ການພັດທະນາດ້ານສັງຄົມສະເໜີບັນຫາດ້ານສັງຄົມທີ່ພົ້ນເດັ່ນ ໂດຍສະເພາະບັນຫາຄວາມທຸກຍາກ, ການຫວ່າງງານ, ການແບ່ງແຍກທາງສັງຄົມ, ແລະ ຄົ້ນຄວ້າການແກ້ໄຂຄວາມທຸກຍາກໃນຂອບເຂດບັນຫາທາງສັງຄົມ ແລະ ໂຄງສ້າງຕ່າງໆ ທີ່ບໍ່ແມ່ນສະເພາະແຕ່ກ່ຽວກັບດ້ານລະດັບລາຍຮັບ.
ສປປ ລາວ ໄດ້ບັນລຸເປົ້າໝາຍຕາມຄວາມມຸ່ງໝັ້ນຈຳນວນໜຶ່ງ. ລະດັບຄວາມທຸກຍາກໄດ້ຫຼຸດລົງກວ່າເຄິ່ງໜຶ່ງ ຈາກ 46.0% ໃນປີ 1992/93 ມາເປັນ 23.3% ໃນປີ 2012/13, ອັດຕາການຂະຫຍາຍຕົວຂອງ GDP ໃນຊ່ວງທົດສະວັດຜ່ານມາສະເລ່ຍ 7.8% ແລະ ວຽກງານດ້ານການສຶກສາ ແລະ ສຸຂະພາບມີການປັບປຸງຢ່າງເຫັນໄດ້ຈະແຈ້ງ.1
ເຖິງຢ່າງໃດກໍຕາມ ລາວກໍຍັງຄົງຜະເຊີນກັບສິ່ງທ້າທາຍໃນຫຼາຍດ້ານເຊັ່ນ: ການຂາດໂພຊະນາການໃນເດັກ, ອັດຕາການເກີດຫຼຸດຕ່ຳລົງ, ອັດຕາການຕາຍຂອງແມ່ຍັງຄົງສູງ ແລະ ການຂາດແຄນງົບປະມານຍັງມີສູງ.2
ດັດຊະນີການພັດທະນາມະນຸດ (HDI) ແມ່ນເຄື່ອງມືວັດແທກການພັັດທະນາຂອງແຕ່ລະປະເທດໂດຍສະເລ່ຍ ໃນວຽກງານດ້ານສຸຂະພາບ, ການສຶກສາ ແລະ ລາຍຮັບຕໍ່ຫົວຄົນ, ເຊິ່ງຄ່າທີ່ສູງ (ຫາ 1) ໝາຍເຖິງໃນປະເທດມີການພັດທະນາມະນຸດທີ່ສູງ. ລາວມີການປັບປຸງຂຶ້ນໃນດ້ານຕົວເລກດັດຊະນີການພັດທະນາມະນຸດ (HDI), ໃນໄລຍະແຕ່ປີ 1990-2017 ເຊິ່ງເພີ່ມຂຶ້ນຈາກ 0.400 ມາເປັນ 0.601. ປີ 2017 ລາວຢູ່ໃນອັນດັບທີ 139 ໃນ 188 ປະເທດ ສຳລັບ HDI, ແລະ ຢູ່ໃນອັນດັບ 109 ໃນ 151 ປະເທດ ສຳລັບດັດຊະນີການພັດທະນາມະນຸດດ້ານຄວາມບໍ່ສະເໝີພາບສະເລ່ຍ (IHDI). IHDI ວັດແທກຈາກການລວມຄ່າ HDI ກັບການແຈກຢາຍຂອງ HDI ໃນປະຊາກອນທັງໝົດ (ຄ່າ 1 ໝາຍເຖິງຄວາມສະເໝີພາບໂດຍສົມບູນ). ປີ 2017 ລາວມີອັນດັບ IHDI ທີ່ຕ່ຳທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ພາຍໃຕ້ຄ່າດັດສະນີ 0.445, ເຊິ່ງໃກ້ຄຽງກັບປະເທດຕີມໍເລັສເຕ ທີ່ຢູ່ໃນອັນດັບທີ 107, ດ້ວຍດັດສະນີ 0.452.3
Chart: Open Development Laos Source: UNDP, Human Development Data (1990-2019)
ຄວາມທຸກຍາກ ແລະ ລາຍຮັບ
ອັດຕາຄວາມທຸກຍາກໃນ ສປປ ລາວ ຫຼຸດລົງຈາກ 33.5% ມາເປັນ 23.2% ແຕ່ປີ 2002/03 ຫາ 2012/13, ເຊິ່ງໄດ້ຍົກສະຖານະປະຊາຊົນເຄິ່ງລ້ານຄົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.4 ດ້ວຍເຫດນີ້ ປະເທດລາວຈຶ່ງເຮັດສຳເລັດຕາມເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDG) ໃນການຫຼຸດຜ່ອນຄວາມທຸກຍາກທີ່ສຸດລົງກວ່າເຄິ່ງໜຶ່ງ. ເຊິ່ງສາມາດເຫັນໄດ້ຈາກຈຳນວນການເຂົ້າເຖິງກະແສໄຟຟ້າຂອງປະຊາຊົນເພີ່ມຂຶ້ນສອງເທົ່າ (93%); ອັດຕາສ່ວນຂອງປະຊາຊົນທີ່ບໍ່ມີວິດຖ່າຍຫຼຸດລົງເຄິ່ງໜຶ່ງ (23.9%); ຈຳນວນການເຂົ້າເຖິງນ້ຳປະປາເພີ່ມເປັນ 83.9%.5 ສິ່ງເຫຼົ່ານີ້ເປັນຕົວຢັ້ັງຢືນຄວາມຈິງທີ່ວ່າ ການຫຼຸດຜ່ອນຄວາມທຸກຍາກແມ່ນໜ້າວຽກບູລິມະສິດໃນແຜນນະໂຍບາຍແຫ່ງຊາດ. ເຊິ່ງເປົ້າໝາຍລວມໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ແມ່ນການຫຼຸດຜ່ອນຄວາມທຸກຍາກ ແລະ ການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ.6
ເຖິງຢ່າງໃດກໍຕາມ ໃນຂະນະດຽວກັນ ຄາດຄະເນຄ່າສຳປະສິດ ຈິນີ ເຊິ່ງວັດແທກຄວາມບໍ່ສະເໝີພາບດ້ານລາຍຮັບ (ເຊິ່ງ 0 = ຄວາມສະເໝີພາບຢ່າງສົມບູນ ແລະ 1 = ບໍ່ມີຄວາມສະເໝີພາບ) ແມ່ນເພີ່ມຂຶ້ນຈາກ 0.311 ໃນປີ 1992–1993 ມາເປັນ 0.364 ໃນປີ 2012–2013, ເຊິ່ງໝາຍຄວາມວ່າຄວາມບໍ່ສະເໝີພາບໃນປະຈຸບັນມີລັກສະນະເພີ່ມຂຶ້ນ. ການເພີ່ມຂື້ນຂອງຕົວເລກດັ່ງກ່າວ ບວກກັບການຫຼຸດລົງຂອງຄວາມທຸກຍາກສະແດງໃຫ້ເຫັນວ່າ ໃນຂະນະທີ່ຄົນທຸກຍາກມີຊີວິດການເປັນຢູ່ທີ່ດີຂຶ້ນ, ຄົນຮັ່ງມີກໍຍິ່ງໄດ້ຮັບຜົນປະໂຫຍດໃນອັດຕາທີ່ເພີ່ມຂຶ້ນເຊັ່ນກັນ.7
ອີກບັນຫາໜຶ່ງກໍຄືປະຊາຊົນຈຳນວນຫຼາຍທີ່ຫຼຸດພົ້ນຈາກຄວາມທຸກຍາກ ແມ່ນຍັງຄົງດຳລົງຊີວິດ ຢູ່ໃກ້ກັບເສັ້ນມາດຖານຄວາມທຸກຍາກ, ເຊິ່ງໂດຍສະເລ່ຍ ເຄິ່ງໜຶ່ງຂອງຈຳນວນຜູ້ທຸກຍາກໃນປີ 2013 ບໍ່ຢູ່ໃນສະຖານະທຸກຍາກໃນປີ 2008. ອີງຕາມຂໍ້ມູນຈາກທະນາຄານໂລກ ໃນປີ 2013, 90% ຂອງປະຊາກອນລາວແມ່ນມີລາຍຮັບສະເລ່ຍຕ່ຳກວ່າ 2.50 ໂດລາ ແລະ 10% ມີໂອກາດທີ່ຈະກັບເຂົ້າສູ່ສະຖານະທຸກຍາກ.8 ຄວາມບອບບາງດັ່ງກ່າວນີ້ແມ່ນຍ້ອນປັດໃຈຫຼາຍຢ່າງເຊັ່ນ ການປ່ຽນແປງທາງດ້ານກະສິກຳ ແລະ ສຸຂະພາບ.
ໂດຍສະເພາະ ຄວາມບອບບາງຕໍ່ໄພຈາກການປ່ຽນແປງຂອງສະພາບອາກາດໄດ້ສົ່ງຜົນກະທົບເພີ່ມຂຶ້ນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ປະເທດລາວມີຄວາມອ່ອນໄຫວສູງຕໍ່ໄພທຳມະຊາດເຊັ່ນ ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງຕໍ່ຜົນຜະລິດກະສິກຳ, ເຮືອນຊານ, ພື້ນຖານໂຄງລ່າງ, ລະບົບຊົນລະປະທານ ແລະ ການແຜ່ລະບາດຂອງພະຍາດເຂດຮ້ອນໂດຍລວມ. ສິ່ງເຫຼົ່ານີ້ໄດ້ສົ່ງຜົນທາງລົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສຸຂະພາບ, ໂດຍສະເພາະແມ່ນຕໍ່ຜູ້ທຸກຍາກ ແລະ ຜູ້ທີ່ດຳລົງຢູ່ໃກ້ກັບເສັ້ນມາດຖານຄວາມທຸກຍາກ.9
ສຸຂະພາບ
ອາຍຸຍືນສະເລ່ຍຂອງພົນລະເມືອງລາວໃນປີ 2016 ແມ່ນຢູ່ທີ່ 64 ປີ ສຳລັບຜູ້ຊາຍ ແລະ 67 ປີສຳລັບຜູ້ຍິງ.10 ອັດຕາການຕາຍຂອງແມ່ຫຼຸດລົງເຖິງ 78% ໃນລະຫວ່າງປີ 1990-2015, ຈາກອັດຕາການຕາຍຂອງແມ່ 905 ມາເປັນ 197 ຄົນຕໍ່ການເກີດລູກ 100,000 ຄັ້ງ; ເຖິງຢ່າງໃດກໍຕາມ, ຕົວເລກດັ່ງກ່າວຍັງເປັນອັດຕາທີ່ສູງສຸດໃນອາຊີຕາເວັນອອກສຽງໃຕ້.11 ສຳລັບອັດຕາການຕາຍຂອງເດັກປະຈຸບັນແມ່ນຢູ່ທີ່ 40 ຄົນ ຕໍ່ 1,000 ຄົນ. ອັດຕາການຕາຍຂອງເດັກຕ່ຳກວ່າ 5 ປີ (U5MR) ແມ່ນ 46 ຄົນຕໍ່ 1,000 ຄົນ. ອັດຕາການແຈກຢາຍວັກແຊງສ້າງພູມຄຸ້ມກັນສຳລັບເດັກນ້ອຍ 12 ຫາ 23 ເດືອນ ໃນທົ່ວປະເທດແມ່ນຢູ່ທີ່ 48%.12
ໃນດ້ານສຸຂະພາບຈະເລີນພັນ ແມ່ຍິງອາຍຸລະຫວ່າງ 15-49 ປີ ຮັບການເກີດລູກຜ່ານຜູ້ຊ່ຽວຊານຜະດຸງຄັນໃນອັດຕາທີ່ເພີ່ມຂຶ້ນຈາກ 37.5% ເປັນ 64.4% ແຕ່ປີ 2011 ຫາ 2017. ອັດຕາການມີລູກສະເລ່ຍຂອງແມ່ຍິງລາວຫຼຸດລົງຈາກ 3.2 ຄົນໃນປີ 2011 ມາເປັນ 2.7ຄົນ ໃນປີ 2017 ຍ້ອນມີການສົ່ງເສີມການນຳໃຊ້ວິທີການຄຸມກຳເນີດທີ່ທັນສະໃໝ.13
ດັດສະນີຄວາມອຶດຫິວໂລກສະແດງສະຖານະການຂາດສານອາຫານ ແລະ ໂພຊະນາການຂອງແຕ່ລະປະເທດ. ແຕ່ປີ 1990 ຫາ 2015 ອັດຕາສ່ວນຂອງພົນລະເມືອງລາວທີ່ມີຄວາມບົກພ່ອງດ້ານໂພຊະນາການຫຼຸດລົງຈາກ 42.8% ມາເປັນ 18.5%. ປະຈຸບັນ ໜຶ່ງໃນຫ້າຂອງຄົນລາວມີຄວາມບົກພ່ອງດ້ານໂພຊະນາການ ແລະ ມີເດັກນ້ອຍພຽງ 5% ໄດ້ຮັບສານອາຫານຂັ້ນຕ່ຳຢ່າງພຽງພໍ.14
ໃນລັກສະນະດຽວກັບບັນຫາອື່ນໆ ການຂາດສານອາຫານມີຄວາມແຕກຕ່າງຢ່າງຈະແຈ້ງ ລະຫວ່າງເຂດຊົນນະບົດ-ຕົວເມືອງ; ພາວະເດັກເຕ້ຍ ແລະ ນ້ຳໜັກຫຼຸດເກນໃນຊົນນະບົດທີ່ບໍ່ມີຖະໜົນເຂົ້າເຖິງແມ່ນສູງກວ່າຕົວເມືອງເຖິງສອງເທົ່າ.15 ດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການໃຫ້ການສຶກສາດ້ານໂພຊະນາການສຳລັບແມ່ ຍ້ອນວ່າວັດທະນະທຳຄວາມເຊື່ອຖືບາງຢ່າງ ແລະ ຂໍ້ຫ້າມໃນການກິນອາຫານໃນຫຼາຍຊົນເຜົ່າເປັນປັດໃຈສຳຄັນຕໍ່ກັບການຂາດສານອາຫານດັ່ງກ່າວ.
ສາເຫດການຕາຍຫຼັກໃນ ສປປ ລາວ ລວມມີ: ໄຂ້ຫວັດໃຫຍ່ ແລະ ປອດອັກເສບ (13%), ໂລກຫຼອດເລືອດຫົວໃຈ (11%), ໂລກຫຼອດເລືອດສະໝອງ (10%), ແລະ ໄຂ້ເລືອດອອກ (9%).16 ການບໍລິການດ້ານສຸຂະພາບເພື່ອປິ່ນປົວຄົນເຈັບ ແລະ ອາການເຈັບປ່ວຍໃນປະຈຸບັນ ແມ່ນມີຄຸນະພາບຕ່ຳ. ໃນລະດັບສູນກາງ ແລະ ລະດັບພາກ ຈຳນວນແພດສາທາລະນະສຸກທີ່ສຳຄັນບໍ່ມີການແຈກຢາຍຢ່າງທົ່ວເຖິງ ແລະ ມີໜ້ອຍ (ມີພຽງປະມານເຄິ່ງໜຶ່ງຕາມການສະເໜີຂອງ WHO). ສຸກສາລາໂດຍທົ່ວໄປ ມີພະນັກງານແພດປະຈຳຢູ່ສີ່ຄົນ ແລະ ເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວບໍ່ເຄີຍໄດ້ຜ່ານການຝຶກອົບຮົມໃນການບໍລິການ. ໂດຍລວມ, ຄວາມພ້ອມໃນການບໍລິການ ແລະ ຄ່າຕອບແທນທີ່ຕ່ຳ ແມ່ນສາເຫດຫຼັກທີ່ເຮັດໃຫ້ການບໍລິການສາທາລະນະສຸກໃນລາວມີຄຸນນະພາບຕ່ຳ.17
ການສຶກສາ
ປີ 2015, ອັດຕາການຮູ້ໜັງສືຂອງພົນລະເມືອງລາວທີ່ມີອາຍຸແຕ່ 15 ປີຂຶ້ນໄປ ແມ່ນ 84.7%, ເຊິ່ງເພີ່ມຂຶ້ນຈາກ 72.7% ໃນປີ 2005. ໃນຂະນະດຽວກັນ, ອັດຕາດັ່ງກ່າວຍັງຄົງມີຊ່ອງຫວ່າງດ້ານການສຶກສາລະຫວ່າງເພດ; ອັດຕາການຮູ້ໜັງສືຂອງແມ່ຍິງມີພຽງ 79.4%, ສ່ວນຜູ້ຊາຍແມ່ນມີເຖິງ 90%.18 ໂດຍສະເພາະຄວາມແຕກຕ່າງລະຫວ່າງອັດຕາການຮູ້ໜັງສືລະຫວ່າງເພດຊາຍ ແລະ ເພດຍິງແມ່ນມີສູງໃນທ້ອງຖິ່ນຊົນນະບົດ ແລະ ກຸ່ມຊົນເຜົ່າ.
ປີ 2014, ສປປ ລາວ ໄດ້ບັນລຸເປົ້າໝາຍ MDG ໃນດ້ານການເຂົ້າໂຮງຮຽນ ເຊິ່ງມີອັດຕາການເຂົ້າຮຽນຊັ້ນປະຖົມສະເລ່ຍຢູ່ທີ່ 98.5%. ແຕ່ວ່າ ອັດຕາການປະລະການຮຽນແມ່ນມີຂ້ອນຂ້າງສູງໃນການສຶກສາຊັ້ນປະຖົມ ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.19 ສາເຫດໃນການປະລະການສຶກສາແມ່ນມີຫຼາກຫຼາຍ ນັບແຕ່ໂຮງຮຽນເປັນໂຮງຮຽນມູນ ໄປເຖິງຄຸນນະພາບກາບຮຽນການສອນຕ່ຳ. ຂະນະທີ່ ນັກຮຽນຊັ້ນປະຖົມມີຈຳນວນເພີ່ມຂຶ້ນ ແລະ ຫຼຸດລົງໃນຊັ້ນມັດທະຍົມ, ຄຸນນະພາບ ແລະ ປະສິດທະພາບໃນການຮ່ຳຮຽນຍັງຕ້ອງການການປັບປຸງ.20 ປີ 2014 ໜຶ່ງໃນສີ່ຂອງນັກຮຽນຊັ້ນປໍ 4 ບໍ່ສາມາດອ່ານໜັງສືໄດ້ ແລະ ອັດຕາການສອບເສັງຂຶ້ນປໍ 5 ແມ່ນຢູ່ທີ່ 81.1% ໃນປີ 2017.21
ຊ່ອງຫວ່າງດ້ານອັດຕາການເຂົ້າຮຽນສຸດທິແມ່ນມີລັກສະນະເພີ່ມຂຶ້ນຕາມລະດັບການສຶກສາ. ໂດຍສະເພາະແມ່ນໃນກຸ່ມຊາວຊົນນະບົດ ແລະ ຊົນເຜົ່າກຸ່ມນ້ອຍ (ທີ່ບໍ່ແມ່ນກຸ່ມລາວ-ໄຕ).22
ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ
ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ ແມ່ນມີຫຼາຍໃນ ສປປ ລາວ, ເຊິ່ງແມ່ຍິງເປັນກຸ່ມທີ່ຜະເຊີນກັບອະຄະຕິຢູ່ໃນຫຼາຍຂະແໜງການ. ສ່ວນແບ່ງຂອງເພດຍິງໃນການອອກແຮງງານທີ່ມີລາຍຮັບໃນທຸກໆຂະແໜງການແມ່ນມີຕ່ຳ (35%). ນອກນີ້ ແມ່ຍິງຍັງມີຕຳແໜ່ງຕ່ຳກວ່າຜູ້ຊາຍໃນຕະຫຼາດແຮງງານ ແລະ ໂດຍທົ່ວໄປແມ່ນບໍ່ໄດ້ເຂົ້າຮ່ວມໃນຂະແໜງວຽກງານທາງການ. 64% ຂອງແຮງງານຍິງ ມີອາຊີບປະຖົມປະຖານ ແລະ 63% ປະກອບອາຊີບໃນຂະແໜງຮັບໃຊ້ບໍລິການ, ຮ້ານຄ້າ ແລະ ຂາຍເຄື່ອງຕາມຕະຫຼາດ. ອີກດ້ານໜຶ່ງ ຜູ້ຊາຍກວມເອົາສ່ວນໃຫຍ່ໃນອາຊີບລັດຖະກອນ, ຜູ້ຊ່ຽວຊານ, ວິຊາການ ແລະ ອາຊີບຊັ້ນນຳອື່ນໆ.23 ໃນສະພາແຫ່ງຊາດ, ສປປ ລາວ ແມ່ນໜຶ່ງໃນປະເທດທີ່ມີອັດຕາສ່ວນສະມາຊິກເພດຍິງສູງສຸດ (ປະມານ 27%) ເຊິ່ງສູງກວ່າຄ່າສະເລ່ຍໃນທົ່ວໂລກ. ເຖິງຢ່າງໃດກໍຕາມ ອັດຕາສ່ວນແມ່ຍິງໃນຕຳແໜ່ງການນຳອື່ນໆຂອງລັດຖະບານຍັງຄົງຕ່ຳ, ຢູ່ທີ່ 5% ໃນປີ 2012.24
ໃນດ້ານໂຄງສ້າງກົດໝາຍ ແລະ ການຄຸ້ມຄອງ, ສປປ ລາວ ໄດ້ໃຫ້ສັດຕະຍາບັນໃນອະນຸສັນຍາວ່າດ້ວຍການລົບລ້າງການເລືອກປະຕິບັດຕໍ່ແມ່ຍິງໃນທຸກຮູບແບບ (CEDAW) ໃນປີ 1981, ເຊິ່ງລາວເປັນປະເທດທີສອງຮອງຈາກປະເທດຟິລິປິນທີ່ລົງນາມໃນພາກພື້ນ. ໃນປີ 2003 ລາວໄດ້ມີການຈັດຕັ້ງຄະນະກຳມະການແຫ່ງຊາດວ່າດ້ວຍການພັດທະນາແມ່ຍິງ ເຊິ່ງທຳໜ້າທີ່ເປັນກົນໄກລະດັບຊາດເພື່ອປົກປ້ອງແມ່ຍິງ.25
ການປົກປ້ອງທາງສັງຄົມ
ແຜນປະກັນສັງຄົມໃນ ສປປ ລາວມີສອງປະເພດ. ປະເພດທີໜຶ່ງແມ່ນສຳລັບລັດຖະກອນ ເຊິ່ງຄຸ້ມຄອງໂດຍອົງການປະກັນສັງຄົມພາກລັດ (ອປລ) ມາຕັ້ງແຕ່ປີ 2007. ອີກປະເພດໜຶ່ງແມ່ນສຳລັບຂະແໜງການເອກະຊົນ ເຊິ່ງຄຸ້ມຄອງໂດຍອົງການປະກັນສັງຄົມພາກວິສາຫະກິດ (ອປສ) ມາຕັ້ງແຕ່ປີ 2000. ເຖິງແມ່ນວ່າອັດຕາສ່ວນຂອງຜູ້ອອກແຮງານໃນລະບົບທີ່ໄດ້ຮັບການຄຸ້ມຄອງພາຍໃຕ້ ອປສ ຈະບໍ່ຮູ້ຈຳນວນທີ່ແນ່ນອນ, ຈຳນວນສະມາຊິກ ແລະ ຜູ້ເຂົ້າໃໝ່ແມ່ນຄາດຄະເນຢູ່ທີ່ປະມານ 66,800 ຄົນ. ຈຳນວນດັ່ງກ່າວແມ່ນຖືວ່າຕ່ຳ ຍ້ອນວ້າການຄຸ້ມຄອງເບື້ອງຕົ້ນແມ່ນສຳລັບທຸລະກິດທີ່ມີລູກຈ້າງ 10 ຄົນຂຶ້ນໄປ ເຖິງວ່າຕໍ່ມາໄດ້ຂະຫຍາຍການຄຸ້ມຄອງໄປເຖິງທຸລະກິດທີ່ມີລູກຈ້າງໜຶ່ງຄົນຂຶ້ນໄປ. ມາຮອດປີ 2013 ຄາດຄະເນວ່າມີວິສາຫະກິດເອກະຊົນຈຳນວນ 1,150 ບໍລິສັດໃຫ້ການຄຸ້ມຄອງແກ່ພະນັກງານຂອງຕົນ.26
ເຖິງຢ່າງໃດກໍຕາມ ການປະກັນສັງຄົມຕາມກົດໝາຍຍັງບໍ່ທັນຄອບຄຸມທຸກຢ່າງ. ຕົວຢ່າງການຄຸ້ມຄອງສຸຂະພາບບໍ່ລວມເອົາການປິ່ນປົວບາງຢ່າງເຊັ່ນ ໂລກມະເລັງ, ການຜ່າຕັດຫົວໃຈ, ພະຍາດຊຳເຮື້ອຕ່າງໆ. ກອງທຶນການຄຸ້ມຄອງກໍມີຂີດຈຳກັດເຊັ່ນດຽວກັນ, ເຊິ່ງປະຈຸບັນຊຸດແຜນປະກັນສັງຄົມພື້ນຖານໃນ ສປປ ລາວມີປະມານ 95 ລ້ານໂດລາຕໍ່ປີ. ໃນນັ້ນແຜນການປະກັນສຸຂະພາບລວມມີປະມານ 30 ລ້ານໂດລາ ຂະນະທີ່ແຜນສຳລັບແມ່ໂດຍລວມມີປະມານ 9 ລ້ານໂດລາ.27
ອີກດ້ານໜຶ່ງ, ລະບົບການປົກປ້ອງເດັກນ້ອຍໃນ ສປປ ລາວຍັງຄົງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ການສົ່ງເສີມດ້ານການບໍລິການສຳລັບຄອບຄົວ ແລະ ຊຸມຊົນໃນການປົກປ້ອງເດັກນ້ອຍອາຍຸຕ່ຳກວ່າຫ້າປີ ຈາກສະຖານະຄວາມສ່ຽງ ແລະ ອັນຕະລາຍແມ່ນມີຈຳກັດ. ອັດຕາການຈົດທະບຽນເດັກໃນສຳມະໂນຄົວໂດຍສະເລ່ຍໃນປະຈຸບັນແມ່ນຢູ່ທີ່ 73%. ພໍ່ແມ່ ຫຼື ຜູ້ປົກຄອງເດັກສ່ວນໃຫຍ່ບໍ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິທີການໃນການຈົດທະບຽນການເກີດຂອງເດັກກັບເຈົ້າໜ້າທີ່ພົນລະເຮືອນ. ການລົງໂທດທາງຮ່າງກາຍຕໍ່ເດັກນ້ອຍຕ່ຳກວ່າ 14 ປີ ດ້ວຍວິທີການທີ່ຮຸນແຮງມີຂ້ອນຂ້າງສູງ (69%). ການແຕ່ງງານໃນເດັກຍິງອາຍຸບໍ່ເກີນ 18 ປີ ຍັງຄົງມີຢູ່ທັງໃນຊົນນະບົດ ແລະ ຕົວເມືອງ (16.3% ແລະ 7.1% ຕາມລຳດັບ).28
ຄົນພິການ
ຄວາມພິການແມ່ນສ່ວນໜຶ່ງຂອງການແບ່ງແຍກທາງສັງຄົມໃນລາວ. ໃນນີ້ສ່ວນໜຶ່ງແມ່ນເນື່ອງມາຈາກບັນຫາດ້ານລະເບີດທີ່ຍັງບໍ່ທັນແຕກ (ລບຕ) ເຮັດໃຫ້ມີອັດຕາຄົນພິການໃນລາວມີສູງ. ອີງຕາມອົງການອະນາໄມໂລກ, ປະຊາຊົນລາວ 10% ເປັນຄົນພິການ. ສາເຫດຂອງການພິການລວມມີ ຄວາມບົກພ່ອງໂດຍກຳເນີດ, ອຸບັດຕິເຫດ, ການຕິດເຊື້ອ, ການເປັນພະຍາດ, ແລະ ຄວາມບົກພ່ອງດ້ານໂພຊະນາການ. ຄົນພິການໃນລາວຜະເຊີນກັບອຸປະສັກຫຼາຍຢ່າງເຊັ່ນ ຄວາມອັບອາຍໃນສັງຄົມ ແລະ ການຂາດໂອກາດໃນການເຂົ້າເຖິງການຮັກສາສຸຂະພາບ ແລະ ການສຶກສາທີ່ເໝາະສົມ.29
ເຖິງແມ່ນວ່າລັດຖະບານບໍ່ໄດ້ສ້າງແຜນສະະພາະ ຫຼື ໂຄງສ້າງສະໜັບສະໜູນສຳລັບຄົນພິການ, ແຕ່ກໍມີໂຄງສ້າງທາງກົດໝາຍຫຼາຍຢ່າງທີ່ລວມເອົາທິດຊີ້ນຳສຳລັບຜູ້ພິການ. ເຊິ່ງຈະສະເໜີໂຄງສ້າງທີ່ສຳຄັນດັ່ງຕໍ່ໄປນີ້:30:
- ລັດຖະທຳມະນູນແຫ່ງ ສປປ ລາວ ປີ 1991 ກ່າວວ່າພົນລະເມືອງລາວທຸກຄົນມີສິດສະເໝີພາບຕໍ່ໜ້າກົດໝາຍ ເຊິ່ງໝາຍເຖິງຜູ້ພິການທຸກຄົນກໍມີສິດໃນລັກສະນະດຽວກັນໃນຖານະພົນລະເມືອງ
- ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 178/1993 ວ່າດ້ວຍແຜນປະກັນສັງຄົມສຳລັບລັດຖະກອນ ໃຫ້ການຟື້ນຟູສຸຂະພາບ ແລະ ເບ້ຍບຳເນັດລ້ຽງສຳລັບຜູ້ພິການ
- ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 18/1995 ວ່າດ້ວຍຄະນະກຳມາທິການແຫ່ງຊາດສຳລັບຄົນພິການ ສ້າງຕັ້ງຄະນະກຳມາທິການແຫ່ງຊາດສຳລັບຄົນພິການ (NCDP) ເຊິ່ງເປັນໜ່ວຍງານຫຼັກຂອງລັດທີ່ຮັບຜິດຊອບກ່ຽວກັບບັນຫາຜູ້ພິການ ແລະ ມີໜ້າທີ່ໃຫ້ຄຳແນະນຳແກ່ລັດຖະບານໃນດ້ານນະໂຍບາຍ, ໂຄງການ ແລະ ການບໍລິການທີ່ກ່ຽວຂ້ອງກັບຜູ້ພິການ.
- ກົດໝາຍແຮງງານ 2006 ໃຫ້ການຄຸ້ມຄອງຕໍ່ຜູ້ອອກແຮງງານທີ່ພິການໃນການປະກອບອາຊີບຕາມລະດັບທັກສະ ແລະ ຄວາມສາມາດຂອງເຂົາເຈົ້າ ໃນອັດຕາຄ່າຈ້າງທີ່ເທົ່າທຽມກັບຜູ້ອອກແຮງງານທົ່ວໄປ.
- ກົດໝາຍວ່າການປົກປ້ອງດ້ວຍສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ປີ 2006 ໃຫ້ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ລວມທັງເດັກພິການ.
- ດຳລັດເລກທີ 137/2014 ວ່າດ້ວຍສິດທິຂອງຄົນພິການ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຄົນພິການ ໂດຍການລົບລ້າງການຈຳແນກໃນທຸກຮູບແບບຕໍ່ຜູ້ພິການ ແລະ ສົ່ງເສີມຄວາມສະເໝີພາບໃນກິດຈະກຳທາງສັງຄົມ.
NCDP ແມ່ນຄຸ້ມຄອງໂດຍຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ກົມກອງອື່ນໆທີ່ກ່ຽວຂ້ອງການການຄຸ້ມຄອງຄົນພິການລວມມີ ກົມນັກຮົບເກົ່າ, ກະຊວງສາທາລະນະສຸກ, ແລະ ກະຊວງສຶກສາທິການ. ອົງການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອຄົນພິການລວມມີ ສະມາຄົມຄົນພິການແຫ່ງຊາດລາວ (LNDPA), ສູນພັດທະນາແມ່ຍິງພິການລາວ (LDWDC), ແລະ ສະມາຄົມຄົນພິການທາງສາຍຕາ.
ຊົນເຜົ່າ
ສປປ ລາວ ເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທີ່ສຸດທາງດ້ານຊົນເຜົ່າໃນພາກພື້ນອາຊີຕາເວັນອອກສຽງໃຕ້. ລັດຖະບານລາວບໍ່ນຳໃຊ້ຄຳວ່າ “ຊົນກຸ່ມນ້ອຍ” ຫຼື “ຊົນເຜົ່າກຸ່ມນ້ອຍ” ແຕ່ຖືເອົາພົນລະເມືອງລາວທຸກຄົນເປັນ “ຊົນເຜົ່າ” ຢ່າງເປັນທາງການ, ເຊິ່ງລວມໄປເຖິງພົນລະເມືອງກຸ່ມໃຫຍ່ ລາວ-ໄຕ.31 ປະເທດລາວມີສີ່ກຸ່ມຊົນເຜົ່າຫຼັກຕາມໝວດພາສາ ເຊິ່ງປະກອບດ້ວຍ 49 ຊົນເຜົ່າ ແລະ ແບ່ງອອກເປັນກວ່າ 200 ຊົນເຜົ່າຍ່ອຍ.32 ຍ້ອນຈຳນວນ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ ເຮັດໃຫ້ເຂົາເຈົ້າຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ ນັບແຕ່ການເຂົ້າເຖິງຊັບພະຍາກອນ ໄປເຖິງຄວາມບໍ່ສະເໝີພາບລະຫວ່າງປະຊາກອນໃນຊົນນະບົດ ແລະ ຕົວເມືອງ.
ໜ້າເວັບທີ່ກ່ຽວຂ້ອງ
References
- 1. ທະນາຄານໂລກ. 2018. “ທະນາຄານໂລກໃນ ສປປ ລາວ: ພາບລວມ.” ສືບຄົ້ນ 9 ກໍລະກົດ 2018.
- 2. ອ້າງອີງຊ້ຳ.
- 3. ຢູເອັນດີພີ. 2018. “ດັດຊະນີ ແລະ ຕົວຊີ້ວັດການພັດທະນາມະນຸດ: ສະຖິຕິປີ 2018, ສປປ ລາວ.” ສືບຄົ້ນ 10 ຕຸລາ 2018.
- 4. ທະນາຄານໂລກ. 2015. “ໝາຍເຫດກ່ຽວກັບນະໂຍບາຍດ້ານຄວາມທຸກຍາກ ຂອງ ສປປ ລາວ: ຕົວຂັບເຂື່ອນການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.” ວໍຊິງຕັນ ດີຊີ: ກຸ່ມທະນາຄານໂລກ. ສືບຄົ້ນ 9 ກໍລະກົດ 2018.
- 5. ສູນສະຖິຕິແຫ່ງຊາດ. 2018. “ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ II 2017, ບົດລາຍງານຜົນການສຳຫຼວດ ແລະ ສະຖິຕິທີ່ສຳຄັນ.” ວຽງຈັນ, ສປປ ລາວ: ສູນສະຖິຕິແຫ່ງຊາດ ແລະ ອົງການຢູນິເຊັບ. ສືບຄົ້ນ 31 ສິງຫາ 2018.
- 6. ຢູເອັນດີພີ. “ສປປ ລາວ SDG 1: ການລົບລ້າງຄວາມທຸກຍາກ.” ສືບຄົ້ນ 10 ກໍລະກົດ 2018.
- 7. ທະນາຄານພັດທະນາອາຊີ. 2015. “ການຂະຫຍາຍຕົວບໍ່ແຕ່ພຽງຊ່ວຍຫຼຸດຜ່ອນຄວາມທຸກຍາກ, ແຕ່ຍັງເພີ່ມທະວີຄວາມບໍ່ສະເໝີພາບໃນ ສປປ ລາວ – ບົດຄົ້ນຄວ້າ ADB.” ສືບຄົ້ນ 11 ກໍລະກົດ 2018.
- 8. ທະນາຄານໂລກ. 2015. “ໝາຍເຫດກ່ຽວກັບນະໂຍບາຍດ້ານຄວາມທຸກຍາກ ຂອງ ສປປ ລາວ: ຕົວຂັບເຂື່ອນການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.” ວໍຊິງຕັນ ດີຊີ: ກຸ່ມທະນາຄານໂລກ. ສືບຄົ້ນ 9 ກໍລະກົດ 2018.
- 9. ສູນຕົວແບບໃນການຄຸ້ມຄອງໄພພິບັດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ. 2017. “ຄູ່ມືອ້າງອີງການຄຸ້ມຄອງໄພພິບັດ: ສປປ ລາວ.” ສືບຄົ້ນ 31 ສິງຫາ 2018.
- 10. ອົງການອະນາໄມໂລກ. 2016. “WHO: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.” ສືບຄົ້ນ 8 ກໍລະກົດ 2018.
- 11. ເຕເລີ, ມ. 2016. “ອັດຕາການຕາຍຂອງແມ່ຫຼຸດລົງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.” ສືບຄົ້ນ 9 ກໍລະກົດ 2018.
- 12. ສູນສະຖິຕິແຫ່ງຊາດ. 2018. “ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ II 2017, ບົດລາຍງານຜົນການສຳຫຼວດ ແລະ ສະຖິຕິທີ່ສຳຄັນ.” ວຽງຈັນ, ສປປ ລາວ: ສູນສະຖິຕິແຫ່ງຊາດ ແລະະ ອົງການຢູນິເຊັບ. ສືບຄົ້ນ 31 ສິງຫາ 2018.
- 13. ອ້າງອີງຊ້ຳ.
- 14. ການຕິດຕາມ MDG. 2016. “SDG 2: ລົບລ້າງຄວາມອຶດຫິວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມການກະສິກຳແບບຍືນຍົງ.” ສືບຄົ້ນ 11 ກໍລະກົດ 2018.
- 15. ສູນສະຖິຕິແຫ່ງຊາດ. 2018. “ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ II 2017, ບົດລາຍງານຜົນການສຳຫຼວດ ແລະ ສະຖິຕິທີ່ສຳຄັນ.” ວຽງຈັນ, ສປປ ລາວ: ສູນສະຖິຕິແຫ່ງຊາດ ແລະະ ອົງການຢູນິເຊັບ. ສືບຄົ້ນ 31 ສິງຫາ 2018.
- 16. ຊີດີຊີ. 2015. “ສຸຂະພາບໂລກ ຊີດີຊີ: ລາວ.” ສືບຄົ້ນ 12 ກໍລະກົດ 2018.
- 17. ທະນາຄານໂລກ. “ພາບລວມນະໂຍບາຍດ້ານສາທາລະນະສຸກ ແລະ ໂພຊະນາການໃນ ສປປ ລາວ.” ສືບຄົ້ນ 11 ກໍລະກົດ 2018.
- 18. ສູນສະຖິຕິແຫ່ງຊາດ. 2016. “ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ 2015.” ສືບຄົ້ນ ຕຸລາ2018.
- 19. ອົງການຊ່ວຍເຫຼືອເດັກ. “ລາວ: ການສຶກສາ.” ສືບຄົ້ນ 12 ກໍລະກົດ 2018.
- 20. ສະຫະປະຊາຊາດໃນ ສປປ ລາວ. “SDG4 ການສຶກສາທີ່ມີຄຸນນະພາບ.” ສືບຄົ້ນ 8 ກໍລະກົດ 2018.
- 21. ອົງການຊ່ວຍເຫຼືອເດັກ. “ລາວ: ການສຶກສາ.” ສືບຄົ້ນ 12 ກໍລະກົດ 2018.
- 22. ສູນສະຖິຕິແຫ່ງຊາດ. 2018. “ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ II 2017, ບົດລາຍງານຜົນການສຳຫຼວດ ແລະ ສະຖິຕິທີ່ສຳຄັນ.” ວຽງຈັນ, ສປປ ລາວ: ສູນສະຖິຕິແຫ່ງຊາດ ແລະະ ອົງການຢູນິເຊັບ. ສືບຄົ້ນ 31 ສິງຫາ 2018.
- 23. ສະຫະປະຊາຊາດໃນ ສປປ ລາວ. “SDG5 ຄວາມສະເໝີພາບລະຫວ່າງຍິງຊາຍ.” ສືບຄົ້ນ 10 ກໍລະກົດ 2018.
- 24. ສະຫະປະຊາຊາດ ໃນ ສປປ ລາວ. 2015. “ບົດລາຍງານການວິເຄາະປະເທດ: ສປປ ລາວ-ການວິເຄາະເພື່ອເກັບກຳຂໍ້ມູນໂຄງຮ່າງການພົວພັນຮ່ວມມືຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ-ສະຫະປະຊາຊາດ (2017-2021).” ສືບຄົ້ນ ຕຸລາ 2018.
- 25. ຢູເອັນວີເມັນ. “ສະຫະປະຊາຊາດເພື່ອແມ່ຍິງໃນອາຊີປາຊິຟິກ: ສປປ ລາວ.” ສືບຄົ້ນ 11 ກໍລະກົດ 2018.
- 26. ການປົກປ້ອງທາງສັງຄົມ ແລະ ການດຳລົງຊີວິດແບບຍືນຍົງ. 2015. “ການປົກປ້ອງທາງສັງຄົມໃນ ສປປ ລາວ: ໂຄງສ້າງ, ຄວາມອ່ອນໄຫວ, ຍຸດທະສາດການຈັດການ ແລະ ຊ່ອງຫວ່າງ.” ສືບຄົ້ນ 10 ກໍລະກົດ 2018.
- 27. ທະນາຄານພັດທະນາອາຊີ. 2010. “ສິ່ງທ້າທາຍ ແລະ ໂອກາດ ສຳລັບການຄຸ້ມຄອງທາງສັງຄົມໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.” ສືບຄົ້ນ 7 ກໍລະກົດ 2018.
- 28. ສູນສະຖິຕິແຫ່ງຊາດ. 2018. “ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ II 2017, ບົດລາຍງານຜົນການສຳຫຼວດ ແລະ ສະຖິຕິທີ່ສຳຄັນ.” ວຽງຈັນ, ສປປ ລາວ: ສູນສະຖິຕິແຫ່ງຊາດ ແລະະ ອົງການຢູນິເຊັບ. ສືບຄົ້ນ 31 ສິງຫາ 2018.
- 29. ການປົກປ້ອງທາງສັງຄົມ ແລະ ການດຳລົງຊີວິດແບບຍືນຍົງ. 2015. “ການປົກປ້ອງທາງສັງຄົມໃນ ສປປ ລາວ: ໂຄງສ້າງ, ຄວາມອ່ອນໄຫວ, ຍຸດທະສາດການຈັດການ ແລະ ຊ່ອງຫວ່າງ.” ສືບຄົ້ນ 10 ກໍລະກົດ 2018.
- 30. ອົງການແຮງງານສາກົນ. 2009. “ການມີສ່ວນຮ່ວມຂອງຜູ້ພິການໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.” ສືບຄົ້ນ 11 ກໍລະກົດ 2018.
- 31. ກະຊວງສາທາລະນະສຸກ. 2015. “ແຜນພັດທະນາຊົນເຜົ່າສຳລັບໂຄງການຄຸ້ມຄອງສາທາລະນະສຸກ ແລະ ສົ່ງເສີມໂພຊະນາການ.” ສືບຄົ້ນ 2 ກໍລະກົດ 2018.
- 32. ຄິງ, ອ., ແລະ ໂດມິນິກ ແວນເດິ ວອລ. 2010. “ຄວາມຫຼາກຫຼາຍດ້ານຊົນເຜົ່າ-ພາສາ ແລະ ຜົນເສຍ.” ຊົນກຸ່ມນ້ອຍ, ຄວາມທຸກຍາກ ແລະ ການພັດທະນາ: 50. ສືບຄົ້ນ 2 ກໍລະກົດ 2018.