ອຸດສາຫະກຳ

ຄົ້ນພົບພະພຸດທະຮູບເກົ່າແກ່ທີ່ແຂວງຄຳມ່ວນ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ປະຊາຊົນທ້ອງຖິ່ນໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ປະມານ 60 ອົງ ທີ່ຖ້ຳຜາພີນ້ອຍ ໃກ້ບ້ານຄຳຜາແຫຼ່ງ ເມືອງມະຫາໄຊ ແຂວງຄຳມ່ວນ, ເຊິ່ງເຈົ້າໜ້າທີ່ຄາດວ່າມີອາຍຸເກົ່າແກ່ຫຼາຍຮອຍປີ.ທ່ານ ໄກ່ແກ້ວ ບຸນມະນີ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງມະຫາໄຊເປີດເຜີຍຜ່ານໜັງສືພິມວຽງຈັນທາມສ໌ວ່າ ພະພຸດທະຮູບດັ່ງກ່າວແມ່ນເຮັດດ້ວຍໄມ້ຈັນພະມ້າ (ເຊິ່ງເປັນພັນໄມ້ຫອມຄ້າຍກັບໄມ້ຈັນຫອມ).ອ່ານຕໍ່ ...

ສີລັດດາ ສຸລິຍົງ

ການຍົກລະດັບການທ່ອງທ່ຽວ ແລະ ພັກຜ່ອນຜ່ານການຝຶກອົບຮົມທັກສະ

ໃນຂະນະທີ່ຫຼາຍຄົນປະກອບອາຊີບໃນອຸດສາຫະກຳການທ່ອງທ່ຽວ, ການບໍລິການລູກຄ້າພັດຍັງບໍ່ທັນສອດຄ່ອງກັບມາດຕະຖານຂອງອາຊຽນ, ສະນັ້ນຈຶ່ງຕ້ອງມີການຝຶກອົບຮົມເພີ່ມເຕີມເພື່ອຍົກລະດັບທັກສະດັ່ງກ່າວ.ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາທັກສະ ແລະ ການຈ້າງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳຊີ້ນຳເນື່ອງໃນໂອກາດເປີດໂຄງການຝຶກອົບຮົມກ່ຽວກັບການເປັນແມ່ບ້ານ ແລະ ການປະຕິບັດການໜ້າຫ້ອງການ ເຊິ່ງຈັດຂຶ້ນທີ່ວຽງຈັນ ພາຍໃຕ້ການຮ່ວມມືລະຫວ່າງລາວ ແລະ ສິງກະໂປ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ການທ່ອງທ່ຽວເປັນກຸນແຈສູ່ການພັດທະນາສີຂຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການອະນຸລັກສວນອຸດທິຍານແຫ່ງຊາດ ແລະ ວັດທະນາທຳຮີດຄອງປະເພນີຂອງຊາດຈະໄດ້ຮັບການສົ່ງເສີມ ຜ່ານການປະຕິບັດຍຸດທະສາດການພັດທະນາສີຂຽວແຫ່ງຊາດຂອງລັດຖະບານ.ຍຸດທະສາດປີ 2030 ດັ່ງກ່າວ, ເຊິ່ງມີການເຜີຍແຜ່ໃນຕົ້ນເດືອນນີ້, ຈະເປັນແນວທາງໃນການຜັນຂະຫຍາຍນະໂຍບາຍທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າສູ່ກະແສຫຼັກໃນແຜນໂຄງການຂອງແຕ່ລະກົມກອງ ແລະ ຂະແໜງການຂອງລັດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ແຂວງອຸດົມໄຊ, ຫຼວງພະບາງກະກຽມຈັດງານບຸນປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊ ແລະ ຫຼວງພະບາງມີການວາງແຜນຈັດຕັ້ງກິດຈະກຳທີ່ໜ້າສົນໃຈໃນງານບຸນປີໃໝ່ລາວ ເພື່ອສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ.ກິດຈະກຳທີ່ແຂວງອຸດົມໄຊຈະມີຂື້ນແຕ່ວັນທີ 11-16 ເມສາ, ສ່ວນທີ່ແຂວງຫຼວງພະບາງຈະຈັດງານເປັນໄລຍະເວລາ 10 ວັນ ແຕ່ວັນທີ 11-20 ເມສາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວເດີນໜ້າແຜນໂຄສະນາການທ່ອງທ່ຽວໃນນະຄອນຊຽງໄຮ

ຊຽງໄຮ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ດຳເນີນບາດກ້າວຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວ, ເຊັ່ນການຫຼຸດຄ່າທຳນຽມວີຊາຈາກເດີມ US$14 ມາເປັນ US$10 ໂດລາ, ທ່ານ ສຈ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກ່າວ.ກະຊວງໄດ້ຮ່າງມາດຕະການຕ່າງໆໃນກອງປະຊຸມສົ່ງເສີມການທ່ອງທ່ຽວລາວທີ່ນະຄອນຊຽງໄຮ.ອ່ານຕໍ່ ...

ໂຕະຂ່າວ

ເຊກອງກະກຽມການບໍລິການນັກທ່ອງທ່ຽວ

ອຳນາດການປົກຄອງແຂວງເຊກອງພວມມີການຕໍ່ເຕີມ ແລະ ປັບປຸງສູນບໍລິການນັກທ່ອງທ່ຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງ ແລະ ສ້າງຄວາມດື່ມດ່ຳກັບປະສົບການທ່ອງທ່ຽວໃຫ້ຫຼາຍຂຶ້ນ.ທ່ານ ບຸນທອງ ສີດອນຄົງ ພະນັກງານພະແນກຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ວານນີ້ວ່າ ອຳນາດການປົກຄອງໄດ້ມີການກະກຽມຫຼາຍຢ່າງ ເພື່ອຕ້ອນຮັບກະແສນັກທ່ອງທ່ຽວທີ່ຄາດວ່າຈະເຂົ້າມາຢ້ຽຢາມເນື່ອງໃນປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ແຂວງວຽງຈັນຍົກເລີກແຜນພັດທະນາການທ່ອງທ່ຽວທີ່ເມືອງວັງວຽງຫຼັງຊາວບ້ານຄັດຄ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດວິພາກເສດຖະກິດຂອງໂຄງການທ່ອງທ່ຽວບ້ານຫ້ວຍສະເງົາ, ພູດິນແດງ ແລະ ປາກພອກ ເມືອງວັງວຽງ ແຂວງວຽງຈັນ ໄດ້ຖືກສັ່ງຍົກເລີກ ຫຼັງຈາກທີ່ປະຊາຊົນທ້ອງຖິ່ນ ຄັດຄ້ານຕໍ່ໂຄງການພັດທະນາພື້ນທີ່ທ່ອງທ່ຽວ 150-ເຮັກຕາ.ທ່ານ ຄຳພອງ ດວງວິໄລ ເຈົ້າເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ວານນີ້ວ່າ ແຜນພັດທະນາດັ່ງກ່າວໄດ້ຖືກສັ່ງໃຫ້ຍົກເລີກ ເນື່ອງຈາກທີ່ຕັ້ງຂອງໂຄງການພັດທະນາເປັນການບຸກລຸກພື້ນທີ່ໃກ້ກັບຕົວເມືອງ, ຂະນະທີ່ໂຄງການກໍບໍ່ເໝາະສົມກັບຊື່ສຽງຂອງພື້ນທີ່ໃນແງ່ຂອງຄວາມສວຍງາມຕາມທຳມະຊາດ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ນັກທຸລະກິດໜຸ່ມ Erom ອາຊຽນປະຊຸມທີ່ຫຼວງພະບາງເພື່ອຫາລືທຸລະກິດທ່ອງທ່ຽວແບບອະນຸລັກ

(ຂປລ) ໃນຊ່ວງວັນທີ 4-8 ມີນາ, 2019, ນັກທຸລະກິດໜຸ່ມຫ້າສິບຄົນຈາກບັນດາປະເທດອາຊຽນ ແລະ ຕີມໍເລັສ໌ເຕ ໄດ້ຮ່ວມປະຊຸມທີ່ແຂວງຫຼວງພະບາງຂອງລາວ ເພື່ອຮ່ວມງານສຳມະນາກ່ຽວກັບການທ່ອງທ່ຽວແບບອະນຸລັກ ເຊິ່ງຈັດໂດຍໂຄງການລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສຽງໃຕ້ (YSEALI), ເຊິ່ງເປັນໂຄງການຊ່ວຍເຫຼືອຂອງສະຫະລັດ.ອ່ານຕໍ່ ...

ຂປລ

ແຂວງອຸດົມໄຊກະກຽມປູສາດຕ້ອນຮັບນັກທ່ອງທ່ຽວ

ອຳນາດການປົກຄອງແຂວງອຸດົມໄຊ ພວມເລັ່ງມືໃນການພັດທະນາພື້ນຖານໂຄງລ່າງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າສູ່ແຂວງຜ່ານການປັບປຸງດ້ານການເຂົ້າເຖິງ.ເຈົ້າໜ້າທີ່ກຳລັງມີການກໍ່ສ້າງສິ່ງອຳນວຍຄວາມສະດວກໃນສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆ ເຊັ່ນ ຖ້ຳຈອມອົງ, ເຊິ່ງກຳລັງກາຍມາເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ໜ້າທ່ຽວຊົມທີ່ສຸດໃນປະເທດລາວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ບຸນຊ້າງດຶງດູດນັກທ່ອງທ່ຽວກຸ່ມໃຫຍ່ສູງແຂວງໄຊຍະບູລີ

ບຸນຊ້າງປະຈຳປີທີ່ແຂວງໄຊຍະບູລີໄດ້ໝູນວຽນມາອີກຄັ້ງ ເຊິ່ງໃນປີນີ້ມີຊ້າງເຂົ້າຮ່ວມ 70 ເຊືອກພ້ອມກວານຊ້າງ ແລະ ມີກິດຈະກຳຢ່າງຫຼວງຫຼາຍສ້າງຄວາມມ່ວນຊື່ນໃຫ້ແກ່ແຂກທີ່ມາທ່ຽວຊົມ.ບຸນຊ້າງ ເຊິ່ງໄດ້ຮັບຄວາມນິຍົມໃນທຸກປີນັບແຕ່ມີການເລີ່ມຈັດງານຄັ້ງທຳອິດໃນປີ 2007 ທີ່ເມືອງຫົງສາ, ໄດ້ມີພິທີເປີດຢ່າງຄືກຄື້ນໃນວັນເສົາທີ່ຜ່ານມາ ເຊິ່ງມີຫຼາກຫຼາຍກິດຈະກຳສຳລັບຮອງຮັບນັກທ່ອງທ່ຽວ ແຕ່ວັນທີ 17-28 ກຸມພານີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TCe72
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!