ໃນທົ່ວປະເທດພົບຜູ້ເສຍຊີວິດແລ້ວ 14 ຄົນຍ້ອນພະຍາດໄຂ້ເລືອດອອກ

(ຂປລ) ໃນຊ່ວງຫົກເດືອນມານີ້ ໃນລາວພົບຜູ້ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກແລ້ວ 14 ຄົນ ເຊິ່ງໃນນັ້ນນະຄອນຫຼວງວຽງຈັນມີ 5 ກໍລະນີ, ແຂວງສະຫວັນນະເຂດ ແລະ ຈຳປາສັກແຂວງລະ 3 ກໍລະນີ, ແຂວງສາລະວັນ 2 ກໍລະນີ ແລະ ຂວງບໍລິຄຳໄຊ 1 ກໍລະນີ.ສູນວິເຄາະ ແລະ ລະບາດວິທະຍາ ພາຍໃຕ້ກະຊວງສາທາລະນະສຸກ ລາຍງານວ່າໄດ້ກວດພົບການລະບາດຂອງພະຍາດທີ່ມາຈາກຍຸງຫຼາຍພັນກໍລະນີໃນທົ່ວປະເທດ, ເຊັ່ນ ແຂວງຈຳປາສັກມີຢ່າງໜ້ອຍ 1,500 ກໍລະນີ, ສະຫວັນນະເຂດ 719 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເຊກອງ 69 ກໍລະນີ, ແຂວງວຽງຈັນ ...

ທີມ ຂປລ
http://kpl.gov.la/En/Detail.aspx?id=46553

ກຳມະກອນໂຮງງານຈະໄດ້ຮັບຄຳປຶກສາເລື່ອງສຸຂະພາບຈະເລີນພັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄຣີນິກໄວໜຸ່ນນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງລາວ ຮ່ວມປະຊຸມກັບເຈົ້າຂອງ ແລະ ຫົວໜ້າໂຮງງານຕ່າງໆໃນວັນສຸກແລ້ວນີ້ ເພື່ອຍົກລະດັບຄວາມຮູ້ ແລະ ປະສົບການກ່ຽວກັບສຸຂະພາບຈະເລີນພັນ ສຳລັບກຳມະກອນໂຮງງານ.ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂຶງແຜນການຂອງສອງອົງການຈັດຕັ້ງ ເພື່ອສົ່ງເສີມການມີສ່ວນຮ່ວມຂອງຂະແໜງເອກະຊົນ ໃນການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະພາບຈະເລີນພັນສຳລັບໄວໜຸ່ມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/factory-workers-may-be-offered-sexual-health-advice-98246

ຍີ່ປຸ່ນຊ່ວຍເຫຼືອດ້ານສະບຽງອາຫານສຳລັບເດັກນ້ອຍລາວ

ລັດຖະບານຍີ່ປຸ່ນໄດ້ບໍລິຈາກອາຫານກະປ໋ອງ ແລະ ເຂົ້າສານ ມູນຄ່າ 27 ຕື້ກີບ (US$3.2 ລ້ານໂດລາ) ໃຫ້ແກ່ໂຄງການອາຫານໂຮງຮຽນ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືຕໍ່ໄພພິບັດໃນລາວ ຂອງອົງການອາຫານໂລກ (WFP) .ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສຳລັບຊ່ວຍເຫຼືອຊຸມຊົນ ໂດນສະເພາະໃນການຮັບມືກັບໄພພິບັດ ແລະ ສະພາບການທີ່ມີຜົນກະທົບຕໍ່ສະບຽງອາຫານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ພະສົງໃນນະຄອນວຽງຈັນໄດ້ຮັບການກວດສຸຂະພາບ

(ຂປລ) ສະຖານທູດໄທ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ເອັດສ໌ຊີຈີ ແລະ ຜູ້ປະກອບການຄົນໄທໃນລາວ ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ສຸຂະພາບຊ່ອງປາກສຳລັບພະສົງ ແລະ ສາມະເນນຫຼາຍຮ້ອຍອົງ ເນື່ອງໃນໂອກາດສະເຫຼີມສະຫຼອງການຂຶ້ນຄອງລາດຂອງເຈົ້າຊີວິດໄທ ລາດຊະການທີສິບໃນຫວ່າງບໍ່ດົນມານີ້ ແລະ ວັນເກີດຂອງພະລາຊິນີ.ງານດັ່ງກ່າວໄດ້ຈັດຂຶ້ນທີ່ວັດອົງຕື້ ນະຄອນຫຼວງວຽງຈັນ ໃນວັນທີ 5-6 ມິຖຸນານີ້.ອ່ານຕໍ່ ...

ທີມ ຂປລ

ສຸຂະພາບໄວຈະເລີນພັນ, ສິດທິ ແລະ ທາງເລືອກສຳລັບທຸກຄົນ

(ຂປລ) ການເຂົ້າເຖິງ ແລະ ກິດຈະກຳສົ່ງເສີມສຸຂະພາບໄວຈະເລີນພັນ ມີຈຸດປະສົງແນໃສ່ເພີ່ມທະວີການເຂົ້າເຖິງໂຮງງານຕັດຫຍິບໃນນະຄອນຫຼວງວຽງຈັນ.ຄຼີນີິກໄວໜຸ່ມນະຄອນຫຼວງວຽງຈັນ (VYC) ຮ່ວມກັບສະຫະພັນແມ່ຍິງລາວ (LWU) ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຮ່ວມກັບເຈົ້າຂອງ ແລະ ຫົວໜ້າໂຮງງານຕັດຫຍິບໃນນະຄອນຫຼວງວຽງຈັນໃນວັນທີ 7 ມິຖຸນາ ເພື່ອຫາລືການຂະຫຍາຍຂອບເຂດຂອງວຽກງານໃນປະຈຸບັນ ແລະ ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນ ເພື່ອສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບໄວຈະເລີນພັນສຳລັບຜູ້ອອກແຮງງານ.ອ່ານຕໍ່ ...

ທີມ ຂປລ

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ຊ່ຽວຊານລາວ, ໄທຮ່ວມມືໃນການປິ່ນປົວພະຍາດມະເລັງທໍ່ນ້ຳບີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍມະໂຫສົດ ຈັບມືກັບຄະນະຜູ້ຊ່ຽວຊານຈາກບັນດາປະເທດໃນກຸ່ມອາຊຽນເຊັ່ນ ປະເທດໄທ ໃນການປັບປຸງການປິ່ນປົວຄົນເຈັບພະຍາດມະເລັງທໍ່ນ້ຳບີ.ໃນປີ 2017, ໂຄງການເພື່ອການຢັບຢັ້ງ, ກວດ ແລະ ປິ່ນປົວພະຍາດມະເລັງທໍ່ນ້ຳບີໃນລາວ ໄດ້ມີການລິເລີ່ມຜ່ານໂຄງການຮ່ວມມືດ້ານການຄົ້ນຄວ້າ ລະຫວ່າງສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນ, ກະຊວງສາທາລະນະສຸກຂອງລາວ, ສະຖາບັນຄົ້ນຄວ້າມະເລັງທໍ່ນ້ຳບີ ມະຫາວິທະຍາໄລຂອນແກ່ນ ປະເທດໄທ, ແລະ ສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນຂອງປະເທດສະວິດເຊິແລນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະຫະພັນແມ່ຍິງລາວຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພັນແມ່ຍິງລາວຮ່ວມມືກັບອົງການຢູນິເຊັບ ແລະ ກະຊວງທີ່ກ່ຽວຂ້ອງໃນການດຳເນີນໂຄງການເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍຈາກການຄ້າມະນຸດ.ກອງປະຊຸມປຶກສາຫາລືກ່ຽວກັບຮ່າງແນວທາງໃນການປົກປ້ອງ ແລະ ຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ ໄດ້ມີຂື້ນວານນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແພດປະເມີນຄວາມຄືບໜ້າຂອງຂະແໜງນາລີເວດ ແລະ ສຸຕິສາດໃນກອງປະຊຸມປະຈຳປີ

ເຈົ້າໜ້າທີ່ກະຊວງສາທາລະນະສຸກໃນຂະແໜງນາລີເວດ ແລະ ສຸຕິສາດ ໄດ້ຈັດຕັ້ງກອງປະຊຸມປະຈຳປີທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຫາລືແຜນການປີ 2019.ຜູ້ເຂົ້າຮ່ວມກອງປະຊຸມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆ ແລະ ແລກປ່ຽນແຜນການໃນຕໍ່ໜ້າ.ໃນນີ້ລວມມີການລາຍງານກ່ຽວກັບອັດຕາການຕາຍ, ການຮັກສາມະເລັງເຕົ້ານົມແບບທັນສະໄໝ, ພາວະເລືອດອອກຜິດປົກກະຕິຈາກມົດລູກ, ແນວທາງການປິ່ນປົວພະຍາດຕິດຕໍ່ທາງເພດສຳພັນແຫ່ງຊາດ, ໂພຊະນາການສຳລັບເດັກຫຼັງເກີດ, ແນວທາງປ້ອງກັນການເອົາລູກອອກແບບບໍ່ປອດໄພ ແລະ ກໍລະນີສຶກສາອື່ນໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fYGCd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!