ປະເທດລາວສາມາດສ້າງປະໂຫຍດຈາກການປູກແໜໄດ້ຫຼືບໍ່?

ແໜ ຫຼືພາສາທ້ອງຖິ່ນເອີ້ນວ່າຜັກແໜ ບໍ່ແມ່ນເລື່ອງໃໝ່ສຳລັບປະຊາຊົນລາວຈຳນວນຫຼາຍທີ່ນິຍົມກັນບໍລິໂພກເປັນອາຫານເສີມ. ສິ່ງທີ່ຫຼາຍຄົນຍັງບໍ່ຮູ້ກໍຄື ຜັກດັ່ງກ່າວມີຄຸນຄ່າທາງການຄ້າລະດັບໂລກ.

ແໜແມ່ນສາຍພັນພືດທີ່ມີໃບນ້ອຍກົມ, ເກີດຢູ່ຕາມໜ້ານ້ຳ. ສຳລັບຫຼາຍຄົນ ມັນແມ່ນພືດທີ່ມີຢູ່ທົ່ວໄປຕາມຫ້ວຍໜອງຕ່າງໆ.

ແໜເປັນແຫຼ່ງອາຫານທີ່ມີທາດໂປຣຕີນສູງຕັ້ງແຕ່ 25 ເຖິງ 45 ສ່ວນຮ້ອຍ, ເຊິ່ງຖືໄດ້ວ່າສູງກວ່າອາຫານຈາກຖົ່ວເຫຼືອງເຊິ່ງມີທາດໂປຣຕີນພຽງແຕ່ 36 ສ່ວນຮ້ອຍ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/08/29/can-laos-benefit-from-farming-duckweed/