ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ແມ່ນ້ຳຂອງກຳລັງຕາຍລົງຢ່າງຊ້າໆ ແຕ່ແນ່ນອນ

ຄື້ນກະແສຂອງໄພແລ້ງ ແລະ ການກໍ່ສ້າງເຂື່ອນຕ່າງໆຕາມສາຍແມ່ນ້ຳຂອງ ໄດ້ສ້າງຄວາມກັງວົນຄັ້ງໃໝ່ ກ່ຽວກັບອະນາຄົດຂອງແມ່ນ້ຳທີ່ມີຄວາມຍາວ 4,700 ສາຍດັ່ງກ່າວ. ເຊິ່ງເປັນອູ່ເຂົ້າອູ່ນ້ຳຂອງຫຼາຍສິບລ້ານຊີວິດໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ເຂື່ອນທີ່ເກີດຂຶ້ນຢ່າງຫຼວງຫຼາຍ ກຳລັງກີດຂວງການໄຫຼຂອງແມ່ນ້ຳໃນອັດຕາທີ່ເພີ່ມຂຶ້ນ ເຮັດໃຫ້ບາງສ່ວນຂອງແມ່ນ້ຳທີ່ເຄີຍໄຫຼຢ່າງສະດວກເຫືອດແຫ້ງລົງ ແລະ  ເຮັດໃຫ້ທົ່ວພາກພື້ນປະສົບກັບໄພແຫ້ງແລ້ງຄັ້ງໃຫຍ່. ຕາມຄະນະກຳມາທິການແມ່ນ້ຳຂອງ ເຊິ່ງເປັນອົງກອງລະຫວ່າງລັດຖະບານ ທີ່ແນໃສ່ການຮ່ວມມືເພື່ອຄຸ້ມຄອງຊັບພະຍາກອນຂອງແມ່ນ້ຳດັ່ງກ່າວ.ເຂື່ອນໄຟຟ້າດອນສະໂຮງ ເຊິ່ງເປັນເຂື່ອນຫຼ້າສຸດໃນບັນດາເຂື່ອນນ້ຳຂອງຈຳນວນຫຼາຍສິບແຫ່ງ ໄດ້ເລີ່ມຕົ້ນການຜະລິດກະແສໄຟຟ້າ ຢູ່ໃກ້ກັບຊາຍແດນລະຫວ່າງລາວ-ກຳປູເຈຍ ໃນເດືອນພະຈິກນີ້. ເຊິ່ງພະລັງງານທີ່ຜະລິດສ່ວນໃຫຍ່ ຈະສົ່ງອອກໄປປະເທດໄທ ແລະ ກຳປູເຈຍ.ອ່ານຕໍ່ ...

SIMON ROUGHNEEN, BANGKOK

ໂຮງງານຈີນໃນລາວ ສ້າງຄວາມກັງວົນຕໍ່ສຸຂະພາບ, ສົ່ງກິ່ນເໝັນສູ່ບ້ານອ້ອມຂ້າງ

ໂຮງງານຈີນຢູ່ແຂວງບໍລິຄຳໄຊ ທີ່ໄດ້ເລີ່ມການຜະລິດຫວ່າງໝໍ່ໆມານີ້ ກໍ່ໃຫ້ເກີດສຽງດັງ ແລະ ມົນລະພິດທາງອາກາດ ເຊິ່ງສົ່ງຜົນຕໍ່ສຸຂະພາບຂອງຊາວບ້ານທີ່ອາໄສຢູ່ໃກ້ຄຽງ.ໂຮງງານດັ່ງກ່າວ ເປັນໂຮງງານຜະລິດກ່ອງໂຟມເພື່ອນຳໃຊ້ຂົນສົ່ງກ້ວຍ ປະກອບດ້ວຍອາຄານໜຶ່ງຫຼັງ ຕັ້ງຢູ່ໃນພື້ນທີ່ 1 ເຮັກຕາ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ. ຊາວບ້ານຢ່າງໜ້ອຍສິບຄົວເຮືອນລາຍງານວ່າ ໂຮງງານດັ່ງກ່າວກໍ່ໃຫ້ເກີດສຽງດັງ ແລະ ສົ່ງກິ່ນເໝັນ ໃນຂະນະທຳການຜະລິດແຕ່ເວລາ 6 ໂມງເຊົ້າເຖິງທ່ຽງຄືນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ແມ່ນ້ຳຂອງປ່ຽນເປັນສີຟ້າ ຢູ່ເມືອງທ່າແຂກ

ແມ່ນ້ຳຂອງ ເຊິ່ງຕາມປົກກກະຕິຈະເປັນສີນ້ຳຕານຂຸ້ນ ໄດ້ປ່ຽນເປັນສີຟ້າຄາມ ຄ້າຍກັບສີຂອງນ້ຳທະເລ ຢູ່ບາງທ້ອງຖິ່ນ.ປະຊາຊົນຊາວເມືອງທ່າແຂກ ແລະ ນະຄອນພະນົມຂອງໄທ ໄດ້ສັງເກດເຫັນສີຂອງແມ່ນ້ຳຂອງທີ່ປ່ຽນເປັນສີຟ້າໃນຊ່ວງອາທິດທີ່ຜ່ານມາ. ເຊິ່ງສື່ສັງຄົມອອນໄລ ໄດ້ມີການແລກປ່ຽນຮູບພາບປະກົດການອັນສວຍງາມນີ້ຂອງແມ່ນ້ຳຂອງ ເຊິ່ງມີບັນຍາກາດຄ້າຍຄືກັບທະເລ. ການປ່ຽນແປງຂອງສີຂອງແມ່ນ້ຳຂອງນີ້ ເຖິງວ່າຈະມີຄວາມສວຍງາມ ແຕ່ວ່າມັນເປັນສັນຍານເຕືອນໄພທີ່ໜ້າຕົກໃຈ ກ່ຽວກັບສະພາບຂອງແມ່ນ້ຳຂອງ.ລະດັບນ້ຳໃນແມ່ນ້ຳຂອງ ໃນບາງທ້ອງຖິ່ນໄດ້ຫຼຸດຕ່ຳລົງເຫຼືອພຽງ 1 ແມັດ ເຊິ່ງເປັນລະດັບທີ່ຕ່ຳທີ່ສຸດໃນຮອບ 50 ປີທີ່ມີການບັນທຶກ.ອ່ານຕໍ່ ...

Jasmina Yap

ໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ ຊ່ວຍໃນການອະນຸລັກພັນປາ ທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ຈະສືບຕໍ່ສົ່ງເສີມປະຊາຊົນຊາວຊົນນະບົດໃນສາມແຂວງພາກເໜືອ ໃນການເສີມຂະຫຍາຍການອະນຸລັກພັນປາໃນເຂດອ່າງເກັບນ້ຳເພື່ອການອະນຸລັກ.ໂຄງການດັ່ງກ່າວ ເຊິ່ງມີການລິເລີ່ມມາແຕ່ປີ 2009, ມີການສົ່ງເສີມເຂດອະນຸລັກພັນປາຈຳນວນ 262 ແຫ່ງ. ໃນນັ້ນມີເຂດຫ້າມຫາປາ 144 ແຫ່ງ, ສ່ວນອີກ 118 ແມ່ນສຳລັບການຫາປາພາຍໃຕ້ການຄຸ້ມຄອງ ຢູ່ແຂວງຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ.ໃນສາມແຂວງດັ່ງກ່າວ ມີປາສອງສາຍພັນຄື: ປາດຸກຍັກ ແລະ ປາດຸກຫາງແດງອາຊີ ທີ່ຍັງຢູ່ໃນສະພາບສ່ຽງຕໍ່ການສູນພັນ.ອ່ານຕໍ່ ...

ໂຕະຂ່າວ

ອາກາດມົນລະພິດຈາກຄວັນໄຟແຕ່ງກິນ, ຢາສູບ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ມົນລະພິດທາງອາກາດທີ່ມາຈາກຄວັນໄຟແຕ່ງກິນ ແລະ ຢາສູບມີຢູ່ທົ່ວໄປ; ຈາກການສຳຫຼວດພົບວ່າ ເກືອບສາມໃນສີ່ຄົວເຮືອນ ມີການສູບດົມຄວັນຢາສູບພາຍໃນເຮືອນ ແລະ ຄວັນໄຟຈາກການແຕ່ງກິນໃນເຮືອນ.ເມື່ອປະເມີນລວມຊ່ອງທາງຕ່າງໆໃນການຫາຍໃຈເອົາທາດອາຍພິດ ພົບວ່າ ໜຶ່ງໃນສາມຄົວເຮືອນມີການຫາຍໃຈເອົາຄວັນພິດ ທັງຈາກການສູບຢາມືສອງ ແລະ ຈາກການແຕ່ງກິນພາຍໃນເຮືອນ.ອ່ານຕໍ່ ...

ໄຊຊະນະ ລືໄກ

ລາວເສີມຂະຫຍາຍຄວາມພະຍາຍາມເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດໃນການກະສິກຳ

ລັດຖະບານໄດ້ເສີມຂະຫຍາຍຄວາມພະຍາຍາມໃນການຊຸກຍູ້ສົ່ງເສີມຜົນຜະລິດຂອງຊາວກະສິກອນ ໃຫ້ສອດຄ່ອງຕາມຍຸດທະສາດຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ ແລະ ເປົ້າໝາຍການຜະລິດປີ 2020 ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາການທົ່ວໂລກ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຄຳເຫັນເນື່ອງໃນວັນອາຫານໂລກ.ທ່ານໄດ້ໃຫ້ຂໍ້ສັງເກດວ່າ ປະເທດລາວໄດ້ຮັບຜົນກະທົບຢ່າງໜັກຈາກໄພທຳມະຊາດ ເຊັ່ນ ໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້, ການຮຸກຮານຂອງບົ້ງຝູງສາລີ ແລະ ການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຫຼາຍພາກຂອງປະເທດ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ກະຊວງ, ອົງການ WWF ລາວ ເລີ່ມໂຄງການອະນຸລັກປ່າໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ກົມປ່າໄມ້ ແລະ ອົງການກອງທຶນອະນຸລັກສັດປ່າ ປະຈຳລາວ (WWF-ລາວ) ໄດ້ເລິ່ມປະຕິບັດໂຄງການໃຫຍ່ໃນເຂດປະເທດລາວ ໃນການປົກປັກຮັກສາປ່າໄມ້ ແລະ ສັດປ່າ ຢູ່ທາງພາກໃຕ້ຂອງລາວ ແລະ ພາກກາງຂອງຫວຽດນາມ.ໂຄງການດັ່ງກ່າວມີໄລຍະດຳເນີນການຫົກປີ ພາຍໃຕ້ງົບປະມານດຳເນີນກິດຈະກຳ EUR 3.3 ລ້ານຢູໂຣ (32 ຕື້ກວ່າກີບ) ໃນເຂດປະເທດລາວ.ໂຄງການດັ່ງກ່າວມືຊື່ວ່າ “ການການຫຼີກລ່ຽງການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ລຽບຕາມຊາຍແດນລະຫວ່າງພາກກາງຂອງຫວຽດນາມ ແລະ ພາກໃຕ້ຂອງລາວ ຢູ່ແຂວງສາລະວັນ ແລະ ແຂວງເຊກອງ (ທາດຄາບອນ ແລະ ຊີວະນາໆພັນ, ໄລຍະທີ 2)”, ຕາມບົດຂ່າວຈາກອົງການ WWF-ລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ບັນດາປະເທດໃນພາກພື້ນແມ່ນ້ຳຂອງຈຳເປັນຕ້ອງເພີ່ມທະວີຄວາມເປັນເຈົ້າການ ເພື່ອການວາງແຜນນຳໃຊ້ແມ່ນ້ຳ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ ຊຸກຍູ້ໃຫ້ບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ ເພີ່ມທະວີຄວາມເປັນເຈົ້າການໃນພາກພື້ນ ເພື່ອການວາງແຜນ ແລະ ການຄຸ້ມຄອງແມ່ນ້ຳ, ພາຍໃຕ້ກົນໄກການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນລະບົບ ແລະ ກ້າວໜ້າ ແລະ ການຕິດຕາມການໄຫຼຂອງນ້ຳຢ່າງເຂັ້ມແຂງ.MRC ກ່າວໃນບົດລານງານປະຈຳປີ “the State of the Basin Report 2018” ວ່າການດຳເນີນການດັ່ງກ່າວແມ່ນມີຄວາມຈຳເປັນເລັ່ງດ່ວນ ເພື່ອຈັດການກັບສິ່ງທ້າທາຍໃນທົ່ວນ່ານນ້ຳ ເຊັ່ນ ການຂະຫຍາຍຕົວຢ່າງວ່ອງໄວຂອງປະຊາກອນ, ການລົງທຶນທີ່ເພີ່ມທະວີໃນພາກພື້ນມ່ນ້ຳຂອງ, ການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດທາງທຳມະຊາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ມຊ, ມະຫາວິທະຍາໄລຮ່າໂນ້ຍ ຄືບໜ້າໃນການຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລວິທະຍາສາດຮ່າໂນ້ຍ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງລາຍງານຄວາມຄືບໜ້າກ່ຽວກັບພາລະກິດການຫຼຸດຜ່ອນການນຳໃຊ້ຜະລິດຕະພັນພຼາສ໌ຕິກ ພາຍໃຕ້ໂຄງການ “SEA Plastic Edu Erasmus+”.ສະຫະພາບຢູໂຣບ ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແຕ່ປີ 2018-2020 ດ້ວຍທຶນຈຳນວນ 989,043 ຢູໂຣ ເພື່ອຊ່ວຍຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ ແລະ ສົ່ງເສີມສິ່ງແວດລ້ອມ.ໂຄງການດັ່ງກ່າວປະກອບດ້ວຍການຈັກຝຶກອົບຮົມກ່ຽວກັບການຄຸ້ມຄອງການບຳບັດຂີ້ເຫຍື້ອພຼາສ໌ຕິກ ແລະ ການແລກປ່ຽນຂີ້ເຫຍື້ອພຼາສ໌ຕິກ ໃຫ້ແກ່ເຈົ້າໜ້າທີ່ລັດຖະບານ ແລະ ຂະແໜງເອກະຊົນ ກໍຄືຄູອາຈານ ແລະ ນັກສຶກສາ ຈາກສະຖາບັນການສຶກສາຕ່າງໆ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຂໍ້ຕົກລົງກ່ຽວກັບໄຟຟ້າພະລັງຖ່ານຫີນລະຫວ່າງກຳປູເຈຍ-ລາວ ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມ

ພາຍໃຕ້ແຜນການຂະຫຍາຍຕາຂ່າຍໄຟຟ້າລະຫວ່າງຊາຍແດນໃນພາກພື້ນ, ປະເທດລາວພວມເລັ່ງໃສ່ການຂະຫຍາຍການສົ່ງອອກໄຟຟ້າຈາກເຂື່ອນ ເພື່ອສ້າງລາຍຮັບເຂົ້າປະເທດ. ແຕ່ວ່າຂໍ້ຕົກລົງຫຼ້າສຸດໃນການຂາຍໄຟຟ້າພະລັງຖ່ານຫີນຈາກລາວໃຫ້ແກ່ກຳປູເຈຍ ໄດ້ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມຕໍ່ກັບການຄ້າຂາຍດັ່ງກ່າວ.ໃນເດືອນທີ່ຜ່ານມາ, ລັດວິສາຫະກິດໄຟຟ້າແຫ່ງປະເທດກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮັບຊື້ໄຟຟ້າພະລັງຖ່ານຫີນໄລຍະ 30 ປີ ຈາກສອງບໍລິສັດ ເຊິ່ງມີກຳລັງໄຟຟ້າລວມ 2,400 ເມກາວັດ ຢູ່ແຂວງເຊກອງຂອງລາວ.ສອງບໍລິສັດດັ່ງກ່າວໄດ້ແກ່ – ບໍລິສັດພະລັງງານຄວາມຮ້ອນແຂວງເຊກອງ ຈຳກັດ ແລະ ບໍລິສັດພະລັງງານ ແລະ ບໍ່ແຮ່ TSBP ເຊກອງຈຳກັດ – ຈະເລີ່ມສະໜອງພະລັງງານໄຟຟ້າຕັ້ງແຕ່ປີ 2024 ເປັນຕົ້ນໄປ.ປະເທດກຳປູເຈຍ ຕ້ອງການຮັກສາທ່າແຮງໃນຖານະເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນພາກພື້ນອາຊຽນ, ລວມທັງເປັນປະເທດທີ່ມີອັດຕາຄ່າໄຟຟ້າສູງທີ່ສຸດໃນພາກພື້ນ.ອ່ານຕໍ່ ...

THE STRAITS TIMES (SINGAPORE)/ASIA NEWS NETWORK
https://www.phnompenhpost.com/business/cambodian-lao-coal-power-deal-environmental-worry

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cB89b
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!