ມົນລະພິດ ແລະ ສິ່ງເສດເຫຼືອ
ມົນລະພິດທາງອາກາດ
ການຈູດຂີ້ເຫຍື່ອກໍເກີດໝອກຄວັນມົນລະພິດປົກຄຸມທົ່ວນະຄອນຂອງລາວ
ໃນຕອນເຊົ້າຂອງວັນເສົາ, ຢູ່ໃນຂອບເຂດຕົວເມືອງໄຊທານີ, ໄດດ້ເກີດມີເຫດການໝອກຄວັນປົກຄົມທົ່ວພື້ນທີ່ ຊຶ່ງສົ່ງຜົນກະທົບຕໍ່ຜູ້ອາໃສໃນອານາເຂດອ້ອມຄຽງ. ສະຖານທີ່ດັ່ງກ່າວ ເປັນບ່ອນຖື້ມຂີ່ເຫຍື່ອ ຊຶ່ງຕັ້ງຢູ່ຫຼັກ 32 ເມືອງໄຊທານີ, ນະຄອນຫຼວງ ເປັນບ່ອນບັນຈຸວັດຖຸບັນຈຸໄຟຫຼາຍຊະນິດຊຶ່ງເປັນການຍາກໃນການຄວບຄຸມ. ການວັດລະດັບມົນລະພິດຢູ່ນະຄອນຫຼວງຈັນ / Air Quality Index (AQI)ມີຢູ່ທີ່ລະດັບ 152, ຊຶ່ງຈັດຢູ່ໃນເກນທີ່ສົ່ງຜົນເສຍຕໍ່ສຸຂະພາບ. ເຫດການດັ່ງກ່າວໄດ້ໃຊ້ເວລາຈຳນວນຫຼາຍວັນໃນການດັບໄຟ, ອຳນາດການປົກຄອງໄດ້ແນະນຳໃຫ້ປະຊາຊົນທີ່ອາໃສໃນອານາເຂດໃກ້ຄຽງໃຫ້ສວມໜ້າກາກເພື່ອປ້ອງກັນພົນລະພິດທີ່ເກີດຈາກການເຜົາໃໝ້ດັ່ງກ່າວ. ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ການເຜົາຂີ່ເຫຍື່ອຍັງຄົງເປັນບັນຫາເຄັ່ງຮ້ອນຂອງນະຄອນຫຼວງຈັນ
ບັນດາຜູ້ພັກເຊົາໃນນະຄອນຫຼວງວຽງຈັນ ຮ້ອງທຸກກ່ຽວກັບບັນຫາການຈູດເຜົາຂີ້ເຫຍື່ອຊຶ່ງຍັງຄົງເປັນບັນຫາຢູ່ ແລະ ມີຄວາມຫວັງວ່າສາຍດ່ວນສຳລັບຮ້ອງທຸກຈະສາມາດເຂົ້າມາຢຸດບັນຫາດັ່ງກ່າວ. ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງ ໄດ້ສ້າງຕັ້ງສາຍດ່ວນ 1523 ໃນເດືອນ ກັນຍາປີຜ່ານມາ ຊຶ່ງເປັນການອະນຸຍາດໃຫ້ບັນດາຜູ້ພັກເຊົາໄດ້ລາຍງານການຈູດຂີ້ເຫຍື່ອທີ່ຜິດກົດໝາຍຢູ່ໃນຕົວເມືອງ. ສາຍດ່ວນໄດ້ເປີດບໍລິການນັບແຕ່ວັນຈັນ ເຖິງ ສຸກ, ເວລາ 09:00 – 16:00 ແລະ ເປີດຮັບການລາຍງານກ່ຽວກັບການຈູດເຜົາຜິດແບບກົດໝາຍທັງໝົດໃນນະຄອນຫຼວງ. ສືບຕໍ່ອ່ານ ...
ໄພບຸນ ທະນະບົວສີ
ອາກາດມົນລະພິດຈາກຄວັນໄຟແຕ່ງກິນ, ຢາສູບ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ
ວຽງຈັນ (ວຽງຈັນທາມສ໌/ANN) – ມົນລະພິດທາງອາກາດທີ່ມາຈາກຄວັນໄຟແຕ່ງກິນ ແລະ ຢາສູບມີຢູ່ທົ່ວໄປ; ຈາກການສຳຫຼວດພົບວ່າ ເກືອບສາມໃນສີ່ຄົວເຮືອນ ມີການສູບດົມຄວັນຢາສູບພາຍໃນເຮືອນ ແລະ ຄວັນໄຟຈາກການແຕ່ງກິນໃນເຮືອນ.ເມື່ອປະເມີນລວມຊ່ອງທາງຕ່າງໆໃນການຫາຍໃຈເອົາທາດອາຍພິດ ພົບວ່າ ໜຶ່ງໃນສາມຄົວເຮືອນມີການຫາຍໃຈເອົາຄວັນພິດ ທັງຈາກການສູບຢາມືສອງ ແລະ ຈາກການແຕ່ງກິນພາຍໃນເຮືອນ.ອ່ານຕໍ່ ...
ໄຊຊະນະ ລືໄກ
ລາວນຳໃຊ້ມາດຕະການເພື່ອສະກັດກັ້ນສະພາບມົນລະພິດທີ່ຮ້າຍແຮງ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ສັ່ງຫ້າມການຈູດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດທີ່ມີລະດັບສູງໃນປະຈຸບັນ.ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໃນວັນສຸກແລ້ວນີ້ ເພື່ອແນໃສ່ສະກັດກັ້ນການປ່ອຍລະອອງມົນລະພິດທີ່ເປັນອັນຕະລາຍ ທີ່ມີເສັ້ນຜ່າໃຈກາງຂະໜາດນ້ອຍກວ່າ 2.5 ມິໂກຣແມັດ (PM2.5).ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລະວັງອາກາດເປັນພິດເພີ່ມສູງສາມເທົ່າ: ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບວິກິດຝຸ່ນຄວັນຈາກການຈູດເຜົາໃນພາກພື້ນ
ມີຫຍັງແດ່ຢູ່ໃນອາກາດທີ່ເຮົາຫາຍໃຈ? ຊາວນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບສະພາບທ້ອງຟ້າມົວ ແລະ ຄຸນນະພາບອາກາດທີ່ເສື່ອມໂຊມ ຈົນຕ້ອງນຳໃຊ້ຜ້າອັດປາກ, ເຄື່ອງກອງອາກາດ ແລະ ອຸປະກອນວັດແທກຄຸນນະພາບອາກາດ.ສິ່ງທີ່ກວດພົບແມ່ນເປັນໜ້າຢ້ານກົວ ແລະ ກັງວົນຢ່າງຍິ່ງ. ຄຸນນະພາບອາກາດໃນປະເທດລາວສ່ວນໃຫຍ່ ແລະ ພາກເໜືອຂອງໄທ ພວມປະສົບກັບປະລິມານຝຸ່ນລະອອງໃນອາກາດທີ່ສູງ ເຊິ່ງເປັນອັນຕະລາຍຕໍ່ທັດສະນາການເບິ່ງເຫັນດ້ວຍຕາເປົ່າ ແລະ ການຫາຍໃຈໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ບັນຫາສະພາບອາກາດ ແລະ ຄວາມດັນອາກາດທີ່ມີປະລິມານເພີ່ມຂຶ້ນດັ່ງກ່າວແມ່ນເກີດມາຈາກຫຼາຍປັດໃຈ ເຊັ່ນການປ່ອຍອາຍພິດໃນປະເທດ ແລະ ຂ້າມປະເທດ ເຮັດໃຫ້ສະພາບການທີ່ບໍ່ມີຊາຍແດນດັ່ງກ່າວຍິ່ງຮ້າຍແຮງ.ອ່ານຕໍ່ ...
The Laotian Times
ມົນລະພິດໃນນະຄອນວຽງຈັນເຖິງຂີດອັນຕະລາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ໄຟປ່າໃນລາວ ແລະ ປະເທດເພື່ອນບ້ານເຮັດໃຫ້ເກີດມົນລະພິດທາງອາກາດໃນລະດັບອັນຕະລາຍ ໃນຫຼາຍພາກຂອງລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ.ທ່ານນາງ ສີສຸພັນ ຫຼວງລາດ ຫົວໜ້າກົມຄວບຄຸມມົນລະພິດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ໃນວັນພະຫັດນີ້ວ່າ ໄດ້ເກີດຝຸ່ນລະອອງມົນລະພິດຂະໜາດນ້ອຍ (PM) 2.5 ໃນຫຼາຍພາກຂອງປະເທດລາວ ແລະ ສະພາບມົນລະພິດໃນນະຄອນວຽງຈັນແມ່ນເກີນຂີດລະດັບປອດໄພ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ໝອກຄວັນມົວໆປົກຄຸມທ້ອງຟ້ານະຄອນຫຼວງວຽງຈັນ, ຊາວເມືອງຫວັ່ນມີຄວາມສ່ຽງຕໍ່ສະຂຸພາບ
ຄວັນໝອກຫຼົວໄດ້ປົກຄຸມທ້ອງຟ້ານະຄອນຫຼວງວຽງຈັນ ແລະ ເກີດມີມົນລະພິດທາງອາກາດໃນຫຼາຍແຂວງຂອງລາວ.ເຮັດໃຫ້ຊາວເມືອງທັງລາວ ແລະ ຕ່າງປະເທດທີ່ມີຄວາມກັງວົນ ຕິດຕາມສະພາບການຢ່າງໃກ້ຊິດ, ທັງມີການລາຍງານສະຖານະການໃນໂລກອອນໄລ ກ່ຽວກັບລະດັບຝຸ່ນລະອອງຂະໜາດນ້ອຍ (PM) ໃນອາກາດໃນທ້ອງຖິ່ນ ໂດຍການນຳໃຊ້ເຄື່ອງວັດແທກຄຸນນະພາບອາກາດ.ອ່ານຕໍ່ ...
The Laotian Times
ກະຊວງກວດກາຄຸນນະພາບອາກາດໃນວຽງຈັນຢ່າງໃກ້ຊິດ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈັບຕາເລື່ອງຄຸນນະພາບອາກາດຢູ່ນະຄອນວຽງຈັນເປັນພິເສດ ເນື່ອງຈາກນະຄອນບາງກອກກຳລັງຜະເຊີນກັບພາວະມົນລະພິດໃນອາກາດສູງ.ທ່ານ ວິລະສັກ ຈຸນດາລາ ອຳນວຍການໃຫຍ່ຂອງສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວໃນມື້ວານນີ້ວ່າ ທາງສະຖາບັນໄດ້ຕິດຕັ້ງອຸປະກອນເພື່ອຕິດຕາມຄຸນນະພາບອາກາດໃນສີ່ຈຸດໃນຕົວເມືອງວຽງຈັນຕັ້ງແຕ່ວັນຈັນທີ່ຜ່ານມາ.ອ່ານຕໍ່ ...
ເອກະພອນ ພູທອນສີ
ໂຮງງານຊີມັງຂອງຈີນ ສ້າງມົນລະພິດໃນຫຼາຍບ້ານໃນລາວ
ໂຮງງານຊີມັງຂອງນັກລົງທຶນຈີນສອງແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ປ່ອຍອາຍຝຸ່ນ ແລະ ໝອກຄັວນ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງສົ່ງຜົນກະທົບຕໍ່ 900 ຄົວເຮືອນໃນຂອບເຂດສີ່ບ້ານໂດຍປະມານ, ຕາມການລາຍງານຂອງແຫຼ່ງຂ່າວທ້ອງຖິ່ນ.ບ້ານທີ່ໄດ້ຮັບຜົນກະທົບແມ່ນຢູ່ທາງພາກຕາເວັນຕົກສຽງເໜືອຂອງແຂວງ ຄືບ້ານຄັນໝາກ, ຫົວງາມ, ໂພນສູງ ແລະ ມາກຄຳ.ອ່ານຕໍ່ ...
ອຸ່ນແກ້ວ ສຸກສະຫວັນ