ເດັກນ້ອຍລາວເຂົ້າຮ່ວມການແຂ່ງຂັນຄະນິດສາດຄັ້ງທີຫ້າ

ເດັກນ້ອຍຊັ້ນປະຖົມ ແລະ ມັດທະຍົມ 400 ກວ່າຄົນຈາກທົ່ວປະເທດ ເຂົ້າຮ່ວມໃນການແຂ່ງຂັນຄະນິດສາດຄັ້ງທີ 5 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໃນວັນອາທິດຜ່ານມານີ້ ເພື່ອທົດສອບທັກສະ ແລະ ຄວາມຮູ້ດ້ານການຄິດໄລ່ຕ່າງໆ.
ການແຂ່ງຂັນຄັ້ງທີຫ້ານີ້ ແມ່ນຈັດຕັ້ງໂດຍໜ່ວຍງານເກັ່ງຄະນິດສາດ ພະແນກສຶກສານະຄອນຫຼວງວຽງຈັນ. ເຊິ່ງມີເປົ້າໝາຍເພື່ອພັດທະນາຄວາມສາມາດດ້ານຄະນິດສາດໃຫ້ແກ່ນັກຮຽນລາວ ຊຶ່ງຈຸດປະສົງໂດຍລວມກໍເພື່ອຍົກລະດັບຄວາມຮູ້ຂອງເດັກລາວໃຫ້ສາມາດແຂ່ງຂັນກັບສາກົນ.
ສັງຄົມໄຊ ບຸບຜານຸວົງ