ກະສິກຳ ແລະ ການປະມົງ
ກະສິກຳ
ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989
ປະເທດລາວສາມາດສ້າງປະໂຫຍດຈາກການປູກແໜໄດ້ຫຼືບໍ່?
ແໜ ຫຼືພາສາທ້ອງຖິ່ນເອີ້ນວ່າຜັກແໜ ບໍ່ແມ່ນເລື່ອງໃໝ່ສຳລັບປະຊາຊົນລາວຈຳນວນຫຼາຍທີ່ນິຍົມກັນບໍລິໂພກເປັນອາຫານເສີມ. ສິ່ງທີ່ຫຼາຍຄົນຍັງບໍ່ຮູ້ກໍຄື ຜັກດັ່ງກ່າວມີຄຸນຄ່າທາງການຄ້າລະດັບໂລກ.ແໜແມ່ນສາຍພັນພືດທີ່ມີໃບນ້ອຍກົມ, ເກີດຢູ່ຕາມໜ້ານ້ຳ. ສຳລັບຫຼາຍຄົນ ມັນແມ່ນພືດທີ່ມີຢູ່ທົ່ວໄປຕາມຫ້ວຍໜອງຕ່າງໆ.ແໜເປັນແຫຼ່ງອາຫານທີ່ມີທາດໂປຣຕີນສູງຕັ້ງແຕ່ 25 ເຖິງ 45 ສ່ວນຮ້ອຍ, ເຊິ່ງຖືໄດ້ວ່າສູງກວ່າອາຫານຈາກຖົ່ວເຫຼືອງເຊິ່ງມີທາດໂປຣຕີນພຽງແຕ່ 36 ສ່ວນຮ້ອຍ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/29/can-laos-benefit-from-farming-duckweed/
ລາວສັນຍາຈະສົ່ງເສີມການຜະລິດກະສິກຳເພື່ອທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງຄະນະກຳມະການສົ່ງເສີມປະສິດທະພາບຂອງການຜະລິດກະສິກຳ ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ໃນຂະນະດຽວກັນກໍ່ຈະຈັດການກັບການນຳເຂົ້າສິນຄ້າທີ່ບໍ່ຖືກຕາມລະບຽບກົດໝາຍໃນເຂດຊາຍແດນ.ລັດຖະບານຍັງຈະມີການກວດກາສິນຄ້າກະເສດທີ່ນຳເຂົ້າຈາກປະເທດເພື່ອນບ້ານ ວ່າຈະສາມາດຜະລິດຢູ່ພາຍໃນປະເທດຫຼືບໍ່ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນຳເຂົ້າສິນຄ້າເກີນຄວາມຈຳເປັນ.ນີ້ກໍເນື່ອງຈາກວ່າ ໃນປະຈຸບັນປະເທດລາວມີການຂາດດູນການຄ້າເພີ່ມຂຶ້ນ ທ່າມກາງການເໜັງຕີງຂອງອັດຕາແລກປ່ຽນ, ສົ່ງຜົນໃຫ້ຄັງສຳຮອງເງິນຕາຕ່າງປະເທດນັບມື້ນັບຫຼຸດລົງ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-pledges-boost-commercial-farm-production-102904
ລັດຖະບານ, ອົງການ FAO ທົບທວນຕົວຊີ້ວັດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງສຳລັບຂະແໜງກະສິກຳ
ເຈົ້າໜ້າທີ່ລັດຖະບານ ແລະ ອົງການ FAO ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs).ກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ວຽກງານກະສິກຳ, ໂພຊະນາການ, ແລະ ການຖືຄອງ ແລະ ນຳໃຊ້ທີ່ດິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030 ໃນລາວ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວຕ້ອງການການລົງທຶນເພີ່ມເຕີມເພື່ອກອບໂກຍຜົນປະໂຫຍດຈາກການກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/more-investment-needed-laos-reap-profits-agriculture-102737
ກະຊວງກະສິກຳສົ່ງເສີມທັກສະດ້ານວິຊາການເພື່ອຍົກລະດັບການຜະລິດໃນຟາມ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ຈະສືບຕໍ່ຝຶກອົບຮົມຖັນແຖວພະນັກງານ ເພື່ອໃຫ້ເຂົາເຈົ້າສາມາດເຜີຍແຜ່ທັກສະດ້ານວິຊາການ ແລະ ປັບປຸງຜົນຜະລິດຂອງຊາວກະສິກອນໃນທ້ອງຖິ່ນ.ເຂົ້າຮ່ວມໃນຊຸດຝຶກອົບຮົມຄູຝຶກຄັ້ງນີ້ມີນັກສຳມະນາກອນ 40 ຄົນຈາກແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ຫຼວງພະບາງ, ແລະ ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນທີ່ສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວ.ຫຼັກສູດຝຶກອົບຮົມດັ່ງກ່າວແມ່ນແນໃສ່ຝຶກໃຫ້ນັກສຳມະນາກອນສາມາດຊ່ວຍເຫຼືອຊາວກະສິກອນເພີ່ມທະວີຜົນຜະລິດຂອງເຂົາເຈົ້າ ໂດຍການປັບປຸງຍົກລະດັບດ້ານເຕັກນິກການປູກຝັງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/agriculture-ministry-bolsters-technical-skills-improve-farm-production-laos-102301
ນາຍົກລົງຢ້ຽມຢາມພື້ນທີ່ທີ່ມີການລະບາດຂອງພະຍາດຢູ່ແຂວງສາລະວັນ
ວຽງຈັນ (ວຽງຈັນທາມສ໌/ANN) – ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວຕໍ່ລັດຖະມົນຕີ ແລະ ອຳນາດການປົກຄອງທ້ອງຖິ່ນ ໃຫ້ສືບຕໍ່ມີສະຕິລະມັດລະວັງໃນການຄວບຄຸມການລະບາດຂອງພະຍາດໄຂ້ເລືອດອອກ ແລະ ພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນ.ພະນະທ່ານນາຍົກໄດ້ໃຫ້ຄຳຊີ້ນຳດັ່ງກ່າວໃນຂະນະລົງຢ້ຽມຢາມພື້ນທີ່ແຂວງພາກໃຕ້ ເຊິ່ງເປັນສ່ວນໜຶ່ງຂອງການເດີນທາງຢ້ຽມຢາມແຂວງພາກກາງ ແລະ ພາກໃຕ້ ເພື່ອສົ່ງເສີມຄວາມສາມາດດ້ານການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ທິດຊີ້ນຳກ່ຽວກັບບັນຫາທີ່ເກີດຂຶ້ນໃນທ້ອງຖິ່ນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-visits-disease-outbreak-areas-saravan-102111
ນາຍົກຊຸກຍູ້ການປູກພືດກະສິກຳອິນຊີ; ຊາວກະສິກອນຕ້ອງການແຫຼ່ງທຶນ ແລະ ຕະຫຼາດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ຊາວກະສິກອນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທຳການປູກພືດພັນໂດຍນຳໃຊ້ວິທີການກະສິກຳອິນຊີ ພາຍຫຼັງຮູ້ວ່າຫຼາຍເຈົ້າໄດ້ມີການນຳໃຊ້ສານເຄມີ ເຮັດໃຫ້ເກີດສານພິດຕົກຄ້າງໃນພືດພັນ.ໃນການລົງຢ້ຽມຢາມຊາວກະສິກອນບ້ານບໍ່ໂອ ໃນວັນຈັນຜ່ານມາ, ພະນະທ່ານນາຍົກໄດ້ສັງເກດເຫັນວ່າ ບ້ານເຫຼົ່ານີ້ທີ່ເຄີຍເປັນຜູ້ສະໜອງພືດຜັກຕົ້ນຕໍສູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຄີຍປູກພືດຜັກຜົນລະປູກຕ່າງໆ ທີ່ມີຄຸນນະພາບ ແລະ ລົດຊາດທີ່ແຊບຊ້ອຍ.ແຕ່ມາໃນປະຈຸບັນພັດບໍ່ເປັນເຊັ່ນນັ້ນ, ຍ້ອນວ່າພືດຜັກຜົນລະປູກບາງຊະນິດ ເມື່ອນຳໄປກວດສອບແລ້ວພົບສານເຄມີຕົກຄ້າງ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-pushes-organic-crops-farmers-need-finance-and-markets-101592
ລະບົບຊົນລະປະທານຈະສະໜອງນ້ຳສຳລັບພື້ນທີ່ປູກຝັງ 1,500 ເຮັກຕາ
ວຽງຈັນ (ວຽງຈັນທາມສ໌/ANN) – ແຜນຊົນລະປະທານທີ່ຫາກໍ່ສຳເລັດ ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນກວ່າ 60,000 ຄົນ ດ້ວຍການສະໜອງນ້ຳສູ່ພື້ນທີ່ກະສິກຳ 1,542 ເຮັກຕາ.ໂຄງການດັ່ງກ່າວໄດ້ມີການມອບຮັບຢ່າງເປັນທາງການໃນມື້ວານນີ້ ຈາກຜູ້ຮັບເໝົາໃຫ້ແກ່ອຳນາດການປົກຄອງວຽງຈັນ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ.ແຜນຊົນລະປະທານດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/irrigation-system-provide-water-1500-hectares-crops-101522
ຂະແໜງກະສິກຳຜະເຊີນບັນຫາອັດຕາການຂະຫຍາຍຕົວຊັກຊ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງກະສິກຳບໍ່ມີການຂະຫຍາຍຕົວເທົ່າທີ່ຄວນ ຍ້ອນຜົນຈາກສະພາບອາກາດທີ່ຮ້າຍແຮງ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ລັດຖະບານຄາດວ່າຂະແໜງດັ່ງກ່າວຈະຂະຫຍາຍຕົວໃນອັດຕາ 2.8 ເປີເຊັນໃນປີນີ້ ຖ້າບໍ່ມີໄພນ້ຳຖ້ວມ, ແຫ້ງແລ້ງ ຫຼື ສະພາບອາກາດທີ່ຮ້າຍແຮງໃນແບບຕ່າງໆ.ນັກເສດຖະສາດກັງວົນວ່າ ການຜະລິດກະສິກຳຂອງລາວໃນປີນີ້ຈະຫຼຸດຜ່ອນລົງ ເນື່ອງຈາກລະດູແລ້ງທີ່ແກ່ຍາວ, ການລະບາດຂອງພະຍາດ ແລະ ໄພນ້ຳຖ້ວມ. ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/agriculture-experiences-slow-growth-rate-101452