ສາທາລະນະສຸກ

ບັນຫາບູລິມະສິດດ້ານສຸຂະພາບ

ຊ່ຽວຊານຫາລືວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ HIV/AIDS ແຫ່ງຊາດຂອງລາວ

ວຽງຈັນ  (Vientiane Times/ANN) – ຊ່ຽວຊານສາທາຈັດກອງປະຊຸມທີ່ວຽງຈັນໃນວັນພະຫັດຜ່ານມາ ເພື່ອປຶກສາຫາລືກ່ຽວກັບການພັດທະນາໃນການປ້ອງກັນ ແລະ ຄວບຄຸມ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ (STI) ໃນທົ່ວປະເທດ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຕໍ່ ກອງປະຊຸມຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານເອດປະຈຳປີ 2019 ວ່າ ນີ້ເປັນໂອກາດອັນດີ ໃນການລາຍງານຄວາມຄືບໜ້າຂອງກິດຈະກຳ, ຫາລືແຜນການຮ່ວມ, ລວມເຖິງການປະເມີນຜົນພາລະກິດຂອງໂຄງການສ້າງຄວາມສາມາດເພື່ອປ້ອງກັນພະຍາດ HIV/AIDS/STI ພາຍໃຕ້ທຶນຂອງກອງທຶນຕ້ານເອດ, ວັນນະໂລກ ແລະ ໄຂ້ປ່າໂລກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ປີ 2018 ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ປ່າ 19 ຄົນໃນລາວ

(ຂປລ) ພະຍາດໄຂ້ປ່າ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 6,000 ກໍລະນີໃນປີ 2018, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ກອງປະຊຸມປະຈຳປີຂອງກົມຄັ້ງວັນທີ 2 ມັງກອນລາຍງານວ່າ ໃນປີ 2017 ມີຜູ້ຕິດເຊື້ອໄຂ້ປ່າ 10,067 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 14 ຄົນ.ອ່ານຕໍ່ ...

ບັນນາທິການ ຂປລ

ເສີມຂະຫຍາຍເຄືອຂ່າຍກາຍຮ່ວມມືລັດ ເອກະຊົນ ເພື່ອປັບປຸງການຄວບຄຸມພະຍາດໄຂ້ປ່າໃນລາວ

(ຂປລ) ນະໂຍບາຍແຫ່ງຊາດເພື່ອຄວບຄຸມ ແລະ ລຶບລ້າງພະຍາດປ່າ2016-2020 ຂອງສູນໄຂ້ຍູງ, ແມ່ກາຝາກ ແລະ ແມງໄມ້ ເຊິ່ງເປັນແຜນຍຸດທະສາດເທື່ອທີຫ້າກ່ຽວກັບການລຶບລ້າງພະຍາດໄຂ້ປ່າໃນ ສປປ ລາວ ມີເປົ້າໝາຍແນໃສ່ການຄວບຄຸມ ແລະ ລຶບລ້າງພະຍາດໄຂ້ປ່າໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ເຊິ່ງພົບວ່າຍັງມີການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ປະຊາຊົນເມືອງສະໜາມໄຊຫຼາຍພັນຄົນໄດ້ຮັບການສັກຢາປ້ອງກັນພະຍາດໄຂ້ທໍລະພິດ

(ຂປລ) ເຈົ້າໜ້າທີ່ສາທາລະນະສຸກໄດ້ລົງສັກຢາປ້ອງກັນພະຍາດໄຂ້ທໍລະພິດ ໃຫ້ກັບປະຊາຊົນທີ່ມີອາຍຸແຕ່ 6 ເດືອນ ເຖິງ 45 ປີຈຳນວນກວ່າ 9,100 ຄົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນເດືອນກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ໂຄງການຊ່ວຍເຫຼືອ 1 ລ້ານໂດລາແນໃສ່ການປ້ອງກັນ ແລະ ປິ່ນປົວ HIV/ເອດ

ມູນນິທິສົ່ງເສີມສຸຂະພາບສຳລັບຜູ້ຕິດເຊື້ອເອດ (AHF) ຈະໃຫ້ທຶນຊ່ວຍເຫຼືອກວ່າ 1 ລ້ານໂດລາສະຫະລັດເພື່ອສະໜັບສະໜູນການປ້ອງກັນ ແລະ ປິ່ນປົວຜູ້ຕິດເຊື້ອ HIV/AIDS/STI ໃນສາມແຂວງເປົ້າໝາຍໃນລາວ.ໂຄງການ “ການຮ່ວມມືເພື່ອປັບປຸງການປ້ອງກັນ, ເບິ່ງແຍງ ແລະ ປິ່ນປົວພະຍາດ HIV/AIDS/STI ໃນລາວ” ມີເປົ້າໝາຍໂຄງການຢູ່ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ ແລະ ສະຫວັນນະເຂດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ສືບຕໍ່ເຕືອນການລະບາດຂອງໄຂ້ເລືອດອອກ ເຖິງຈະສິ້ນສຸດລະດູຝົນ

ການນຳສາທາແຈ້ງເຕືອນໃຫ້ປະຊາຊົນທຸກຄົນຈົ່ງສືບຕໍ່ມີສະຕິໃນການສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກທີ່ອາດເກີດຂຶ້ນ ເຖິງແມ່ນວ່າຈະສິ້ນສຸດລະດູຝົນແລ້ວກໍຕາມສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດເປີດເຜີຍວ່າ ນັບແຕ່ເດືອນມັງກອນເຖິງເດືອນຕຸລາປີນີ້ ມີຄົນເຈັບພະຍາດໄຂ້ເລືອດອອກທັງໝົດ 5,654 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 15 ຄົນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືຮັບວັກແຊງປ້ອງກັນພະຍາດອະຫິວາ

ເມືອງສະໜາມໄຊ ແຂວງອັດຕະປື: ກະຊວງສາທາລະນະສຸກໄດ້ທຳການແຈກຢາຍວັກແຊງປ້ອງກັນພະຍາດອະຫິວາໃຫ້ແກ່ປະຊາຊົນຫຼາຍພັນຄົນ ທີ່ອາໄສຢູ່ໃນທີ່ພັກຊົ່ວຄາວທີ່ແອອັດ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດຮ້າຍແຮງທີ່ອາດເກີດຂຶ້ນ.ອ່ານຕໍ່ ...

ວິສິດ ເທບພະລັດ

ແພດເຝົ້າລະວັງການລະບາດຂອງພະຍາດທີ່ເມືອງສະໜາມໄຊ

ເມືອງສະໜາມໄຊ ແຂວງອັດຕະປື: ທີມແພດສົມທົບກັບເຈົ້າໜ້າທີ່ຂະແໜງການຕ່າງໆ ເຝົ້າຕິດຕາມການລະບາດຂອງພະຍາດທີ່ອາດເກີດຂຶ້ນໃນເຂດເມືອງທີ່ຖືກກະທົບຈາກອຸທຸກກະໄພ.ອ່ານຕໍ່ ...

ວິສິດ ເທບພະລັດ

ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື

ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ,​ ອະຫິວາ,  ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...

ໄຊຊະນະ ລືໄກ

ໄຂ້ເລືອດອອກຂ້າແລ້ວ 12 ຊີວິດໃນປີນີ້

ມີ 12 ຄົນເສຍຊີວິດຍ້ອນພະຍາດໄຂ້ເລືອດອອກໃນຫົກເດືອນຕົ້ນປີນີ້ ເຊິ່ງແຂວງສະຫວັນນະເຂດພົບຜູ້ຕິດເຊື້ອຫຼາຍສຸດ. ຈຳນວນຜູ້ເປັນໄຂ້ເລືອດອອກມີຈຳນວນເພີ່ມຂຶ້ນສອງເທົ່ າທຽບກັບໄລຍະດຽວກັນຂອງປີ 2017.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2eWMx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!