ພະລັງງານ
ພະລັງງານ
ບົດຄວາມນີ້ໂດຍຫຼັກຈະເວົ້າກ່ຽວກັບການຜະລິດ, ການແຈກຈ່າຍ ແລະ ການນຳໃຊ້ພະລັງງານໄຟຟ້າຂອງປະເທດລາວ. ໄຟຟ້າຖືເປັນແຫຼ່ງພະລັງງານຫຼັກສຳລັບການພັດທະນາເສດຖະກິດພາຍໃນປະເທດ ແລະ ການສົ່ງອອກພະລັງງານໄຟຟ້າໄປຍັງປະເທດເພື່ອນບ້ານຍັງສາມາດສ້າງລາຍຮັບເຂົ້າປະເທດ.1ພາຍຫຼັງການປ່ຽນແປງດ້ານເສດຖະກິດສູ່ນະໂຍບາຍ ‘ເປີດປະຕູສູ່ພາຍນອກ’ ໃນປີ 1986, ການພັດທະນາດ້ານເສດຖະກິດຂອງລາວໄດ້ມີການກ້າວກະໂດດ ເຫັນໄດ້ຈາກການຫັນປ່ຽນຈາກການພັດທະນາດ້ານກະສິກຳເປັນຫຼັກ ໄປສູ່ການພັດທະນາຂະແໜງການຕ່າງໆເຊັ່ນ ການບໍລິການ ແລະ ອຸດສາຫະກຳ. ດ້ວຍເຫດນີ້ ຄວາມຕ້ອງການທາງດ້ານພະລັງງານກໍຍິ່ງນັບມື້ນັບເພີ່ມຂຶ້ນ. ການຂະຫຍາຍຕົວດ້ານຄວາມຕ້ອງການດັ່ງກ່າວສາມາດສັງເກດໄດ້ຢ່າງຈະແຈ້ງ ແຕ່ປີ 1990-2013 ເຊິ່ງປ່ຽນແປງຈາກປະມານ 1,112 ກິໂລໂຕນນ້ຳມັນດິບ ໃນປີ 1990 ມາເປັນ 2,666 ກິໂລໂຕນນ້ຳມັນດິບ ໃນປີ 2013.2ການນຳໃຊ້ພະລັງງານທີ່ເພີ່ມຂຶ້ນໃນ ສປປ ລາວ ແມ່ນເນື່ອງມາຈາກການເພີ່ມຂຶ້ນຂອງປະຊາກອນ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດ.3 ແຕ່ປີ 2014-2018, ການນຳໃຊ້ໄຟຟ້າຂະຫຍາຍຕົວຈາກ 2.4 ຕື້ກິໂລວັດ ມາເປັນ 4.24 ຕື້ກິໂລວັດ.4 ການສະໜອງ ແລະ ...
ນະໂຍບາຍ ແລະ ການຄຸ້ມຄອງດ້ານພະລັງງານ
ກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການສະໜອງພະລັງງານໃນ ສປປ ລາວ ລວມມີ:ກົດໝາຍໄຟຟ້າປີ 1997, ດັດແກ້ໃນປີ 2012. ກົດໝາຍສະບັບນີ້ ຽວຂ້ອງກັບການຜະລິດ ແລະ ການແຈກຢາຍໄຟຟ້າໃນ ສປປ ລາວ. ເຊິ່ງສ້າງມາດຕະຖານໃນການຄຸ້ມຄອງ, ການຜະລິດ, ການແຈກຢາຍ, ການສົ່ງຕໍ່ ແລະ ການນຳເຂົ້າ/ສົ່ງອອກກະແສໄຟຟ້າ.1ຖະແຫຼງການກ່ຽວກັບນະໂຍບາຍຂະແໜງການພະລັງງານ 2001 ແນໃສ່ສະໜອງພະລັງງານໄຟຟ້າທີ່ສາມາດນຳໃຊ້ໄດ້ສຳລັບໝົດທຸກຄົນ. ເປົ້າໝາຍດັ່ງກ່າວລວມມີວັດຖຸປະສົງໃນການເພີ່ມອັດຕາການເຂົ້າເຖິງກະແສໄຟຟ້າໃຫ້ໄດ້ 90 ເປີເຊັນໃນປີ 2020, ການສົ່ງເສີມການຮ່ວມມືລັດ-ເອກະຊົນໃນການພັດທະນາພະລັງງານໄຟຟ້ານ້ຳຕົກ ແລະ ຈັດຕັ້ງປະຕິບັດການພັດທະນາຕາຂ່າຍໄຟຟ້າ 500 ກິໂລໂວນ.2ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (NSEDP) 2016–2020 ກຳນົດທິດທາງທີ່ຈຳເປັນສຳລັບຂະແໜງພະລັງງານຄື “ສຸມໃສ່ການພັດທະນາພະລັງງານໄຟຟ້ານ້ຳຕົກ ພະລັງງານໄຟຟ້າຄວາມຮ້ອນ, ພະລັງງານແສງອາທິດ ແລະ ພະລັງງານໂຮງງານອຸດສາຫະກຳ ເພື່ອຫັນປ່ຽນຂະແໜງການພະລັງງານໃຫ້ເປັນຂະແໜງສ້າງລາຍຮັບເພື່ອສົ່ງເສີມການຜະລິດ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.”3ຍຸດທະສາດການພັດທະນາພະລັງງານໝູນວຽນ ...