ການພັດທະນາດ້ານສັງຄົມ

ກະຊວງໃຫ້ການສັກຢາກັນວໍ້ໂດຍບໍ່ເສຍຄ່າ ເນື່ອງໃນວັນວໍ້ໂລກ

ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ ພ້ອມດ້ວຍຕາງໜ້າຈາກອົງການສະຫະປະຊາຊາດ ໄດ້ເຕົ້າໂຮມກັນ ໃນອາທິດແລ້ວນີ້ ໃນງານສັກຢາປ້ອງກັນພະຍາດວໍ້ ເນື່ອງໃນວັນວໍ້ໂລກ 28 ກັນຍາ.ງານສັກຢາປ້ອງກັນພະຍາດວໍ້ ພາຍໃຕ້ຫົວຂໍ້ທົ່ວໂລກ “ໂລກວໍ້: ສັກຢາເພື່ອນຳໄປສູ່ການລົບລ້າງ” ໄດ້ຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກົດໝາຍປະກັນສັງຄົມ ສົ່ງເສີມຄວາມສະເໝີພາບໃນການປິ່ນປົວສຸຂະພາບ

ສື່ມວນຊົນຈາກສຳນັກໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ໄດ້ເຂົ້າຮ່ວມຟັງການບັນຍາຍໂດຍຫຍໍ້ ທີ່ນະຄອນຫຼວງວຽງຈັນວານນີ້ ກ່ຽວກັບການເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ເພື່ອສົ່ງເສີມຄວາມສະເໝີພາບໃນການປິ່ນປົວສຸຂະພາບ.ອີງຕາມກົດໝາຍປະກັນສັງຄົມດັ່ງກ່າວ, ຜູ້ປະກັນຕົນທີ່ໄດ້ຮັບບາດເຈັບຮ້າຍແຮງ ຫຼື ເຈັຍປ່ວຍ ມີສິດເຂົ້າຮັບການປິ່ນປົວຢູ່ໃນໂຮງໝໍທີ່ຕົນໄດ້ເລືອກ ໂດຍບໍ່ເສຍຄ່າ, ແລະ ຈະໄດ້ຮັບເງິນຊົດເຊີຍທຽບເທົ່າກັບເຄິ່ງໜຶ່ງຂອງຄ່າແຮງງານຂອງຕົນ, ຕາມຄຳກ່າວຂອງເຈົ້າໜ້າທີ່.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064

ຍິງສາວທີ່ຖືກກັກຂັງໃນຂໍ້ຫາທຳລາຍຊື່ສຽງຂອງປະເທດ ຖືກສັ່ງຫ້າມບໍ່ໃຫ້ຄອບຄົວເຂົ້າຢ້ຽມ

ຍິງສາວທີ່ຖືກຈັບໃນວັນທີ 12 ກັນຍາ ໃນຂໍ້ຫາທຳລາຍຊື່ສຽງປະເທດ ຍັງຄົງຖືກກັກຂັງບໍ່ໃຫ້ພົບກັບຄອບຄົວ ຈົນກວ່າຈະສຳເລັດການສືບສວນຄະດີກ່ຽວກັບໃນການກະທຳຄວາມຜິດຂອງລາວ, ແຫຼ່ງຂ່າວ RFA ລາວ ລາຍງານໃນວັນພະຫັດນີ້.ນາງ ຮວາຍເຮືອງ ໄຊຍະບູລີ ອາຍຸ 30 ປີ ໄດ້ຖືກັກຕົວ ຫຼັງຈາກທີ່ໄດ້ທຳການວິຈານຜ່ານທາງເຟັສ໌ບຸ໊ກ ກ່ຽວກັບການຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມຂອງລັດຖະບານ ໃນວັນທີ 5 ກັນຍາ ຢູ່ແຂວງຈຳປາສັກ ແລະ ສາລະວັນ ທາງພາກໃຕ້ຂອງລາວ, ຕາມການລາຍງານຂອງໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/refused-09262019131452.html

ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019.    ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981

ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ສົ່ງເສີມການປົກປ້ອງສິດທິເດັກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ເອົາໃຈໃສ່ໃນການປະຕິບັດພັນທະຕາມສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອສົ່ງເສີມການປົກປ້ອງສິດທິເດັກ.ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມປຶກສາຫາລືຂອງຂະແໜງເອກະຊົນ ທີ່ນະຄອນວຽງຈັນ ໃນວັນພຸດນີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສະຫະພັນກຳມະບານລາວ ທັງເປັນສະມາຊິກຄະນະກຳມາທິການແຫ່ງຊາດວ່າດ້ວຍການພັດທະນາແມ່ຍິງ, ແມ່ ແລະ ເດັກ, ແລະ ທ່ານນາງ ອົກຕາວຽນ ບີໂວ ຕາງໜາອົງການຢູນິເຊັບ ປະຈຳລາວ, ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສາກົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-govt-urges-private-sector-involvement-protect-children%E2%80%99s-rights-104982

ງານສັກຢາປ້ອງກັນພະຍາດສັດຟຼີ ຈະຈັດຂຶ້ນໃນວັນທີ 27 ກັນຍານີ້

(ຂປລ) ງານສັກຢາປ້ອງກັນພະຍາດສັດໂດຍບໍ່ເສຍຄ່າ ຈະຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ໃນວັນທີ 27 ກັນຍານີ້ ແຕ່ເວລາ 8:00 ເຊົ້າຫາ 5:00 ແລງ.ງານດັ່ງກ່າວແມ່ນຈັດຕັ້ງໂດຍກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອສະເຫຼີມສະຫຼອງວັນວໍ້ໂລກ ຄັ້ງທີ 13 ທັງເປັນການສົ່ງເສີມຄວາມຮູ້ຂອງມະຫາຊົນ ກ່ຽວກັບການປ້ອງກັນພະຍາດວໍ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48382

ເດັກນ້ອຍລາວເຂົ້າຮ່ວມການແຂ່ງຂັນຄະນິດສາດຄັ້ງທີຫ້າ

ເດັກນ້ອຍຊັ້ນປະຖົມ ແລະ ມັດທະຍົມ 400 ກວ່າຄົນຈາກທົ່ວປະເທດ ເຂົ້າຮ່ວມໃນການແຂ່ງຂັນຄະນິດສາດຄັ້ງທີ 5 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໃນວັນອາທິດຜ່ານມານີ້ ເພື່ອທົດສອບທັກສະ ແລະ ຄວາມຮູ້ດ້ານການຄິດໄລ່ຕ່າງໆ.ການແຂ່ງຂັນຄັ້ງທີຫ້ານີ້ ແມ່ນຈັດຕັ້ງໂດຍໜ່ວຍງານເກັ່ງຄະນິດສາດ ພະແນກສຶກສານະຄອນຫຼວງວຽງຈັນ. ເຊິ່ງມີເປົ້າໝາຍເພື່ອພັດທະນາຄວາມສາມາດດ້ານຄະນິດສາດໃຫ້ແກ່ນັກຮຽນລາວ ຊຶ່ງຈຸດປະສົງໂດຍລວມກໍເພື່ອຍົກລະດັບຄວາມຮູ້ຂອງເດັກລາວໃຫ້ສາມາດແຂ່ງຂັນກັບສາກົນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລາວ: ຄະນະລັດຖະບານຈັດຕັ້ງການສຶກສາການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງການຈັດຕັ້ງຄະນະສະເພາະກິດ ເພື່ອດຳເນີນການສຶກສາຄົ້ນຄວ້າ ກ່ຽວກັບການນຳໃຊ້ກັນຊາໃນທາງການແພດ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການແຕ່ງຕັ້ງໃຫ້ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ນຳພາຄະນະ.ຄະນະກຳມະການດັ່ງກ່າວຈະມີໜ້າທີ່ດຳເນີນການສຶກສາກ່ຽວກັບການນຳໃຊ້ກັນຊາໃນທາງການແພດ ກໍຄືຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບການສາກົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/laos-govt-committee-formed-study-medicinal-marijuana-104728

ສື່ມວນຊົນສູນກາງ ທ້ອງຖິ່ນເປັນແຫຼ່ງຂໍ້ມູນຂ່າວສານທີ່ໜ້າເຊື່ອຖືກ່ຽວກັບໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ສື່ມວນຊົນສູນກາງ ທ້ອງຖິ່ນ ໄດ້ໃຫ້ການລາຍງານທີ່ຄອບຄຸມ ແລະ ທັນສະພາບກ່ຽວກັບໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວ ເຮັດໃຫ້ເປັນແຫຼ່ງຂ່າວທີ່ໜ້າເຊື່ອຖືທີ່ສຸດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນວັນທີ 19 ກັນຍາວ່າ ໃນນາມຂອງລັດຖະບານທ່ານຂໍສະແດງຄວາມຮູ້ບຸນຄຸນ ຕໍ່ສື່ມວນຊົນສູນກາງ ທ້ອງຖິ່ນ ໃນການເຜີຍແຜ່ຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບການໃນພື້ນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-mainstream-media-serves-reliable-source-flood-information-104727

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

uWcf2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!