ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ລາວຢູ່ອັນດັບທີ 42 ຂອງປະເທດທີ່ອ່ອນໄຫວທີ່ສຸດຕໍ່ການປ່ຽນແປງຂອງສະພາບອາກາດ

ລາວຢູ່ໃນອັນດັບທີ 42 ຂອງປະເທດທີ່ອ່ອນໄຫວທີ່ສຸດຕໍ່ການປ່ຽນແປງຂອງສະພາບອາກາດ. ນີ້ກໍຍ້ອນວ່າປະເທດລາວມີຄວາມອ່ອນໄຫວຕໍ່ອັນຕະລາຍທີ່ເກີດຈາກໄພພິບັດ. ຄວາມອ່ອນໄຫວຂອງປະເທດລາວຕໍ່ໄພພິບັດທາງທຳມະຊາດສະແດງໃຫ້ເຫັນອີກຄັ້ງໜຶ່ງໃນອາທິດທີ່ຜ່ານມາ ໃນເຫດໄພນ້ຳຖ້ວມຢູ່ແຂວງຜົ້ງສາລີ. ຫຼາຍເມືອງໄດ້ຮັບຜົນກະທົບຕໍ່ພືດພັນຜົນລະປູກ, ການພັງເສຍຫາຍຂອງຄອງຊົນລະປະທານ, ແລະ ນ້ຳຖ້ວມບ້ານເຮືອນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ

ອົງການ FAO ຈະເຮັດວຽກໃນຂະແໜງການປັບຕົວຕໍ່ສະພາບອາກາດໃນພຶ້ນທີ່ຊຸ່ມນ້ຳ ຂອງ ສປປ ລາວ. ລາວເປັນໜຶ່ງໃນປະເທດທີ່ມີພື້ນທີ່ຊຸ່ມນ້ຳຂະໜາດໃຫຍ່ຂອງໂລກ ທີ່ຕິດພັນກັບລະບົບແມ່ນ້ຳຂອງ. ລ້ອງແມ່ນ້ຳຂອງຄອບຄຸມ 88% ຂອງປະເທດ.ອ່ານຕໍ່ ...

ບັນນາທິການເດັບດິດຄອສ

ເອັມອາຊີ ແລະ ໄຈກາ ເລີ່ມການຄົ້ນຄວ້າວິໄຈໃນການຮັກສາປ່າໄມ້ ເພື່ອປັບປຸງການຄຸ້ມຄອງອ່າງແມ່ນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (ເອັມອາຊີ)  ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໄດ້ເລີ່ມການຄົ້ນຄວ້າວິໄຈຮ່ວມ ກ່ຽວກັບການປົກປັກຮັກສາປ່າໄມ້ ແລະ ການຄຸ້ມຄອງອ່າງແມ່ນ້ຳຂອງໃນເຂດອ່າງແມ່ນ້ຳຂອງຕອນລຸ່ມ ເພື່ອເປັນສ່ວນໜຶ່ງໃນການປັບປຸງການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມຂອງອ່າງແມ່ນ້ຳຂອງ.ອ່ານຕໍ່ ...

ຂປລ

ແຂວງຈຳປາສັກຂະຫຍາຍເຂດອະນຸລັກໂລມາ

ອຳນາດການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານຫາງສະດຳ ແລະ ບ້ານຫາງຄອນ ໄດ້ຕົກລົງຂະຫຍາຍເຂດອະນຸລັກໂລມາແມ່ນ້ຳຂອງໃຫ້ໃຫຍ່ກວ່າເດີມ 7 ເທົ່າ. ນີ້ແມ່ນບາດກ້າວເພື່ອອະນຸລັກຈຳນວນປະຊາກອນໂລມາແມ່ຂອງ (ຫຼືວ່າໂລມາອີລະວະດີ) ທີ່ໃກ້ສູນພັນ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານປະກາດພຶ້ນທີ່ 268 ເຮັກຕາ ໃຫ້ເປັນປ່າສະຫງວນພຶກສາສາດ

ລັດຖະບານໄດ້ປະກາດສ້າງຕັ້ງປ່າສະຫງວນຫ້ວຍຍາງ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນວຽງຈັນ ໃຫ້ເປັນພື້ນທີ່ປ່າປົກປ້ອງທີ່ປາສະຈາກການບຸກລຸກລ່ວງລ້ຳ. ພິທີປະກາດການສ້າງຕັ້ງສວນພຶກສາສາດດົງໝາກຄາຍ ໃນພື້ນທີ່ 268 ເຮັກຕາ ດັ່ງກ່າວໄດ້ຈັດຂຶ້ນທີ່ບ້ານດົງໝາກຄາຍໃນວັນເສົາທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ຄົ້ນພົບກ້ວຍໄມ້ສາຍພັນໃໝ່ໃນລາວ

ຊ່ຽວຊານພິເສດໃນຂະແໜງການເກັບກຳສະໝຸນໄພ ທີ່ສວນພຶກສາສາດແຫ່ງຣາຊະອານາຈັກ ເມືອງກູ, ສະຫະລາດຊະອານາຈັກອັງກິດ ໄດ້ບັນທຶກການຄົ້ນພົບກ້ວຍໄມ້ສາຍພັນໃໝ່ ສາຍພັນ Paphiopedilum papilio-laoticus ໃນລາວ ໃນວາລະສານກ້ວຍໄມ້ສະບັບຫຼັງສຸດ.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ຍຶດລິ່ນເຖື່ອນທີ່ລັກລອບຂ້າມນ້ຳຂອງຈາກປະເທດລາວ

ເຈົ້າໜ້າທີ່ໄທໄດ້ກອບກູ້ຊີວິດລິ່ນເປັນໆຈຳນວນ 40 ໂຕ ທີ່ຖືກລັກລອບຊື້ຂາຍຂ້າມເຮືອຈາກຝັ່ງລາວໄປປະເທດໄທ. ເຈົ້າໜ້າທີ່ໄດ້ກວດພົບລິ່ນດັ່ງກ່າວຖືກຈັບໃສ່ກະເປົາປ່ານ ມາກັບເຮືອຂ້າມແມ່ນ້ຳຂອງ. ໂຕລິ່ນທີ່ເກືອບເຄາະຮ້າຍເຫຼົ່ານີ້ ຊາບວ່າຈະລັກລອບນຳໄປຈຳໜ່າຍໃຫ້ແກ່ຮ້ານອາຫານ ແລະ ຮ້ານຂາຍຢາພື້ນເມືອງໃນຈັງຫວັດຊຽງຣາຍ,ອ່ານຕໍ່ ...

ເດິລາວທຽນທາມສ໌

ລັດຖະບານໝາຍປູກຝັງຊາວໜຸ່ມໃນໂຄງການປູກຕົ້ນໄມ້

ທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ນຳ ແລະ ເດັກນ້ອຍ ໄດ້ຮ່ວມກັນປູກເບ້ຍໄມ້ໃນມື້ວານນີ້ ເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານ ໃນການສົ່ງເສີມຄວາມສຳຄັນຂອງການປົກປັກຮັກສາປ່າໄມ້ໃຫ້ແກ່ຄົນລຸ້ນໃໝ່. ການປູກຕົ້ນໄມ້ດັ່ງກ່າວໄດ້ມີຂຶ້ນທີ່ ວັງເຍົາວະຊົນຜູ້ບຸກເບີກ ແລະ ພິພິດຕະພັນເຍົາວະຊົນ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກລາຍງານ: ສັ່ງປິດໂຮງເລື່ອຍພັນກວ່າແຫ່ງ ພ້ອມລົງໂທດຜູ້ກະທຳຜິດຫຼາຍຮ້ອຍ

ໃນມື້ວານນີ້ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດວ່າ ໄດ້ມີການສັງປິດໂຮງເລື່ອຍ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍ ຈຳນວນ 1,545 ແຫ່ງໃນທົ່ວປະເທດ ເຊິ່ງດຳເນີນທຸລະກິດບໍ່ຖືກຕາມລະບຽບກົດໝາຍ. ທັງມີການຈັບຕົວຜູ້ກະທຳຜິດ 702 ຄົນທີ່ກ່ຽວຂ້ອງກັບໂຮງເລື່ອຍ ແລະ ທຸລະກິດຜິດກົດໝາຍດັ່ງກ່າວ ກໍຄືການຂຸດຄົ້ນໄມ້ເຖື່ອນອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

34rMM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!