ລາວ, ກວາງຊີ ຈະສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ

ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ກົມວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດປົກຄອງຕົນເອງກວາງຊີຈວງຂອງຈີນ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນພຸດແລ້ວນີ້ ເພື່ອສືບຕໍ່ກິດຈະກຳການສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ.ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວໃນກວາງຊີດັ່ງກ່າວ ແມ່ນນຳໂດຍທ່ານ ບຸນລັບ ດວງພູມີ ຮອງຫົວໜ້າກົມສົ່ງເສີມການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ທ່ານ ຫວງ ຢັນຊີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດກວາງສີ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ

ການສະເຫຼີມສະຫຼອງທົ່ງໄຫຫີນມີແຜນຈັດພ້ອມກັບງານມະຫາກຳກິລາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີສະເຫຼີມສະຫຼອງທົ່ງໄຫຫີນທີ່ໄດ້ຮັບຮອງໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການສະຫະປະຊາຊາດເພື່ອການສຶກສາ,​ ວິທະຍາສາດ ແລະ ວັດທະນະທຳ (UNESCO) ຢ່າງເປັນທາງການ ແມ່ນມີແຜນຈັດຂຶ້ນໃນວັນທີ 22 ມິນາ 2020 ຢູ່ແຂວງຊຽງຂວາງ ພ້ອມກັບພິທີເປີດການແຂ່ງຂັນກິລາແຫ່ງຊາດ.ແຜນການສະເຫຼີມສະຫຼອງດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນ ທີ່ວຽງຈັນວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສິລັດດາ ສຸລິຍົງ
http://annx.asianews.network/content/plain-jars-celebration-planned-coincide-national-games-100896

ໂຮງແຮມ ຄຣາວພລາຊາ ວຽງຈັນ ໄດ້ຮັບລາງວັນຊະນະເລີດດ້ານສະປາສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຊັນສ໌ສະປາ ໂຮງແຮມຄຣາວພລາຊາວຽງຈັນ ໄດ້ຮັບລາງວັນຊະນະເລີດດ້ານສະປາໃນລະດັບສາກົນ ຫຼັງຈາກທີ່ເປີດຕົວການບໍລິການຊັ້ນເລີດພຽງໜຶ່ງປີ.ທ່ານ ນັດທະວຸດ ເວດປຣະສິດ ຜູ້ຊ່ວຍຜູ້ອຳນວຍການໂຮງແຮມຄຣາວພລາຊາ ວຽງຈັນ ຕາງໜ້າໂຮງແຮມ ເຂົ້າຮັບລາງວັນສະປາດີເດັ່ນລະດັບໂລກ ໃນພິທີມອບລາງວັນ World Luxury Awards ເຊິ່ງຈັດຂຶ້ນທີ່ ໂຮງແຮມ State Hermitage Museum Official ທີ່ນະຄອນເຊັນ ປີເຕີສ໌ເບີກ ປະເທດລັດເຊຍ ໃນວັນທີ 8 ກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/crowne-plaza-vientiane-wins-international-spa-award-100199

ລາວຫວັງສ້າງຄວາມຫຼາກຫຼາຍດ້ານແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ

ລາວມີຈຳນວນນັກທ່ອງທ່ຽວຈາກເກົາຫຼີເພີ່ມຂື້ນຢ່າງຈະແຈ້ງໃນຊຸມສອງສາມປີຜ່ານມາຫຼັງຈາກທີ່ລາຍການໂທລະທັດ “Youth Over Flowers,” ໄດ້ຖ່າຍທຳລາຍການທີ່ດາລາເກົາຫຼີເດີນທາງມາທ່ອງທ່ຽວສະຖານທີ່ທ່ອງທ່ຽວຊື່ດັງຂອງລາວ ໂດຍສະເພາະແມ່ນວັງວຽງ.ຈຳນວນນັກທ່ອງທ່ຽວຈາກເກົາຫຼີໃຕ້ໃນລາວເພີ່ມຂຶ້ນໃນປີ 2015 ແລະ 2016, ແລະ ເລີ່ມຄົງທີ່ໃນປີ 2017. ສ່ວນແບ່ງຕະຫຼາດລວມຂອງເກົາຫຼີເພີ່ມຂຶ້ນເປັນ 4.4 ເປີເຊັນ ໃນປີ 2017 ຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ​ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ. ຈຳນວນນັກທ່ອງທ່ຽວເກົາຫຼີແມ່ນເພີ່ມຈາກ 96,085 ຄົນໃນປີ 2014 ເປັນ 170,571 ຄົນໃນປີ 2017. ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/16/laos-hopes-to-diversify-destinations-for-tourists/

ຜູ້ປະກອບການທ່ອງທ່ຽວຕ່າງປະເທດສຳຫຼວດໂອກາດໃນການທ່ອງທ່ຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ເປັນເຈົ້າພາບຈັດການທ່ອງທ່ຽວເພື່ອສ້າງຄວາມຄຸ້ນເຄີຍໄລຍະໜຶ່ງອາທິດ ເພື່ອຢ້ຽມຢາມແຂວງບໍລິຄຳໄຊ ແລະ ຄຳມ່ວນ ເພື່ອສະແດງໃຫ້ຜູ້ປະກອບການທ່ອງທ່ຽວຕ່າງປະເທດ ແລະ ສື່ມວນຊົນ ເຫັນເຖິງຄວາມສວຍງາມຂອງທຳມະຊາດໃນພຶ້ນທີ່ດັ່ງກ່າວ.ການເດີນທາງທ່ອງທ່ຽວ ພາຍໃຕ້ຊື່ວ່າ “The Loop” ຄັ້ງນີ້ແມ່ນຈັດຂຶ້ນແຕ່ວັນທີ 12-17 ກໍລະກົດ ເຊິ່ງມີຜູ້ຕາງໜ້າຈາກ 12 ບໍລິສັດທ່ອງທ່ຽວ ພ້ອມດ້ວຍສື່ມວນຊົນຈາກ ປະເທດມາເລເຊຍ, ສິງກະໂປ, ​ໄທ, ຈີນ, ຍີ່ປຸ່ນ ແລະ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບຸນແຝງ ໄຟມະນີວົງ
http://annx.asianews.network/content/overseas-tour-operators-explore-opportunities-laos-100124

ໂຄງການພັດທະນາຄອນໂດມິນຽມຂອງໄທເຊີນຊວນນັກລົງທຶນຈາກລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການກໍ່ສ້າງຄອນໂດມີນຽມບາງສາເລ່ ພັດທະຍາປະເທດໄທ ພາຍໃຕ້ຊື່ວ່າ ສວນວິນແຮມ ໄອລິນບາງສະເລ່ ພັດທະຍາ ເບິ່ງເຫັນໂອກາດທາງການຕະຫຼາດໃນກຸ່ມຜູ້ຊື້ຄົນລາວ. “ພວກເຮົາເຫັນວ່ານັກລົງທຶນລາວມີທ່າແຮງ ແລະ ຄວາມສາມາດໃນການລົງທຶນໃນອະສັງຫາລະມິຊັບດັ່ງກ່າວ ເຊິ່ງຄົນຕ່າງຊາດສາມາດຊື້ ແລະ ຖືກຳມະສິດຄອບຄອງໄດ້ 100 ເປີເຊັນສຳລັບຫ້ອງພັກໃນໂຄງການພັດທະນາຂອງພວກເຮົາ,” ທ່ານນາງ ໄອລິນລະຍາ ພັດທະນະວິລະນົນ ຜູ້ອຳນວຍການໃຫຍ່ຂອງບໍລິສັດໄອລິນອະສັງຫາລິມະຊັບຈຳກັດ ກ່າວ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/thai-condominium-development-invites-investors-laos-100125

ລາວເປີດນຳໃຊ້ການບໍລິການອີວີຊາ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຈະເປັນອີກໜຶ່ງປະເທດທີ່ອະນຸຍາດໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ, ເພື່ອຈຸດປະສົງເພີ່ມປະລິມານນັກທ່ອງທ່ຽວຕ່າງປະເທດ.ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຈາກຂະແໜງການຕ່າງໆ ເຂົ້າຮ່ວມເປັນສັກຂີພະຍານໃນພິທີກົດປຸ່ມເພື່ອເປີດການໃຫ້ບໍລິການອີວີຊາ ເຊິ່ງຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/e-visas-introduced-make-life-easier-tourists-99877

ທົ່ງໄຫຫີນໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກໂດຍອົງການຢູເນັສໂກ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (ຢູເນັສໂກ) ໄດ້ຮັບຮອງເອົາທົ່ງໄຫຫີນຊຽງຂວາງ ເຂົ້າໃນລາຍຊື່ສະຖານທີ່ມໍລະດົກໂລກ.ການຈາລຶກເອົາທົ່ງໄຫຫີນຂອງລາວເຂົ້າເປັນມໍລະດົກໂລກອັນຊົງຄຸນຄ່າ ຖືເປັນໜຶ່ງໃນຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ, ເຊິ່ງໄດ້ດຳເນີນການກະກຽມມາເປັນເວລາຫຼາຍປີເພື່ອຊຸກຍູ້ໃຫ້ສາກົນຮັບຮອງປູຊິນິຍະສະຖານດັ່ງກ່າວ.ການແຈ້ງການຮັບຮອງດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ ທີ່ເມືອງບາກູ ປະເທດອາເຊີໄບຈັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/unesco-lists-plain-jars-world-heritage-site-99720

ຂໍ້ຕົກລົງເພື່ອສົ່ງເສີມພາລະກິດຂອງລາວໃນການດຶງດູດນັກທ່ອງທ່ຽວຈີນ

ປະເທດລາວພວມມີການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍມອບໝາຍໃຫ້ບໍລິສັດສື່ໂຄສະນາຊັ້ນນຳຂອງຈີນ ໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວຂອງລາວໃນຕະຫຼາດຈີນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.ກົມສົ່ງເສີມການທ່ອງທ່ຽວ ພາຍໃຕ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບບໍລິສັດສື່ສານວັນທະນະທຳສາກົນ ເຟັງຫວງເຫ ປັກກິ່ງ ຈຳກັດ ທີ່ວຽງຈັນໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້

ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NTKNA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!