ການຊ່ວຍເຫຼືອ ແລະ ການພັດທະນາ

ຈີນ, ລາວລົງນາມໃນເອກະສານການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ, 23 ຕຸລາ (Xinhua) — ເຈົ້າໜ້າທີ່ຈີນ ແລະ ລາວ ໄດ້ລົງນາມໃນເອກະສານ ເພື່ອດຳເນີນໂຄງການຊ່ວຍເຫຼືອຂອງຈີນ ໃນການຫຼຸດຜ່ອນຄວາມທຸກຍາກໃນລາວ ໃນວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ.ທ່ານ ຫວັງ ສີອຸຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄະນະກຳມາທິການການຮ່ວມມືລາວ-ຈີນ ໄດ້ລົງນາມໃນບົດສະຫຼຸບການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງລັດຖະບານຈີນ ໃນການກໍ່ສ້າງສິ່ງອຳນວຍຄວາມສະດວກເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຂອງລາວ.ອ່ານຕໍ່ ...

Lu Hui

ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວຕ້ອງການຄວາມຊ່ວຍເຫຼືອໃນໄລຍະຂ້າມຜ່ານອອກຈາກສະຖານະປະເທດດ້ອຍພັດທະນາ: ເຈົ້າໜ້າທີ່ UNCTAD

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ການພັດທະນາ ສະຫະປະຊາຊາດ (UNCTAD) ຈະຊຸກຍູ້ໃຫ້ບັນດາຄູ່ຮ່ວມພັດທະນາ ສືບຕໍ່ຊ່ວຍເຫຼືອປະເທດລາວໄປອີກໄລຍະໜຶ່ງ ພາຍຫຼັງທີ່ປະເທດສຳເລັດການຫຼຸດພົ້ນຈາກສະຖານະດ້ອຍພັດທະນາ.“ຄວາມຈິງແລ້ວ ສິ່ງໜຶ່ງທີ່ພວກເຮົາກຳລັງປະຕິບັດ ກໍຄືການສົ່ງເສີມໃຫ້ບັນດາຄູ່ຮ່ວມພັດທະນາ ບໍ່ຫຼຸດຜ່ອນການຊ່ວຍເຫຼືອບັນດາປະເທດ ທັນທີທີ່ເຂົາເຈົ້າຫຼຸດພົ້ນ [ຈາກສະຖານະດັ່ງກ່າວ]”, ທ່ານ ແພັດທຼິກ ໂອແຊັກເວ ຫົວໜ້າຝ່າຍການຄ້າ ແລະ ຄວາມທຸກຍາກຂອງ UNCTAD ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

ເອກະພອນ ພູທອນສີ

ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ, ສະຫະປະຊາຊາດ ສະເຫຼີມສະຫຼອງວັນອາຫານໂລກ, ພາລະກິດລຶບລ້າງຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສະຫະປະຊາຊາດປະຈຳລາວ ໄດ້ເລີ່ມກິດຈະກຳເພື່ອສະເຫຼີມສະຫຼອງວັນອາຫານໂລກ ແລະ ວັນສາກົນ ແລະ ອາທິດແຫ່ງຊາດວ່າດ້ວຍການລຶບລ້າງຄວາມທຸກຍາກ ທີ່ສູນການຄ້າລາວ-ໄອເຕັກ.ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ຮ່ວມສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ເພື່ອປະກອບສ່ວນໃນພາລະກິດໂລກເພື່ອລຶບລ້າງຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ,​ ປັບປຸງດ້ານໂພຊະນາການ, ແລະ ສົ່ງເສີມການກະສິກຳແບບຍືນຍົງພາຍໃນປີ 2030.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ກະຊວງແຜນການ ຈັດກອງປະຊຸມຫາລືກ່ຽວກັບຍຸດທະສາດ, ສິ່ງທ້າທາຍດ້ານການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຄວາມພະຍາຍາມໃນການເສີມຂະຫຍາຍການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານເຖິງປີ 2020.ຕາງໜ້າຈາກກະຊວງ ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງ ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນພະຫັດແລ້ວນີ້ ເພື່ອທົບທວນການຈັດຕັ້ງປະຕິບັດ ຕົວຊີ້ວັດດ້ານການພັດທະນາ ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2018-2019 ທີ່ຜ່ານການອະນຸມັດໂດຍສະພາແຫ່ງຊາດ ໃນວັນທີ 28 ພະຈິກ 2018.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/planning-ministry-confers-development-strategy-challenges-106219

ຍີ່ປຸ່ນທຸ້ມທຶນ US$17.8 ລ້ານໂດລາ ເພື່ອຍົກລະດັບລະບົບນ້ຳປະປາຢູ່ຫຼວງພະບາງ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ US$17.8 ລ້ານໂດລາ ເພື່ອປັບປຸງລະບົບນ້ຳປະປາຢູ່ນະຄອນຫຼວງພະບາງ, ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອທີ່ໄດ້ລົງນາມທີ່ນະຄອນວຽງຈັນໃນວັນພະຫັດນີ້.ຂໍ້ຕົກລົງດັ່ງກ່າວແມ່ນຜ່ານການລົງນາມໂດຍ ທ່ານ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ໂຢຊິຮະຣຸ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລາວ ຢູ່ໃນເສັ້ນທາງໄປສູ່ການຫຼຸດພົ້ນຈາກປະເທດດ້ອຍພັດທະນາເປັນເທື່ອທີສອງ

ເຈົ້າໜ້າທີ່ລັດຖະບານ ແລະ ອົງການຄູ່ຮ່ວມພັດທະນາສະຫະປະຊາຊາດປະຈຳລາວ ໄດ້ປະຊຸມຢູ່ນະຄອນວຽງຈັນ ເພື່ອປະເມີນຄວາມອ່ອນໄຫວຂອງປະເທດລາວ ເພື່ອນຳໄປສູ່ການຫຼ໌ດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC).ສະພາສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ພາຍໃຕ້ການຮ່ວມມືກັບລັດຖະບານລາວ ແລະ ຫ້ອງການຜູ້ປະສານງານສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດກອງປະຊຸມວິຊາການພາຍໃຕ້ຫົວຂໍ້ “ກອງປະຊຸມແຫ່ງຊາດກ່ຽວກັບພາບລວມຄວາມອ່ອນໄຫວຂອງລາວ ແລະ ການສ້າງຄວາມສາມາດຮອງຮັບ ຜ່ານການສົ່ງເສີມຄວາມສາມາດໃນການຜະລິດ ແລະ ການຫັນປ່ຽນໂຄງສ້າງທາງເສດຖະກິດ.” ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຍີ່ປຸ່ນຈະຊ່ວຍເຫຼືອອຸປະກອນໃນການຮັບມືກັບໄພພິບັດໃນລາວ

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບອຸປະກອນໃຫ້ແກ່ລາວ ເພື່ອຊ່ວຍເຫຼືອໃນການສ້າງຄວາມສາມາດດ້ານການກະກຽມ, ຈັດການ ແລະ ຮັບມືກັບໄພພິບັດທາງທຳມະຊາດ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດ.ກົມການຂ່າວຂອງກະຊວງໄດ້ຖະແຫຼງໃນມື້ວານນີ້ວ່າ ທ່ານ ເຄນຈິ ວາຄາມິຢະ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ຢືນຢັນການຊ່ວຍເຫຼືອທີ່ບໍ່ກ່ຽວກັບໂຄງການຂອງລັດຖະບານຍີ່ປຸ່ນສຳລັບປະເທດລາວ ໃນລະຫວ່າງການຈັດກອງປະຊຸມພາຄີກັບກະຊວງການຕ່າງປະເທດລາວລາວ ນຳໂດຍທ່ານ ທອງພັນ ສະຫວັນເພັດ.ອ່ານຕໍ່ ...

http://Ekaphone Phouthonesy

ອົງການ UNDP, ນ້ຳເທີນ 2 ຊ່ວຍເຫຼືອວິທະຍຸຊຸມຊົນແຂວງຄຳມ່ວນ

(ຂປລ) ໃນວັນທີ 3 ຕຸລານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ລົງນາມໃນຂໍ້ຕົກລົງການປະກອບສ່ວນ ກັບຄູ່ຮ່ວມງານເອກະຊົນໃໝ່, ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ (NTPC) ໃນການສະໜັບສະໜູນການສ້າງຕັ້ງວິທະຍຸຊົມຊົນໃໝ່ ຢູ່ເມືອງນາກາຍ, ແຂວງຄຳມ່ວນ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, NTPC ໄດ້ຕົກລົງໃຫ້ການຊ່ວຍເຫຼືອມູນຄ່າ USD 120,000 ໂດລາໃນໄລຍະສາມປີ ເຊິ່ງເປັນການສົມທົບທຶນກັບອົງການ UNDP ມູນຄ່າ USD 80,000.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48613

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RnK8Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!