ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ມົນລະພິດ ແລະ ສິ່ງເສດເຫຼືອ

ກະຊວງອຸດສາຫະກຳສັ່ງໂຈະການດຳເນີນໂຮງບຳບັດຂີ້ເຫຍື້ອປຼາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຈະໂຈະການອອກໃບອະນຸຍາດດຳເນີນທຸລະກິດສຳລັບໂຮງງານອຸດສາຫະກຳ ເຊິ່ງນຳໃຊ້ຂີ້ເຫຍື້ອປຼາສ໌ຕິກເປັນວັດຖຸດິບ,​ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການປັບປຸງມາດຕະຖານໃນຂະແໜງອຸດສາຫະກຳປຸງແຕ່ງ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຊັັນລົງນາມຮັບຮອງຄຳສັ່ງລັດຖະມົນຕີສະບັບວັນທີ 30 ກໍລະກົດ ເຊິ່ງສັ່ງໃຫ້ເຈົ້າໜ້າທີ່ອຸດສາຫະກຳທົ່ວປະເທດຢຸດການອອກໃບອະນຸຍາດດຳເນີນທຸລະກິດ ສຳລັບໂຮງການອຸດສາຫະກຳດັ່ງກ່າວເປັນການຊົ່ວຄາວ.ຂໍ້ຕົກລົງຂອງລັດຖະມົນຕີສະບັບດັ່ງກ່າວຈະບໍ່ມີຜົນຕໍ່ການດຳເນີນການຂອງໂຮງງານທີ່ໄດ້ຮັບໃບອະນຸຍາດດຳເນີນທຸລະກິດປະເພດດັ່ງກ່າວແລ້ວ ແລະ ໂຮງງານເອງກໍ່ຍັງສາມາດດຳເນີນທຸລະກິດໄດ້ຕາມປົກກະຕິ.ແຕ່ວ່າສຳລັບໂຮງງານທີ່ສ້າງຄວາມເສຍຫາຍຕໍ່ໍ່ສິ່ງແວດລ້ອມ ຕ້ອງກຽມພ້ອມສຳລັບການກວດກາຈາກເຈົ້າໜ້າທີ່ອຸດສາຫະກຳ. ໂຮງງານທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມຈະໄດ້ຮັບການຕັກເຕືອນ ແລະ ຄຳແນະນຳໃຫ້ປັບປຸງຂະບວນການຜະລິດ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/industry-ministry-orders-suspension-plastic-waste-recycling-plants-102439

ພາກໃຕ້ຂອງລາວຈະຈັດການກັບຂີ້ເຫຍື້ອປລາສ໌ຕິກດ້ວຍໂຄງການສົ່ງເສີມການນຳກັບມາໃຊ້ໃໝ່ແທນການໂຍນຖິ້ມ

ໂຄງການສົ່ງເສີມການນຳກັບມາໃຊ້ໃໝ່ແທນການໂຍນຖິ້ມ ຫວັງວ່າຈະຊ່ວຍແກ້ໄຂບັນຫາຂີ້ເຫຍື້ອປລາສ໌ຕິກທີ່ໃຊ້ແລ້ວຖິ້ມ ຢູ່ພາກໃຕ້ຂອງລາວ.ໃນແຕ່ລະປີ ຄາດຄະເນວ່ານັກທ່ອງທ່ຽວໃນລາວໄດ້ມີການນຳໃຊ້ກະຕຸກນ້ຳດື່ມປລາສ໌ຕິກຫຼາຍກວ່າ 100 ລ້ານຕຸກ. ຂີ້້ເຫຍື້ອສ່ວນໃຫຍ່ເຫຼົ່ານີ້ແມ່ນບໍ່ມີການນຳໄປບຳບັດເພື່ອນຳກັບມາໃຊ້ຄືນ, ແລະ ໃນຫຼາຍພາກຂອງລາວ ກໍຍັງຄົງກຳຈັດຂີ້ເຫຍື້ອດ້ວຍການຈູດເຜົາ ຍ້ອນບໍ່ມີລະບົບໃນການຈັດການກັບຂີ້ເຫຍື້ອ.ສິ່ງເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ແຕ່ຍັງສົ່ງຜົນເສຍຕໍ່ສຸຂະພາບນຳອີກ, ຫຼາຍພາກຂອງລາວກໍໄດ້ພະຍາຍາມຈັດການກັບບັນຫາດັ່ງກ່າວ ດ້ວຍການຫຼຸດຜ່ອນການນຳໃຊ້ກະຕຸກນ້ຳດື່ມຢາງທີ່ໃຊ້ແລ້ວຖິ້ມ ແລະ ມີການສົ່ງເສີມຄວາມຮູ້ກ່ຽວກັບບັນຫາຂີ້ເຫຍື້ອປລາສ໌ຕິກໃນລາວ.ອ່ານຕໍ່  ...

The Laotian Times
https://laotiantimes.com/2019/08/01/refill-not-landfill-campaign-in-southern-laos/

ເກົາຫຼີໃຕ້ໃຫ້ທຶນຊ່ວຍເຫຼືອໃນການຄຸ້ມຄອງຂີ້ເຫຍື້ອຢູ່ວຽງຈັນ, ປາກເຊ

ສາທາລະນະລັດເກົາຫຼີຈະໃຫ້ທຶນຊ່ວຍເຫຼືອຈຳນວນ US$6.78 ລ້ານໂດລາສຳລັບໂຄງການສ້າງຄວາມສາມາດດ້ານການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງການຄຸ້ມຄອງສິ່ງແວດລ້ອມໃນວຽງຈັນ ແລະ ປາກເຊ.ລັດຖະບານເກົາຫຼີຈະສະໜອງທຶນຊ່ວຍເຫຼືອຈຳນວນ US$6.5 ລ້ານໂດລາ, ໃນຂະນະທີ່ທຶນອີກ US$280,000 ໂດລາ ຈະມາຈາກສະຖາບັນການຂະຫຍາຍພື້ນທີ່ສີຂຽວໂລກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

FEATURE: ປະລິມານຂີ້ເຫຍື້ອປລາສ໌ຕິກໃນວຽງຈັນເພີ່ມຂຶ້ນຢ່າງຫຼວງຫຼາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຜົນກະທົບຕໍ່ສິ່ງແວດລ້ອມຂອງຂີ້ເຫຍື້ອພລາສ໌ຕິກໃນນະຄອນວຽງຈັນ ກຳລັງເປັນບັນຫາທີ່ໜ້າເປັນຫ່ວງ.ທ່ານ ອຸດອນ ຈັນທະວົງສີ ເຈົ້າຂອງໂຮງບຳບັດຂີ້ເຫຍື້ອ ລາວຈະເລີນໄຊ ເຊິ່ງເປັນຮ້ານຮັບຊື້ຂີ້ເຫຍື້ອ ພລາສ໌ຕິກ ມາຫຼາຍປີ, ບອກຜ່ານທາງໂທລະສັບວ່າ ປະລິມານຂີ້ເຫຍື້ອໃນຕົວເມືອງເພີ່ມປະລິມານຂຶ້ນຢ່າງມາຫາສານ ແລະ ມີຜູ້ເກັບຂີ້ເຫຍື້ອຈຳນວນຫຼວງຫຼາຍນຳມາຂາຍໃຫ້ທາງຮ້ານ.ແຕ່ວ່າຜູ້ເກັບຂີ້ເຫຍື້ອເອງບໍ່ສາມາດເກັບຂີ້ເຫຍື້ອພລາສ໌ຕິກທັງໝົດທີ່ຖືກເທຖິ້ມໄດ້, ໂດຍສະເພາະຢູ່ຕາມສະຖານທີ່ທີ່ບໍ່ມີຖັງຂີ້ເຫຍື້ອ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-tremendous-increase-plastic-waste-vientiane-98724

ກິດຈະກຳເກັບຂີ້ເຫຍື້ອຈະຊ່ວຍສ້າງນິໄສໃນການເຊົາຖິ້ມຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ

(ຂປລ) ກົມຄຸນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບກອງທຶນຮັກສາສິ່ງແວດລ້ອມ ຈັດຕັ້ງກິດຈະກຳການເກັບຂີ້ເຫຍື້ອຂຶ້ນ ໃນວັນທີ 27 ພຶດສະພານີ້ ເພື່ອສົ່ງເສີມມະຫາຊົນສ້າງນິໄສໃນການເຊົາຖິ້ມຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ.ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທີ່ເດີ່ນທາດຫຼວງ ນະຄອງຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ລອນຄຳ ອາດສະນະວົງ ຫົວໜ້າກົມຄຸນະພາບສິ່ງແວດລ້ອມ ແລະ ທ່ານວິໄລວອນ ຈັນທະລາຕີ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຂປລ

ວຽງຈັນແກ້ໄຂບັນຫາມົນລະພິດຈາກພລາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮວມມືກັບກຸ່ມອະນຸລັກສິ່ງແວດລ້ອມ Green Vientiane ເພື່ອຫຼຸດຜ່ອນກການນຳໃຊ້ ພລາສ໌ຕິກ ແລະ ຄົ້ນຄວ້າຫາວິທີການຫຼຸດຜ່ອນຂີ້ເຫຍື້ອພລາສ໌ຕິກ.ສະມາຊິກຈາກສູງການຊາວໜຸ່ມ ແລະ ກຸ່ມ Green Vientiane ໄດ້ຈັດກອງປະຊຸມໂຕມົນປຶກສາຫາລືວານນີ້ກ່ຽວກັບວິກິດການພລາສ໌ຕິກ, ພາຍໃຕ້ການເປັນປະທານຂອງທ່ານ ແສງດາວ ແກ້ວຂາວມະນີ ຫົວໜ້າໜ່ວຍປະຕິບັດການຂອງສູນ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ເມືອງວັງວຽງມີແຜນສ້າງໂຮງບຳບັດນ້ຳເສຍ

ວຽງຈັນ (ວຽງຈັນທາມສ໌/ANN) – ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນຕ້ອງການການເອົາໃຈໃສ່ເປັນພິເສດ ເນື່ອງຈາກມີການປ່ອຍນ້ຳເສຍ ແລະ ນ້ຳຮ່ອງຈາກໂຮງແຮມ, ບ້ານພັກ, ແລະ ຮ້ານອາຫານຕ່າງໆລົງສູ່ແມ່ນ້ຳ.ເມືອງວັງວຽງເປັນຈຸດສູນກາງການທ່ອງທ່ຽວ ແລະ ມີທິວທັດແມ່ນ້ຳທີ່ສວຍງາມທ່າມກາງທຳມະຊາດ. ຖ້າວ່າແມ່ນ້ຳເກີດເປົນມົນລະພິດ ຈະສົ່ງຜົນໂດຍກົງຕໍ່ນັກທ່ອງທ່ຽວທີ່ຕ້ອງການລົງຫຼີ້ນນ້ຳ, ຂີ່ກົງເບັງ ຫຼື ພາຍເຮືອ ໂດຍສະເພາະໃນບໍລິເວນແຄມແມ່ນ້ຳ. ເຊິ່ງອາດສົ່ງຜົນເຖິງທຸລະກິດທີ່ອາດຕ້ອງປິດກິດຈະການ ເມື່ອບໍ່ມີນັກທ່ອງທ່ຽວມາທ່ຽວ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ນ້ຳຊອງຍີນດີຕ້ອນຮັບນັກທ່ອງທ່ຽວ, ບໍ່ແມ່ນຂີ້ເຫຍື້ອຈາກນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ເມື່ອຍ່າງລົງໄປທາງໃຕ້ຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ທ່ານຈະຕົກໃຈກັບມວນຂີ້ເຫຍື້ອອັນມະຫາສານ ເຊິ່ງເກີດມາຈາກການທ່ອງທ່ຽວມ່ວນຊື່ນກັບກິດຈະກຳທີ່ຫຼາກຫຼາຍຕ່າງໆຕາມລ້ອງແມ່ນ້ຳ.ໂຊກບໍ່ດີທີ່ນັກທ່ອງທ່ຽວຈຳນວນຫຼາຍ ມົວເມົານຳແຕ່ການມ່ວນຊື່ນກັບກິດຈະກຳການຂີ່ກົງເບັງ, ພາຍເຮືອ ແລະ ຂີ່ເຮືອ ຈົນລືມຖິ້ມຂີ້ເຫຍື້ອຂອງຕົນລົງຖັງທີ່ຈັດສັນໄວ້, ເຮັດໃຫ້ສິ່ງເສດເຫຼືອຕ່າງໆເຫຼົ່ານັ້ນຕ້ອງລ່ອງລອຍຢູ່ຕາມແມ່ນ້ຳ.ອ່ານຕໍ່ ...

ໂຕະຂ່າວ

ໂຮງບຳບັດຂີ້ເຫຍື້ອວຽງຈັນມູນຄ່າ US$30 ລ້ານຈະຜະລິດພະລັງງານທົດແທນ ແລະ ຜະລິດຕະພັນຈາກສິ່ງເສດເຫຼືອເພື່ອການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນວຽງຈັນໄດ້ອະນຸມັດໃຫ້ບໍລິສັດຮ່ວມທຸລະກິດທີ່ຈະລົງທຶນໃນໂຄງການຄຸ້ມຄອງສິ່ງເສດເຫຼືອ ໃນການຜະລິດພະລັງງານທົດແທນ ແລະ ຜະລິດຕະພັນຈາກສິ່ງເສດເຫຼືອທີ່ມີທ່າແຮງທາງການຄ້າ.ໂຄງການຄຸ້ມຄອງສິ່ງເສດເຫຼືອນະຄອນຫຼວງວຽງຈັນຈະຈັດຕັ້ງປະຕິບັດທີ່ບ້ານນາຜາສຸກ ຫຼັກ 32 ເມືອງໄຊທານີ ພາຍໃຕ້ມູນຄ່າການລົົງທຶນທັງໝົດປະມານ US$30 ລ້ານໂດລາ.ອ່ານຕໍ່ ...

ໂຕະຂ່າວ

ລາວນຳໃຊ້ມາດຕະການເພື່ອສະກັດກັ້ນສະພາບມົນລະພິດທີ່ຮ້າຍແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ສັ່ງຫ້າມການຈູດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດທີ່ມີລະດັບສູງໃນປະຈຸບັນ.ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໃນວັນສຸກແລ້ວນີ້ ເພື່ອແນໃສ່ສະກັດກັ້ນການປ່ອຍລະອອງມົນລະພິດທີ່ເປັນອັນຕະລາຍ ທີ່ມີເສັ້ນຜ່າໃຈກາງຂະໜາດນ້ອຍກວ່າ 2.5 ມິໂກຣແມັດ (PM2.5).ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vePLS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!