ນາຍົກຊຸກຍູ້ສົ່ງເສີມການຮ່ວມມືຫຼາຍຝ່າຍ ແລະ ການຫັນສູ່ສາກົນໃນກອງປະຊຸມໂປອາວ

ໄຫໜານ, ຈີນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຈັດຕັ້ງການຮ່ວມມືຫຼາຍຝ່າຍ ເພື່ອສົ່ງເສີມຜົນປະໂຫຍດຮ່ວມກັນ ແລະ ບົດບາດຄວາມສຳຄັນຂອງການຫັນສູ່ສາກົນ ໃນກອງປະຊຸມປະຈຳປີຂອງອາຊີ ໂປອາວ 2019 (BFA)  ເຊິ່ງຈັດຂຶ້ນທີ່ແຂວງໄຫໜານ ເກາະທາງພາກໃຕ້ຂອງຈີນ.

ທ່ານນາຍົກໄດ້ເດີນທາງເຂົ້າຮ່ວມກອງປະຊຸມດ່ັງກ່າວ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 26-29 ມີນານີ້, ຕາມຄຳເຊີນຂອງທ່ານ ລີ ເປົາຕົງ ເລຂາທິການໃຫຍ່ BFA, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌