ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ຊາວກະສິກອນລາວຜະເຊີນຄວາມທ້າທາຍດ້ານພູມອາກາດທີ່ຮຸນແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວກຳລັງຜະເຊີນກັບສິ່ງທ້າທາຍຕໍ່ເນື່ອງໃນການຜະລິດ ພາຍໃຕ້ສະພາບອຸນນະພູມທີ່ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸງ.ຫຼ້າສຸດ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ອຸນນະພູມໃນລາວແມ່ນຮ້ອນເຖິງລະດັບ 40ºC  ແລະ ສະພາບອາກາດຮ້ອນດັ່ງກ່າວຈະສືບຕໍ່ໄປເຖິງທ້າຍເດືອນນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ອາກາດໃນລາວຍັງຄົງສືບຕໍ່ຮ້ອນໄປເຖິງທ້າຍເດືອນເມສາ

ສະພາບອາກາດທີ່ຮ້ອນໃນປະຈຸບັນຍັງຈະສືບຕໍ່ໄປເຖິງທ້າຍເດືອນນີ້ໃນບາງພາກຂອງລາວ, ເຊິ່ງອຸນນະພູມອາດຂຶ້ນສູງເຖິງລະດັບ 40 ອົງສາເຊ, ຕາມກົມອຸຕຸນິຍົມວິທະຍາ.ເຖິງຢ່າງໃດກໍຕາມ ອາດມີສະພາບຝົນຕົກ ແລະ ລົມພັດແຮງໃນບາງພື້ນທີ່ ໃນຊ່ວງວັນທີ 26-28 ເມສານີ້ ເຊິ່ງອາດຊ່ວຍຫຼຸດຜ່ອນຄວາມຮ້ອນລົງໄດ້ລະດັບໜຶ່ງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ສິ່ງແວດລ້ອມລາວຮັດແໜ້ນການຮ່ວມມືຕ້ານອາດສະຍາກຳກ່ຽວກັບປ່າໄມ້ ແລະ ສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຈາກພາກໃຕ້ ໄດ້ຮ່ວມກອງປະຊຸມທີ່ແຂວງຈຳປາສັກ ເພື່ອຝຶກອົບຮົມກ່ຽວກັບການບັງຄັບໃຊ້ກົດໝາຍໃໝ່ ເຊິ່ງມີຈຸດປະສົງແນໃສ່ສະກັດກັ້ນການຊື້ຂາຍສັດປ່າຜິດກົດໝາຍ ແລະ ກິດຈະກຳກ່ຽວກັບໄມ້ຜິດກົດໝາຍຕ່າງໆ.ກອງປະຊຸມໄລຍະສອງວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ເມສາ ທີ່ໂຮງແຮມຈຳປາພາເລສ໌, ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ກະຊວງຍຸດຕິທຳ ແລະ ກະຊວງກະສິກຳ ແລະ ປ່າໄມ້ ທີ່ແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ

MRC ມອບລາງວັນໃຫ້ແກ່ຜູ້ຊະນະໃນກິດຈະກຳການໂຄສະນາສີຂຽວເນື່ອງໃນໂອກາດວັນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ມອບລາງວັນໃຫ້ແກ່ຜູ້ຊະນະການປະກວດແຜນໂຄສະນາສີຂຽວ ເພື່ອສະເຫຼີມສະຫຼອງວັນແມ່ນ້ຳຂອງ ແລະ ຍົກສູງຄວາມຮູ້ຕໍ່ກັບອັນຕະລາຍຂອງຂີ້ເຫຍື້ອພລາສ໌ຕິກໃນແມ່ນ້ຳຂອງ.ກິດຈະກຳດັ່ງກ່າວ ເຊິ່ງມີຂຶ້ນແຕ່ວັນທີ 4 ເຖິງ 29 ມິນາ, ແມ່ນໃຫ້ຜູ້ໃຊ້ເຟສ໌ບຸກຖ່າຍຮູບ ຫຼື ວີດີໂອກ່ຽວກັບການກະທຳເພື່ອສິ່ງແວດລ້ອມຂອງຕົນ ແລະ ໂພສທ໌ຂຶ້ນ ພາຍໃຕ້ hashtags #Green Mekong Day ແລະ#Mekong River Commission.ອ່ານຕໍ່ ...

ໂຕະຂ່າວ

ໂຮງບຳບັດຂີ້ເຫຍື້ອວຽງຈັນມູນຄ່າ US$30 ລ້ານຈະຜະລິດພະລັງງານທົດແທນ ແລະ ຜະລິດຕະພັນຈາກສິ່ງເສດເຫຼືອເພື່ອການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນວຽງຈັນໄດ້ອະນຸມັດໃຫ້ບໍລິສັດຮ່ວມທຸລະກິດທີ່ຈະລົງທຶນໃນໂຄງການຄຸ້ມຄອງສິ່ງເສດເຫຼືອ ໃນການຜະລິດພະລັງງານທົດແທນ ແລະ ຜະລິດຕະພັນຈາກສິ່ງເສດເຫຼືອທີ່ມີທ່າແຮງທາງການຄ້າ.ໂຄງການຄຸ້ມຄອງສິ່ງເສດເຫຼືອນະຄອນຫຼວງວຽງຈັນຈະຈັດຕັ້ງປະຕິບັດທີ່ບ້ານນາຜາສຸກ ຫຼັກ 32 ເມືອງໄຊທານີ ພາຍໃຕ້ມູນຄ່າການລົົງທຶນທັງໝົດປະມານ US$30 ລ້ານໂດລາ.ອ່ານຕໍ່ ...

ໂຕະຂ່າວ

ລັດສ້າງຕັ້ງສອງອຸດທະຍານແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສ້າງສອງອຸດທະຍານແຫ່ງຊາດຢູ່ທາງພາກເໜອ ແລະ ພາກກາງຂອງລາວ ເພື່ອປົກປັກຮັກສາປ່າໄມ້, ຊີວະນາໆພັນ, ຄວາມອຸດົມສົມບູນຂອງທຳມະຊາດ ແລະ ການພັດທະນາທາງທໍລະນີວິທະຍາຂອງປະເທດ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີສອງສະບັບໃນເດືອນແລ້ວນີ້, ເພື່ອສ້າງຕັ້ງເຂດອຸດທະຍານແຫ່ງຊາດນ້ຳແອດ-ພູເລີຍ ທາງພາກເໜືອ ແລະ ອຸດທະຍານແຫ່ງຊາດນາກາຍ-ນ້ຳເທີນ ທາງພາກກາງຂອງລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານ ແລະ ອົງການໄຈກາສືບຕໍ່ວຽກງານຟື້ນຟູພື້ນທີ່ປ່າໄມ້ຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈະສືບຕໍ່ຊ່ວຍເຫຼືອລັດຖະບານໃນການຜັນຂະຫຍາຍເປົ້າໝາຍເພື່ອການຟື້ນຟູເນື້ອທີ່ປ່າໄມ້ໃຫ້ເຖິງ 70% ພາຍໃນປີ 2020 ຜ່ານໂຄງການຊ່ວຍເຫຼືອເພື່ອການຫຼຸດຜ່ອນການປ່ອຍທາດອາຍພິດຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (REDD).ມື້ວານນີ້ ອົງການໄຈກາ ຮ່ວມກັບກົມປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ທຳການແກ້ໄຂ ແລະ ວາງແຜນຍຸດທະສາດການຄຸ້ມຄອງປ່າໄມ້ໃນອະນາຄົດ ໃນກອງປະຊຸມຄັ້ງທີ 5 ຂອງຄະນະປະສານງານຮ່ວມຂອງ REDD.ອ່ານຕໍ່ ...

ໂຕະຂ່າວ

ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...

ໂຕະຂ່າວ

ລາວນຳໃຊ້ມາດຕະການເພື່ອສະກັດກັ້ນສະພາບມົນລະພິດທີ່ຮ້າຍແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ສັ່ງຫ້າມການຈູດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດທີ່ມີລະດັບສູງໃນປະຈຸບັນ.ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໃນວັນສຸກແລ້ວນີ້ ເພື່ອແນໃສ່ສະກັດກັ້ນການປ່ອຍລະອອງມົນລະພິດທີ່ເປັນອັນຕະລາຍ ທີ່ມີເສັ້ນຜ່າໃຈກາງຂະໜາດນ້ອຍກວ່າ 2.5 ມິໂກຣແມັດ (PM2.5).ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວຢືນຢັນພັນທະໃນກອງປະຊຸມສະພາສິ່ງແວດລ້ອມ UN 

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວໄດ້ຮ່ວມແບ່ງປັນຄຳຄິດເຫັນທີ່ສ້າງສັນກັບບັນດາຜູ້ເຂົ້າຮ່ວມໃນກອງປະຊຸມສະພາສິ່ງແວດລ້ອມ UN ຄັ້ງທີສີ່ (UNEA-4) ເຊິ່ງຈັດຂຶ້ນທີ່ກຸງໄນໂຣບີ ປະເທດເຄນຢາ ຄັ້ງວັນທີ 11-15 ມີນາ.ກອງປະຊຸມໃນປີນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ວິທີແກ້ໄຂບັນຫາກ່ຽວກັບສິ່ງແວດລ້ອມແບບສ້າງສັນ ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ” ເຊິ່ງມີຜູ້ເຂົ້າຮ່ວມກວ່າ 4,000 ຄົນ ຈາກ 170 ປະເທດສະມາຊິກ ແລະ 204 ອົງການຈັດຕັ້ງຮ່ວມລັດຖະບານ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kBcFR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!