ການຊ່ວຍເຫຼືອ ແລະ ການພັດທະນາ

ເກົາຫຼີໃຕ້ ຈະຊ່ວຍເຫຼືອລາວໃນການສົ່ງເສີມການເປັນ "ສູນກາງການຂົນສົ່ງ"

ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ກ່າວໃນວັນອັງຄານນີ້ວ່າ ເກົາຫຼີໃຕ້ຈະຊ່ວຍເຫຼືອປະເທດລາວ ໃຫ້ບັນລຸເປົ້າໝາຍການເປັນ “ສູນກາງການຂົນສົ່ງ ແລະ ໂລຈິສ໌ຕິກ” ໃນພາກພື້ນ.ທ່ານປະທານປະເທດໄດ້ໃຫ້ຄຳໝັ້ນ ໃນການຫາລືສອງຝ່າຍຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ທີ່ເມືອງປູຊານ, ເຊິ່ງຢູ່ຫ່າງຈາກນະຄອນຫຼວງໂຊນ ປະມານ 450 ກມໄປທາງຕາເວັນອອກສຽງໃຕ້. ທ່ານນາຍົກໄດ້ເດີນທາງຢ້ຽມຢາມເມືອງທ່າເຮືອດັ່ງກ່າວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ສາທາລະນະລັດເກົາຫຼີ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນ.ອ່ານຕໍ່ ...

Yonhap

ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມປະຊຸມທີ່ນະຄອນວຽງຈັນ ເພື່ອຜັນຂະຫຍາຍວາລະການພັດທະນາຊຸມຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມກັນສົ່ງເສີມຄວາມເຂົ້າໃຈ ແລະ ແລກປ່ຽນປະສົບການ ແລະ ວິທີການການປະຕິບັດ ໃນກອງປະຊຸມສຳມະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງວ່າດ້ວຍການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ທີ່ນະຄອນຫຼວງວຽງຈັນ ໃນວັນສຸກແລ້ວນີ້.ວິທີການປະຕິບັດ ແມ່ນແນໃສ່ເສີມຂະຫຍາຍການຮ່ວມມື ໃນຂົງເຂດການພັດທະນາພາຍໃຕ້ການຂັບເຄື່ອນຂອງຊຸມຊົນ ເຊິ່ງເປັນຮູບແບບທີ່ມີປະສິດທິພາບໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.ອ່ານຕໍ່ ...

ໂຕະຂ່າວ

ຜູ້ຈັດຝຶກອົບຮົມ ປະເມີນແຜນຝຶກອົບຮົມທັກສະອາຊີບສຳລັບແມ່ຍິງໃນຊົນນະບົດ

ສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວ ຂອງສາທາລະນະລັດເກົາຫຼີ ໄດ້ຮ່ວມມືກັນໃນການຈັັດຝຶກອົບຮົມວິຊາຊີບສຳລັບແມ່ຍິງລາວ, ເພື່ອສົ່ງເສີມທ່າແຮງໃນການປະກອບອາຊີບໃຫ້ແກ່ເຂົາເຈົ້າ.ກອງປະຊຸມຫາລືກ່ຽວກັບການຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້​ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ສິຣິກິດ ບຸບຜາ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານ ຊາງ ຮຽງ ຊອຍ ຕາງໜ້າກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວຂອງເກົາຫຼີ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ILO ສະເຫຼີມສະຫຼອງການຮ່ວມມືໃນການສົ່ງເສີມສິດທິຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາ ເຊັ່ນ ອົງການຈັດຕັ້ງແຮງງານສາກົນ (ILO), ເພື່ອເສີມຂະຫຍາຍຄວາມຍຸດຕິທຳໃນສັງຄົມ ແລະ ສົ່ງເສີມວຽກເຮັດງານທຳທີ່ດີສຳລັບໝົດທຸກຄົນ.ກິດຈະກຳເພື່ອສະເຫຼີມສະຫຼອງ ໜຶ່ງຮ້ອຍປີຂອງ ILO ແລະ 55 ປີຂອງການເຂົ້າເປັນສະມາຊິກຂອງລາວ ທີ່ນະຄອນວຽງຈັນ ໃນວັນເສົາແລ້ວນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ສະມາຊິກອົງການຈັດຕັ້ງສາກົນ ພ້ອມດ້ວຍເຈົ້າໜ້າທີ່ໆກ່ຽວຂ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຄງການຮ່ວມມື ຈີນ-ລາວ ເພື່ອຫຼຸດຜ່ອນຄວາມທຸກຍາກ ຫັນປ່ຽນບ້ານພູດອຍໃນລາວ

ວຽງຈັນ, 17 ພະຈິກ (ຊິນຫົວ) — ບ້ານຊໍ ເມືອງສັງທອງ ຕັ້ງຢູ່ເຂດພູດອຍ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອ ປະມານສອງຊົ່ວໂມງ ຕາມເສັ້ນທາງບໍ່ດີທີ່ເຕັມໄປດ້ວຍຂຸມ.ບ້ານດັ່ງກ່າວປະກອບດ້ວຍ 407 ຄອວຄົວ, ຫຼື 2,007 ຄົນ, ເຊິ່ງປະຊາຊົນປະມານເຄິ່ງບ້ານ ຢູ່ພາຍໃຕ້ຄວາມທຸກຍາກ, ມີລາຍຮັບສຸດທິຕໍ່ຫົວຄົນຕໍ່ປີ ຕ່ຳກວ່າ 700 ໂດລາ.ເຖິງຢ່າງໃດກໍຕາມ, ຖະໜົນ, ບ້ານເຮືອນ ແລະ ໄຟຖະໜົນພະລັງງານແສງອາທິດ ທີ່ຫາກໍ່ສ້າງໃໝ່ ໄດ້ສ້າງຄວາມແຕກຕ່າງຢ່າງເຫັນໄດ້ຈະແຈ້ງ ທຽບກັບພື້ນຖານໂຄງລ່າງເກົ່າທີ່ເປ່ເພ, ​ເຊິ່ງສະແດງໃຫ້ເຫັນຄວາມພະຍາຍາມໃນການພັດທະນາບ້ານດັ່ງກ່າວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.ພາບໃຕ້ໂຄງການທົດລອງເພື່ອຫຼຸດຜ່ອນຄວາມທຸກຍາກໃນອາຊີຕາເວັນອອກ, ທີມງານຈາກຈີນ ໄດ້ຄັດເລືອກບ້ານຊໍ ເພື່ອສາທິດປະສົບການໃນການຫຼຸດຜ່ອນຄວາມທຸກຍາກຂອງຈີນ ມາແຕ່ປີ 2017.ອ່ານຕໍ່ ...

ຢູຣູ

ເຈົ້າໜ້າທີ່ແຜນການ ຫາລືເນື້ອໃນຖະແຫຼງການວຽງຈັນ

ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຖັນແຖວການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມແລກປ່ຽນຄວາມຄິດເຫັນກ່ອນການຫາລືຢ່າງເປັນທາງການ ເພື່ອຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການຮ່ວມງານ ເພື່ອການຮ່ວມມືດ້ານການພັດທະນາທີ່ມີປະສິດທິພາບ.ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເພື່ອຊຸກຍູ້ໃຫ້ອຳນາດການປົກຄອງທຸກຂັ້ນ ມີສ່ວນຮ່ວມໃນການແລກປ່ຽນແນວຄິດກ່ຽວກັບເນື້ອໃນ ເພື່ອຮັບປະກັນປະສິດທິພາບໃນການຈັດຕັ້ງ, ການຕິດຕາມ ແລະ ການລາຍງານ ແຜນດຳເນີນງານຖະແຫຼງການວຽງຈັນ (VDCAP) 2016-2025.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າແຂວງຈຳປາສັກຕ້ອນຮັບຜູ້ອຳນວຍການ ADB

(ຂປລ) ໃນວັນທີ 6 ພະຈິກນີ້, ທ່ານ ບຸນທອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ຢາຊຸຊິ ເນກີຊິ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ທີ່ແຂວງຈຳປາສັກ.ທ່ານ ຢາຊຸຊິ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມແຂວງຈຳປາສັກ ພ້ອມສື່ມວນຊົນທ້ອງຖິ່ນ (ໃນວັນທີ 6-7 ພະຈິກ) ເພື່ອຢ້ຽມຊົມໂຄງການພາຍໃຕ້ການສະໜັບສະໜູນຂອງ ADB – ໃນການສ້າງຄວາມເຂັ້ມແຂງດ້ານການສຶກສາຊັ້ນສູງ, ແລະ ສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ຝຶກອົບຮົມເຕັກນິກ ວິຊາຊີບ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ນາຍົກລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ ເພື່ອແນໃສ່ລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).ທ່ານ ທອງລຸນ ໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນວັນທີ 9 ຕຸລາ. ເຊິ່ງໄດ້ມີການລົງເຜີຍແຜ່ໃນເວັບໄຊຈົດໝາຍວຽນທາງລັດຖະການຂອງກະຊວງຍຸດຕິທຳ ໃນວັນທີ 25 ຕຸລາ.ອີງຕາມດຳລັດສະບັບດັ່ງກ່າວ ເຊິ່ງສາມາດເບິ່ງໄດ້ທາງເວັບໄຊ, ອົງການຈັດຕັ້ງທີ່ສາມາດອະນຸມັດການຮັບຮອງເອົາການຊ່ວຍເຫຼືອທາງການເພື່ອການພັດທະນາ ລວມມີ ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງການຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ADB ໃຫ້ທຶນກູ້ຢືມຊຸດໃໝ່ ເພື່ອການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ທຶນກູ້ຢືມສາມຊຸດ ມູນຄ່າລວມ US$140 ລ້ານໂດລາ ເພື່ອການພັດທະນາຂະແໜງກະສິກຳ ແລະ ການສຶກສາ ແລະ ສຳລັບການຄຸ້ມຄອງການເງິນພາກລັດ.ຂໍ້ຕົກລົງທຶນກູ້ຢືມດັ່ງກ່າວໄດ້ມີການລົງນາມໃນວັນພຸດຜ່ານມານີ້ ໂດຍທ່ານ ບຸນຈອມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢ່າຊຸຊິ ເນກິຊິ ອຳນວຍການ ADB ປະຈຳລາວ. ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ຈະປະເມີນຜົນກະທົບການພັດທະນາໂດຍຊຸມຊົນລະດັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນຫຼຸດຜ່ອນຄວາມທຸກຍາກ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຫາລືໂຄງການຄົ້ນຄ້ວາກ່ຽວກັບການພັດທະນາໂດຍຊຸມຊົນ ໃນການພັດທະນາຊົນນະບົດ, ເຊິ່ງລາວມີສ່ວນຮ່ວມຄຽງຄູ່ກັບບັນດາປະເທດພາກພື້ນແມ່ນ້ຳຂອງ.ໂຄງການຄົ້ນຄວ້າຮ່ວມດັ່ງກ່າວຈະດຳເນີນໂດຍກຳປູເຈຍ, ຈີນ, ມຽນມາ, ລາວ, ໄທ, ແລະ ຫວຽດນາມ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຈີນ ຜ່ານການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC).ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PYTYJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!