ຜະລິດຕະພັນສັດ
ຊີ້ນ
ຊີ້ນໝູຍັງຄົງພຽງພໍຕໍ່ການບໍລິໂພກພາຍໃນ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງມີໝູພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາຢ່າງຕໍ່ເນື່ອງພາຍໃນປະເທດ.ການລະບາດຂອງພະຍາດດັ່ງກ່າວກວມເອົາ 103 ບ້ານໃນ 42 ເມືອງໃນ 15 ແຂວງ, ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ພື້ນທີ່ທີ່ມີການລະບາດ ມີໝູທັງໝົດ 25,568 ໂຕ, ເຊິ່ງໃນນັ້ນ 10,903 ໂຕຕາຍຍ້ອນພະຍາດດັ່ງກ່າວ ແລະ ອີກ 3,306 ໂຕໄດ້ຮັບການທຳລາຍ.ອ່ານຕໍ່ ...
ເຈົ້າໜ້າທີ່ຮັບປະກັນຄວາມປອດໄພໃນການບໍລິໂພກຊີ້ນໝູ ເນື່ອງຈາກການລະບາດຂອງພະຍາດໃນວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຢືນຢັນວ່າຊິ້ນໝູທຸກໆປະເພດທີ່ວາງຂາຍຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ມີຄວາມປອດໄພໃນການບໍລິໂພກ ພາຍໃຕ້ການກວດສອບຢ່າງເປັນປົກກະຕິ ພາຍຫຼັງພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນໃນເດືອນຜ່ານມາ.ໃນຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ລາຍງານການລະບາດຂອງພະຍາດດັ່ງກ່າວຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍປະມານ 100 ໂຕ ເຊິ່ງໃນປະຈຸບັນ ໃນທົ່ວປະເທດພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວປະມານ 2,500 ໂຕ.ເຈົ້າໜ້າທີ່ສາທາລະນະສຸກຢືນຢັນວ່າ ການບໍລິໂພກຊີ້ນໝູແມ່ນມີຄວາມປອດໄພ ແຕ່ວ່າຕ້ອງຜ່ານການປຸ່ງແຕ່ງໃຫ້ສຸກດີ. ເຖິງວ່າເຊື້ອພະຍາດດັ່ງກ່າວຈະເປັນອັນຕະລາຍຕໍ່ໝູ ແຕ່ກໍບໍ່ມີຜົນຫຍັງຕໍ່ຄົນເຮົາ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/authorities-reassure-consumers-pork-vientiane-outbreak-reported-99878
ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ
ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ
ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...
ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ