ມົນລະພິດ ແລະ ສິ່ງເສດເຫຼືອ

ມົນລະພິດທາງອາກາດ

ການຈູດຂີ້ເຫຍື່ອກໍເກີດໝອກຄວັນມົນລະພິດປົກຄຸມທົ່ວນະຄອນຂອງລາວ

ໃນຕອນເຊົ້າຂອງວັນເສົາ, ຢູ່ໃນຂອບເຂດຕົວເມືອງໄຊທານີ, ໄດດ້ເກີດມີເຫດການໝອກຄວັນປົກຄົມທົ່ວພື້ນທີ່ ຊຶ່ງສົ່ງຜົນກະທົບຕໍ່ຜູ້ອາໃສໃນອານາເຂດອ້ອມຄຽງ. ສະຖານທີ່ດັ່ງກ່າວ ເປັນບ່ອນຖື້ມຂີ່ເຫຍື່ອ ຊຶ່ງຕັ້ງຢູ່ຫຼັກ 32 ເມືອງໄຊທານີ, ນະຄອນຫຼວງ ເປັນບ່ອນບັນຈຸວັດຖຸບັນຈຸໄຟຫຼາຍຊະນິດຊຶ່ງເປັນການຍາກໃນການຄວບຄຸມ. ການວັດລະດັບມົນລະພິດຢູ່ນະຄອນຫຼວງຈັນ / Air Quality Index (AQI)ມີຢູ່ທີ່ລະດັບ 152, ຊຶ່ງຈັດຢູ່ໃນເກນທີ່ສົ່ງຜົນເສຍຕໍ່ສຸຂະພາບ. ເຫດການດັ່ງກ່າວໄດ້ໃຊ້ເວລາຈຳນວນຫຼາຍວັນໃນການດັບໄຟ, ອຳນາດການປົກຄອງໄດ້ແນະນຳໃຫ້ປະຊາຊົນທີ່ອາໃສໃນອານາເຂດໃກ້ຄຽງໃຫ້ສວມໜ້າກາກເພື່ອປ້ອງກັນພົນລະພິດທີ່ເກີດຈາກການເຜົາໃໝ້ດັ່ງກ່າວ. ອ່ານເພິ່ມເຕີມ   ...

ລັດສະໝີ ພອນວິໄລ

ການເຜົາຂີ່ເຫຍື່ອຍັງຄົງເປັນບັນຫາເຄັ່ງຮ້ອນຂອງນະຄອນຫຼວງຈັນ

ບັນດາຜູ້ພັກເຊົາໃນນະຄອນຫຼວງວຽງຈັນ ຮ້ອງທຸກກ່ຽວກັບບັນຫາການຈູດເຜົາຂີ້ເຫຍື່ອຊຶ່ງຍັງຄົງເປັນບັນຫາຢູ່ ແລະ ມີຄວາມຫວັງວ່າສາຍດ່ວນສຳລັບຮ້ອງທຸກຈະສາມາດເຂົ້າມາຢຸດບັນຫາດັ່ງກ່າວ. ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງ ໄດ້ສ້າງຕັ້ງສາຍດ່ວນ 1523 ໃນເດືອນ ກັນຍາປີຜ່ານມາ ຊຶ່ງເປັນການອະນຸຍາດໃຫ້ບັນດາຜູ້ພັກເຊົາໄດ້ລາຍງານການຈູດຂີ້ເຫຍື່ອທີ່ຜິດກົດໝາຍຢູ່ໃນຕົວເມືອງ. ສາຍດ່ວນໄດ້ເປີດບໍລິການນັບແຕ່ວັນຈັນ ເຖິງ ສຸກ, ເວລາ 09:00 – 16:00 ແລະ ເປີດຮັບການລາຍງານກ່ຽວກັບການຈູດເຜົາຜິດແບບກົດໝາຍທັງໝົດໃນນະຄອນຫຼວງ. ສືບຕໍ່ອ່ານ   ...

ໄພບຸນ ທະນະບົວສີ

ອາກາດມົນລະພິດຈາກຄວັນໄຟແຕ່ງກິນ, ຢາສູບ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ມົນລະພິດທາງອາກາດທີ່ມາຈາກຄວັນໄຟແຕ່ງກິນ ແລະ ຢາສູບມີຢູ່ທົ່ວໄປ; ຈາກການສຳຫຼວດພົບວ່າ ເກືອບສາມໃນສີ່ຄົວເຮືອນ ມີການສູບດົມຄວັນຢາສູບພາຍໃນເຮືອນ ແລະ ຄວັນໄຟຈາກການແຕ່ງກິນໃນເຮືອນ.ເມື່ອປະເມີນລວມຊ່ອງທາງຕ່າງໆໃນການຫາຍໃຈເອົາທາດອາຍພິດ ພົບວ່າ ໜຶ່ງໃນສາມຄົວເຮືອນມີການຫາຍໃຈເອົາຄວັນພິດ ທັງຈາກການສູບຢາມືສອງ ແລະ ຈາກການແຕ່ງກິນພາຍໃນເຮືອນ.ອ່ານຕໍ່ ...

ໄຊຊະນະ ລືໄກ

ລາວນຳໃຊ້ມາດຕະການເພື່ອສະກັດກັ້ນສະພາບມົນລະພິດທີ່ຮ້າຍແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ສັ່ງຫ້າມການຈູດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດທີ່ມີລະດັບສູງໃນປະຈຸບັນ.ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໃນວັນສຸກແລ້ວນີ້ ເພື່ອແນໃສ່ສະກັດກັ້ນການປ່ອຍລະອອງມົນລະພິດທີ່ເປັນອັນຕະລາຍ ທີ່ມີເສັ້ນຜ່າໃຈກາງຂະໜາດນ້ອຍກວ່າ 2.5 ມິໂກຣແມັດ (PM2.5).ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລະວັງອາກາດເປັນພິດເພີ່ມສູງສາມເທົ່າ: ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບວິກິດຝຸ່ນຄວັນຈາກການຈູດເຜົາໃນພາກພື້ນ

ມີຫຍັງແດ່ຢູ່ໃນອາກາດທີ່ເຮົາຫາຍໃຈ? ຊາວນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບສະພາບທ້ອງຟ້າມົວ ແລະ ຄຸນນະພາບອາກາດທີ່ເສື່ອມໂຊມ ຈົນຕ້ອງນຳໃຊ້ຜ້າອັດປາກ, ເຄື່ອງກອງອາກາດ ແລະ ອຸປະກອນວັດແທກຄຸນນະພາບອາກາດ.ສິ່ງທີ່ກວດພົບແມ່ນເປັນໜ້າຢ້ານກົວ ແລະ ກັງວົນຢ່າງຍິ່ງ. ຄຸນນະພາບອາກາດໃນປະເທດລາວສ່ວນໃຫຍ່ ແລະ ພາກເໜືອຂອງໄທ ພວມປະສົບກັບປະລິມານຝຸ່ນລະອອງໃນອາກາດທີ່ສູງ ເຊິ່ງເປັນອັນຕະລາຍຕໍ່ທັດສະນາການເບິ່ງເຫັນດ້ວຍຕາເປົ່າ ແລະ ການຫາຍໃຈໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ບັນຫາສະພາບອາກາດ ແລະ ຄວາມດັນອາກາດທີ່ມີປະລິມານເພີ່ມຂຶ້ນດັ່ງກ່າວແມ່ນເກີດມາຈາກຫຼາຍປັດໃຈ ເຊັ່ນການປ່ອຍອາຍພິດໃນປະເທດ ແລະ ຂ້າມປະເທດ ເຮັດໃຫ້ສະພາບການທີ່ບໍ່ມີຊາຍແດນດັ່ງກ່າວຍິ່ງຮ້າຍແຮງ.ອ່ານຕໍ່ ...

The Laotian Times

ມົນລະພິດໃນນະຄອນວຽງຈັນເຖິງຂີດອັນຕະລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໄຟປ່າໃນລາວ ແລະ ປະເທດເພື່ອນບ້ານເຮັດໃຫ້ເກີດມົນລະພິດທາງອາກາດໃນລະດັບອັນຕະລາຍ ໃນຫຼາຍພາກຂອງລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ.ທ່ານນາງ ສີສຸພັນ ຫຼວງລາດ ຫົວໜ້າກົມຄວບຄຸມມົນລະພິດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ໃນວັນພະຫັດນີ້ວ່າ ໄດ້ເກີດຝຸ່ນລະອອງມົນລະພິດຂະໜາດນ້ອຍ (PM) 2.5 ໃນຫຼາຍພາກຂອງປະເທດລາວ ແລະ ສະພາບມົນລະພິດໃນນະຄອນວຽງຈັນແມ່ນເກີນຂີດລະດັບປອດໄພ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ໝອກຄວັນມົວໆປົກຄຸມທ້ອງຟ້ານະຄອນຫຼວງວຽງຈັນ, ຊາວເມືອງຫວັ່ນມີຄວາມສ່ຽງຕໍ່ສະຂຸພາບ

ຄວັນໝອກຫຼົວໄດ້ປົກຄຸມທ້ອງຟ້ານະຄອນຫຼວງວຽງຈັນ ແລະ ເກີດມີມົນລະພິດທາງອາກາດໃນຫຼາຍແຂວງຂອງລາວ.ເຮັດໃຫ້ຊາວເມືອງທັງລາວ ແລະ ຕ່າງປະເທດທີ່ມີຄວາມກັງວົນ ຕິດຕາມສະພາບການຢ່າງໃກ້ຊິດ, ທັງມີການລາຍງານສະຖານະການໃນໂລກອອນໄລ ກ່ຽວກັບລະດັບຝຸ່ນລະອອງຂະໜາດນ້ອຍ (PM) ໃນອາກາດໃນທ້ອງຖິ່ນ ໂດຍການນຳໃຊ້ເຄື່ອງວັດແທກຄຸນນະພາບອາກາດ.ອ່ານຕໍ່ ...

The Laotian Times

ກະຊວງກວດກາຄຸນນະພາບອາກາດໃນວຽງຈັນຢ່າງໃກ້ຊິດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈັບຕາເລື່ອງຄຸນນະພາບອາກາດຢູ່ນະຄອນວຽງຈັນເປັນພິເສດ ເນື່ອງຈາກນະຄອນບາງກອກກຳລັງຜະເຊີນກັບພາວະມົນລະພິດໃນອາກາດສູງ.ທ່ານ ວິລະສັກ ຈຸນດາລາ ອຳນວຍການໃຫຍ່ຂອງສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວໃນມື້ວານນີ້ວ່າ ທາງສະຖາບັນໄດ້ຕິດຕັ້ງອຸປະກອນເພື່ອຕິດຕາມຄຸນນະພາບອາກາດໃນສີ່ຈຸດໃນຕົວເມືອງວຽງຈັນຕັ້ງແຕ່ວັນຈັນທີ່ຜ່ານມາ.ອ່ານຕໍ່   ...

ເອກະພອນ ພູທອນສີ

ໂຮງງານຊີມັງຂອງຈີນ ສ້າງມົນລະພິດໃນຫຼາຍບ້ານໃນລາວ

ໂຮງງານຊີມັງຂອງນັກລົງທຶນຈີນສອງແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ປ່ອຍອາຍຝຸ່ນ ແລະ ໝອກຄັວນ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງສົ່ງຜົນກະທົບຕໍ່ 900 ຄົວເຮືອນໃນຂອບເຂດສີ່ບ້ານໂດຍປະມານ, ຕາມການລາຍງານຂອງແຫຼ່ງຂ່າວທ້ອງຖິ່ນ.ບ້ານທີ່ໄດ້ຮັບຜົນກະທົບແມ່ນຢູ່ທາງພາກຕາເວັນຕົກສຽງເໜືອຂອງແຂວງ ຄືບ້ານຄັນໝາກ, ຫົວງາມ, ໂພນສູງ ແລະ ມາກຄຳ.ອ່ານຕໍ່  ...

ອຸ່ນແກ້ວ ສຸກສະຫວັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2vkre
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!