ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ຍຶດງາຊ້າງເຖື່ອນໄດ້ທີ່ຮ້ານຄ້າແຂວງຫຼວງພະບາງ

ຜະລິດຕະພັນງາຊ້າງກວ່າ 73 ກິໂລ ຖືກຍຶດໄດ້ຈາກຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງທີ່ແຂວງຫຼວງພະບາງ ແລະ ເຈົ້າຂອງຮ້ານຊາວຕ່າງຊາດຖືກກັກຕົວໃນຂໍ້ຫາຄ້າງາຊ້າງເຖື່ອນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC 

(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...

ບັນນາທິການ ຂປລ

ກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ທຶນ 32 ຕື້ກີບສຳລັບອະນຸລັກສິ່ງແວດລ້ອມ

ກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ທຶນຊ່ວຍເຫຼືອກວ່າ  32 ຕື້ກີບ (ຫຼື 3.8 ລ້ານໂດລາ) ຜ່ານໂຄງການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມລາວ 2 (LENS2) ເພື່ອສົ່ງເສີມການອະນຸລັກສິ່ງແວດລ້ອມທາງທຳມະຊາດໃນລາວ.ໂດຍທຶນດັ່ງກ່າວແມ່ນມີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດໂຄງການ.ໂຄງການດັ່ງກ່າວມີຈຸດປະສົງແນໃສ່ຫຼຸດຜ່ອນຜົນກະທົບທີ່ເປັນອັນຕະລາຍຕໍ່ສະພາບແວດລ້ອມ ແລະະ ການດຳເນີນນະໂຍບາຍຂອງລັດຖະບານໃນການອະນຸລັກ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳໃນລາວເຮັດໃຫ້ປາຕາຍ

ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳຈາກສວນກ້ວຍຈີນ ໃນຊານເມືອງຂອງນະຄອນຫຼວງວຽງຈັນ ເຮັດໃຫ້ປາຕາຍກວ່າ 300 ກິໂລກຣາມໃນເດືອນພະຈິກນີ້, ເຮັດໃຫ້ເຈົ້າໜ້າທີ່ຕ້ອງອອກແຈ້ງເຕືອນບໍ່ໃຫ້ປະຊາຊົນລົງອາບນ້ຳໃນແມ່ນ້ຳ ຫຼື ນຳເອົາປາທີ່ຕາຍຍ້ອນມົນລະພິດໃນແມ່ນ້ຳມາກິນ, ຕາມແຫຼ່ງຂ່າວພາຍໃນປະເທດ.ແຫຼ່ງຂ່າວຍັງໃຫ້ຮູ້ວ່າ ການປ່ອຍສານເຄມີ ໃນລະຫວ່າງວັນທີ 7 ແລະ 9 ພະຈິກນີ້ ໄດ້ສົ່ງຜົນກະທົບຕໍ່ບ້ານເຕົາໃຫ, ບ້ານໃຫຍ່-ນາຈະເລີນ ແລະ ບ້ານກົ້ວ ທີ່ຕັ້ງຢູ່ໃກ້ກັບນ້ຳຕອນ ເມືອງສັງທອງ ນະຄອນວຽງຈັນ.ອ່ານຕໍ່  ...

ພູວົງ

ໂຮງງານຊີມັງຂອງຈີນ ສ້າງມົນລະພິດໃນຫຼາຍບ້ານໃນລາວ

ໂຮງງານຊີມັງຂອງນັກລົງທຶນຈີນສອງແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ປ່ອຍອາຍຝຸ່ນ ແລະ ໝອກຄັວນ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງສົ່ງຜົນກະທົບຕໍ່ 900 ຄົວເຮືອນໃນຂອບເຂດສີ່ບ້ານໂດຍປະມານ, ຕາມການລາຍງານຂອງແຫຼ່ງຂ່າວທ້ອງຖິ່ນ.ບ້ານທີ່ໄດ້ຮັບຜົນກະທົບແມ່ນຢູ່ທາງພາກຕາເວັນຕົກສຽງເໜືອຂອງແຂວງ ຄືບ້ານຄັນໝາກ, ຫົວງາມ, ໂພນສູງ ແລະ ມາກຄຳ.ອ່ານຕໍ່  ...

ອຸ່ນແກ້ວ ສຸກສະຫວັນ

ນ້ຳເສຍຈາກໂຄງການທາງລົດໄຟສ້າງມົນລະພິດໃຫ້ແກ່ສະຖານທີ່ທ່ອງທ່ຽວຂອງລາວ

ໂຄງການທາງລົດໄຟລາວ-ຈີນໄດ້ປ່ອຍນ້ຳເສຍຈາກການກໍ່ສ້າງລົງສູ່ແມ່ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຫວຽດນາມ, ລາວຮ່ວມມືດ້ານການບັງຄັບໃຊ້ກົດໝາຍປ່າໄມ້

ຮາຕິນ (VNA)– ຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງປ່າໄມ້ຫວຽດນາມ (VNFOREST) ແລະ ກົມກວດກາປ່າໄມ້ລາວ (DOFI) ຮ່ວມປະຊຸມທີ່ແຂວງພາກກາງຮາຕິນ ຂອງຫວຽດນາມໃນວັນທີ 30 ຕຸລານີ້ ເພື່ອທົບທວນການຮ່ວມມືໃນການບັງຄັບໃຊ້ກົດໝາຍປ່າໄມ້.ຫວຽດນາມ ແລະ ລາວມີຊາຍແດນຕິດຕໍ່ກັນເປັນໄລຍະຍາວ 2,340 ກມໃນສິບແຂວງ. ສອງຊາດມີດ່ານຊາຍແດນສາກົນຮ່ວມ 7 ແຫ່ງ ແລະ ມີ 6 ດ່ານເຂົ້າອອກຫຼັກລຽບຕາມແນວຊາຍແດນ.ອ່ານຕໍ່ ...

ບັນນາທິການ VNA

ຂະແໜງຊັບພະຍາກອນທຳມະຊາດທົບທວນບົດຮຽນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າ

ເຈົ້າໜ້າທີ່ລັດຖະບານ ແລະ ບັນຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນ ໃນວັນພະຫັດຜ່ານມາ ເພື່ອທົບທວນວຽກງານໃນໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ ເພື່ອປັບປຸງການຄຸ້ມຄອງຊັບພະຍາກອນທຳມະຊາດ. ກອງປະຊຸມໄດ້ມີການຫາລືລະອຽດໃນຂະແໜງການສິ່ງແວດລ້ອມ- ໂດຍສະເພາະວຽກງານທີ່ດິນ, ນ້ຳ, ການປ່ຽນແປງຂອງສະພາບອາກາດ, ທໍລິນີສາດ ແລະ ບໍ່ແຮ່.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ

ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຄະນະກຳມາທິການແມ່ນ້ຳຂອງໄດ້ຮັບທຶນຈາກເຢຍລະມັນ ເພື່ອສົ່ງເສີມການວາງແຜນ ແລະ ຄຸ້ມຄອງແມ່ນ້ຳຂອງໃນພາກພື້ນ

ລັດຖະບານເຢຍລະມັນອະນຸມັດທຶນຊ່ວຍເຫຼືອ 4 ລ້ານຢູໂຣ (ປະມານ 4.6 ລ້ານໂດລາສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອສົ່ງເສີມການຮ່ວມມືນ່ານນ້ຳລະຫວ່າງປະເທດ ຕາມການລາຍງານຂອງ MRC.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

55UKn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!