ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ​ເຂື່ອນ​ແມ່​ນ້ຳຂອງ​ຕ້ອງ​ປ່ອຍ​ນ້ຳ​ໜ້ອຍ​ລົງ​ໃນ​ລະດູ​ແລ້ງ ​ເພື່ອ​ຮັກສາ​ທີ່ຢູ່​ອາ​ໄສ

ລະດັບນ້ຳຂອງແມ່ນ້ຳຂອງທີ່ສູງຜິດປົກກະຕິໃນທ້າຍເດືອນພຶດສະພາ ຊີ້ໃຫ້ເຫັນວ່າ ເຂື່ອນຕ່າງໆໃນແມ່ນ້ຳຂອງຕ້ອງປ່ອຍນ້ຳໃຫ້ໜ້ອຍລົງໃນຊ່ວງລະດູແລ້ງ ເພື່ອປົກປ້ອງລະບົບນິເວດ, ຜູ້ຊ່ຽວຊານກ່າວໃນກອງປະຊຸມອອນລາຍໃນວັນຈັນ.ລະດັບນໍ້າຝົນໃນລະດູແລ້ງປີນີ້ໄດ້ເພີ່ມຂຶ້ນ, ຜູ້ຊ່ຽວຊານກ່າວໃນການສໍາມະນາອອນໄລນ໌ ກ່ຽວກັບລະດູແລ້ງ 2022 ທີ່ມີຄວາມຊຸ່ມຊື່ນທີ່ບໍ່ມີລະດູການ, ເຊິ່ງຈັດຂຶ້ນໂດຍສູນ Stimson ທີ່ວໍຊິງຕັນ. ແຕ່ວ່າການສ້າງເຂື່ອນໂດຍສະເພາະ ຢູ່ຈີນ ແລະ ລາວ ເປັນການເພີ່ມບັນຫາ ນໍ້າຖ້ວມ ຢູ່ຕາມເຄິ່ງລຸ່ມ ຂອງແມ່ນ້ຳຂອງ ແລະ ເປັນໄພຂົ່ມຂູ່ ຕໍ່ລະບົບນິເວດໃນທີ່ນັ້ນ.ອ່ານເພິ່ມເຕີມ  ...

Eugene Whong

ຄວາມກັງວົນຂອງລາວ ແລະ ໄທ ກ່ຽວກັບການໄຫລຂອງນ້ຳຈາກເຂື່ອນຕອນເທິງຢູ່ແມ່ນ້ຳຂອງ

ລະດັບນ້ຳຕ່ຳ ແລະ ການຂາດແຄນຕະກອນ ໄດ້ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາຊົນ. ຜູ້ຊ່ຽວຊານກ່າວວ່າ ເຂື່ອນດັ່ງກ່າວເຮັດໃຫ້ຜົນກະທົບຂອງໄພແຫ້ງແລ້ງໃນແຕ່ລະໄລຍະໃນອ່າງແມ່ນໍ້າຂອງຮ້າຍແຮງຂຶ້ນຕໍ່ແມ່ນໍ້າຂອງ ຊຶ່ງຜົນກະທົບດັ່ງກ່າວໄດ້ເປັນການຄຸກຄາມຕໍ່ລະບົບນ້ຳ ແລະ ສານອາຫານທີ່ເປັນປະໂຫຍດແກ່ການປະມົງ ແລະ ການກະສິກໍາ.ອ່ານເພິ່ມເຕີມ  ...

ວິທະຍຸເອເຊຍເສລີ

ລຸກຊຳບວກ ໃຫ້ການຊ່ວຍເຫຼືອຄະນະກຳມາທິການແມ່ນ້ຳຂອງກຳນົດຮ່າງທິດທາງແຜນຍຸດທະສາດໃໝ່

ລຸກຊຳບວກ ໄດ້ສະໜອງທຶນ 1 ລ້ານເອີໂຣ (ປະມານ 1,13 ລ້ານ USD) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຊ່ວຍເຫຼືອປະເທດກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເພື່ອຮັກສາລະບົບນິເວດຂອງແມ່ນ້ຳຂອງ ແລະ ເພີ່ມທະວີຄວາມຕ້ານທານກັບດິນຟ້າອາກາດ, ຄວາມສ່ຽງ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.ທຶນຊ່ວຍເຫຼືອລ້າດັ່ງກ່າວຈະສະໜັບສະໜູນຫຼາຍກິດຈະກຳ ລວມທັງການຄຸ້ມຄອງອ່າງແມ່ນ້ຳຂອງຫຼັກ, ການເກັບກຳຂໍ້ມູນ ແລະ ປັບປຸງໜ້າທີ່ຕິດຕາມ, ສ້າງແບບຈຳລອງ ແລະ ການປະເມີນ. ນອກ​ນີ້, ​ຍັງສະໜັບສະໜູນ​ການ​ວາງ​ແຜນ ​ແລະ ການ​ຄາດ​ຄະ​ເນ ທັງປະກອບສ່ວນ​ເຂົ້າ​ໃນ​ລະບົບ​ເຕືອນ​ໄພ​ລ່ວງ​ໜ້າ ​ແລະ ການ​ຕອບ​ໂຕ້​ສຸກ​ເສີນ​ຂອງ MRC.ອ່ານເພິ່ມເຕີມ  ...

ຂປລ

ແຜນທີ່ໃນປັດຈຸບັນ ເພື່ອອະນາຄົດຂອງຊາດກະສິກອນລາວກ່ຽວກັບລະບົບທັນສະໄໝໃນການນຳໃຊ້ທີ່ດິນກັບ ອົງການ LRIMS with FAO, GEF

ການກະເສດຂອງລາວກັບທ່າກ້າວໃນອະນາຄົດ ກ່ຽວກັບການທົດລອງນຳໃຊ້ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS) ຊຶ່ງປະຈຸບັນອະນຸຍາດໃຫ້ປະຊາຊົນເຂົ້າເຖິງສະຖານະການລະອຽດໃນອະນາຄົດໃນທ່າມກາງການປ່ຽນແປງຂອງດິນຟ້າອາກາດໄດ້ໂດຍບໍ່ເສຍຄ່າ ພາຍໃຕ້ການຊ່ວຍເຫຼືອຈາກອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ແລະ ກອງທຶນສິ່ງແວດລ້ອມໂລກ (GEF).ການເຂົ້າເຖິງຂໍ້ມູນດິນຟ້າອາກາດແມ່ນມີຄວາມສຳຄັນຕໍ່ການວາງແຜນອະນາຄົດຂອງກະສິກຳ ແລະ ປ່າໄມ້ ທ່າມກາງການປ່ຽນແປງຂອງດິນຟ້າອາກາດ. ໃນ ສປປ ລາວ, ຄວາມສາມາດໃນການຜະລິດຊຸດຂໍ້ມູນກະສິກໍາ-ສິ່ງແວດລ້ອມໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະສອງສາມປີຜ່ານມາ.ຜົນໄດ້ຮັບແມ່ນພົບເຫັນຢູ່ໃນລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS), ລະບົບຂໍ້ມູນໃຫຍ່ທໍາອິດໃນປະເທດອາຊີຕາເວັນອອກສຽງໃຕ້ທີ່ໄດ້ເປີດຕົວໃນປັດຈຸບັນ. ແຜນ​ທີ່​ກ່ຽວ​ກັບ​ເນື້ອ​ທີ່​ປູກ​ຝັງ, ດິນ, ການ​ນໍາ​ໃຊ້​ທີ່​ດິນ, ແລະ​ການ​ດໍາ​ລົງ​ຊີ​ວິດ​ຂອງ​ຊາວ​ກະ​ສິ​ກອນ​ແມ່ນ​ມີ​ໃນ​ປັດ​ຈຸ​ບັນ​.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ຂໍ້ລິເລີ່ມໃນການຫຼຸດຜ່ອນສະພາບພູມິອາກາດໃຫ້ແກ່ຜົນລະປູກ

ຂໍໍ້ລິເລິ່ມທີ່ສົມບູນ ເພື່ອປົກປ້ອງສະພາບພູມມີອາກາດດັ່ງກ່າວນີ້ ໄດ້ປະກອບສ່ວນໃຫ້ແກ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ອະນຸລັກຊີວະນາໆພັນທີ່ອ່ອນແອ ຊຶ່ງອີງຕາມການລາຍງານ. ກິດຈະກຳດັ່ງກ່າວ ໄດ້ເລີ່ມຂື້ນໃນປີ 2011, ພາຍໃຕ້ໂຄງການ “ການປົກປ້ອງດິນຟ້າອາກາດໂດຍຫຼີກລ່ຽງການຕັດໄມ້ທຳລາຍປ່າ” ຫຼື CliPAD, ຊຶ່ງຈະສີ້ນສຸດໃນປີນີ້, ໂດຍມີເປົ້າໝາຍເພື່ອແກ້ໄຂການສູນເສຍ ແລະ ການເຊື່ອມໂຊມຂອງທຳມະຊາດ ແລະ ປ່າໄມ້. ອ່ານຕໍ່   ...

ຜູ້ສື່ຂ່າວທາມສ໌

ລາວເສີມຂະຫຍາຍຄວາມພະຍາຍາມເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດໃນການກະສິກຳ

ລັດຖະບານໄດ້ເສີມຂະຫຍາຍຄວາມພະຍາຍາມໃນການຊຸກຍູ້ສົ່ງເສີມຜົນຜະລິດຂອງຊາວກະສິກອນ ໃຫ້ສອດຄ່ອງຕາມຍຸດທະສາດຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ ແລະ ເປົ້າໝາຍການຜະລິດປີ 2020 ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາການທົ່ວໂລກ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຄຳເຫັນເນື່ອງໃນວັນອາຫານໂລກ.ທ່ານໄດ້ໃຫ້ຂໍ້ສັງເກດວ່າ ປະເທດລາວໄດ້ຮັບຜົນກະທົບຢ່າງໜັກຈາກໄພທຳມະຊາດ ເຊັ່ນ ໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້, ການຮຸກຮານຂອງບົ້ງຝູງສາລີ ແລະ ການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຫຼາຍພາກຂອງປະເທດ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ນັກອຸຕຸນິຍົມຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດ

ເຈົ້າໜ້າທີ່ອຸຕຸນິຍົມຈາກລາວ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລື ແລະ ຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງ.ເຂົ້າຮ່ວມໃນກອງປະຊຸມຝຶກອົບຮົມກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງສາກົນ ເຊິ່ງຈັດໂດຍກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ຄຳມະນີ ຄູນພົນ ຫົວໜ້າກົມ, ທ່ານ ປາໂບລ ອິມບາກ ຜູ້ຕາງໜ້າ CIAT ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ FAO ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຊາວກະສິກອນລາວຜະເຊີນຄວາມທ້າທາຍດ້ານພູມອາກາດທີ່ຮຸນແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວກຳລັງຜະເຊີນກັບສິ່ງທ້າທາຍຕໍ່ເນື່ອງໃນການຜະລິດ ພາຍໃຕ້ສະພາບອຸນນະພູມທີ່ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸງ.ຫຼ້າສຸດ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ອຸນນະພູມໃນລາວແມ່ນຮ້ອນເຖິງລະດັບ 40ºC  ແລະ ສະພາບອາກາດຮ້ອນດັ່ງກ່າວຈະສືບຕໍ່ໄປເຖິງທ້າຍເດືອນນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ອາກາດໃນລາວຍັງຄົງສືບຕໍ່ຮ້ອນໄປເຖິງທ້າຍເດືອນເມສາ

ສະພາບອາກາດທີ່ຮ້ອນໃນປະຈຸບັນຍັງຈະສືບຕໍ່ໄປເຖິງທ້າຍເດືອນນີ້ໃນບາງພາກຂອງລາວ, ເຊິ່ງອຸນນະພູມອາດຂຶ້ນສູງເຖິງລະດັບ 40 ອົງສາເຊ, ຕາມກົມອຸຕຸນິຍົມວິທະຍາ.ເຖິງຢ່າງໃດກໍຕາມ ອາດມີສະພາບຝົນຕົກ ແລະ ລົມພັດແຮງໃນບາງພື້ນທີ່ ໃນຊ່ວງວັນທີ 26-28 ເມສານີ້ ເຊິ່ງອາດຊ່ວຍຫຼຸດຜ່ອນຄວາມຮ້ອນລົງໄດ້ລະດັບໜຶ່ງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ການກັກເກັບນ້ຳຢູ່ແຂວງໄຊຍະບູລີ

(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LS5Ub
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!