ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

16 ຄົນເສຍຊີວິດຢູ່ເສັ້ນທາງດ່ວນວັງວຽງກ່ອນການເປີດນຳໃຊ້ຢ່າງເປັນທາງການ

6 ຄົນໄດ້ເສຍຊີວິດຢູ່ເສັ້ນທາງດ່ວນ ລະຫວ່າງນະຄອນຫຼວງວຽງຈັນ-ວັງວຽງ ນັບແຕ່ຫົນທາງເລິ່ມເປີດນຳໃຊ້.  ອີງຕາມການລາຍງານໂດຍຂ່າວສານຄວາມສະຫງົບຂອງລາວ. ອ່ານຕໍ່ . ...

ໄພບູນ ທະນາບົວສີ

ເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເຄິ່ງທາງ

ລາຍງານຈາກແຂວງຫຼວງພະບາງ: ເຄິ່ງໜ່ຶງຂອງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 240 ກິໂລແມັດ, ລະຫວ່າງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ຊຶ່ງເປັນຂີດໝາຍໃນການກໍ່ສ້າງເສັ້ນທາງລົດໄຟ. ອ່ານຕໍ່ .  ...

ພົມພົງ ລາວອິນ

ຜູ້ຮັບເໝົາທາງດ່ວນວັງວຽງຊີ້ແຈງຄວາມຊັກຊ້າທີ່ຈະສຳເລັດ

ຜູ້ຮັບເໝົາທີ່ຮັບຜິດຊອບກ່ຽວກັບທາງດ່ວນວັງວຽງ ໄດ້ຢືນຢັນວ່າ ເສັ້ນທາງດັ່ງກ່າວຈະເປີດໃຫ້ບໍລິການໃນວັນທີ 31 ທັນວາ ປີນີ້.  ນັກຂັບຂີ່ທີ່ໄດ້ຂີ່ລົດໄປວັງວຽງໃນຊ່ວງພັກຜ່ອນເນື່ອງໃນວັນຊາດຄົບຮອບ 45 ປີ ໄດ້ມີຄວາມຜິດຫວັງໃນເສັ້ນທາງທີ່ຍັງບໍ່ທັນໄດ້ເປີດໃຫ້ບໍລິການ. ອ່ານເພິ່ມເຕີມ . ...

ໄພບູນ ທະນະບົວສີ

ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະດຳເນີນການກວດກາລົດສາມລໍ້ໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະເພີ່ມຄວາມເຂັ້ມງວດໃນການກວດກາລົດສາມລໍ້ໄຟຟ້າ ແລະ ລົດຈັກທີ່ມີການດັດທາງຂ້າງ ໃນນະຄອນຫຼວງວຽງຈັນ ທີ່ມີການສັນຈອນຕາມທ້ອງຖະໜົນໃນຕົວເມືອງແບບບໍ່ຖືກລະບຽບ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພາຍໃຕ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ທາງພະແນກຈະຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາບັນດາລົດສາມລໍ້ໄຟຟ້າ ແລະ ລົດຈັກດັດຂ້າງ ໃນນະຄອນຫຼວງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ຈ່າຍຄ່າຊົດເຊີຍງວດທີສອງ ລວມມູນຄ່າ 4 ລ້ານກວ່າໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ໂຄງການທາງດ່ວນວຽງຈັນເລກທີ 1 ໄດ້ຈ່າຍຄ່າຊົດເຊີຍ ລວມມູນຄ່າ 4 ລ້ານກວ່າໂດລາ ເຊິ່ງເປັນເງິນຊົດເຊີຍງວດທີສອງ ໃຫ້ແກ່ເຈົ້າຂອງຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.ເຈົ້າຂອງດິນ 92 ຕອນ ເຊິ່ງມີເນື້ອທີ່ລວມທັງໝົດ 344,671 ຕາແມັດ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຢູ່ເມືອງໄຊທານີ ແລະ ໄຊເສດຖາ ນະຄອນຫຼວງວຽງຈັນ ລວມຕົວກັນທີ່ສະໂມສອນເມືອງໄຊທານີ ເພື່ອຮັບເງິນຊົດເຊີຍດັ່ງກ່າວ ໃນວັນພະຫັດນີ້.ອ່ານຕໍ່ ...

ໂຕະຂ່າວ

ເກົາຫຼີໃຕ້ ຈະຊ່ວຍເຫຼືອລາວໃນການສົ່ງເສີມການເປັນ "ສູນກາງການຂົນສົ່ງ"

ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ກ່າວໃນວັນອັງຄານນີ້ວ່າ ເກົາຫຼີໃຕ້ຈະຊ່ວຍເຫຼືອປະເທດລາວ ໃຫ້ບັນລຸເປົ້າໝາຍການເປັນ “ສູນກາງການຂົນສົ່ງ ແລະ ໂລຈິສ໌ຕິກ” ໃນພາກພື້ນ.ທ່ານປະທານປະເທດໄດ້ໃຫ້ຄຳໝັ້ນ ໃນການຫາລືສອງຝ່າຍຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ທີ່ເມືອງປູຊານ, ເຊິ່ງຢູ່ຫ່າງຈາກນະຄອນຫຼວງໂຊນ ປະມານ 450 ກມໄປທາງຕາເວັນອອກສຽງໃຕ້. ທ່ານນາຍົກໄດ້ເດີນທາງຢ້ຽມຢາມເມືອງທ່າເຮືອດັ່ງກ່າວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ສາທາລະນະລັດເກົາຫຼີ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນ.ອ່ານຕໍ່ ...

Yonhap

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນ

ວຽງຈັນ, 21 ພະຈິກ (Xinhua) — ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຜູ້ຮັບຜິດຊອບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທາງພາກເໜືອຂອງລາວ,​ ລາຍງານໃນວັນພະຫັດນີ້ວ່າ ການກໍ່ສ້າງເສັ້ນທາງລົດໄຟ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວລະດັບຕື້ນທີ່ເກີດຂຶ້ນ.ເຫດແຜ່ນດິນໄຫວຂະໜາດ 6.1 ດັ່ງກ່າວ ແມ່ນເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງພາກເໜືອຂອງໄທ ແລະ ລາວ ໃນເວລາ 6:50 ໂມງ ຂອງວັນພະຫັດນີ້ ໃນລະດັບຄວາມເລິກ 10 ກມ, ຕາມໜ່ວຍງານສຳຫຼວດທໍລິນີວິທະຍາຂອງສະຫະລັດ.ອ່ານຕໍ່ ...

huaxia

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະເປັນຜູ້ສະໜອງພະລັງງານສຳລັບເສັ້ນທາງລົດໄຟໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ China Southern Power Grid (CSG) ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຈະຮ່ວມທີມກັນ ໃນການສະໜອງພະລັງງານ ສຳລັບເສັ້ນທາງລົດໄຟໃໝ່ ເຊິ່ງໄດ້ມີພິທີຖະແຫຼງການຈັດຕັ້ງວິສາຫະກິດຮ່ວມປະສົມ ທີ່ວຽງຈັນ ໃນອາທິດແລ້ວນີ້.ວິສາຫະກິດຮ່ວມປະສົມດັ່ງກ່າວ ໃສ່ຊື່ຢ່າງເປັນທາງການວ່າ ບໍລິສັດການລົງທຶນດ້ານພະລັງງານລາວ-ຈີນ. ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປີ້ ຢາຊຽງ ຮອງປະທານບໍລິສັດ CSG ໄດ້ຮ່ວມຖະແຫຼງກ່ຽວກັບການເປີດຕົວວິສາຫະກິດຮ່ວມປະສົມດັ່ງກ່າວ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວ. ອ່ານຕໍ່ ...

ໂຕະຂ່າວ

ທາງລົດໄຟລາວ-ຈີນ ສຳເລັດແລ້ວ 78 ສ່ວນຮ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະທາງ 414-ກມ ຈາກຊາຍແດນຈີນ ເຖິງນະຄອນຫຼວງວຽງຈັນ ດຳເນີນໄປໄດ້ດີ ແລະ ປະຈຸບັນແມ່ນສຳເລັດແລ້ວ 78.2 ສ່ວນຮ້ອຍ.ຕາມບົດລາຍງານຂອງຄະນະຄຸ້ມຄອງຄອງການ ເມື່ອວັນທີ 30 ກັນຍາ, ໂຄງສ້າງທີ່ສຳຄັນທຸກຢ່າງ ເຊັ່ນ ອຸໂມງ, ຂົວ, ແລະ ຕົວຮອງຮັບທາງລົດໄຟຊັ້ນເທິງ ແມ່ນກໍ່ສ້າງສຳເລັດແລ້ວ. ແຕ່ວ່າການປູລາງລົດໄຟ ພ້ອມດ້ວຍອຸປະກອນອຳນວຍຄວາມສະດວກອື່ນໆ ຍັງບໍ່ທັນສຳເລັດ ເນື່ອງຈາກຢູ່ໃນຂໍ້ຕົກລົງຄົນລະສະບັບ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bCBf7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!