ກະສິກຳ ແລະ ການປະມົງ
ການລວມສູນການຄຸ້ມຄອງດິນ ແລະ ນ້ຳ ຈະເພີ່ມລາຍຮັບໃຫ້ແກ່ຊາວກະສິກອນທີ່ປູກຜັກສະຫຼັດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນທີ່ປູກຜັກສະຫຼັດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດເພີ່ມລາຍຮັບດ້ວຍການນຳໃຊ້ເຕັກນິກເພື່ອການປັບປຸງຜົນຜະລິດແບບຍືນຍົງ ຜ່ານໂຄງການການລວມສູນການຄຸ້ມຄອງດິນ ແລະ ນ້ຳໃນລາວ ແລະ ກຳປູເຈຍ.ຊາວກະສິກອນເມືອງດັ່ງກ່າວສ່ວນໃຫຍ່ໄດ້ນຳໃຊ້ປຸ໋ຍເຄມີ ແລະ ຝຸ່ນເພື່ອປັບປຸງດິນ ແລະ ເພີ່ມປະລິມານການປູກຜັກ ແຕ່ວ່າເຂົາເຈົ້າບໍ່ໄດ້ຄຳນຶງເຖິງຄວາມຍືນຍົງຂອງດິນພາຍຫຼັງການເກັບກູ້ຜົນລະປູກ.ອ່ານຕໍ່ ...
ໂຕະຂ່າວ
ລາວສົ່ງເສີມຂະແໜງການຜະລິດກາເຟໃຫ້ໄດ້ທັງຄຸນນະພາບ ແລະ ປະລິມານ
ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດກາເຟທົ່ວປະເທດຕ້ອງສືບຕໍ່ໃນການພັດທະນາ ໃນຂະນະດຽວກັນກໍຕ້ອງມີການສົ່ງເສີມດ້ານຄຸນນະພາບ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຕາມເຈົ້າໜ້າທີ່ການນຳ. ທ່ານ (ປອ) ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຄຳແນະນຳໃນກອງປະຊຸມຂອງສະມາຄົມກາເຟລາວ (Conseil National Du Cafe Lao) ເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກຜ່ານມາ.ອ່ານຕໍ່ ...
ໂຕະຂ່າວ
ລາວສົ່ງເສີມຜະລິດຕະພັນກາເຟລາວໃນຕະຫຼາດທ້ອງຖິ່ນ ແລະ ສາກົນ
ລັດຖະບານໄດ້ມີການສົ່ງເສີມການຜະລິດກາເຟໃນ 11 ແຂວງທົ່ວປະເທດ ເພື່ອສະໜອງຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. ປະເດັນດັ່ງກ່າວໄດ້ຍົກຂຶ້ນຫາລືໃນກອງປະຊຸມທີ່ວຽງຈັນໃນວັນສຸກທີ່ຜ່ານມາ ເພື່ອທົບທວນການຂະຫຍາຍແຜນການຜະລິດກາເຟສຳລັບປີ 2015-2018 ແລະ ແຜນການໃນຕໍ່ໜ້າ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານ (ປອ) ພວງ ປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງພະນັກງານ ແລະ ຜູ້ປະກອບການທີ່ກ່ຽວຂ້ອງໃນຂະແໜງການຜະລິດກາເຟ.ອ່ານຕໍ່ ...
ໜ່ວຍຂ່າວວຽງຈັນທາມສ໌
ການແຜ່ລະບາດຂອງເຊື້ອໄວຣັສ໌ໃນປະເທດເພື່ອນບ້ານເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງ
ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານ ໄດ້ສ້າງຄວາມກັງວົນຕໍ່ຜູ້ບໍລິໂພກໃນລາວ, ເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງຢ່າງທັນຕາ.ຜູ້ບໍລິໂພກມີຄວາມກັງວົນທີ່ເພີ່ມຂຶ້ນ ພາຍຫຼັງທີ່ເຈົ້າໜ້າທີ່ລາວໄດ້ກວດພົບເຊື້ອໄວຣັສ໌ໃນຊີ້ນ, ເຄື່ອງໃນ ແລະ ກະດູກໝູນຳເຂົ້າ. ລັດຖະບານໄດ້ອກແຈ້ງການງົດການນຳເຂົ້າໝູ ແລະ ຜະລິດຕະພັນໝູຈາກຈີນ ແລະ ຫວຽດນາມ, ແຕ່ວ່າຜູ້ບໍລິໂພກຫຼາຍຄົນກໍໄດ້ຕັດສິນໃຈງົດກິນຊິ້ນໝູ ຈົນກວ່າຈະມີການຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດເພື່ອນບ້ານ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລັດຖະບານລາວຮ່າງມາດຕະການປ້ອງກັນໄຂ້ຫວັດໝູ
ວຽງຈັນ, 22 ມີນາ (ຊິນຫົວ) — ລັດຖະບານລາວໄດ້ສ້າງມາດຕະການກະກຽມ ແລະ ສະກັດກັ້ນເພື່ອຮັບມືກັບການລະບາດຂອງພະຍາດໄຂ້ຫວັດໝູໃນປະເທດເພື່ອນບ້ານ ແລະ ຄວາມສ່ຽງໃນການແຜ່ລະບາດທີ່ອາດເກີດຂຶ້ນ, ໂດຍສະເພາະໃນພື້ນທີ່ຊາຍແດນລາວ, ຕາມການລາຍງານຂອງໜັງສືພິມທ້ອງຖິ່ນ ວຽງຈັນທາມສ໌.ກະຊວງກະສິກຳ ແລະ ປ່າໄມ້ັກໍໄດ້ອອກແຈ້ງການຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນໝູ.ອ່ານຕໍ່ ...
ໂຕະຂ່າວ
ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...
ໂຕະຂ່າວ
ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ
ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ການກັກເກັບນ້ຳຢູ່ແຂວງໄຊຍະບູລີ
(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.ອ່ານຕໍ່ ...
ຂປລ
ການຮ່ວມມືດ້ານການຄົ້ນຄວ້າອອສ໌ເຕຣເລຍ-ລາວ ສົ່ງເສີມການພັດທະນາດ້ານກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າດ້ານກະສິກຳສາກົນ ອອສ໌ເຕຣເລຍ (ACIAR) ສືບຕໍ່ການຮ່ວມມືກັບລັດຖະບານລາວ ໃນການຄົ້ນຄວ້າກ່ຽວກັບລະບົບການກະສິກຳແບບຍືນຍົງ ເພື່ອແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃນບັນດາປະເທດກຳລັງພັດທະນາ.ຕາມຂໍ້ມູນຈາກສູນ, ອອສ໌ເຕຣເລຍໄດ້ໃຫ້ທຶນ AUD 4.8 ລ້ານໂດລາອອສ໌ເຕຣເລຍ ເພື່ອສະໜັບສະໜູນ 22 ໂຄງການຄົ້ນຄວ້າເພື່ອການພັດທະນາກະສິກຳ ສຳລັບປີ 2018-2019.ອ່ານຕໍ່ ...
ໂຕະຂ່າວ
ກະຊວງເຕືອນຜູ້ລ້ຽງໝູກ່ຽວກັບການລະບາດຂອງພະຍາດຫູສີຟ້າໃນໝູ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເຕືອນຊາວກະສິກອນຜູ້ລ້ຽງໝູ ກ່ຽວກັບການລະບາດຂອງເຊື້ອໄວຣັສ໌ ພີອາອາເອັສ໌ ໃນຫຼາຍແຂວງພາກເໜືອຂອງລາວ.ກະຊວງຍັງໄດ້ແຈ້ງໃຫ້ອຳນາດການປົກຄອງຂັ້ນແຂວງ ດຳເນີນຂັ້ນຕອນເພື່ອປ້ອງກັນ ແລະ ຄວບຄຸມພະຍາດເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄປຍັງພື້ນທີ່ອື່ນ.ອ່ານຕໍ່ ...
ໂຕະຂ່າວ