ຖ້ຳເກົາເລົາຈະກັບມາເປີດໃຫ້ບໍລິການພາຍຫຼັງສຳເລັດການກໍ່ສ້າງສິ່ງອຳນວຍຄວາມສະດວກ

ວຽງຈັນ (ວຽງຈັນທາມສ໌/ANN) – ຖ້ຳເກົາເລົາ ບ້ານນ້ຳແອ໋ງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຈະກັບມາເປີດໃຫ້ບໍລິການໃນທ້າຍປີນີ້ ຫຼັງຈາກທີ່ມີການປິດຊົ່ວຄາວເປັນເວລາຫ້າເດືອນເພື່ອປັບປຸງສິ່ງອຳນວຍຄວາມສະດວກສຳລັບນັກທ່ອງທ່ຽວ.
ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງນ້ຳທາ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນຈັນນີ້ວ່າ ທາງພະແນກໄດ້ຕັດສິນໃຈປິດຖ້ຳທີ່ມີຊື່ສຽງດັ່ງກ່າວເປັນການຊົ່ວຄາວ ຍ້ອນວ່າສິ່ງອຳນວຍຄວາມສະດວກບໍ່ພຽງພໍ.
ສີລັດດາ ສຸລິຍົງ
http://annx.asianews.network/content/kaolao-cave-soon-reopen-after-new-facilities-built-102036