News
ສປປ ລາວ ເລິ່ມສັກວັກຊິນໃຫ້ບັນດາພະນັກງານແພດໝໍກ່ວາ 600 ຄົນ
ສປປ ລາວ ເລິ່ມສັກວັກຊິນໃຫ້ບັນດາບັນດາພະນັກງານແພດໝໍກ່ວາ 600 ຄົນ, ຊຶ່ງນຳໂດຍທ່ານ ຮອງນາຍົກ ແລະ ລັດຖະມົນຕີກະຊວງສາທາລະນະສຸກວັນ. ອີງຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບັນດາພະນັກງານແພດຈຳນວນ 600 ຄົນ ແລະ ແພດໝໍທີ່ຢູ່ແນວໜ້າຜູ້ທີ່ຢູ່ໃນກຸ່ມສ່ຽງໄດ້ເລິ່ມຮັບການສັກວັກຊິນເພື່ອປ້ອງກັນພະຍາດໂຄວິດ-19. ການດຳເນີນການໄດ້ມີຂື້ນທີ່ໂຮງໝໍມິດຕະພາບ ແລະ ໂຮງໝໍໄຊເສດຖາທິລາດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ, ຮອງນາຍົກ ແລະ ທ່ານ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ. ສືບຕໍ່ອ່ານທີ່ ...
ໄພບຸນ ທະນາບົວສີ
ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື
ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ, ອະຫິວາ, ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...
ໄຊຊະນະ ລືໄກ