ພະລັງງານ

ບົດຄວາມນີ້ໂດຍຫຼັກຈະເວົ້າກ່ຽວກັບການຜະລິດ, ການແຈກຈ່າຍ ແລະ ການນຳໃຊ້ພະລັງງານໄຟຟ້າຂອງປະເທດລາວ. ໄຟຟ້າຖືເປັນແຫຼ່ງພະລັງງານຫຼັກສຳລັບການພັດທະນາເສດຖະກິດພາຍໃນປະເທດ ແລະ ການສົ່ງອອກພະລັງງານໄຟຟ້າໄປຍັງປະເທດເພື່ອນບ້ານຍັງສາມາດສ້າງລາຍຮັບເຂົ້າປະເທດ.1

ພາຍຫຼັງການປ່ຽນແປງດ້ານເສດຖະກິດສູ່ນະໂຍບາຍ ‘ເປີດປະຕູສູ່ພາຍນອກ’ ໃນປີ 1986, ການພັດທະນາດ້ານເສດຖະກິດຂອງລາວໄດ້ມີການກ້າວກະໂດດ ເຫັນໄດ້ຈາກການຫັນປ່ຽນຈາກການພັດທະນາດ້ານກະສິກຳເປັນຫຼັກ ໄປສູ່ການພັດທະນາຂະແໜງການຕ່າງໆເຊັ່ນ ການບໍລິການ ແລະ ອຸດສາຫະກຳ. ດ້ວຍເຫດນີ້ ຄວາມຕ້ອງການທາງດ້ານພະລັງງານກໍຍິ່ງນັບມື້ນັບເພີ່ມຂຶ້ນ. ການຂະຫຍາຍຕົວດ້ານຄວາມຕ້ອງການດັ່ງກ່າວສາມາດສັງເກດໄດ້ຢ່າງຈະແຈ້ງ ແຕ່ປີ 1990-2013 ເຊິ່ງປ່ຽນແປງຈາກປະມານ 1,112 ກິໂລໂຕນນ້ຳມັນດິບ ໃນປີ 1990 ມາເປັນ 2,666 ກິໂລໂຕນນ້ຳມັນດິບ ໃນປີ 2013.2

ການນຳໃຊ້ພະລັງງານທີ່ເພີ່ມຂຶ້ນໃນ ສປປ ລາວ ແມ່ນເນື່ອງມາຈາກການເພີ່ມຂຶ້ນຂອງປະຊາກອນ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດ.3 ແຕ່ປີ 2014-2018, ການນຳໃຊ້ໄຟຟ້າຂະຫຍາຍຕົວຈາກ 2.4 ຕື້ກິໂລວັດ ມາເປັນ 4.24 ຕື້ກິໂລວັດ.4 ການສະໜອງ ແລະ ການເຂົ້າເຖິງພະລັງງານໄຟຟ້າທີ່ມີປະສິດທິຜົນ ແມ່ນພື້ນຖານໃນການຕອບສະໜອງຄວາມຕ້ອງການດ້ານພະລັງງານທີ່ເພີ່ມຂຶ້ນຂອງ ສປປ ລາວ ແລະ ການບັນລຸເປົ້າໝາຍການພັດທີ່ນາທີ່ວາງອອກ.

ໃນປະຈຸບັນ 80.3 ເປີເຊັນຂອງປະຊາກອນໃນຊົນນະບົດ ແລະ 97.4 ເປີເຊັນຂອງປະຊາກອນໃນຕົວເມືອງ ມີການເຂົ້າເຖິງກະແສໄຟຟ້າ.5 ເຖິງຢ່າງໃດກໍຕາມ ລັດຖະບານໄດ້ວາງເປົ້າໝາຍການເຂົ້າເຖິງໄຟຟ້າຂອງພົນລະເມືອງໃຫ້ໄດ້ 98 ເປີເຊັນ ພາຍໃນ 2030.6 ເພື່ອບັນລຸເປົ້າໝາຍດັ່ງກ່າວ ໄດ້ມີການນຳໃຊ້ກົດໝາຍ ແລະ ນະໂຍບາຍຕ່າງໆ. ນອກນັ້ນ ການຮ່ວມມືກັບພາກເອກະຊົນ ແລະ ອົງການຈັດຕັ້ງຕ່າງໆຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ກໍເປັນອີກປັດໃຈໜຶ່ງທີ່ສຳຄັນ. 

ສິ່ງທ້າທາຍຫຼັກຂອງຂະແໜງການພະລັງງານຂອງ ສປປ ລາວ ແລະ ການພັດທະນາຂະແໜງການ ລວມມີ: 7

  • ລັກສະນະພູມສັນຖານທີ່ບໍ່ສາມາດເຂົ້າເຖິງ
  • ລະເບີດທີ່ຍັງບໍ່ທັນແຕກຍັງມີຫຼາຍ ໂດຍສະເພາະໃນເຂດຊົນນະບົດ
  • ການຂະຫຍາຍຕົວດ້ານເສດຖະກິດທີ່ຕ່ຳໃນເຂດແຂວງທີ່ບໍ່ສາມາດເຂົ້າເຖິງ 
  • ປະຊາກອນໃນຊົນນະບົດທີ່ບໍ່ສາມາດເຂົ້າຖິງໄດ້

 

ເຂດທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກໃນລາວ. ແຫຼ່ງຂໍ້ມູນ: https://laos.pp.opendevelopmentmekong.net/lo/dataset/?id=nama-for-the-renewable-energy-sector-in-laos

ສປປ ລາວ ພະຍາຍາມນຳໃຊ້ທີ່ຕັ້ງເຊິ່ງເປັນສູນກາງເພື່ອສ້າງປະໂຫຍດທາງດ້ານເສດຖະກິດ ໂດຍສະເພາະການເປັນປະເທດທີ່ບໍ່ມີຊາຍແດນຕິດທະເລ.8 ປະເທດລາວຂາຍໄຟຟ້າສ່ວນໃຫຍ່ໃຫ້ປະເທດໄທ ແລະ ປະເທດເພື່ອນບ້ານ ຄືຫວຽດນາມ ແລະ ກຳປູເຈຍ. ພາຍໃນ 2030 ຄາດວ່າຈະເພີ່ມການສົ່ງອອກພະງັງງານໄຟຟ້າໃຫ້ໄດ້  15,000 ເມກາວັດ –ໃນນັ້ນ 10,000 ເມກາວັດ ສົ່ງອອກໃຫ້ໄທ ແລະ 5,000 ເມກາວັດ ສົ່ງອອກໃຫ້ຫວຽດນາມ, ກຳປູເຈຍ ແລະ ມຽນມາ.

ພະລັງງານຊົມໃຊ້ ແລະ ຄວາມຕ້ອງການ

ພະລັງງານຊີວະມວນແມ່ນຊັບພະຍາກອນພະລັງງານທີ່ມີຢູ່ແຜ່ຫຼາຍໃນປະເທດ ແລະ ບໍ່ຈຳເປັນຕ້ອງມີການນຳເຂົ້າ. ປີ 2013 ການນຳໃຊ້ຊີວະມວນມີປະມານ 1.27 ລ້ານໂຕນນ້ຳມັນດິບ, ກວມ 51.3 ເປີເຊັນຂອງການສະໜອງພະລັງງານລວມຫຼັກ. ແຫຼ່ງພະລັງງານຊົມໃຊ້ຫຼາຍສຸດອັນດັບທີ່ສອງ ແມ່ນນ້ຳມັນເຊື້ອໄຟ.  ຍ້ອນ ສປປ ລາວບໍ່ມີແຫຼ່ງນ້ຳມັນ ຈຶ່ງຕ້ອງນຳເຂົ້າຈາກປະເທດໄທ ແລະ ຫວຽດນາມ.

 

ການຜະລິດພະລັງງານ

ປີ 2013 ການສະໜອງພະລັງງານຫຼັກລວມຂອງ ສປປ ລາວ ແມ່ນ 2.47 ລ້ານໂຕນນ້ຳມັນດິບ. ພະລັງງານຫຼັກໄດ້ແກ່ ນ້ຳມັນ, ໄຟຟ້າພະລັງນ້ຳ, ຖ່ານຫີນ ແລະ ຊີວະມວນ. ໄຟຟ້າສ່ວນໃຫຍ່ (56 ເປີເຊັນ) ແມ່ນຜະລິດຈາກເຂື່ອນໄຟຟ້າ.9

ການຜະລິດພະລັງງານສິ້ນເປືອງ

ປະມານ 20 ເປີເຊັນ ຂອງຄວາມຕ້ອງການດ້ານພະລັງງານຫຼັກແມ່ນສະໜອງຈາກແຫຼ່ງພະລັງງານສິ້ນເປືອງ ເຊິ່ງລວມມີນ້ຳມັນ (17 ເປີເຊັນ)  ແລະ ຖ່ານຫີນ (17 ເປີເຊັນ) .10 ປະຈຸບັນຖ່ານຫີນໃນລາວມີປະມານ 600–700  ລ້ານໂຕນ, ເຊິ່ງສ່ວນໃຫຍ່ແມ່ນຖ່ານຫີນລິກໄນ ແລະ ມີແອນທຣາໄຊເປັນສ່ວນໜ້ອຍ.11 ການນຳໃຊ້ຖ່ານຫີນແມ່ນສະເພາະຢູ່ໃນໂຮງງານຊີມັງ ເຊິ່ງນຳໃຊ້ຢູ່ປະມານ 35,000 ໂຕນຕໍ່ປີ ແລະ ມີກຸ່ມຜູ້ໃຊ້ຂະໜາດນ້ອຍອີກຈຳນວນໜຶ່ງ. ສ່ວນນ້ຳມັນ ແລະ ອາຍແກສ໌ທະທຳມະຊາດ ມາຮອດປະຈຸບັນຍັງບໍ່ມີການຄົ້ນພົບໃນລາວ.

ພະລັງງານເຊື້ອໄຟສິ້ນເປືອງ (ນ້ຳມັນ, ແກສ໌ທຳມະຊາດ ແລະ ຖ່ານຫີນ) ແມ່ນຜະລິດຕະພັນພະລັງງານທີ່ມີການຄ້າຂາຍທົ່ວໄປ ແຕ່ວ່າຄັງສະໜອງພະລັງງານດັ່ງກ່າວໃນທົ່ວໂລກກຳລັງຈະໝົດໄປ.12 ຍ້ອນສາເຫດດັ່ງກ່າວບວກກັບຜົນກະທົບທາງລົບຕໍ່ສິ່ງແວດລ້ອມຂອງແຫຼ່ງພະລັງງານສິ້ນເປືອງ, ສປປ ລາວ ຈຶ່ງຫັນມານຳໃຊ້ແຫຼ່ງພະລັງງານພະລັງງານໝູນວຽນ ແລະ ພະລັງງານທາງເລືອກ.13 

ການຜະລິດພະລັງງານໝູນວຽນ

ປະມານ 80 ເປີເຊັນຂອງການສະໜອງພະລັງງານຫຼັກແມ່ນມາຈາກແຫຼ່ງພະລັງງານໝູນວຽນເຊັ່ນ ຊີວະມວນ (68 ເປີເຊັນ) ແລະ ພະລັງງານໄຟຟ້ານ້ຳຕົກ (12 ເປີເຊັນ).14 ຊີວະມວນແມ່ນນຳໃຊ້ໃນຄົວເຮືອນ ໃນການແຕ່ງຢູ່ຄົວກິນ ແລະ ໃນການຜະລິດອຸດສາຫະກຳຂະໜາດນ້ອຍໃນຊົນນະບົດ ເຊັ່ນ ການປຸງແຕ່ງຢາສູບ15 ແຫຼ່ງພະລັງງານຊີວະມວນແມ່ນໄດ້ມາຈາກຂະແໜງການກະສິກຳ ແລະ ປ່າໄມ້ ເຊິ່ງເກີດຈາກສິ່ງເສດເຫຼືອໃນຮູບຂອງຂີ້ເລື່ອຍ, ແກນສາລີ, ເຟືອງ ແລະ ຂີ້ແກບ. ເຊິ່ງລວມແລ້ວທຽບເທົ່າກັບ 500 ລ້ານ​ໂຕນນ້ຳມັນດິບ.16 ເພື່ອເສີມຂະຫຍາຍການພັດທະນາເຊື້ອເພີງຊີວະພາບ, ສປປ ລາວ ກຳລັງສ້າງນະໂຍບາຍແຫ່ງຊາດ ໂດຍຕັ້ງເປົ້າໝາຍການນຳໃຊ້ເຊື້ອເພີງຊີວະພາບ 10 ເປີເຊັນ ເຂົ້າໃນຂະແໜງການຂົນສົ່ງ ພາຍໃນປີ 2025.17

ລະບົບພະລັງງານແສງອາທິດແມ່ນອີກແຫຼ່ງພະລັງງານໜຶ່ງທີ່ປະກອບສ່ວນໃນການຜະລິດພະລັງງານໝູນວຽນ. ສປປ ລາວ ມີແສງຕາເວັນສະເລ່ຍ 200-300 ວັນຕໍ່ປີ ເຊິ່ງມີທ່າແຮງໃນການຜະລິດພະລັງງານແສງອາທິດ 4.5–5.0 ກິໂລວັດໂມງຕໍ່ຕາແມັດຕໍ່ວັນ.18 ພະລັງງານແສງອາທິດເຖິງຈະບໍ່ແມ່ນແຫຼ່ງພະລັງງານຫຼັກ ແຕ່ກໍ່ມີບົດບາດສຳຄັນໃນການສະໜອງພະລັງງານສຳລັບພື້ນທີ່ຫ່າງໄກສອກຫຼີກນອກຕາຂ່າຍໄຟຟ້າ. ມາເຖິງປະຈຸບັນ ມີປະມານ 13,000  ຄົວເຮືອນໃນພື້ນທີ່ສອກຫຼີກ ທີ່ນຳໃຊ້ລະບົບພະລັງງານແສງອາທິດບ້ານ.

ສ່ວນການປະເມີນທາງວິທະຍາສາດສຳລັບທ່າແຮງດ້ານພະລັງງານລົມຍັງບໍ່ມີການດຳເນີນໃນລາວ. ເຖິງຢ່າງໃດກໍຕາມ ບົດວິພາກຄວາມເປັນໄປໄດ້ຂັ້ນພື້ນຖານຢູ່ເມືອງນອງ ແລະ ເມືອງຊົນບູລີ ແຂວງສະຫວັນນະເຂດ ໄດ້ສະແດງທ່າແຮງດ້ານພະລັງງານລົມ ໃນອັດຕາ 64 ເມກາວັດ.19

ເຂື່ອນໄຟຟ້ານ້ຳຕົກ

ພະລັງງານໄຟຟ້ານ້ຳຕົກແມ່ນໜຶ່ງໃນແຫຼ່ງພະລັງງານໄຟຟ້າຫຼັກ ໃນ ສປປ ລາວ. ບັນດາອ່າງໂຕ່ງຍ່ອຍຂອງແມ່ນ້ຳຂອງຄາດຄະເນທ່າແຮງການຜະລິດພະລັງງານໄຟຟ້ານ້ຳຕົກສະເລ່ຍ 20,000 ເມກາວັດ; ໃນນັ້ນ ມາເຖິງປີ 2013 ມີການພັດທະນາແລ້ວ 2,971 ເມກາວັດ.

ເຂື່ອນໄຟຟ້ານ້ຳຕົກສ່ວນໃຫຍ່ແມ່ນສ້າງຢູ່ຕາມສາຂາຂອງແມ່ນ້ຳຂອງ ແລະ ສາມາດສະໜອງພະລັງງານກວ່າ 3,240 ເມກາວັດ. ເຂື່ອນໄຟຟ້າໃຫຍ່ແຫ່ງທຳອິດ ແມ່ນເຂື່ອນໄຟຟ້ານ້ຳງື່ມ 1 ຖືກສ້າງຂຶ້ນຕາມສາຍແມ່ນ້ຳງື່ມ ໃນປີ 1971 ຢູ່ແຂວງວຽງຈັນ.20 ມາເຖິງທ້າຍສັດຕະວັດທີ 20 ເຂື່ອນໄຟຟ້າດັ່ງກ່າວໄດ້ສະໜອງກະແສໄຟຟ້າສ່ວນໃຫຍ່ພາຍໃນປະເທດ ແລະ ຍັງສະໜອງພະລັງງານເພື່ອການສົ່ງອອກໄປປະເທດໄທ. ເຂື່ອນໄຟຟ້າທີ່ສາມາດຜະລິດກະແສໄຟຟ້າໄດ້ຫຼາຍທີ່ສຸດໃນລາວແມ່ນເຂື່ອນໄຟຟ້ານ້ຳເທີນ 2, ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າປະເທດໄດ້ເຖິງ 2 ຕື້ໂດລາສະຫະລັດພາຍໃນໄລຍະຊາວປີ.21 ນອກຈາກສອງເຂື່ອນດັ່ງກ່າວນີ້ ປະຈຸບັນລັດຖະບານລາວຍັງໄດ້ລົງນາມບົດບັນທຶຄວາມເຂົ້າໃຈ ຫຼື ມີການຄົ້ນຄວ້າວິໄຈກ່ຽວກັບພະລັງງານໄຟຟ້ານ້ຳຕົກຫຼາຍກວ່າ 70 ໂຄງການ.22

ເຂື່ອນໄຟຟ້ານ້ຳງື່ມ. ຮູບຖ່າຍ ໂດຍ ມັສສະ, ວັນທີ 30 ສິງຫາ 2005. ລິຂະສິດພາຍໃຕ້: CC BY-NC 2.0.

ເຂື່ອນໄຟຟ້າປະເພດອື່ນ ໄດ້ແກ່ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ເຊິ່ງມີກຳລັງການຜະລິດນ້ອຍກວ່າ 15 ເມກາວັດ. ເຂື່ອນໄຟຟ້າຂະໜາດນ້ອຍມີທ່າແຮງການຜະລິດລວມຄາດຄະເນປະມານ 2,000 ເມກາວັດ, ເຊິ່ງເປັນອີກໜຶ່ງແຫຼ່ງພະລັງງານມີປະໂຫຍດ.

ເປົ້າໝາຍ ແລະ ແຜນການຂອງລັດຖະບານ

ລັດຖະບານວາງແຜນການຂະຫຍາຍອັດຕາການເຂົ້າເຖິງກະແສໄຟຟ້າໃຫ້ໄດ້ 90 ເປີເຊັນ ພາຍໃນປີ 2020 ຈາກ 87 ເປີເຊັນໃນປີ 2013. ນອກນັ້ນ ຍັງມີເປົ້າໝາຍອື່ນໆ ເຊັ່ນ:23 

  • ເພີ່ມຄວາມສາມາດໃນການເລືອກ ແລະ ການເຂົ້າເຖິງຮູບແບບພະລັງງານທີ່ທັນສະໄໝ
  • ເພີ່ມສ່ວນແບ່ງພະລັງງານໝູນວຽນໃນການສະໜອງພະລັງງານທັງໝົດຂຶ້ນເປັນ 30 ເປີເຊັນ ພາຍໃນປີ 2030
  • ເພີ່ມທະວິການເຂົ້າເຖິງກະແສໄຟຟ້າດ້ວຍການຂະຫຍາຍຕາຂ່າຍໄຟຟ້າ ແລະ ການຜະລິດໄຟຟ້າໃນເຂດຊົນນະບົດນອກຕາຂ່າຍ
  • ຮັກສາອັດຕາພາສີທີ່ສາມາດຈ່າຍໄດ້
  • ສົ່ງເສີມປະສິດທິຜົນ ແລະ ການຮັກສາພະລັງງານ

ໂຄງການໄຟຟ້ານ້ຳຕົກໃນລາວ, 2014. ແຜນທີ່ສ້າງໂດຍ ODM, ເບິ່ງແຜນທີ່ອື່ນໄດ້ທີ່ Map Explorer.

ຂໍ້ມູນທີ່ກ່ຽວຂ້ອງກັບບົດຄວາມພະລັງງານ

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

AZhPR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!