ລັດຖະບານ

ປະເທດສະມາຊິກອາຊຽນສົ່ງເສີມການຮ່ວມມືໃນການປົກປ້ອງຜູ້ໂດຍສານການບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ແທນກວ່າ 30 ຄົນຈາກເກົ້າປະເທດສະມາຊິກອາຊຽນ, ສະຫະພາບເອີຣົບ, ອົງການຄວາມປອດໄພທາງການບິນເອີຣົບ (EASA) ແລະ ຊ່ຽວຊານການຂົນສົ່ງທາງອາກາດພົບປະທີ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຫາລືບັນຫາຫ່ຽວກັບການປົກປ້ອງຜູ້ໂດຍສານ, ທົບທວນການປະຕິບັດການຂົນສົ່ງທາງອາກາດ ແລະ ຄົ້ນຄວ້າຊ່ອງທາງໃນການແກ້ໄຂບັນຫາ.ກອງປະຊຸມພາຍໃຕ້ຫົວຂໍ້ ການປົກປ້ອງຜູ້ໂດຍສານຂອງປະເທດສະມາຊິກອາຊຽນ (AMS) ໄດ້ຈັນຂຶ້ນລະຫວ່າງວັນທີ 2-4 ເມສາ ພາຍໃຕ້ການເຂົ້າຮ່ວມຂອງຊ່ຽວຊານອີຢູ. ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການ ARISE Plus ຂອງສະຫະພາບເອີຣົບ.ອ່ານຕໍ່ ...

ໂຕະຂ່າວ

ປະເທດສະມາຊິກອາຊຽນທົບທວນຄວາມຄືບໜ້າກ່ຽວກັບແຜນງານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ເສດຖະກິດລະດັບສູງຈາກ 10 ປະເທດສະມາຊິກອາຊຽນ, ເລຂາທິການອາຊຽນ ແລະ 4 ຄູ່ຮ່ວມເຈລະຈາ ໄດ້ປະຊຸມທີ່ວຽງຈັນໃນອາທິດນີ້ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳທາງດ້ານເສດຖະກິດ.ກອງປະຊຸມເຈົ້າໜ້າທີ່ເສດຖະກິດລະດັບສູງອາຊຽນຄັ້ງທີ່ສອງ ເພື່ອກະກຽມສຳລັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີຫ້າ ແມ່ນມີຂຶ້ນໃນລະຫວ່າງວັນທີ 4-7 ເມສານີ້ ພາຍໃຕ້ການເປັນປະທານຂອງທ່ານນາງ ອໍຣະມົນ ສຸພະທະວີທຸມ ຫົວໜ້າກົມການເຈລະຈາການຄ້າ, ກະຊວງພານິດປະເທດໄທ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ມາເລເຊຍສຶບຕໍ່ສາຍພົວພັນດ້ານວຽກງານປ້ອງກັນຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ມາເລເຊຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ລິເລີ່ມການຮ່ວມມືຢ່າງເລິກເຊິ່ງ ໃນວຽກງານປ້ອງກັນປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.ຕາມກະຊວງປ້ອງກັນປະເທດຂອງມາເລເຊຍ, ບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ມີການລົງນາມ ໃນລະຫວ່າງການຢ້ຽມຢາມມາເລເຊຍຢ່າງເປັນທາງການຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໃນລະຫວ່າງວັນທີ 21-23 ມີນາທີ່ຜ່ານມາ. ເຊິ່ງເປັນການຢ້ຽມຢາມມາເລເຊຍຄັ້ງທຳອິດນັບແຕ່ເຂົ້າຮັບຕຳແໜ່ງໃນເດືອນເມສາປີ 2016.ອ່ານຕໍ່ ...

ໂຕະຂ່າວ

ລາວ, ນໍເວ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ລັດຖະບານລາວສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນນໍເວ ໃນການພັດທະນາປະເທດລາວ ໂດຍສະເພາະ ໃນຂະແໜງການເກັບກູ້ລະເບີດ ເຊິ່ງເປັນອຸປະສັກອັນໃຫຍ່ຫຼວງໃນການພັດທະນາລາວ.ເຈົ້າໜ້າທີ່ລະດັບສູງຂອງລາວໄດ້ທຳການຕ້ອນຮັບທ່ານ ດັກ ອິງ ຢູສຕຽນ ລັດຖະມົນຕີກະຊວງການພັດທະນາສາກົນແຫ່ງປະເທດນໍເວ ເຊິ່ງເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ ໃນວັນສຸກຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກຊຸກຍູ້ສົ່ງເສີມການຮ່ວມມືຫຼາຍຝ່າຍ ແລະ ການຫັນສູ່ສາກົນໃນກອງປະຊຸມໂປອາວ

ໄຫໜານ, ຈີນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຈັດຕັ້ງການຮ່ວມມືຫຼາຍຝ່າຍ ເພື່ອສົ່ງເສີມຜົນປະໂຫຍດຮ່ວມກັນ ແລະ ບົດບາດຄວາມສຳຄັນຂອງການຫັນສູ່ສາກົນ ໃນກອງປະຊຸມປະຈຳປີຂອງອາຊີ ໂປອາວ 2019 (BFA)  ເຊິ່ງຈັດຂຶ້ນທີ່ແຂວງໄຫໜານ ເກາະທາງພາກໃຕ້ຂອງຈີນ.ທ່ານນາຍົກໄດ້ເດີນທາງເຂົ້າຮ່ວມກອງປະຊຸມດ່ັງກ່າວ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 26-29 ມີນານີ້, ຕາມຄຳເຊີນຂອງທ່ານ ລີ ເປົາຕົງ ເລຂາທິການໃຫຍ່ BFA, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຫຼາຍພັນໂຄງການມີການຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຈົ້າໜ້າທີ່ກວດສອບກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊຸມປີຜ່ານມາ ມີໂຄງການລົງທຶນຂອງລັດເຖິງ 1,225 ໂຄງການທີ່ມີການຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຕາມການລາຍງານຂອງຄະນະກຳມະການກວດສອບແຫ່ງລັດ (GIA) ໃນອາທິດນີ້.ໃນປີ 2017, ອົງການກວດສອບແຫ່ງລັດ (SAO) ໄດ້ສະເໜີໃຫ້ຄະນະ GIA ລົງກວດສອບໂຄງການຕ່າງໆຫຼັງຈາກກວດພົບສິ່ງຜິດປົກກະຕິ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ,​ ຫວຽດນາມເສີມຂະຫຍາຍຍຸດທະສາດການຮ່ວມມືດ້ານການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການເງິນລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ເສີມຂະຫຍາຍການຈັດຕັ້ງປະຕິບັດການຮ່ວມມືຍຸດທະສາດໃນຂະແໜງການເງິນ ທີ່ສອງຝ່າຍໄດ້ຮ່ວມລົງນາມສຳລັບປີ 2016-2020 ແລະ ຕົກລົງສຸມໃສ່ການປັບປຸງຫຼາຍວຽກງານ.ໃນປີນີ້ ຫວຽດນາມຕັ້ງເປົ້າຊ່ວຍເຫຼືອກະຊວງການເງິນລາວ ໃນການຮ່າງກົດໝາຍກ່ຽວກັບການຄຸ້ມຄອງອາກອນຕ່າງໆ, ຍຸດທະສາດຄັງເງິນແຫ່ງຊາດ, ລວມເຖິງດຳລັດ ແລະ ຂໍ້ຕົກລົງຂອງລັດຖະມົນຕີໃນຂົງເຂດວຽກງານຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຫວຽດນາມຈະສືບຕໍ່ການຮ່ວມມືດ້ານການພັດທະນາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຫວຽດນາມໄດ້ຢືນຢັນວ່າຈະສືບຕໍ່ການຮ່ວມມື ເພື່ອພັດທະນາທັກສະຝີມືແຮງງານໃນລາວ ແລະ ປົກປ້ອງສິດທິຂອງຜູ້ອອກແຮງງານໃນສອງຊາດ.ຜູ້ເຂົ້າຮ່ວມໃນກອງປະຊຸມຂະແໜງແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມປະຈຳປີ ທີ່ວຽງຈັນ ໄດ້ບັນລຸຂໍ້ຕົກລົງເອກະພາບກ່ຽວກັບມາດຕະການໃນການສົ່ງເສີມສາຍພົວພັນດ້ານແຮງງານຂອງສອງຝ່າຍ ເຊິ່ງຕົ້ນຕໍແມ່ນແນໃສ່ການສ້າງການຮ່ວມມືສອງຊາດຢ່າງເລິກເຊິ່ງ ແລະ ຍົກສູງປະສິດທິພາບຂອງແຜນການກ່ຽວກັບແຮງງານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການກວດສອບໃນລາວ ເຜີຍປີ 2018 ມີຄະດີການສໍ້ລາດບັງຫຼວງ 1,002 ຄະດີ

ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວໄດ້ແຈ້ງຕໍ່ຄະນະກວດສອບແຫ່ງລັດໃນກອງປະຊຸມປະຈຳປີວ່າ ໜ່ວຍສືບສວນສອບສວນໄດ້ກວດພົບວ່າມີເຈົ້າໜ້າທີ່ຫຼາຍຮ້ອຍຄົນກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນປີ 2018.ໃນຄະດີສໍ້ລາດບັງຫຼວງຈຳນວນ 1,002 ຄະດີ, ເຈົ້າໜ້າທີ່ປະມານ 850 ຄົນໄດ້ຖືກປະຕິບັດວິໄນ ແລະ 55 ຄົນຖືກດຳເນີນຄະດີອາຍາ, ຕາມສຳເນົາບົດລາຍງານຈາກໜ່ວຍຂ່າວ RFA ລາວ. ສ່ວນທີ່ເຫຼືອແມ່ນຍັງຢູ່ໃນຂັ້ນຕອນການສືບສວນສອບສວນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ໂຄງການທີ່ມີມູນຄ່າສູງເກີນຈິງມີຕົ້ນທຶນສູງກວ່າມາດຕະຖານເຖິງສອງເທົ່າ: ລັດຖະມົນຕີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຫຼາຍໂຄງການ ພົບວ່າມີມູນຄ່າສູງເກີນຕົວຈິງຫຼາຍ ບາງໂຄງການກໍມີຕົ້ນທຶນສູງກວ່າມາດຕະຖານສອງເທົ່າ, ລັດຖະມົນຕີກ່າວ.ລັດຖະບານສາມາດປະຢັດງົບປະມານຫຼາຍກວ່າ 3.5 ພັນຕື້ກີບ (ປະມານ US$419 ລ້ານໂດລາ) ຈາກການກວດກາໂຄງການເຫຼົ່ານີ້, ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນໃນວັນຈັນນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VWrMT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!