ແຂວງວຽງຈັນຍົກເລີກແຜນພັດທະນາການທ່ອງທ່ຽວທີ່ເມືອງວັງວຽງຫຼັງຊາວບ້ານຄັດຄ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດວິພາກເສດຖະກິດຂອງໂຄງການທ່ອງທ່ຽວບ້ານຫ້ວຍສະເງົາ, ພູດິນແດງ ແລະ ປາກພອກ ເມືອງວັງວຽງ ແຂວງວຽງຈັນ ໄດ້ຖືກສັ່ງຍົກເລີກ ຫຼັງຈາກທີ່ປະຊາຊົນທ້ອງຖິ່ນ ຄັດຄ້ານຕໍ່ໂຄງການພັດທະນາພື້ນທີ່ທ່ອງທ່ຽວ 150-ເຮັກຕາ.

ທ່ານ ຄຳພອງ ດວງວິໄລ ເຈົ້າເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ວານນີ້ວ່າ ແຜນພັດທະນາດັ່ງກ່າວໄດ້ຖືກສັ່ງໃຫ້ຍົກເລີກ ເນື່ອງຈາກທີ່ຕັ້ງຂອງໂຄງການພັດທະນາເປັນການບຸກລຸກພື້ນທີ່ໃກ້ກັບຕົວເມືອງ, ຂະນະທີ່ໂຄງການກໍບໍ່ເໝາະສົມກັບຊື່ສຽງຂອງພື້ນທີ່ໃນແງ່ຂອງຄວາມສວຍງາມຕາມທຳມະຊາດ.

ອ່ານຕໍ່…

ວຽງດາວັນ ບັນພະຮັກສາ