ເຊກອງກະກຽມການບໍລິການນັກທ່ອງທ່ຽວ

ອຳນາດການປົກຄອງແຂວງເຊກອງພວມມີການຕໍ່ເຕີມ ແລະ ປັບປຸງສູນບໍລິການນັກທ່ອງທ່ຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງ ແລະ ສ້າງຄວາມດື່ມດ່ຳກັບປະສົບການທ່ອງທ່ຽວໃຫ້ຫຼາຍຂຶ້ນ.ທ່ານ ບຸນທອງ ສີດອນຄົງ ພະນັກງານພະແນກຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ ວານນີ້ວ່າ ອຳນາດການປົກຄອງໄດ້ມີການກະກຽມຫຼາຍຢ່າງ ເພື່ອຕ້ອນຮັບກະແສນັກທ່ອງທ່ຽວທີ່ຄາດວ່າຈະເຂົ້າມາຢ້ຽຢາມເນື່ອງໃນປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ແຂວງວຽງຈັນຍົກເລີກແຜນພັດທະນາການທ່ອງທ່ຽວທີ່ເມືອງວັງວຽງຫຼັງຊາວບ້ານຄັດຄ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດວິພາກເສດຖະກິດຂອງໂຄງການທ່ອງທ່ຽວບ້ານຫ້ວຍສະເງົາ, ພູດິນແດງ ແລະ ປາກພອກ ເມືອງວັງວຽງ ແຂວງວຽງຈັນ ໄດ້ຖືກສັ່ງຍົກເລີກ ຫຼັງຈາກທີ່ປະຊາຊົນທ້ອງຖິ່ນ ຄັດຄ້ານຕໍ່ໂຄງການພັດທະນາພື້ນທີ່ທ່ອງທ່ຽວ 150-ເຮັກຕາ.ທ່ານ ຄຳພອງ ດວງວິໄລ ເຈົ້າເມືອງ ໄດ້ເປີດເຜີຍຜ່ານວຽງຈັນທາມສ໌ວານນີ້ວ່າ ແຜນພັດທະນາດັ່ງກ່າວໄດ້ຖືກສັ່ງໃຫ້ຍົກເລີກ ເນື່ອງຈາກທີ່ຕັ້ງຂອງໂຄງການພັດທະນາເປັນການບຸກລຸກພື້ນທີ່ໃກ້ກັບຕົວເມືອງ, ຂະນະທີ່ໂຄງການກໍບໍ່ເໝາະສົມກັບຊື່ສຽງຂອງພື້ນທີ່ໃນແງ່ຂອງຄວາມສວຍງາມຕາມທຳມະຊາດ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ນັກທຸລະກິດໜຸ່ມ Erom ອາຊຽນປະຊຸມທີ່ຫຼວງພະບາງເພື່ອຫາລືທຸລະກິດທ່ອງທ່ຽວແບບອະນຸລັກ

(ຂປລ) ໃນຊ່ວງວັນທີ 4-8 ມີນາ, 2019, ນັກທຸລະກິດໜຸ່ມຫ້າສິບຄົນຈາກບັນດາປະເທດອາຊຽນ ແລະ ຕີມໍເລັສ໌ເຕ ໄດ້ຮ່ວມປະຊຸມທີ່ແຂວງຫຼວງພະບາງຂອງລາວ ເພື່ອຮ່ວມງານສຳມະນາກ່ຽວກັບການທ່ອງທ່ຽວແບບອະນຸລັກ ເຊິ່ງຈັດໂດຍໂຄງການລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສຽງໃຕ້ (YSEALI), ເຊິ່ງເປັນໂຄງການຊ່ວຍເຫຼືອຂອງສະຫະລັດ.ອ່ານຕໍ່ ...

ຂປລ

ແຂວງອຸດົມໄຊກະກຽມປູສາດຕ້ອນຮັບນັກທ່ອງທ່ຽວ

ອຳນາດການປົກຄອງແຂວງອຸດົມໄຊ ພວມເລັ່ງມືໃນການພັດທະນາພື້ນຖານໂຄງລ່າງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າສູ່ແຂວງຜ່ານການປັບປຸງດ້ານການເຂົ້າເຖິງ.ເຈົ້າໜ້າທີ່ກຳລັງມີການກໍ່ສ້າງສິ່ງອຳນວຍຄວາມສະດວກໃນສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆ ເຊັ່ນ ຖ້ຳຈອມອົງ, ເຊິ່ງກຳລັງກາຍມາເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ໜ້າທ່ຽວຊົມທີ່ສຸດໃນປະເທດລາວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ບຸນຊ້າງດຶງດູດນັກທ່ອງທ່ຽວກຸ່ມໃຫຍ່ສູງແຂວງໄຊຍະບູລີ

ບຸນຊ້າງປະຈຳປີທີ່ແຂວງໄຊຍະບູລີໄດ້ໝູນວຽນມາອີກຄັ້ງ ເຊິ່ງໃນປີນີ້ມີຊ້າງເຂົ້າຮ່ວມ 70 ເຊືອກພ້ອມກວານຊ້າງ ແລະ ມີກິດຈະກຳຢ່າງຫຼວງຫຼາຍສ້າງຄວາມມ່ວນຊື່ນໃຫ້ແກ່ແຂກທີ່ມາທ່ຽວຊົມ.ບຸນຊ້າງ ເຊິ່ງໄດ້ຮັບຄວາມນິຍົມໃນທຸກປີນັບແຕ່ມີການເລີ່ມຈັດງານຄັ້ງທຳອິດໃນປີ 2007 ທີ່ເມືອງຫົງສາ, ໄດ້ມີພິທີເປີດຢ່າງຄືກຄື້ນໃນວັນເສົາທີ່ຜ່ານມາ ເຊິ່ງມີຫຼາກຫຼາຍກິດຈະກຳສຳລັບຮອງຮັບນັກທ່ອງທ່ຽວ ແຕ່ວັນທີ 17-28 ກຸມພານີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ພິພິດຕະພັນສະຫວັນນະເຂດວາງສະແດງສາຍສຳພັນລາວ-ຫວຽດນາມໃນສະໄໝສົງຄາມ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ເຖິງວ່າຈະຜ່ານພົ້ນມາຫຼາຍປີແລ້ວ, ປະເທດລາວໃນປະຈຸບັນຍັງຄົງເຫຼືອຮ່ອງຮອຍປະຫວັດສາດ ໄວ້ໃຫ້ຮຽນຮູ້ສຳລັບຊາວລາວ ແລະ ນັກທ່ອງທ່ຽວ.ເຫດການໃນຊຸມປີ 1960s ແລະ 70s ເຊິ່ງສ່ວນໃຫຍ່ແມ່ນຖືກປິດລັບຕໍ່ຊາວໂລກ, ສົງຄາມລັບໃນຊຸມປິດັ່ງກ່າວໃນປະຈຸບັນ ແມ່ນເປັນທີ່ສົນໃຈຂອງນັກຮຽນຮູ້ທີ່ຕ້ອງການທຳຄວາມເຂົ້າໃຈກ່ຽວກັບອະດີດຂອງລາວ ກໍ່ຄືປະຫວັດການຕໍ່ສູ້ກູ້ຊາດໃນສະໄໝສົງຄາມອິນດູຈີນ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ແຂວງຄຳມ່ວນພ້ອມໃນການຮອງຮັບນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຄຳມ່ວນກຳລັງຂຸ້ນຂ້ຽວກະກຽມສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເພື່ອສ້າງບັນຍາກາດຕ້ອນຮັບນັກທ່ອງທ່ຽວໃນປີນີ້ໃຫ້ຟົດຟື້ນມ່ວນຊື່ນ.ທ່ານ ບຸນທະວີ ສີສົມບັດ ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ອຳນາດການປົກຄອງແຂວງໄດ້ມີການກະກຽມຫຼາຍຢ່າງເພື່ອປັບປຸງພື້ນຖານໂຄງລ່າງໃນແຂວງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ໄຊຍະບູລີກະກຽມບຸນຊ້າງຕ້ອນຮັບນັກທ່ອງທ່ຽວຈີນ

ອຳນາດການປົກຄອງແຂວງໄຊຍະບູລີກະກຽມຕ້ອນຮັບນັກທ່ອງທ່ຽວກຸ່ມໃຫຍ່ຈາກຈີນກວ່າ 500 ຄົນ ທີ່ຈະເດີນທາງມາທ່ຽວຊົມບຸນຊ້າງທີ່ເທດສະບານແຂວງໃນອາທິດນີ້ ແລະ ທິດໜ້າ.ບຸນຊ້າງເປັນບຸນປະຈຳປີທີ່ໄດ້ຮັບຄວາມນິຍົມ ເຫັນໄດ້ຈາກຍອດຈອງບ້ານພັກເຕັມທຸກປີ ເນື່ອງຈາກມີນັກທ່ອງທ່ຽວຈາກທຸກສາລະທິດຫຼັ່ງໄຫຼກັນມາສຳຜັດໂອກາດອັນຫາໄດ້ຍາກໃນການຊົມຊ້າງຢ່າງໃກ້ຊິດ ແລະ ເປັນສ່ວນຕົວ.ອ່ານຕໍ່  ...

ສີລັດດາ ສຸລິຍົງ

ບຸນປີໃໝ່ພູໄທມີການສະແດງຮີດຄອງປະເພນີອັນເກົ່າແກ່

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວເຜົ່າພູໄທຈຳນວນຫຼວງຫຼາຍໄດ້ມີການເຕົ້າໂຮມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ເພື່ອສະເຫຼີມສະຫຼອງບຸນປີໃໝ່ຕາມປິຕິທິນຈັນທະລະຄະຕິ.ງານສະເຫຼີມສະຫຼອງດັ່ງກ່າວແມ່ນເພື່ອໃຫ້ຊາວນະຄອນຫຼວງໄດ້ຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີຂອງຊົນເຜົ່າດັ່ງກ່າວ, ເຊິ່ງມີການສະແດງດົນຕີ ແລະ ສິລະປະພື້ນເມືອງທີ່ເດັ່ນ ເຊິ່ງເປັນສ່ວນໜຶ່ງຂອງປະເພນີການປະຕິບັດຂອງຊົນເຜົ່າມາແຕ່ດັ້ງເດີມ.ອ່ານຕໍ່  ...

Visith Teppalath

ເລີ່ມລົງມືເຮັດບົດວິພາກເສດຖະກິດສຳລັບໂຄງການພັດທະນາການທ່ອງທ່ຽວພູເບ້ຍ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງໄຊສົມບູນໄດ້ຄັດເລືອກເອົາບໍລິສັດຄຳໄພຊະນະກຣຸ໊ບຈຳກັດ ໃຫ້ດຳເນີນການສຳຫຼວດຄວາມເປັນໄປໄດ້ໃນໂຄງການພັດທະນາແຫຼ່ງທ່ອງທ່ຽວພູເບ້ຍທີ່ເມືອງອານຸວົງ. ໂຄງການດັ່ງກ່າວມີເປົ້າໝາຍແນໃສ່ພັດທະນາການທ່ອງທ່ຽວໃນພື້ນທີ່ຕາມມາດຕະຖານແຫ່ງຊາດ ຄຽງຄູ່ກັບການປັກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຊົນນະບົດ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VTSKg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!