Gender
ຄົນທຸກຍາກ
ຮອງນາຍົກສົ່ງເສີມການລົງທຶນດ້ານໂພຊະນາການໃນຊຸມຊົນທ້ອງຖິ່ນ
ລາວຍັງຕ້ອງສືບຕໍ່ສົ່ງເສີມການລົງທຶນທາງດ້ານໂພຊະນາການໃນລະດັບທ້ອງຖິ່ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຜະລິດພາຍໃນຊຸມຊົນ ກໍຄືການເຂົ້າເຖິງອາຫານທີ່ມີໂພຊະນາການຂອງຊຸມຊົນ. ອີງຕາມຜົນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ (LSIS-II, 2017), ສະແດງໃຫ້ເຫັນວ່າ ເຖິງວ່າປະເທດລາວມີຕົວເລກເດັກຈ່ອຍຫຼຸດລົງຈາກ 44% ໃນການສຳຫຼວດ LSIS-I ມາເປັນ 33%, ແຕ່ລະດັບຄວາມແຕກຕ່າງໃນບັນດາ 18 ແຂວງຍັງຄົງມີສູງ ເນື່ອງຈາກວ່າໂຄງການດ້ານໂພຊະນາການໃນບານແຂວງຍັງບໍ່ມີການສະໜັບສະໜູນທີ່ພຽງພໍ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລັດຖະບານວາງແຜນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກ 2,548 ພັນຕື້ກີບ
(ຂປລ) ລັດຖະບານວາງແຜນງົບປະມານ 2,548 ພັນຕື້ກີບສຳລັບພາລະກິດຫຼຸດຜ່ອນຄວາມທຸກຍາກໃນປີໜ້າ.ລັດຖະບານມີແຜນມຸ່ງໝັ້ນ ໃນການເຮັດໃຫ້ 4,649 ຄອບຄົວໃນ 220 ບ້ານທົ່ວປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານພາຍໃນປີໜ້າ, ຕາມການລາຍງານຂອງທ່ານ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນກອປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 29 ພະຈິກທີ່ຜ່ານມາ.ອ່ານຕໍ່ ...
ບັນນາທິການ ຂປລ
ລັດຖະມົນຕີເຊື່ອວ່າ: ຍັງມີຫຼາຍຄອບຄົວທີ່ຢູ່ຫຼຸດມາດຖານຄວາມທຸກຍາກ
ຍັງມີຫຼາຍຄອບຄົວໃນບັນດາແຂວງທົ່ວປະເທດ ເຊື່ອວ່າອາດຢູ່ຫຼຸດມາດຖານຄວາມທຸກຍາກ ເນື່ອງຈາກໄພນ້ຳຖ້ວມໃນປີນີ້- ເຊິ່ງເປັນຄັ້ງຮ້າຍແຮງໃນຮອບຫຼາຍທົດສະວັດ, ລັດຖະມົນຕີລາຍງານຕໍ່ຄະນະລັດຖະບານ.ບົດລາຍງາຍຄວາມຄືບໜ້າເບື້ອງຕົນກ່ຽວກັບວຽກງານການຫຼຸດຜ່ອນຄວາມທຸກຍາກສະແດງໃຫ້ເຫັນວ່າ ຈຳນວນຄົວເຮືອນທີ່ຈັດຢູ່ໃນສະຖານະທຸກຍາກຢ່າງເປັນທາງການຫຼຸດລົງຈາກ 76,318 ຄົວເຮືອນໃນປີ 2016 ມາເປັນ 64,593 ຄົວເຮືອນໃນປີ 2018, ຫຼືຈາກ 6.53% ມາເປັນ 5.34%, ຕາມການລາຍງານຂອງທ່ານ ປອ ຫຼຽນ ທິແກ້ວ ຕໍ່ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານອາທິດແລ້ວນີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ເດັກນ້ຳໜັກຫຼຸດຍັງເປັນອຸປະສັກຕໍ່ກັບການແກ້ໄຂບັນຫາດ້ານໂພຊະນາການກ່ອນກຳເນີດ
ບັນຫາດ້ານໂພຊະນາການຍັງຄົງເປັນອຸປະສັກໃນປະເທດກຳລັງພັດທະນາ ກໍ່ຄືປະເທດລາວ. ການທີ່ເດັກຈະເລີນເຕີບຕົວຊ້າ ແລະ ສົ່ງຜົນຕໍ່ຄວາມບົກພ່ອງທາງໂພຊະນາການໃນໄລຍະຍາວນີ້ຖ້າບໍ່ໄດ້ຮັບການແກ້ໄຂ ຈະສົ່ງຜົນ ແລະ ເປັນສາເຫດຂອງຄວາມທຸກຍາກໃນທ້ອງຖິ່ນຊົນນະບົດ ເຊັ່ນທີ່ເຊໂປນ ແຂວງສະຫວັນນະເຂດ.ອ່ານຕໍ່ ...
UNICEF
ຄວາມທຸກຍາກ ແລະ ໄພອຶດຫິວເພີ່ມທະວີຄວາມຮ້າຍແຮງພາຍໃຕ້ສິ່ງທ້າທາຍທັງພາຍໃນ ແລະ ທົ່ວໂລກ
ລັດຖະມົນຕີໄດ້ກ່າວໃນໂອກາດວັນອາຫານໂລກ ແລະ ວັນສາກົນເພື່ອການລົບລ້າງຄວາມທຸກຍາກວ່າ ບັນຫາຍືດເຍື້ອຈຳນວນໜຶ່ງໄດ້ເພີ່ມທະວີຄວາມຮ້າຍແຮງດ້ານຄວາມທຸກຍາກ ແລະ ໄພອຶດຫິວ ໃນບັນດາປະເທດທົ່ວໂລກ ລວມທັງປະເທດລາວ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ
ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວ, ສະຫະພາບເອີຣົບ ແລະ ຢູນິເຊັບຈະສ້າງຄວາມເຂັ້ມແຂງດ້ານຂໍ້ມູນຂ່າວສານກ່ຽວກັບໂພຊະນາການ
ສະຫະພາບເອີຣົບ (EU) ໄດ້ຄາດຄະເນງົບປະມານ 3 ລ້ານໂດລາສະຫະລັດ ໃນການສ້າງຄວາມເຂັ້ມແຂງດ້ານລະບົບຂໍ້ມູນຂ່າວສານສຳລັບວຽກງານໂພຊະນາການໃນລາວ ແຕ່ປີ 2018-2021 ເຊິ່ງອົງການຢູນິເຊັບຈະເປັນຜູ້ຈັດຕັ້ງປະຕິບັດ.ໂຄງການໃໝ່ດັ່ງກ່າວ, ເຊິ່ງມີຊື່ວ່າ “ລະບົບຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN), ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອດ້ານການພັດທະນາ ເພື່ອປັບປຸງວຽກງານໂພຊະນາການໃນລາວ ແລະ ເພື່ອສົ່ງເສີມຍຸດທະສາດແຫ່ງຊາດດ້ານໂພຊະນາການ 2016-2025.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ສະມາຄົມເກົາຫຼີບໍລິຈາກອຸປະກອນເພື່ອຊ່ວຍເຫຼືອວຽກງານຫຼຸດຜ່ອນຄວາມທຸກຍາກ
ສະມາຄົມເຜີຍແຜ່ສິລະປະວັດທະນະທຳເກົາຫຼີ ໄດ້ບໍລິຈາກເຄື່ອງນຸ່ງຫົ່ມ, ເກີບ, ໂຕະ, ຕັ່ງ, ລົດໂຮງໝໍ, ລົດດັບເພີງ ແລະ ອຸປະກອນກູ້ໄພຕ່າງໆ ລວມມູນຄ່າກວ່າ 32 ຕື້ກີບ (3,818,000 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອວຽກງານຫຼຸດຜ່ອນຄວາມທຸກຍາກໃນລາວ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຖະມົນຕີຢືນຢັນ, ລາວຈະບໍ່ຜະເຊີນກັບການຂາດເຂົ້າກິນໃນປີນີ້
ລາວຈະບໍ່ຜະເຊີນກັບການຂາດແຄນເຂົ້າກິນຢ່າງຮ້າຍແຮງ ແຕ່ອາດມີຂໍ້ຫຍຸ້ງຍາກໃນການສະໜອງທັນຍະພືດຊົ່ວຄາວ, ຕາມການລາຍງານຂອງຄະນະກຳມະການສະເພາະກິດແຫ່ງຊາດ ທີ່ຮັບຜິດຊອບວຽກງານຮັບມືຫຼັງໄພພິບັດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວຈະທົດລອງວິທີການທີ່ຜ່ານການຢັ້ງຢືນເພື່ອຫຼຸດຜ່ອນພາວະທຸພະໂພຊະນາການ
(ຂປລ) ສປປ ລາວຈະທົດລອງວິທີການປະສົມປະສານ ແລະ ອ້າງອີງຫຼັກຖານແບບໃໝ່ ເພື່ອຫຼຸດຜ່ອນພາວະເຕ້ຍໃນສີ່ແຂວງພາກເໜືອພາຍໃຕ້ການຊ່ວຍເຫຼືອຂອງທະນາຄານໂລກ.ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ ພ້ອມດ້ວຍທະນາຄານໂລກ ໄດ້ປະຊຸມກັນໃນມື້ນີ້ເພື່ອຫາລືກ່ຽວກັບຍຸດທະສາດດັ່ງກ່າວ ເຊິ່ງບໍ່ພຽງແຕ່ແນໃສ່ໂຄງການດ້ານສຸຂະພາບ ແຕ່ຍັງລວມເອົາວຽກງານການຜະລິດສະບຽງອາຫານ, ສຸຂາພິບານ, ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...
ຂປລ