ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...

ຂ່າວສານປະເທດລາວ

ປະເທດອົດສະຕາລີ, ເຢຍລະມັນ ແລະ ສະວິດເຊີແລນ ມອບເງິນອຸປະຖຳຈຳນວນ 13 ລ້ານໂດລາ ສະຫະລັດ ເພື່ອພັດທະນາສະພາບລວມຂອງແມ່ນ້ຳຂອງ

ໃນວັນທີ 24 ມິຖຸນາ, ປະເທດອົດສະຕາລີ, ເຢຍລະມັນ ແລະ ສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນເກືອບ 13 ລ້ານໂດລາສະຫະລັດໃຫ້ແກ່ ຄະນະກຳມາທິການແມ່ນ້ ຳຂອງ (MRC) ເພື່ອຊ່ວຍເຫຼືອປະເທດ ກຳປູເຈຍ, ລາວ, ໄທ, ແລະ ຫວຽດນາມໃນການຮັບມືກັບສິ່ງທ້າທາຍຕ່າງໆ ເພື່ອປົກປ້ອງລະບົບນິເວດວິທະຍາຂອງແມ່ນ້ຳຂອງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.ພາຍໃຕ້ແຜນຍຸດທະສາດປີ 2021-2025, ຄະນະກຳມາທິການແມ່ນ້ຳຂອງ ຈະຮັບປະກັນໃຫ້ແຜນການຜະລິດພະລັງງານແຫ່ງຊາດ ໃໝ່ ພິຈາລະນາແຫຼ່ງກຳລັງການຜະລິດທີ່ມີປະສິດຕິພາບ, ເຊິ່ງລວມທັງພະລັງງານນ້ຳ – ອາຫານພ້ອມທັງເລັ່ງໃສ່ນຳໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນຕື່ມອີກ. ມັນທັງຈະສົ່ງເສີມຄວາມຫຼາກຫຼາຍທາງເພດ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມຢູ່ໃນຂະແໜງການນ້ຳ. ອ່ານເພິ່ມເຕີມ  ...

ຜູ້ສື່ຂ່າວສານປະເທດລາວ

ຟຣັ່ງໃຫ້ການສະໜັບສະໜູນຄະນະກຳມະການແມ່ນ້ຳຂອງ (MRC) ໃນການຕິດຕາມກວດການການໄຫຼວຽນຂອງແມ່ນ້ຳຂອງ

ລັດຖະບານຝຣັ່ງ ໄດ້ໃຫ້ເງິນ 1.5 ລ້ານເອີໂຣ ແກ່ຄະນະກຳມາທິການແມ່ນ້ ຳຂອງ (MRC) ເພື່ອຕິດຕາມກວດກາສະພາບຝົນ ແລະ ກະແສນ້ ຳ ເພື່ອໃຫ້ເຂົ້າໃຈກ່ຽວກັບການປ່ຽນແປງຂອງກະແສ ແລະ ຜົນກະທົບທີ່ກ່ຽວຂ້ອງກັບໂຄງການພັດທະນາ. ທຶນສະໜັບສະ ໜູນຄືດັ່ງກ່າວ ຈະສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍຂອງຕົນເພື່ອການຕິດຕາມ ແລະ ຄຸ້ມຄອງໂຄງລ່າງທາງນ້ ຳຕາມແມ່ນ້ ຳ ສາຍສຳຄັນຕ່າງໆ ແລະ ແມ່ນ້ ຳຂອງໃຫ້ດີກ່ວາເກົ່າ.ອ່ານເພິ່ມເຕີມ.  ...

ຜູ້ລາຍງານຂ່າວທາມສ໌

ໂຄງການສຶກສາຄວາມເປັນໄປໄດ້ ສຳລັບກະສິກຳປ່າໄມ້ແບບອານຸລັກທຳມະຊາດ ກຳລັງດຳເນີນຂື້ນ

ລັດຖະບານໄດ້ເປີດໄຟຂຽວ ແກ່ບໍລິສັດ Jia Run Agricultural Development Co. , Ltd ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການພັດທະນາກະສິກຳແບບອານຸລັກທຳມະຊາດ ຢູ່ເມືອງສະໜາມໄຊແຂວງອັດຕະປື. ບໍລິສັດໄດ້ວາງແຜນທີ່ຈະ ດຳເນີນໂຄງການໃນເນື້ອທີ່ 5,000 ເຮັກຕາ ຊຶ່ງເປັນການຮ່ວມມືດ້ານກະສິກຳທີ່ທັນສະໄໝ. ການສຶກສາຄວາມເປັນໄປໄດ້ຈະສຳເລັດພາຍໃນຫົກເດືອນ.ອ່ານເພິ່ມເຕີມ  ...

ວຽງດາວັນ ບັນພະຮັກສາ

ກອງທຶນຫຼຸດຜ່ອນຄວາມທຸກຍາກ ແນໃສ່ສົ່ງເສີມຊີວິດການເປັນຢູ່ ແລະ ວຽກງານໂພຊະນາການ

ກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື (PRF) ຈະແນໃສ່່ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ໃນ 4 ແຂວງເປົ້າໝາຍໃນປີນີ້, ອີງຕາມແຜນງານໂຄງການ PRF ຈະລວມມີການຊ່ວຍເຫຼືອສວນຜັກໃນຄົວເຮືອນ, ການລ້ຽງສັດ (ສັດປີກ, ໝູ, ປາ, ກົບ) ການຄຸ້ມຄອງການສັກຢາກັນພະຍາດແບບຕ່ອງໂສ້, ສວນກ້າເບ້ຍ, ເບ້ຍລ້ຽງສັດ, ການປູກພືດ, ຕົ້ນໄມ້ໃຫ້ໝາກ, ຜະລິດຕະພັນຈາກປ່າໄມ້, ປັບປຸງແນວພັນເຂົ້າ, ແລະ ການເຮັດຫັດຖະກຳ.ອ່ານເພິ່ມເຕີມ..  ...

ຜູ້ລາຍງານຂ່າວທາມສ໌

Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.ອ່ານເພິ່ມເຕີມ.  ...

ຜູ້ລາຍງານຂ່າວທາມສ໌

ສະຫະລັດອາເມລິກາ ໃຫ້ລາງວັນໃນການຊ່ວຍເຫຼືອດ້ານການພັດທະນາກະສິກຳເພິ່ມເຕີມໃນ ສປປ ລາວ

ກອງທຶນຫຼາຍກ່ວາ 73,000 ໂດລາສະຫະລັດ ໄດ້ຖືກມອບເປັນລາງວັນໃຫ້ແກ່ ສະມາຄົມມັນຕົ້ນລາວ ໃນວັນທີ 10 ທັນວາ ໂດຍ ພະແນກກະສິກຳ (USDA) ຂອງສະຫະລັດອາເມລິກາ ຊຶ່ງເປັນການສ້າງການເຊື່ອມໂຍງໃຫ້ແກ່ໂຄງການເຄືອຂ່າຍກະສິກຳຂະຫຍາຍ (CLEAN). ອ່ານຕໍ່  ...

ຝຣັ່ງຊິດ ສະຫວັນຄຳ

ຂໍ້ລິເລີ່ມໃນການຫຼຸດຜ່ອນສະພາບພູມິອາກາດໃຫ້ແກ່ຜົນລະປູກ

ຂໍໍ້ລິເລິ່ມທີ່ສົມບູນ ເພື່ອປົກປ້ອງສະພາບພູມມີອາກາດດັ່ງກ່າວນີ້ ໄດ້ປະກອບສ່ວນໃຫ້ແກ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ອະນຸລັກຊີວະນາໆພັນທີ່ອ່ອນແອ ຊຶ່ງອີງຕາມການລາຍງານ. ກິດຈະກຳດັ່ງກ່າວ ໄດ້ເລີ່ມຂື້ນໃນປີ 2011, ພາຍໃຕ້ໂຄງການ “ການປົກປ້ອງດິນຟ້າອາກາດໂດຍຫຼີກລ່ຽງການຕັດໄມ້ທຳລາຍປ່າ” ຫຼື CliPAD, ຊຶ່ງຈະສີ້ນສຸດໃນປີນີ້, ໂດຍມີເປົ້າໝາຍເພື່ອແກ້ໄຂການສູນເສຍ ແລະ ການເຊື່ອມໂຊມຂອງທຳມະຊາດ ແລະ ປ່າໄມ້. ອ່ານຕໍ່   ...

ຜູ້ສື່ຂ່າວທາມສ໌

ຊາວກະສິກອນ ເຂົ້າເຖິງການພະຍາກອນດ້ານກະສິກຳ

ຊາວກະສິກອນ ແລະ ຊ່ຽວຊານດ້ານກະສິກອນທົ່ວ ສປປ ລາວ ຈະສາມາດເຂົ້າເຖິງການພະຍາກອນດິນຟ້າອາກາດດ້ານກະສິກຳຢ່າງລະອຽດ. ແຜນການໃໝ່ກ່ຽວກັບການບໍລິການທາງດ້ານດິນຟ້າອາກາດຈະນຳພາພວກເຮົາຫັນເປັນທັນສະໄໝຫຼາຍຂື້ນ. ການຈັດຝຶກອົບຮົມ 2​ ວັນ ຊຶ່ງຈັດໂດຍສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດ ຫຼື (NAFRI) ເພື່ອຊ່ວຍໃຫ້ຊາວກະສິກອນເຂົ້າໃຈ ແລະ ສາມາດຕີຄວາມໝາຍຄຳພະຍາກອນອາກາດໄດ້. ອ່ານຕໍ່ .  ...

ນັກຂ່າວທາມສ

ອົງການ FAO ຊຸກຍູ້ ສປປ ລາວ ໃນການສ້າງແຜນການລົງທຶນ ເພື່ອຈັດຕັ້ງປະຕິບັດວຽກງານບູລິມະສິດ ຂອງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ສຳລັບຂົງເຂດກະສິກຳ

ການຈັດຕັ້ງປະຕິບັດວຽກງານບູລິມະສິດ ຂອງແຜນງານແຫ່ງຊາດ ໃນຂົງເຂດກະສິກຳ ແລະ ຊັບພະຍາກອນທຳມະຊາດ ໄດ້ເປັນຈຸດສຸມຂອງກອງປະຊຸມສຳມະນາຈັດຂື້ນທີ່ນະຄອນຫຼວງວຽງຈັນ. ການປະກອບສ່ວນໃນການອອກແບບ ແລະ ຄວາມອາດສາມາດ ໃນການລາຍງານເຂົ້າຢູ່ໃນແຜນງານແຫ່ງຊາດຂອງຂະແໜງກະສິກຳ, ກອງປະຊຸມດັ່ງກ່າວ ໄດ້ປະກອບມີ 40 ຄົນເຂົ້າຮ່ວມຈາກຫຼາຍພາກສ່ວນ ແລະ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອິມມາລາ ອິນທະບົວໄລ, ຮອງຫົວໜ້າກົມ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ Nasar Hayat ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ. ອ່ານຕໍ່ .  ...

ບັນດາທິການຂ່າວສານປະເທດລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pFWRP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!