ທົ່ງໄຫຫີນໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກໂດຍອົງການຢູເນັສໂກ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (ຢູເນັສໂກ) ໄດ້ຮັບຮອງເອົາທົ່ງໄຫຫີນຊຽງຂວາງ ເຂົ້າໃນລາຍຊື່ສະຖານທີ່ມໍລະດົກໂລກ.

ການຈາລຶກເອົາທົ່ງໄຫຫີນຂອງລາວເຂົ້າເປັນມໍລະດົກໂລກອັນຊົງຄຸນຄ່າ ຖືເປັນໜຶ່ງໃນຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ, ເຊິ່ງໄດ້ດຳເນີນການກະກຽມມາເປັນເວລາຫຼາຍປີເພື່ອຊຸກຍູ້ໃຫ້ສາກົນຮັບຮອງປູຊິນິຍະສະຖານດັ່ງກ່າວ.

ການແຈ້ງການຮັບຮອງດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ ທີ່ເມືອງບາກູ ປະເທດອາເຊີໄບຈັນ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/unesco-lists-plain-jars-world-heritage-site-99720