ໃນທົ່ວປະເທດພົບຜູ້ເສຍຊີວິດແລ້ວ 14 ຄົນຍ້ອນພະຍາດໄຂ້ເລືອດອອກ

(ຂປລ) ໃນຊ່ວງຫົກເດືອນມານີ້ ໃນລາວພົບຜູ້ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກແລ້ວ 14 ຄົນ ເຊິ່ງໃນນັ້ນນະຄອນຫຼວງວຽງຈັນມີ 5 ກໍລະນີ, ແຂວງສະຫວັນນະເຂດ ແລະ ຈຳປາສັກແຂວງລະ 3 ກໍລະນີ, ແຂວງສາລະວັນ 2 ກໍລະນີ ແລະ ຂວງບໍລິຄຳໄຊ 1 ກໍລະນີ.

ສູນວິເຄາະ ແລະ ລະບາດວິທະຍາ ພາຍໃຕ້ກະຊວງສາທາລະນະສຸກ ລາຍງານວ່າໄດ້ກວດພົບການລະບາດຂອງພະຍາດທີ່ມາຈາກຍຸງຫຼາຍພັນກໍລະນີໃນທົ່ວປະເທດ, ເຊັ່ນ ແຂວງຈຳປາສັກມີຢ່າງໜ້ອຍ 1,500 ກໍລະນີ, ສະຫວັນນະເຂດ 719 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເຊກອງ 69 ກໍລະນີ, ແຂວງວຽງຈັນ 68 ກໍລະນີ, ຫຼວງພະບາງ 26 ກໍລະນີ, ໄຊຍະບູລີ 25 ກໍລະນີ ແລະ ບໍ່ແກ້ວ 4 ກໍລະນີ.

ອ່ານຕໍ່…

ທີມ ຂປລ
http://kpl.gov.la/En/Detail.aspx?id=46553