ພື້ນຖານໂຄງລ່າງ
Transport and shipping
ທາງສີ່ແຍກໃນຕົວເມືອງຈະໄດ້ຮັບການຍົກລະດັບເພື່ອຫຼຸດຜ່ອນບັນຫາລົດຕິດ
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2019/09/P1-1-150x150.gif)
ອຳນາດການປົກຄອງນະຄອນຫຼວງວຽງຈັນກຳລັງທຳການປັບປຸງ ແລະ ຂະຫຍາຍເສັ້ນທາງສາຍຫຼັກ ແລະ ຕິດຕັ້ງໄຟຈໍລະຈອນສຳລັບຄົນຍ່າງໃນພື້ນທີ່ຊຸມຊົນ ເພື່ອຫຼຸດຜ່ອນການຕິດຂັດໃນການຈໍລະຈອນ.ໜ້າວຽກດັ່ງກ່າວແມ່ນດຳເນີນໂດຍກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການສັນຈອນຂອງພະແນກ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ໜ້າວຽກການຂະຫຍາຍຖະໜົນ ແລະ ການຕິດຕັ້ງໄຟສັນຍານຈໍລະຈອນ ໄດ້ເລິ່ມດຳເນີນໃນທ້າຍເດືອນສິງຫາ ແລະ ຄາດວ່າຈະສຳເລັດໃນທ້າຍເດືອນພະຈິກນີ້.ການຂະຫຍາຍຖະໜົນແມ່ນເຮັດຢູ່ໃນສີ່ຈຸດຄື ບໍລິເວນໂຮງຮຽນການຊ່າງຫາບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ແລະ ສີ່ແຍກດົງໂດກ-ທາງ 450 ປີ ເມືອງໄຊທານີອ່ານຕໍ່ ...
ພົມພົງ ເຫຼົາອິນ
ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ສຳເລັດແລ້ວ 40 ສ່ວນຮ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງດ່ວນ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຕົວເມືອງເມືອງວັງວຽງ, ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງວຽງຈັນ, ສຳເລັດແລ້ວ 40 ສ່ວນຮ້ອຍ.ການກໍ່ສ້າງເສັ້ນທາງໄລຍະ 113.5 ກມ ເຊິ່ງເລີ່ມຕົ້ນໃນເດືອນເມສາປີກາຍນີ້ ຄາດວ່າຈະສຳເລັດພາຍໃນສາມປີ, ຕາມເຈົ້າໜ້າທີ່ຮັບຜິດຊອບ. ເຈົ້າໜ້າທີ່ກຳລັງທົບທວນການຈັດຕັ້ງປະຕິບັດໂຄງການ ເຊິ່ງຈະມີການພິຈາລະນາບັນຫາທີ່ອາດເກີດຂຶ້ນໃນການຈັດຕັ້ງປະຕິບັດ, ເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບໂຄງການ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນອັງຄານນີ້.ເສັ້ນທາງດັ່ງກ່າວ ເຊິ່ງລວມທັງອຸໂມງພູຜ້າໄລຍະ 679 ແມັດ ຈະຊ່ວຍຫຼຸດໄລຍະການເດີນທາງໄດ້ປະມານ 43 ກມ ທຽບກັບເສັ້ນທາງແຫ່ງຊາດເລກທີ 13 ເໜືອ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/vientiane-vangvieng-expressway-40-cent-complete-104888
ການກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ ຕໍ່ສັນຍາອີກ 18 ເດືອນ
ສັນຍາຮັບເໝົາການກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ໄດ້ຮັບການຕໍ່ສັນຍາໄປອີກ 18 ເດືອນ ພາຍຫຼັງຜູ້ຮັບເໝົາປະສບສະພາບຂາດແຫຼ່ງທຶນ.ທ່ານ ສັກສົມບັດ ໄຕສຸລິຍາ ເຈົ້າຂອງໂຄງການເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສັນຍາຮັບເໝົາໂຄງການໄດ້ຮັບການຕໍ່ສັນຍາຈາກເດືອນກໍລະກົດປີນີ້ໄປເຖິງທ້າຍປີ 2020 ເນື່ອງຈາກຜູ້ຮັບເໝົາມີງົບປະມານທີ່ຈຳກັດ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ
NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.ອ່ານຕໍ່ ...
Li Xia
http://www.xinhuanet.com/english/2019-09/22/c_138412982.htm
ເຈົ້າໜ້າທີ່ຢືນຢັນການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດຈະສຳເລັດພາຍໃນທ້າຍປີນີ້
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2019/09/p2-2-150x150.gif)
ອຳນາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຍົກລະດັບຖະໜົນໄລຍະ 9.4 ກມ ແຕ່ທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະສຳເລັດພາຍໃນທ້າຍປີນີ້.ທ່ານ ສົມປະສົງ ຈັນທະວົງ ຫົວໜ້າທີ່ປຶກສາໂຄງການ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ມື້ວານນີ້ວ່າ ໂຄງການດັ່ງກ່າວມາເຖິງປະຈຸບັນແມ່ນດຳເນີນໄດ້ 72.62 ສ່ວນຮ້ອຍ ເຊິ່ງທາງຜູ້ຮັບເໝົາກຳລັງເລັ່ງມືການກໍ່ສ້າງ ເພື່ອໃຫ້ການຍົກລະດັບຖະໜົນດັ່ງກ່າວສຳເລັດໃນທ້າຍປີ 2019.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ສະໜາມບິນແຂວງຊຽງຂວາງໄດ້ຮັບການຊ່ວຍເຫຼືອການຍົກລະດັບຈາກລັດເຊຍ
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2019/09/Xiangkhouang-Airport-150x150.jpg)
ແຂວງຊຽງຂວາງໄດ້ບູລະນະສະໜາມບິນ ເພື່ອເຮັດໃຫ້ການບໍລິການສະດວກຍິ່ງຂຶ້ນສຳລັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມສະຖານທີ່ທ່ອງທ່ຽວມໍລະດົກໂລກທົ່ງໄຫຫີນ. ພາຍໃຕ້ການສະໜັບສະໜູນດ້ານທຶນຮອນຈາກລັດເຊຍ, ການສ້ອມແປງດັ່ງກ່າວແມ່ນລວມມີການຕິດຕັ້ງເຄື່ອງສະແກນໄຟຟ້າ ແລະ ໄຟສັນຍາຍຕາມທາງເດີນເຮືອບິນ, ການປັບປຸງຫໍຄວບຄຸມການບິນ ແລະ ອາຄານຜູ້ໂດຍສານ.ນອກຈາກນີ້ ອຳນາດການປົກຄອງທ້ອງຖິ່ນກໍກຳລັງປັບປຸງຖະໜົນ ແລະ ໄຟສັນຍານຈໍລະຈອນໃນຕົວເມືອງແປກ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/13/xieng-khouang-airport-gets-russian-funded-upgrade/
ລາວຊຸກຍູ້ການພັດທະນາເສັ້ນທາງລົດໄຟເພື່ອການເຊື່ອມຕໍ່ໃນພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມເດີນໜ້າສົ່ງເສີມການພັດທະນາເສັ້ນທາງລົດໄຟ ເພື່ອເສີມຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດຕາມແລວທາງການຂົນສົ່ງຫຼາຍຊ່ອງທາງ ເພື່ອການເຊື່ອມຕໍ່ພາກພື້ນ.ເຈົ້າໜ້າທີ່ການນຳໂຍທາທິການ ແລະ ຂົນສົ່ງ ຍົກສູງພາລະກິດຂອງລັດຖະບານ ຈາກຄຳເຫັນໃນກອງປະຊຸມກຸ່ມເຮັດວຽກກ່ຽວກັບເສັ້ນທາງລົດໄຟສິງກະໂປ-ຄຸນໝິງ (SWG-SKRL) ທີ່ວຽງຈັນໃນວັນພະຫັດຜ່ານມານີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/laos-pushing-rail-link-development-regional-connectivity-103545
ລົດເມໂດຍສານນະຄອນຫຼວງວຽງຈັນກ້າວສູ່ລະບົບການຈ່າຍຄ່າໂດຍສານແບບບໍ່ໃຊ້ເງິນສົດ
ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຜູ້ໃຫ້ບໍລິການລົດເມໂດຍສານໃນນະຄອນຫຼວງວຽຈັນ ກຳລັງຈະເລີ່ມການນຳໃຊ້ລະບົບການຈ່າຍຄ່າໂດຍສານແບບອີເລັກໂທຣນິກໂດຍບໍ່ໃຊ້ເງິນສົດສຳລັບລົດໂດຍສານບາງສາຍໃນນະຄອນຫຼວງວຽງຈັນ.ປະຈຸບັນ ຜູ້ໂດຍສານລົດເມສາຍສະໜາມບິນ ແລະ ສູນການຄ້າລາວ-ໄອເຕັກ ສາມາດຈ່າຍຄ່າໂດຍສານຜ່ານລະບົບບໍລິການກອງທຶນຂອງ ທພລ, ເຊິ່ງເປັນລະບົບການຈ່າຍເງິນຜ່ານລະຫັດ QR code ຂອງທະນາຄານພັດທະນາລາວ (ທພລ).ນອນນີ້ ລູກຄ້າຍັງສາມາດຈ່າຍເງິນໂດຍໃຊ້ບັດ VISA, MasterCard, UnionPay ແລະ JCB, ຕາມຮູບຖ່າຍການບໍລິການທີ່ເຜີຍແຜ່ໂດຍອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/22/vientiane-city-bus-moves-toward-cashless-payment/
ເສັ້ນທາງແຂວງສາລະວັນໄດ້ຮັບການຍົກລະດັບເພື່ອເປີດກວ້າງການເຂົ້າເຖິງພື້ນທີ່ຊົນນະບົດ
ການກໍ່ສ້າງເສັ້ນທາງແຂວງສາລະວັນທີ່ຫາກໍ່ສຳເລັດນີ້ ຈະຊ່ວຍຍົກລະດັບການເຂົ້າເຖິງພື້ນທີ່, ໂດຍສະເພາະໃນທ້ອງຖິ່ນທຸກຍາກຂອງແຂວງ, ໃຫ້ເຂົ້າເຖິງຕະຫຼາດ, ໂຮງຮຽນ, ສູນບໍລິການດ້ານສາທາລະນະສຸກ ແລະ ການບໍລິການຂອງລັດ.ພິທີເປີດເສັ້ນທາງດັ່ງກ່າວໄດ້ມີຂຶ້ນໃນອາທິດນີ້ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງໃນຊົນນະບົດໄລຍະທີ 6 ຢູ່ເມືອງສະມ້ວຍ ແລະ ຕະໂອຍ ແຂວງສາລະວັນ ພາຍໃຕ້ການຮ່ວມມືຂອງເຢຍລະມັນຜ່ານທະນາຄານພັດທະນາ KfW.ອີງຕາມກະຊວງໂຍທາທິການ ແລະ ຂົນສົ່ງ, ໂຄງການກໍ່ສ້າງເສັ້ນທາງໄລຍະທີ 6 ດັ່ງກ່າວໄດ້ເລີ່ມຕົ້ນໃນປີ 2015 ແລະ ຫາກໍ່ສຳເລັດຫວ່າງໝໍ່ໆມານີ້. ໃນນີ້ ເສັ້ນທາງຊົນນະບົດໄລຍະລວມ 122 ກມ ໄດ້ຮັບການບູລະນະ ແລະ ຍົກລະດັບຢູ່ເມືອງສະມ້ວຍ ແລະ ຕະໂອຍ, ໂດຍມີການຄຳນຶງເຖິງຄວາມຈຳເປັນໃນການປ້ອງກັນສະພາບອາກາດທີ່ຮ້າຍແຮງ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ລັດມີແຜນສ້າງຂົວມິດຕະພາບລາວ-ໄທຢູ່ແຂວງວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ໄທມີແຜນສ້າງຂົວມິດຕະພາບແຫ່ງໃໝ່ເພື່ອເຊື່ອມຕໍ່ບັນດາປະເທດໃນພາກພື້ນແມ່ນ້ຳຂອງ, ກໍຄືເຊື່ອມຕໍ່ແຂວງວຽງຈັນກັບຈັດຫວັດເລີຍ ປະເທດໄທ, ຕາມການເປີດເຜີຍຂອງເຈົ້າແຂວງວຽງຈັນ.ຈາກການເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້, ທ່ານ ຄຳພັນ ສິດທິດຳພາ ກ່າວວ່າອຳນາດການປົກຄອງແຂວງວຽງຈັນໄດ້ຍື່ນສະເໜີໂຄງການດັ່ງກ່າວຕໍ່ຄະນະລັດຖະບານເພື່ອພິຈາລະນາຮັບຮອງເອົາ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-thai-friendship-bridge-planned-vientiane-province-102302