານ ແລະ ການໃຊ້ຈ່າຍແຫ່ງຊາດ ເພື່ອຕອບສະໜອງຄວາມ​ຕ້ອງ​ການ​ຂອງ​ເດັກ​ນ້ອຍ​ແລະ ​ແມ່​ຍິງ​ໃນ​ປະ​ເທດ​.ອ່ານເພິ່ມເຕີມ ...

ຂ່າວສານປະເທດລາວ

ສປປ ລາວ ຂາດດຸນການຄ້າຕໍ່າສຸດ 13 ລ້ານໂດລາສະຫະລັດ ໃນເດືອນມັງກອນ

ການຂາດດຸນການຄ້າໃນລາວເພີ່ມຂຶ້ນເປັນ 233 ລ້ານໂດລາສະຫະລັດໃນເດືອນກັນຍາ 2022 ແຕ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ນັ້ນມາ. ​ໃນ​ເດືອນ​ມັງກອນ​ປີ​ນີ້, ມູນ​ຄ່າ​ລວມທາງການ​ຄ້າ​ຂອງ​ລາວ​ມີ​ເຖິງ 935 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນໄດ້ຈາກການ​ສົ່ງ​ອອກ 461 ລ້ານ​ໂດ​ລາ​ສະຫະລັດ ​ແລະ ນຳເຂົ້າ 474 ລ້ານ​ໂດ​ລາ​ສະຫະລັດ.ສິນຄ້າສົ່ງອອກຕົ້ນຕໍໃນເດືອນມັງກອນປະກອບມີມັນຕົ້ນ, ຄໍາ, ແຮ່ຄໍາ, ໂພແທດຊຽມຄລໍລິນ, ເຈ້ຍ ແລະ ຜະລິດຕະພັນທີ່ເຮັດຈາກເຈ້ຍ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ເນື້ອເຍື່ອໄມ້, ເສດເຈ້ຍ, ນໍ້າຕານ, ແລະ ແຮ່ເຫຼັກ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ການຄ້າໂຕລິ່ນແບບຜິດກົດໝາຍໄດ້ແຜ່ລາມຜ່ານທາງອອນລາຍໃນລາວ

ພໍ່ຄ້າສັດປ່າກ່າວວ່າ ການຄ້າໂຕລິ່ນແບບດກົດໝາຍ ຍັງເກີດຂື້ນຢ່າງຕໍ່ເນື່ອງ ລວມເຖິງການຄ້າທາງອິນເຕີແນັດ ເຖິງວ່າຈະຈັດຢູ່ໃນສັດປ່າ ທີ່ໃກ້ຈະສູນພັນ ແລະ ເຖິງແມ່ນວ່າ ລັດຖະບານ ໄດ້ມີການສັ່ງປາບປາມ ການຄ້າສັດປ່າ ທີ່ໃກ້ຈະສູນພັນກໍຕາມ.ປະເທດລາວ, ນັບວ່າເປັນສູນກາງການຂົນສົ່ງສັດປ່າທີ່ມີຊື່ສຽງໃນການຄ້າສັດປ່າທີ່ຜິດກົດໝາຍ ແລະ ເຊິ່ງລວມທັງຊິ້ນສ່ວນຮ່າງກາຍຂອງພວກມັນ; ແລະກໍເປັນໜຶ່ງໃນບັນດາປະເທດອັນດັບຕົ້ນໆຂອງໂລກທີ່ມີການຄ້າໂຕລິ່ນທີ່ຜິດກົດໝາຍ.ອ່ານເພິ່ມເຕີມ ...

RFA lao

ລັດຖະບານ ເປີດເຜີຍລະບົບການຄຸ້ມຄອງຂໍ້ມູນກ່ຽວກັບການລົງທະບຽນການເກີດແບບດິຈິຕອນ

ລັດຖະບານ​ລາວ​ໄດ້​ນຳ​ໃຊ້​ລະບົບ​ຄຸ້ມ​ຄອງ​ຂໍ້​ມູນ​ສູນ​ກາງ​ດີ​ຈີ​ຕອນ​ ເພື່ອ​ເກັບ​ກຳ​ຂໍ້​ມູນ​ປະຊາກອນ​ໃນ​ທົ່ວ​ປະ​ເທດ. ກະຊວງພາຍໃນໄດ້ເປີດຕົວລະບົບການລົງທະບຽນເອເລັກໂຕຣນິກ ແລະ ສະຖິຕິສໍາຄັນ (eCRVS) ໃນກອງປະຊຸມໃນເດືອນກຸມພາເພື່ອວິເຄາະຂໍ້ມູນການເກີດ, ການເສຍຊີວິດ, ການແຕ່ງງານ ແລະ ການຢ່າຮ້າງ.ການລົງທະບຽນແບບລະບົບດິຈິຕອນ ສາມາດເຂົ້າຜ່ານຄອມພິວເຕີ ແລະ ໂທລະສັບມືຖືທີ່ເກັບກຳຂໍ້ມູນຈາກຫ້ອງການເມືອງ ໄປຫາພາກສ່ວນກ່ຽວຂ້ອງຂອງລັດ ເພື່ອອອກໃບຢັ້ງຢືນການເກີດ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ລາວ ​ແລະ​ ຈີນ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ຄົ້ນຄວ້າ​ພັດທະນາ​ປັນຍາປະດິດ

ສະຖາບັນຄົ້ນຄວ້າເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານຂອງລາວ ຮ່ວມກັບ ວິທະຍາໄລ ຈົງຊິງ ວິສະວະກຳເອເລັກໂຕຼນິກ ໃນປະເທດຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການພັດທະນາ AI ແລະ Big Data.ວັນ​ທີ 24 ກຸມພາ​ນີ້, ​ໄດ້​ຈັດ​ກອງ​ປະຊຸມ​ທາງ​ອິນ​ເຕີ​ເນັດ​ລະຫວ່າງ​ສອງ​ຝ່າຍ, ​ແລະ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ໃຫ້​ໂຄງການ​ອົບຮົມ​ເຕັກນິກ ​ແລະ ​ການ​ສຶກສາ​ພັດທະນາ​ຊັບພະຍາກອນ​ມະນຸດ​ທີ່​ກ່ຽວຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ​ອັດສະລິຍະ​ຢູ່​ລາວ.ຈຸດປະສົງຂອງການຮ່ວມມືຄັ້ງນີ້ ຍັງເປັນການຊ່ວຍປັບປຸງຄວາມສາມາດຂອງສະຖາບັນຄົ້ນຄວ້າຊັ້ນນໍາ ໃນການນຳໃຊ້ເຕັກໂນໂລຊີອັດສະລິຍະ ເພື່ອຊ່ວຍໃນການປະເມີນຕ່າງໆ.ອ່ານເພິ່ມເຕີມ  ...

ຈອນນະທັນ ແມັດເລ

ນະຄອນປາກເຊ ກໍ່ສ້າງສະຖານທີ່ບຳບັດນ້ຳເສຍ ມູນຄ່າ 2,1 ລ້ານໂດລາສະຫະລັດ

ສະຖາບັນການເຕີບໂຕສີຂຽວ (GGGI) ໄດ້ຈັດພິທີລົງມືກໍ່ສ້າງໃນອາທິດແລ້ວນີ້ ເພື່ອກໍ່ສ້າງໂຮງງານບຳບັດນ້ຳເສຍ 4 ແຫ່ງ ແລະ ສະຖານທີ່ບຳບັດນ້ຳເສຍ ລະດັບເມືອງ ທີ່ເມືອງປາກເຊ, ແຂວງຈຳປາສັກ ທີ່ຈະໃຫ້ຜົນປະໂຫຍດແກ່ປະຊາຊົນປະມານ 9,000 ຄົນ. ສິ່ງອໍານວຍຄວາມສະດວກເຫຼົ່ານີ້ກໍາລັງຖືກພັດທະນາພາຍໃຕ້ໂຄງການສ້າງຂີດຄວາມສາມາດການບໍາບັດນໍ້າເສຍ ແລະ ສິ່ງເສດເຫຼືອ ເພື່ອປັບປຸງສິ່ງແວດລ້ອມເມືອງໃນລາວ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ GGGI, ມູນຄ່າ 2,1 ລ້ານໂດລາ. ອ່ານເພິ່ມເຕີີມ ...

ຈອນນະທັນ ແມັດເລ

ເງິນກູ້ຈຳນວນ 692 ລ້ານໂດລາສະຫະລັດ ໄດ້ຮັບການຄ້ຳປະກັນເພື່ອສະໜອງທຶນໃຫ້ແກ່ຟາມລົມທີ່ໃຫຍ່ທີ່ສຸດໃນລາວ

ຜູ້ພັດທະນາໄດ້ລົງນາມໃນສັນຍາກູ້ຢືມຈຳນວນ 692 ລ້ານໂດລາສະຫະລັດ ເພື່ອສະໜອງທຶນໃຫ້ແກ່ໂຄງການ “ພະລັງງານລົມມໍລະສຸມ” ໃນລາວ 600 ເມກາວັດ ເຊິ່ງເປັນໂຄງການໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ອີງຕາມການລາຍງານຂອງສື່ມວນຊົນ. ບໍລິສັດ Impact Electrons Siam Limited (IES), ຜູ້ໃຫ້ບໍລິການດ້ານພະລັງງານທົດແທນຊັ້ນນໍາຂອງອາຊີ-ປາຊີຟິກ, ໃນຖານະຜູ້ພັດທະນາໂຄງການທີ່ຮຽກວ່າ Monsoon Wind ແລະ ຜູ້ຖືຫຸ້ນອື່ນໆ ໄດ້ລົງນາມໃນສັນຍາການເງິນແບບບໍ່ໃຊ້ຈ່າຍກັບທະນາຄານພັດທະນາອາຊີ (ADB) ເມື່ອບໍ່ດົນມານີ້. ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ຊາວ​ຈີນ 25 ຄົນ​ຖືກ​ເນລະ​ເທດ​ໃນ​ຂໍ້​ຫາລັກລອບ​ເຂົ້າ​ລາວ​ຢ່າງ​ຜິດ​ກົດໝາຍ

ຊາວຈີນ 25 ຄົນ ໄດ້ຖືກເນລະເທດ ອອກຈາກລາວ ຫລັງຈາກພະຍາຍາມ ເຂົ້າໄປໃນປະເທດ ຢ່າງຜິດກົດໝາຍ ຢູ່ເມືອງ ຢອດດາວ ແຂວງ ຜົ້ງສາລີ. ສື່ມວນຊົນຂອງລາວລາຍງານວ່າ ຊາວຈີນ 25 ຄົນ, ຍິງ 2 ຄົນ ໄດ້ຖືກມອບໃຫ້ ເຈົ້າໜ້າທີ່ ດ່ານພາສີສາກົນລານຕອຍ ດ່ານຊາຍແດນ ລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງຢູນນານ ພາກໃຕ້ ຂອງຈີນ.ທ່ານ ບຸນທອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຢ້າວ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຄົນຈີນສັນຊາດຈີນ ມີຈຸດປະສົງເດີນທາງ ແລະ ເຂົ້າມາລາວ ໂດຍບໍ່ມີເອກະສານຖືກຕ້ອງຕາມກົດໝາຍ, ແຕ່ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງ ...

ມະນີພອນ ວົງພະຈັນ

ຫຼວງພຣະບາງ ເກີດຄວັນພິດ ຍ້ອນໄຟໄໝ້ປ່າແບບຄວບຄຸມບໍ່ໄດ້

ເຈົ້າໜ້າທີ່ ແຂວງ ຫລວງພະບາງ ຄາດວ່າ ຈະຕ້ອງໃຊ້ເວລາດົນສົມຄວນໃນການດັບໄຟ ທີ່ຖົມຂີ້ເຫຍື້ອ ໃນເຂດບ້ານຫລັກ 8 ທ່າມກາງ ໄຟປ່າ ທີ່ ເກີດຂຶ້ນ ຢ່າງຕໍ່ເນື່ອງ ຍ້ອນການຖາງປ່າເຮັດໄຮ່, ປູກຝັງ ຢູ່ທົ່ວທຸກແຂວງ. ໜັງສືພິມວຽງຈັນໃໝ່ ລາຍງານວ່າ: ເມື່ອວັນທີ 13 ກຸມພາ ທີ່ຜ່ານມາ ເກີດເຫດໄຟໄໝ້ບ່ອນຖິ້ມຂີ້ເຫຍື້ອໃນເມືອງຫຼວງພະບາງ ແລະ ບໍລິເວນໃກ້ຄຽງ.ການວັດລະດັບດັດຊະນີທາງອາກາດ AQI (Air Quality Index) ໃນແຂວງຫຼວງພະບາງ ຢູ່ໃນລະດັບທີ່ບໍ່ດີໃນເດືອນນີ້ ເນື່ອງຈາກການເຜົາໄໝ້ປ່າ, ສົ່ງຜົນໃຫ້ມີຄຸນນະພາບອາກາດທີ່ບໍ່ດີຕໍ່ປະຊາຊົນ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tmrLX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!