ເດິລາວທຽນທາມສ໌

ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຂອງລາວ ເປັນສາເຫດຂອງຄວາມກັງວົນ

ອັດຕາເງິນເຟີ້ໃນລາວ ຄາດວ່າຈະກ້າວໄປໄກກວ່າຈຸດສູງສຸດໃນຮອບ 6 ປີ, ເພີ່ມຂຶ້ນຈາກ 6.25% ໃນເດືອນມັງກອນ ມາເປັນ 7.3% ໃນເດືອນກຸມພາ, ອີງຕາມສໍານັກງານສະຖິຕິຂອງລາວ. ໃນຂະນະທີ່ລັດຖະບານໄດ້ວາງເປົ້າຫມາຍການເຕີບໂຕຂອງ GDP ປະຈໍາປີຢ່າງຫນ້ອຍ 4% ຈາກປັດຈຸບັນເຖິງ 2025, ອັດຕາເງິນເຟີ້ຂອງປີຕໍ່ປີໄດ້ເລັ່ງຈາກ 6.25% ໃນເດືອນມັງກອນມາເປັນ 7.3% ໃນເດືອນກຸມພາ, ໂດຍບໍ່ມີຕົວຊີ້ວັດທີ່ຈະຊ້າລົງ.ອ່ານເພິ່ມເຕີມ ...

ລັດສະໝີ ພອນວິໄລ

ລາວ ແລະ ໄທ ສ້າງຂົວຂ້າງແມ່ນ້ຳຂອງແຫ່ງໃໝ່ສຳລັບທາງລົດ ແລະ ລົດໄຟ

ລັດ​ຖະ​ມົນ​ຕີ​ກະ​ຊວງຄົມມະນາຄົມ​ຂົນ​ສົ່ງ​ຂອງ​ໄທ ທ່ານ ສັກສາຍາມ ຊິດຊອບ, ກ່າວ​ວ່າ ຂົວ​ດັ່ງກ່າວຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ປະ​ມານ 4 ຕື້​ບາດ (1,2 ຕື້ USD), ແລະ ອາດ​ຈະແມ່ນຈາກ​ທຶນ​ຈາກ​ທັງ​ສອງ​ປະ​ເທດ. ທ່ານກ່າວຕື່ມວ່າ: ການສຶກສາອອກແບບຂົວດັ່ງກ່າວຄາດວ່າຈະມີມູນຄ່າປະມານ 140 ລ້ານບາດ (4.25 ລ້ານໂດລາສະຫະລັດ) ຈາກງົບປະມານສູນກາງ ແລະຈະຄຸ້ມຄອງໂດຍກົມທາງຫຼວງຂອງໄທ.  ​ໂຄງການ​ທາງ​ລົດ​ໄຟ​ໄລຍະ​ທຳ​ອິດ​ຂອງ​ໄທ-ຈີນ​ທີ່​ແລ່ນ​ຈາກ​ບາງກອກ​ຫາ​ນະ​ຄອນ​ຣາຊະ​ສີ​ມາ​ແມ່ນ​ຢູ່​ໃນ​ການ​ພັດທະນາ​ແລະ​ມີ​ກຳນົດ​ຈະ​ເປີດ​ໃຫ້​ໃຊ້​ໃນ​ປີ 2026.ສືບຕໍ່ອ່ານ ...

ລັດສະໝີ ພອນວິໄລ

ສປປ ລາວ ດຳເນີນການສັກຢາວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດາເຍົາວະຊົນ

ໜ່ວຍສະເພາະກິດ ເພື່ອສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ໄດ້ອອກຖະແຫຼງການກ່ຽວກັບການເລິ່ມຈັດຕັ້ງການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດານ້ອງນ້ອຍເຍົາວະຊົນ ທີ່ຢູ່ໃນລະຫວ່າງອາຍຸ 6 – 11 ປີ ຢູ່ບັນດາເມືອງຕ່າງໆຂອງແຂວງຜົ້ງສາລີ. ປັດຈຸບັນ ອັດຕາການສັກຢາວັກຊິນໄດ້ກວດເອົາ 64.51 ເປີເຊັນຂອງປະຊາກອນທັງໝົດ ຫຼື 4,733,538 ຄົນ ແລະ 55.48 ຫຼື 4,070,995 ຄົນທີ່ຮັບການສັກສົມບູນຄົບໂດສທີ່ແນະນຳ. ອ່ານເພິ່ມເຕີມ  ...

ຄອນພະຈັນ ສີບຸນ

ການຈູດຂີ້ເຫຍື່ອກໍເກີດໝອກຄວັນມົນລະພິດປົກຄຸມທົ່ວນະຄອນຂອງລາວ

ໃນຕອນເຊົ້າຂອງວັນເສົາ, ຢູ່ໃນຂອບເຂດຕົວເມືອງໄຊທານີ, ໄດດ້ເກີດມີເຫດການໝອກຄວັນປົກຄົມທົ່ວພື້ນທີ່ ຊຶ່ງສົ່ງຜົນກະທົບຕໍ່ຜູ້ອາໃສໃນອານາເຂດອ້ອມຄຽງ. ສະຖານທີ່ດັ່ງກ່າວ ເປັນບ່ອນຖື້ມຂີ່ເຫຍື່ອ ຊຶ່ງຕັ້ງຢູ່ຫຼັກ 32 ເມືອງໄຊທານີ, ນະຄອນຫຼວງ ເປັນບ່ອນບັນຈຸວັດຖຸບັນຈຸໄຟຫຼາຍຊະນິດຊຶ່ງເປັນການຍາກໃນການຄວບຄຸມ. ການວັດລະດັບມົນລະພິດຢູ່ນະຄອນຫຼວງຈັນ / Air Quality Index (AQI)ມີຢູ່ທີ່ລະດັບ 152, ຊຶ່ງຈັດຢູ່ໃນເກນທີ່ສົ່ງຜົນເສຍຕໍ່ສຸຂະພາບ. ເຫດການດັ່ງກ່າວໄດ້ໃຊ້ເວລາຈຳນວນຫຼາຍວັນໃນການດັບໄຟ, ອຳນາດການປົກຄອງໄດ້ແນະນຳໃຫ້ປະຊາຊົນທີ່ອາໃສໃນອານາເຂດໃກ້ຄຽງໃຫ້ສວມໜ້າກາກເພື່ອປ້ອງກັນພົນລະພິດທີ່ເກີດຈາກການເຜົາໃໝ້ດັ່ງກ່າວ. ອ່ານເພິ່ມເຕີມ   ...

ລັດສະໝີ ພອນວິໄລ

ສປປ ລາວ ຖືກຍົກລະດັບຕຳແໜ່ງດັດຊະນີຄວາມສໍ້ລາດບັງຫຼວງຂື້ນໃນປີ 2021

ໃນຊຸມປີຜ່ານມາມໍ່ໆນີ້, ປະເທດລາວໄດ້ຖືກຈັດອັນດັບຄວາມສໍ້ລາດບັງຫຼວງເພີ່ມລະດັບຂຶ້ນຈາກ 135 ໃນປີ 2017 ເປັນ 132 ໃນປີ 2018, 130 ໃນປີ 2019 ແລະ ຫຼຸດລົງມາເປັນ 134 ໃນປີ 2020. ເພື່ອສົ່ງເສີມຄວາມໂປ່ງໃສໃນລາວ, ລັດຖະບານໄດ້ສຸມໃສ່ການພັດທະນາຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງລະຫວ່າງພະນັກງານ, ນັກສຶກສາ. ລັດຖະບານ​ພວມ​ສືບ​ຕໍ່​ສ້າງ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ປັບປຸງ​ນິຕິ​ກຳ​ຕ່າງໆ​ເຊັ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.ອ່ານເພິ່ມເຕີມ  ...

Phayboune Thanabouasy
http://ໄພບູນ ທະນະບົວສີ

Makerbox ກາຍເປັນສະຖານທີ່ປະດິດສ້າງຂອງຊຸມຊົນສາທາລະນະແຫ່ງທຳອິດໃນລາວ

The Makerbox Lao (MBL) ໝາຍເຖິງ “ພື້ນທີ່ຜູ້ຜະລິດ” ຊຶ່ງເປັນແຫ່ງທຳອິດໃນລາວ, ໂດຍເຮັດໃຫ້ສະມາຊິກ ແລະ ນັກທ່ອງທ່ຽວສາມາດເພີດເພີນໄປກັບພື້ນທີ່ເຮັດວຽກຮ່ວມກັນ, ລວມທັງສິ່ງອໍານວຍຄວາມສະດວກທີ່ທັນສະໄໝສຳລັບການທົດລອງ ແລະ ການຄົ້ນພົບກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ, ສິລະປະ ແລະ ຄະນິດສາດ. ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນຈັດກອງປະຊຸມສຳມະນາໃຫ້ແກ່ບັນດານັກວິຊາຊີບ, ຜູ້ມັກ ແລະ ສະມາຊິກທີ່ມີຄວາມສົນໃຈ ເພື່ອໄດ້ປະສົບການໃນຫຼາຍໆຫົວຂໍ້ ເປັນຕົ້ນໄອທີ ຈົນເຖິງ ສິລະປະ ແລະ ຫັດຖະກຳ, ໂດຍມີນັກວາທະສິນທັງຈາກລາວ ແລະ ຕ່າງປະເທດ.ອ່ານເພິ່ມເຕີມ  ...

ລາວຊຽນທາມສ໌

ກຸ່ມບໍລິສັດພົງສະຫວັນ ສະໜັບສະໜູນໂຄງການພັດທະນາຕົວເມືອງທັນສະໄໝໃນນະຄອນຫຼວງວຽງຈັນ

ທ່ານ ໄພບູນ ພົງສະຫວັນ, ປະທານກຸ່ມບໍລິສັດພົງສະຫວັນ ກ່າວວ່າ: ໂຄງຮ່າງຂອງໂຄງການເມືອງສະຫຼາດ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ຈະຖືກກໍ່ສ້າງໃນເນື້ອທີ່ 1,500 ເຮັກຕາ, ໂດຍກຸ່ມບໍລິສັດພົງສະຫວັນ ໄດ້ປະກອບສ່ວນເຂົ້າໃນການອອກແບບ ແລະ ພັດທະນາໂຄງການໃນເນື້ອທີ່ 300 ເຮັກຕາ.ຕົວເມືອງທັນສະໄໝແຫ່ງນີ້ ຈະນຳໃຊ້ເຕັກໂນໂລຢີເພື່ອສະຫນອງການບໍລິການ ແລະ ແກ້ໄຂບັນຫາຂອງເມືອງເຊັ່ນ: ການປັບປຸງການຂົນສົ່ງ ແລະ ການເຂົ້າເຖິງ, ການປັບປຸງການບໍລິການສັງຄົມ ແລະ ສົ່ງເສີມຄວາມຍືນຍົງ.ອ່ານເພິ່ມເຕີມ.  ...

ໄພບູນ ທະນະບົວສີ

ບັນດາ​ປະ​ເທດ​ແມ່​ນ້ຳຂອງ​ຮຽກຮ້ອງ​ໃຫ້​ເລັ່ງດຳ​ເນີນ​ການ​ຕາມ​ລຳ​ແມ່​ນ້ຳຂອງ​ທີ່​ປະສົບ​ກັບ​ສະພາບ​ນ້ຳ​ໄຫຼ​ຕ່ຳ​ເປັນ​ເວລາ 3 ປີ

ກອງ​ເລຂາ​ຄະນະ​ກຳມະການ​ແມ່​ນ້ຳຂອງ (MRC) ​ໄດ້​ຮຽກຮ້ອງ​ຄືນ​ໃຫ້ 6 ປະ​ເທດ​ແມ່​ນ້ຳຂອງ ​ເລັ່ງ​ແກ້​ໄຂ​ສະພາບ​ການ​ໄຫຼ​ເຂົ້າ​ຕ່ຳ, ການ​ຜັນ​ແປ​ຂອງ​ນ້ຳ ​ແລະ ໄພ​ແຫ້ງ​ແລ້ງ​ໃນ​ພາກ​ພື້ນ ​ເນື່ອງ​ຈາກ​ວ່າ ​ແມ່​ນ້ຳຂອງ​ຕອນ​ລຸ່ມ​ໄດ້ປະສົບ​ກັບ​ສະພາບ​ການ​ໄຫຼ​ຕໍ່າ​ເປັນ​ປີ​ທີ 3 ​ຕິດຕໍ່​ກັນ. ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ທັດສະນະປະຕິເສດການຮັບວັກຊິກປ້ອງກັນໂຄວິດ-19 ຂອງປະຊາຊົນໃນຊຸມຊົນຊົນນະບົດໃນປະເທດລາວໄດ້ເພິ່ມຂື້ນ

ປະຊາຊົນໃນຊຸມຊົນຊົນນະບົດຢ້ານຜົນກະທົບຂ້າງຄຽງທີ່ອາດເກີດຂຶ້ນຍ້ອນຢາວັກຊີນ, ເຈົ້າຫນ້າທີ່ສາທາລະນະສຸກທີ່ເຮັດວຽກຢູ່ເຂດຫ່າງໄກສອກຫຼີກໄດ້ລາຍງານຄວາມເຊື່ອທີ່ກວ້າງຂວາງວ່າຜົນກະທົບຂ້າງຄຽງຈາກວັກຊີນ Covid-19 ແລະ ການສັກຢາປ້ອງກັນອື່ນໆສາມາດເຮັດໃຫ້ເສຍຊີວິດໄດ້. ​ໃນ​ຂະນະ​ດຽວ​ກັນ ຜູ້​ທີ່ຢູ່​ຫ່າງ​ໄກ​ຈາກ​ຕົວ​ເມືອງນັ້ນ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ສ່ຽງ ​ແລະ ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສັກ​ວັກ​ຊິນ. ພວກເຂົາຮູ້ສຶກວ່າຢາວັກຊີນເປັນທາງເລືອກສ່ວນຕົວຫຼາຍກວ່າຄວາມຮັບຜິດຊອບ.ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ

ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື  value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aHzLn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!