ກະສິກຳ ແລະ ການປະມົງ

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະສົ່ງເສີມອຸດສາຫະກຳການກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ແຫ່ງປະເທດລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບບໍລິສັດພັດທະນາກະສິກຳກວາງໂຈວ ຈຳກັດ (GZAD) ຂອງຈີນ ແລະ ບໍລິສັດ UAB Global ຈຳກັດ ຂອງຮ່ອງກົງ ເພື່ອການຮ່ວມມືການລົງທຶນ ດ້ານການພັດທະນາອຸດສາຫະກຳ ແລະ ຕະຫຼາດການກະເສດ.ຂໍ້ຕົກລົງກ່ຽວກັບການສ້າງຕັ້ງວິສາຫະກິດຮ່ວມປະສົມ CSU Agricultural Innovation Co., Ltd. (CSU) ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການ SAS, ທ່ານ ຈົງ ໝິງ ອຳນວຍການບໍລິສັດ GZAD, ແລະ ທ່ານ ວູ ຮິວ ຊູ ປະທານບໍລິສັດ UAB.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-chinese-joint-venture-boost-agricultural-industry-103707

ວິທີງ່າຍໆໃນການອະນຸລັກປະເພນີການຫາປາແບບລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຈຸບັນ ຫຼາຍພື້ນທີ່ຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ປະຊາຊົນຫຼາຍຄົວເຮືອນໃນທົ່ວປະເທດ ໄດ້ຮັບຜົນກະທົບ.ປະຊາຊົນຈຳນວນຫຼາຍຕ້ອງສູນເສຍພືດຜົນການຜະລິດ, ວັດຖຸສິ່ງຂອງ ແລະ ສັດລ້ຽງຂອງຕົນ.ເຖິງຢ່າງໃດກໍຕາມ ບາງເຂດກໍ່ບໍ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຊາວບ້ານກໍຍັງສືບຕໍ່ກິດຈະກຳການຫາປາໃນເຂດທີ່ລະດັບນ້ຳບໍ່ຂຶ້ນສູງເກີນໄປ.ບ້ານໂນນ ເຊິ່ງຕັ້ງຢູ່ລຽບແຄມນ້ຳງື່ມ ເມືອງປາກງື່ມ ເຊິ່ງຕັ້ງຢູ່ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 80 ກມ, ຊາວບ້ານຍັງຄົງອາໄສສະພາບແວດລ້ອມແມ່ນ້ຳໃນການດຳລົງຊີວິດ ທັງໃນລະດູແລ້ງ ແລະ ລະດູຝົນ.ເມື່ອນ້ຳຂຶ້ນ, ປະຊາຊົນບາງພ່ອງກໍໃຊ້ເວລາໝົດມື້ ໃນການຫາປາຕາມປະເພນີ ເຊິ່ງສາມາດຕອບສະໜອງແຫຼ່ງປາໄດ້ກຸ້ມທັງຄອບຄົວ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ
http://annx.asianews.network/content/feature-simple-methods-keep-lao-fishing-traditions-alive-103708

ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ

ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html

ຟາມໝູມາດຕະຖານບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູ

ວຽງຈັນ (ວຽງຈັນທາມສ໌/ANN) – ຟາມໝູມາດຕະຖານ ບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງທຳລາຍຊີວິດສັດລ້ຽງຕາມທຳມະຊາດຂອງປະຊາຊົນແລ້ວກວ່າ 14,000 ໂຕ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງຈາກກົມລ້ຽງສັດ ແລະ ການປະມົງ.ເຈົ້າຂອງຟາມໄດ້ເພີ່ມມາດຕະການເພື່ອສະກັດກັ້ນຄວາມເສຍຫາຍ ເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ. ເຊິ່ງຟາມມີຄວາມສ່ຽງສູງຕໍ່ການຕິດເຊື້ອໃນໝູ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/no-reports-swine-fever-standard-pig-farms-103445

ຊ່ຽວຊານກະສິກຳສຳຫຼວດກວດການະໂຍບາຍການພັດທະນາ

ກອງປະຊຸມກຸ່ມເຮັດວຽກໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນວັນອັງຄານນີ້ ເພື່ອຫາລືບັນຫາໃນຂະແໜງກະສິກຳ.ກອງປະຊຸມໄດ້ກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ກ່ຽວຂ້ອງພາຍໃຕ້ກຸ່ນເຮັດວຽກ ກໍຄືບັນຫາານກະເສດຕ່າງໆເຊັ່ນ ການລະບາດຂອງບົ້ງຝູງ ແລະ ພະຍາດອະຫິວາໝູອາຟຣິກາໃນລາວ, ເຊິ່ງສົ່ງຜົນກະທົບຕໍ່ການປູກສາລີ ແລະ ການລ້ຽງໝູ.ອ່ານຕໍ່ ...

ວິສິດ ເທບພະລັດ

ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989

ປະເທດລາວສາມາດສ້າງປະໂຫຍດຈາກການປູກແໜໄດ້ຫຼືບໍ່?

ແໜ ຫຼືພາສາທ້ອງຖິ່ນເອີ້ນວ່າຜັກແໜ ບໍ່ແມ່ນເລື່ອງໃໝ່ສຳລັບປະຊາຊົນລາວຈຳນວນຫຼາຍທີ່ນິຍົມກັນບໍລິໂພກເປັນອາຫານເສີມ. ສິ່ງທີ່ຫຼາຍຄົນຍັງບໍ່ຮູ້ກໍຄື ຜັກດັ່ງກ່າວມີຄຸນຄ່າທາງການຄ້າລະດັບໂລກ.ແໜແມ່ນສາຍພັນພືດທີ່ມີໃບນ້ອຍກົມ, ເກີດຢູ່ຕາມໜ້ານ້ຳ. ສຳລັບຫຼາຍຄົນ ມັນແມ່ນພືດທີ່ມີຢູ່ທົ່ວໄປຕາມຫ້ວຍໜອງຕ່າງໆ.ແໜເປັນແຫຼ່ງອາຫານທີ່ມີທາດໂປຣຕີນສູງຕັ້ງແຕ່ 25 ເຖິງ 45 ສ່ວນຮ້ອຍ, ເຊິ່ງຖືໄດ້ວ່າສູງກວ່າອາຫານຈາກຖົ່ວເຫຼືອງເຊິ່ງມີທາດໂປຣຕີນພຽງແຕ່ 36 ສ່ວນຮ້ອຍ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/29/can-laos-benefit-from-farming-duckweed/

ລາວສັນຍາຈະສົ່ງເສີມການຜະລິດກະສິກຳເພື່ອທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງຄະນະກຳມະການສົ່ງເສີມປະສິດທະພາບຂອງການຜະລິດກະສິກຳ ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ໃນຂະນະດຽວກັນກໍ່ຈະຈັດການກັບການນຳເຂົ້າສິນຄ້າທີ່ບໍ່ຖືກຕາມລະບຽບກົດໝາຍໃນເຂດຊາຍແດນ.ລັດຖະບານຍັງຈະມີການກວດກາສິນຄ້າກະເສດທີ່ນຳເຂົ້າຈາກປະເທດເພື່ອນບ້ານ ວ່າຈະສາມາດຜະລິດຢູ່ພາຍໃນປະເທດຫຼືບໍ່ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນຳເຂົ້າສິນຄ້າເກີນຄວາມຈຳເປັນ.ນີ້ກໍເນື່ອງຈາກວ່າ ໃນປະຈຸບັນປະເທດລາວມີການຂາດດູນການຄ້າເພີ່ມຂຶ້ນ ທ່າມກາງການເໜັງຕີງຂອງອັດຕາແລກປ່ຽນ, ສົ່ງຜົນໃຫ້ຄັງສຳຮອງເງິນຕາຕ່າງປະເທດນັບມື້ນັບຫຼຸດລົງ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-pledges-boost-commercial-farm-production-102904

ລັດຖະບານ, ອົງການ FAO ທົບທວນຕົວຊີ້ວັດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງສຳລັບຂະແໜງກະສິກຳ

ເຈົ້າໜ້າທີ່ລັດຖະບານ ແລະ ອົງການ FAO ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs).ກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030 ໃນລາວ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວຕ້ອງການການລົງທຶນເພີ່ມເຕີມເພື່ອກອບໂກຍຜົນປະໂຫຍດຈາກການກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/more-investment-needed-laos-reap-profits-agriculture-102737

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LnC2L
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!