ກະສິກຳ ແລະ ການປະມົງ
ວິສາຫະກິດຮ່ວມປະສົມລາວ-ຈີນ ຈະສົ່ງເສີມອຸດສາຫະກຳການກະເສດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ແຫ່ງປະເທດລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບບໍລິສັດພັດທະນາກະສິກຳກວາງໂຈວ ຈຳກັດ (GZAD) ຂອງຈີນ ແລະ ບໍລິສັດ UAB Global ຈຳກັດ ຂອງຮ່ອງກົງ ເພື່ອການຮ່ວມມືການລົງທຶນ ດ້ານການພັດທະນາອຸດສາຫະກຳ ແລະ ຕະຫຼາດການກະເສດ.ຂໍ້ຕົກລົງກ່ຽວກັບການສ້າງຕັ້ງວິສາຫະກິດຮ່ວມປະສົມ CSU Agricultural Innovation Co., Ltd. (CSU) ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການ SAS, ທ່ານ ຈົງ ໝິງ ອຳນວຍການບໍລິສັດ GZAD, ແລະ ທ່ານ ວູ ຮິວ ຊູ ປະທານບໍລິສັດ UAB.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-chinese-joint-venture-boost-agricultural-industry-103707
ວິທີງ່າຍໆໃນການອະນຸລັກປະເພນີການຫາປາແບບລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຈຸບັນ ຫຼາຍພື້ນທີ່ຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ປະຊາຊົນຫຼາຍຄົວເຮືອນໃນທົ່ວປະເທດ ໄດ້ຮັບຜົນກະທົບ.ປະຊາຊົນຈຳນວນຫຼາຍຕ້ອງສູນເສຍພືດຜົນການຜະລິດ, ວັດຖຸສິ່ງຂອງ ແລະ ສັດລ້ຽງຂອງຕົນ.ເຖິງຢ່າງໃດກໍຕາມ ບາງເຂດກໍ່ບໍ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຊາວບ້ານກໍຍັງສືບຕໍ່ກິດຈະກຳການຫາປາໃນເຂດທີ່ລະດັບນ້ຳບໍ່ຂຶ້ນສູງເກີນໄປ.ບ້ານໂນນ ເຊິ່ງຕັ້ງຢູ່ລຽບແຄມນ້ຳງື່ມ ເມືອງປາກງື່ມ ເຊິ່ງຕັ້ງຢູ່ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 80 ກມ, ຊາວບ້ານຍັງຄົງອາໄສສະພາບແວດລ້ອມແມ່ນ້ຳໃນການດຳລົງຊີວິດ ທັງໃນລະດູແລ້ງ ແລະ ລະດູຝົນ.ເມື່ອນ້ຳຂຶ້ນ, ປະຊາຊົນບາງພ່ອງກໍໃຊ້ເວລາໝົດມື້ ໃນການຫາປາຕາມປະເພນີ ເຊິ່ງສາມາດຕອບສະໜອງແຫຼ່ງປາໄດ້ກຸ້ມທັງຄອບຄົວ.ອ່ານຕໍ່ ...
ປະຕິທິນ ເພັດເມືອງພວນ
http://annx.asianews.network/content/feature-simple-methods-keep-lao-fishing-traditions-alive-103708
ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ
ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html
ຟາມໝູມາດຕະຖານບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູ
ວຽງຈັນ (ວຽງຈັນທາມສ໌/ANN) – ຟາມໝູມາດຕະຖານ ບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງທຳລາຍຊີວິດສັດລ້ຽງຕາມທຳມະຊາດຂອງປະຊາຊົນແລ້ວກວ່າ 14,000 ໂຕ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງຈາກກົມລ້ຽງສັດ ແລະ ການປະມົງ.ເຈົ້າຂອງຟາມໄດ້ເພີ່ມມາດຕະການເພື່ອສະກັດກັ້ນຄວາມເສຍຫາຍ ເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ. ເຊິ່ງຟາມມີຄວາມສ່ຽງສູງຕໍ່ການຕິດເຊື້ອໃນໝູ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/no-reports-swine-fever-standard-pig-farms-103445
ຊ່ຽວຊານກະສິກຳສຳຫຼວດກວດການະໂຍບາຍການພັດທະນາ
ກອງປະຊຸມກຸ່ມເຮັດວຽກໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນວັນອັງຄານນີ້ ເພື່ອຫາລືບັນຫາໃນຂະແໜງກະສິກຳ.ກອງປະຊຸມໄດ້ກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ກ່ຽວຂ້ອງພາຍໃຕ້ກຸ່ນເຮັດວຽກ ກໍຄືບັນຫາານກະເສດຕ່າງໆເຊັ່ນ ການລະບາດຂອງບົ້ງຝູງ ແລະ ພະຍາດອະຫິວາໝູອາຟຣິກາໃນລາວ, ເຊິ່ງສົ່ງຜົນກະທົບຕໍ່ການປູກສາລີ ແລະ ການລ້ຽງໝູ.ອ່ານຕໍ່ ...
ວິສິດ ເທບພະລັດ
ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989
ປະເທດລາວສາມາດສ້າງປະໂຫຍດຈາກການປູກແໜໄດ້ຫຼືບໍ່?
ແໜ ຫຼືພາສາທ້ອງຖິ່ນເອີ້ນວ່າຜັກແໜ ບໍ່ແມ່ນເລື່ອງໃໝ່ສຳລັບປະຊາຊົນລາວຈຳນວນຫຼາຍທີ່ນິຍົມກັນບໍລິໂພກເປັນອາຫານເສີມ. ສິ່ງທີ່ຫຼາຍຄົນຍັງບໍ່ຮູ້ກໍຄື ຜັກດັ່ງກ່າວມີຄຸນຄ່າທາງການຄ້າລະດັບໂລກ.ແໜແມ່ນສາຍພັນພືດທີ່ມີໃບນ້ອຍກົມ, ເກີດຢູ່ຕາມໜ້ານ້ຳ. ສຳລັບຫຼາຍຄົນ ມັນແມ່ນພືດທີ່ມີຢູ່ທົ່ວໄປຕາມຫ້ວຍໜອງຕ່າງໆ.ແໜເປັນແຫຼ່ງອາຫານທີ່ມີທາດໂປຣຕີນສູງຕັ້ງແຕ່ 25 ເຖິງ 45 ສ່ວນຮ້ອຍ, ເຊິ່ງຖືໄດ້ວ່າສູງກວ່າອາຫານຈາກຖົ່ວເຫຼືອງເຊິ່ງມີທາດໂປຣຕີນພຽງແຕ່ 36 ສ່ວນຮ້ອຍ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/29/can-laos-benefit-from-farming-duckweed/
ລາວສັນຍາຈະສົ່ງເສີມການຜະລິດກະສິກຳເພື່ອທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງຄະນະກຳມະການສົ່ງເສີມປະສິດທະພາບຂອງການຜະລິດກະສິກຳ ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ໃນຂະນະດຽວກັນກໍ່ຈະຈັດການກັບການນຳເຂົ້າສິນຄ້າທີ່ບໍ່ຖືກຕາມລະບຽບກົດໝາຍໃນເຂດຊາຍແດນ.ລັດຖະບານຍັງຈະມີການກວດກາສິນຄ້າກະເສດທີ່ນຳເຂົ້າຈາກປະເທດເພື່ອນບ້ານ ວ່າຈະສາມາດຜະລິດຢູ່ພາຍໃນປະເທດຫຼືບໍ່ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນຳເຂົ້າສິນຄ້າເກີນຄວາມຈຳເປັນ.ນີ້ກໍເນື່ອງຈາກວ່າ ໃນປະຈຸບັນປະເທດລາວມີການຂາດດູນການຄ້າເພີ່ມຂຶ້ນ ທ່າມກາງການເໜັງຕີງຂອງອັດຕາແລກປ່ຽນ, ສົ່ງຜົນໃຫ້ຄັງສຳຮອງເງິນຕາຕ່າງປະເທດນັບມື້ນັບຫຼຸດລົງ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-pledges-boost-commercial-farm-production-102904
ລັດຖະບານ, ອົງການ FAO ທົບທວນຕົວຊີ້ວັດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງສຳລັບຂະແໜງກະສິກຳ
ເຈົ້າໜ້າທີ່ລັດຖະບານ ແລະ ອົງການ FAO ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs).ກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030 ໃນລາວ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວຕ້ອງການການລົງທຶນເພີ່ມເຕີມເພື່ອກອບໂກຍຜົນປະໂຫຍດຈາກການກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/more-investment-needed-laos-reap-profits-agriculture-102737