News
ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2019/09/P2-4-150x150.gif)
ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019. ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981
![](https://laos.pp.opendevelopmentmekong.net/wp-content/plugins/wp-odm_user_feedback/images/right-circular.png)