News
ອົງການ FAO ຊຸກຍູ້ ສປປ ລາວ ໃນການສ້າງແຜນການລົງທຶນ ເພື່ອຈັດຕັ້ງປະຕິບັດວຽກງານບູລິມະສິດ ຂອງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ສຳລັບຂົງເຂດກະສິກຳ
ການຈັດຕັ້ງປະຕິບັດວຽກງານບູລິມະສິດ ຂອງແຜນງານແຫ່ງຊາດ ໃນຂົງເຂດກະສິກຳ ແລະ ຊັບພະຍາກອນທຳມະຊາດ ໄດ້ເປັນຈຸດສຸມຂອງກອງປະຊຸມສຳມະນາຈັດຂື້ນທີ່ນະຄອນຫຼວງວຽງຈັນ. ການປະກອບສ່ວນໃນການອອກແບບ ແລະ ຄວາມອາດສາມາດ ໃນການລາຍງານເຂົ້າຢູ່ໃນແຜນງານແຫ່ງຊາດຂອງຂະແໜງກະສິກຳ, ກອງປະຊຸມດັ່ງກ່າວ ໄດ້ປະກອບມີ 40 ຄົນເຂົ້າຮ່ວມຈາກຫຼາຍພາກສ່ວນ ແລະ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອິມມາລາ ອິນທະບົວໄລ, ຮອງຫົວໜ້າກົມ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ Nasar Hayat ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ. ອ່ານຕໍ່ . ...
ບັນດາທິການຂ່າວສານປະເທດລາວ
ລັດຖະບານ, ອົງການ FAO ທົບທວນຕົວຊີ້ວັດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງສຳລັບຂະແໜງກະສິກຳ
ເຈົ້າໜ້າທີ່ລັດຖະບານ ແລະ ອົງການ FAO ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs).ກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030 ໃນລາວ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ