ການພັດທະນາດ້ານສັງຄົມ

ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແນະນຳສື່ມວນຊົນສ້າງຄວາມເຂັ້ມແຂງ ເພື່ອປັບປຸງການສົ່ງຕໍ່ຂ່າວສານໃນອະນາຄົດ

ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແນະນຳໃຫ້ສື່ມວນຊົນສືບຕໍ່ດຳເນີນກ່ຽວກັບການປັບປຸງ ແລະ ພັດທະນາ ແລະ ການສົ່ງເສີມທັກສະຂອງບຸກຄະລາກອນໃນທຸກຂັ້ນ ເພື່ອຮັກສາມາດຕະຖານການຂ່າວໃຫ້ຢູ່ໃນລະດັບສູງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ກະຊວງສຶກສາໃຫ້ທຶນການສຶກສາສຳລັບນັກຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ນັກຮຽນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຈະໄດ້ຮັບທຶນການສຶກສາພາຍໃຕ້ນະໂຍບາຍສຳລັບຜູ້ປະສົບໄພນ້ຳຖ້ວມ. ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າຈະມອບທຶນການສຶກສາ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ເຖິງແມ່ນວ່າກົມການສຶກສາຊັ້ນສູງຈະຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນຂອງນັກຮຽນທີ່ຕ້ອງການການຊ່ວຍເຫຼືອດ້ານການເງິນອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຄງການສິ່ງແວດລ້ອມເຜີຍແຜ່ຂໍ້ຄວາມກ່ຽວກັບການປົກປັກຮັກສາປ່າໄມ້

ໂຄງການພັດທະນາຊັບພະຍາກອນມະນຸດເພື່ອການຄຸ້ມຄອງພື້ນທີ່ສະຫງວນ ແລະ ສັດປ່າໄດ້ເຮັດສຳເລັດໃນການສຶກສາຄົ້ນຄວ້າໃນຂົງເຂດພື້ນທີ່ດັ່ງກ່າວ ແລະ ການຕິດຕາມສັດປ່າທີ່ອາໄສໃນພື້ນທີ່. ໃນປີນີ້ໂຄງການດັ່ງກ່າວໄດ້ຈັດທຳປຶ້ມແບບຮຽນຈຳນວນໜຶ່ງສຳລັບນັກສຶກສາປະລິຍາຕີໃນຄະນະປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ອັດຕາຄວາມທຸກຍາກອາດເພີ່ມຂຶ້ນຍ້ອນໄພນ້ຳຖ້ວມ

ຈຳນວນຄອບຄົວທີ່ທຸກຍາກອາດເພີ່ມຂຶ້ນໃນປີນີ້ ຍ້ອນໄພພິບັດນ້ຳຖ້ວມໃນຫຼາຍພາກຂອງປະເທດລາວ, ເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຢ່າງມະຫາສານ. ປະຊາຊົນຫຼາຍພັນຄົນທີ່ເຄີຍຍົກລະດັບຂຶ້ນກາຍຂີດຈຳແນກຄວາທຸກຍາກ ອາດມີການຫຼຸດລະດັບລົງຢູ່ພາຍໃຕ້ທຸກຍາກຄືນ ຫຼັງຈາກໄພນ້ຳຖ້ວມເຮັດໃຫ້ເຂົາເຈົ້າສູນເສຍເຮືອນຊານ, ເຄື່ອງປູກຂອງຝັງ, ສັດລ້ຽງ, ເຄື່ອງນຸ່ງຫົ່ມ, ແລະ ຊັບສິນອື່ນໆ.ອ່ານຕໍ່ ...

ສົມສັກ ພົງຂາວ

ລາວ, ໄທ ສົ່ງເສີມແຜນຄວບຄຸມຄຸນນະພາບອາຫານ ແລະ ຢາ

ກະຊວງສາທາລະນະສຸກແຫ່ງປະເທດລາວ ແລະ ໄທໄດ້ປະຊຸມກັນວານນີ້ ໃນກອງປະຊຸມຄັ້ງທີ 3 ວ່າດ້ວຍການຮ່ວມມືລາວ-ໄທກ່ຽວກັບການຄວມຄຸມອາຫານ ແລະ ຢາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຍິນດີເປີດຮັບສື່ມວນຊົນຕ່າງປະເທດເຂົ້າມາລົງທະບຽນ ແລະ ລາຍງານຂ່າວກ່ຽວກັບໄພນ້ຳຖ້ວມຄັ້ງຮ້າຍແຮງ

ທີມງານ ແລະ ນັກຂ່າວສື່ມວນຊົນຈາກຕ່າງປະເທດສາມາດເຂົ້າມາລາຍງານຂ່າວກ່ຽວກັບເຫດໄພພິບັດນ້ຳຖ້ວມຄັ້ງໃຫຍ່ຍ້ອນເຂື່ອນແຕກ ຈາກພາກສະໜາມທີ່ເມືອງສະໜາມໄຊ ແຂວງອັດຕະປື. ຈຸດທີ່ເປັນທີ່ສົນໃຈກໍຄືການປະຕິບັດພາລະກິດກູ້ໄພທີ່ຍຶດເຍື້ອຍາວນານໃນການຄົ້ນຫາຮ່ອງຮອງຂອງຜູ້ທີ່ຍັງສູນຫາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື

ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ,​ ອະຫິວາ,  ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...

ໄຊຊະນະ ລືໄກ

ສູນກາງຊາວໜຸ່ມຮຽກຮ້ອງການຊ່ວຍເຫຼືອເພື່ອບັນເທົາທຸກໄພນ້ຳຖ້ວມ

ອຳນາດການປົກຄອງຮຽກຮ້ອງໃຫ້ມີອາສາສະໝັກໜຸ່ມນ້ອຍເພີ່ມເຕີມ ເພື່ອຊ່ວຍໃນການແຈກຢາຍສິ່ງຂອງບັນເທົາທຸກໃຫ້ແກ່ຜູ້ປະສົບເຄາະນ້ຳຖ້ວມຄັ້ງຮ້າຍແຮງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະຄຸ້ມຄອງກົດໝາຍລາວເຕືອນ ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບນ້ຳຖ້ວມແມ່ນຜິດຕໍ່ລະບຽບກົດໝາຍ

ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໃນຮູບແບບຂອງການລາຍງານຂ່າວທີ່ບໍ່ເປັນຈິງ ຫຼື ການປັບປ່ຽນຮູບພາບ ຫຼື ວີດີໂອກ່ຽວກັບໄພນ້ຳຖ້ວມທີ່ແຂວງອັດຕະປື ກໍຄືໃນພື້ນທີ່ອື່ນໆທົ່ວປະເທດ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ ຕາມການແຈ້ງເຕືອນຂອງຄະນະກວດສອບລະດັບຊາດທີ່ຮັບຜິດຊອບດ້ານໄພພິບັດ ຕໍ່ຜູ້ນຳໃຊ້ ແລະ ຜູ້ເຜີຍແຜ່ຂໍ້ມູນຂ່າວສານຕາມສື່ສັງຄົມອອນໄລ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rde3j
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!