ອຸດສາຫະກຳ

ລາວ, ກຳປູເຈຍ, ຫວຽດນາມຮ່າງແຜນພັດທະນາການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ທ່ອງທ່ຽວຈາກປະເທດກຳປູເຈຍ, ລາວ ແລະ ຫວຽດນາມ (CLV) ກຳລັງຫາລືຮ່າງແຜນເພື່ອການພັດທະນາການທ່ອງທ່ຽວໃນພື້ນທີ່ສາມຫຼ່ຽມພັດທະນາ ເຊິ່ງກວມເອົາ 13 ແຂວງໃນສາມປະເທດ.ການຫາລືດັ່ງກ່າວໄດ້ມີຂຶ້ນຢູ່ປາກເຊ ແຂວງຈຳປາສັກ ໃນກອງປະຊຸມກຸ່ມເຮັດວຽກກ່ຽວກັບການສ້າງແຜນພັດທະນາການທ່ອງທ່ຽວ CLV ໃນພື້ນທີ່ສາມຫຼ່ຽມພັດທະນາ ຄັ້ງທີ 3 ໃນວັນທີ 26-29 ສິງຫານີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-cambodia-vietnam-formulate-tourism-development-plan-102810

ສວນມິດຕະພາບລາວ-ຍີ່ປຸ່ນຈະເປີດໃຫ້ເຂົ້າຊົມໃນເດືອນກັນຍາທີ່ຈະມາເຖິງນີ້

(ຂປລ) ສວນມິດຕະພາບລາວ-ຍີ່ປຸ່ນຄາດວ່າຈະເປີດໃຫ້ມະຫາຊົນເຂົ້ານຳໃຊ້ໃນເດືອນກັນຍາທີ່ຈະມາເຖິງນີ້, ກຳນົດໜຶ່ງເດືອນກ່ອນການມອບຮັບ.ສວນດັ່ງກ່າວແມ່ນຕັ້ງຢູ່ບ້ານທ່ານາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ສວນແຫ່ງນີ້ຈະຖືເປັນສັນຍະລັກແຫ່ງການຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ.ສວນດັ່ງກ່າວແມ່ນເນັ້ນໃສ່ສິ່ງກໍ່ສ້າງ ແລະ ເຮືອນຕາມແບບສະຖາປັດຕະຍະກຳລາວ ແລະ ຍີ່ປຸ່ນ.ອ່ານຕໍ່  ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47722

ADB ໃຫ້ທຶນໃນການພັດທະນາອ່າງນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌) – ທະນາຄານພັດທພະນາອາຊີ (ADB) ຈະໃຫ້ທຶນຈຳນວນ 47 ລ້ານໂດລາສຳລັບການພັດທະນາພື້ນຖານໂຄງລ່າງເມືອງວັງວຽງ ແລະ ພື້ນທີ່ອ້ອມຮອບອ່າງນ້ຳງື່ມ ເພື່ອຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວໃນແຂວງວຽງຈັນ.ທ່ານ ຄຳຟອງ ບົວທອງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການກໍ່ສ້າງຄາດວ່າຈະເລີ່ມລົງມືໃນປີໜ້າ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/adb-funds-nam-ngum-reservoir-development-102509

ການນຳກະຊວງຢ້ຽມຢາມໃຫ້ກຳລັງແກ່ນັກທ່ອງທ່ຽວຈີນທີ່ປະສົບອຸບັດຕິເຫດ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ກະຊວງ ໄດ້ເດີນທາງຢ້ຽມຢາມເປັນກຳລັງໃຈໃຫ້ກ່ນັກທ່ອງທ່ຽວຊາວຈີນ ທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ຫຼັງຈາກທີ່ໄດ້ຮັບບາດເຈັບຈາກອຸບັດຕິເຫດລົດຕົກພູໃນວັນຈັນຜ່ານມາ.ຜູ້ປະສົບເຄາະຈາກອຸບັດຕິເຫດດັ່ງກ່າວແມ່ນກຳລັງປິ່ນປົວຢູ່ໂຮງໝໍສູນກາງກອງທັບປະຊາຊົນລາວ 103, ຫຼັງຈາກທີ່ລົດເມທ່ອງທ່ຽວໄດ້ປະສົບອຸບັດຕິຕົກພູ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/ministry-leaders-comfort-chinese-accident-victims-102437

ຕົວແທນກວ່າ 200 ຫົວໜ່ວຍເຂົ້າຮ່ວມວາງສະແດງຜົນງານການຕ່ຳຫູກທໍໃໝໃນງານວາງສະແດງສິນຄ້າຫັດຖະກຳ

ຕົວແທນວາງສະແດງກວ່າ 200 ຫົວໜ່ວຍຈາກທົ່ວປະເທດຈະເຂົ້າຮ່ວມໃນງານວາງສະແດງສິນຄ້າຫັດຖະກຳລາວໃນປີນີ້ ທີ່ສູນວາງສະແດງສິນຄ້າ ແລະ ການປະຊຸມລາວສາກົນ (ລາວ-ໄອເຕັກ) ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 28 ຕຸລາ ເຖິງ 3 ພະຈິກປີນີ້.ລາຍລະອຽດຂອງງານດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ ທິບພະວັນ ອຸລາ ຮອງຫົວໜ້າກົມພັດທະນາການທ່ອທ່ຽວ ພ້ອມດ້ວຍສື່ມວນຊົນ ແລະ ເຈົ້າໜ້າທີ່ກະຊວງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຖ້ຳເກົາເລົາຈະກັບມາເປີດໃຫ້ບໍລິການພາຍຫຼັງສຳເລັດການກໍ່ສ້າງສິ່ງອຳນວຍຄວາມສະດວກ

ວຽງຈັນ (ວຽງຈັນທາມສ໌/ANN) – ຖ້ຳເກົາເລົາ ບ້ານນ້ຳແອ໋ງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຈະກັບມາເປີດໃຫ້ບໍລິການໃນທ້າຍປີນີ້ ຫຼັງຈາກທີ່ມີການປິດຊົ່ວຄາວເປັນເວລາຫ້າເດືອນເພື່ອປັບປຸງສິ່ງອຳນວຍຄວາມສະດວກສຳລັບນັກທ່ອງທ່ຽວ.ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງນ້ຳທາ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນຈັນນີ້ວ່າ ທາງພະແນກໄດ້ຕັດສິນໃຈປິດຖ້ຳທີ່ມີຊື່ສຽງດັ່ງກ່າວເປັນການຊົ່ວຄາວ ຍ້ອນວ່າສິ່ງອຳນວຍຄວາມສະດວກບໍ່ພຽງພໍ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/kaolao-cave-soon-reopen-after-new-facilities-built-102036

ນາຍົກ: ລັດຈະບໍ່ອະນຸມັດໂຄງການການທ່ອງທ່ຽວທີ່ບໍ່ຍືນຍົງຢູ່ເມືອງວັງວຽງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະບໍ່ອະນຸມັດໂຄງການການທ່ອງທ່ຽວເມືອງວັງວຽງທີ່ຍື່ນສະເໜີ ຖ້າບໍ່ມີການນຳສະເໜີແຜນການພັດທະນາແບບຍືນຍົງ, ພະນາທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ອຳນາດການປົກຄອງທ້ອງຖິ່ນ.ບໍລິສັດກໍ່ສ້າງໄດ້ຍື່ນບົດສະເໜີໂຄງການຕໍ່ຄະນະລັດຖະບານ ເພື່ອຂໍອະນຸມັດການກໍ່ສ້າງສະຖານທີ່ທ່ອງທ່ຽວຄົບວົງຈອນຢູ່ເມືອງທ່ອງທ່ຽວວັງວຽງ ແຂວງວຽງຈັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-laos-will-not-authorise-unsustainable-tourism-projects-vangvieng-101966

ລາວ, ຢູເນັສໂກແລກປ່ຽນປະສົບການໃນການປົກປັກຮັກສາມໍລະດົກໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍຕາງໜ້າຈາກສາທາລະນະລັດເກົາຫຼີ ແລະ ອົງການຢູເນັສ໌ໂກບາງກອກ ໄດ້ປະຊຸມຢູ່ນະຄອນວຽງຈັນໃນວັນຈັນຜ່ານມາ ເຊິ່ງເປັນກອງປະຊຸມວິຊາການໄລຍະຫ້າວັນ ເພື່ອຫາລືກ່ຽວກັບການປົກປັກຮັກສາມໍລະດົກໂລກ.ກອງປະຊຸມວິຊາການກ່ຽວກັບການປົກປັກຮັກສາມໍລະດົກທາງວັັດທະນະທຳທີ່ບໍ່ເປັນຮູບປະທຳ ແລະ ເອກະສານການແຕ່ງຕັ້ງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ສິງຫານີ້ ພາຍໃຕ້ການສະໜັບສະໜູນຂອງສາທາລະນະລັດເກົາຫຼີ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເສີມຂະຫຍາຍຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນການປົກປັກຮັກສາມໍລະດົກໂລກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/laos-unesco-share-experiences-heritage-protection-101965

ໄກ້ນຳທ່ຽວ 66 ຄົນພ້ອມແລ້ວທີ່ຈະເຂົ້າສູ່ຖັນແຖວອາຊີບ

ບຸກຄະລາກອນການທ່ອງທ່ຽວຈຳນວນ 66​ ຄົນທີ່ສຳເລັດການຝຶກອົບຮົບກຽມພ້ອມທີ່ຈະປະກອບອາຊີບເປັນນັກນຳທ່ຽວ, ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ສ້າງສີສັນໃຫ້ແກ່ສະຖານທີ່ທ່ອງທ່ຽວໃນລາວ.ກຸ່ມນັກຝຶກອົບຮົມດັ່ງກ່າວໄດ້ສຳເລັດຫຼັກສູດການຝຶກອົບຮົມໄກ້ນຳທ່ຽວແຫ່ງຊາດຊຸດທີ 26 ຂອງລັດຖະບານ, ເຊິ່ງມີຂຶ້ນທີ່ນະຄອນວຽງຈັນ ແຕ່ວັນທີ 27 ພຶດສະພາ ເຖິງ 9 ສິງຫານີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ສ້າງເມືອງວັງວຽງໃຫ້ເປັນທີ່ຕ້ອງການຂອງຕະຫຼາດໃຫ້ຫຼາຍຂຶ້ນ, ນາຍົກສັ່ງ

ວຽງຈັນ (ວຽງຈັນທາມສ໌) – ພະນະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ໃຫ້ຮັກສາມົນສະເໜ່ທາງທຳມະຊາດຂອງເມືອງວັງວຽງ ໃນຂະນະພັດທະນາຕົວເມືອງ ເພື່ອດຶງດູດນັກທ່ອງທ່ຽວລະດັບສູງໃຫ້ຫຼາຍຂຶ້ນ. ເມືອງວັງວຽງມີຈຳນວນນັກທ່ອງທ່ຽວທີ່ຫຼຸດລົງເນື່ອງຈາກຫຼາຍປັດໄຈ ເຊັ່ນ ສະພາບຖະໜົນທີ່ບໍ່ດີ ແລະ ສິ່ງອຳນວຍຄວາມສະດວກການທ່ອງທ່ຽວທີ່ຕ່ຳກວ່າມາດຕະຖານ, ທ່ານຮອງເຈົ້າເມືອງ ບຸນຈັນ ມາລາວົງ ລາຍງານຕໍ່ທ່ານນາຍົກ.  ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/make-vangvieng-more-upmarket-lao-pm-advises-101855

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CZTPX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!