ກະສິກຳ ແລະ ການປະມົງ
ອົງການການກຸສົນສະຫະລັດ ຊ່ວຍເຫຼືອທຸລະກິດນົມເພື່ອສັງຄົມທີ່ຫຼວງພະບາງ
(ຂປລ) ຕາງໜ້າຈາກອົງການເພື່ອການກຸສົນສະຫະລັດ Spirit of America ແລະ ສະຖານທູດສະຫະລັດໄດ້ມອບອຸປະກອນ ແລະ ທຶນຊ່ວຍເຫຼືອ ລວມມູຄ່າກວ່າ US$10,000 ໂດລາ ໃຫ້ແກ່ທຸລະກິດນົມຄວາຍລາວ ຢ່າງເປັນທາງການທີ່ແຂວງຫຼວງພະບາງ ໃນວັນທີ 14 ກຸມພາ 2019.ທຸລະກິດນົມຄວາຍລາວແມ່ນທຸລະກິດທີ່ລົງທຶນໂດຍຊາວອາເມລິກາ ທີ່ແຂວງຫຼວງພະບາງ ເຊິ່ງມີການເຊົ່າຄວາຍມາຈາກຊາວກະສິກອນທ້ອງຖິ່ນເພື່ອຜະລິດນົມຄວາຍ. ຈາກນັ້ນ ຈະນຳເອົານົມດັ່ງກ່າວມາຜະລິດເປັນຜະລິດຕະພັນນົມຕ່າງໆເຊັ່ນ ເນີຍແຂງ, ນົມສົ້ມ ແລະ ກະແລັມ ແລ້ວນຳໄປຈຳໜ່າຍຕາມຕະຫຼາດທ້ອງຖິ່ນ.ທຸລະກິດດັ່ງກ່າວໄດ້ຈັດຕັ້ງຕ່ອງໂສ້ການສະໜອງ ເພື່ອສົ່ງຜະລິດຕະພັນໃຫ້ແກ່ຮ້ານອາຫານຕ່າງໆໃນຫຼວງພະບາງ ແລະ ວຽງຈັນ, ແລະ ຫຼ້າສຸດມີການສັ່ງ orders ສິນຄ້າມາຈາກບັນດາປະເທດໃນອາຊີ ເຊັ່ນ ຍີ່ປຸ່ນ.ອ່ານຕໍ່ ...
ບັນນາລັກ ຂປລ
ສູນຄົ້ນຄວ້າລາວຊ່ວຍເຫຼືອຊາວກະສິກອນໃນການຜະເຊີນກັບການປ່ຽນແປງຂອງສະພາບອາກາດ
ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າການປູກຝັງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ກຳລັງນຳໃຊ້ເຕັກນິກໃໝ່ໃນການຜະລິດແນວພັນພືດຜັກຄຸນນະພາບ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຜະເຊີນກັບການປ່ຽນແປງຂອງສະພາບອາກາດ.ທ່ານ ບຸນເນືອງ ດວງບຸບຜາ ອຳນວຍການສູນ ກ່າວວ່າທາງສູນໄດ້ທຳການຄົ້ນຄວ້າວິທີການໃໝ່ໆ ເພື່ອໃຫ້ຊາວກະສິກອນສວນຜັກສາມາດເພີ່ມພູນຜົນຜະລິດ ທັງໃນລະດູຝົນ ແລະ ລະດູແລ້ງ.ອ່ານຕໍ່ ...
ອຸ່ນ
ຊາວກະສິກອນຮຽກຮ້ອງໃຫ້ເລັ່ງປະຕິບັດແຜນການຫຼຸດຄ່າໄຟ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຮຽກຮ້ອງໃຫ້ຂະແໜງພະລັງງານເລັ່ງມືໃນການຈັດຕັ້ງປະຕິບັດແຜນການຫຼຸດຄ່າໄຟ ເພື່ອສົ່ງເສີມການຜະລິດກະສິກຳໃນທົ່ວປະເທດ.ອຳນາດການປົກຄອງໄດ້ມີການເປີດເຜີຍແຜນການຫຼຸດຄ່າໄຟແບບສະເພາະ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນເດືອນພະຈິກປີກາຍນີ້.ອ່ານຕໍ່ ...
ໂຕະຂ່າວ
ຊາວກະສິກອນໃນວຽງຈັນກັງວົນກ່ຽວກັບລາຄາສິນຄ້າຕົກຕ່ຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນເມືອງຫາດຊາຍຟອງກ່າວວ່າພືດຜັກຊ່ວງນີ້ບໍ່ໄດ້ລາຄາດີ.ທ ລັດສະໝີ ຄຳມະນິວົງ ຊາວກະສິກອນບ້ານຫາດດອກແ້ວກ່າວວ່າ ລາຄາໝາກເຂືອຕົກລົງຫຼາຍທຽບກັບສອງອາທິດກ່ອນ ເນື່ອງຈາກມີການເກັບກູ້ໃນປະລິມານຫຼາຍໃນວຽງຈັນ ແລະ ແຂວງໃກ້ຄຽງ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ຂ່າວເດັ່ນ: ຊາວບ້ານກັງວົນເລື່ອງປາຕາຍຍ້ອນສານເຄມີ ເຮັດໃຫ້ເມືອງສັງທອງຕ້ອງສົ່ງເສີມມາດຕະການກະສິກຳທີ່ດີ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານກ່າວວ່າປາ ແລະ ສັດນ້ຳໃນແມ່ນ້ຳຕອນຫຼຸດຈຳນວນລົງ ນັບຕັ້ງແຕ່ບໍລິສັດສົ່ງເສີມການຜະລິດຢົງເຈີນຂາເຂົ້າ-ຂາອອກ ຂອງຈີນເລີ່ມມີການປູກກ້ວຍໃນປີ 2014. ປະຊາຊົນບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ອາໄສແມ່ນ້ຳຕອນໃນການດຳລົງຊີວິດ. ສາຍນ້ຳດັ່ງກ່າວເປັນອູ່ເຂົ້າອູ່ປາຂອງຊຸມຊົນ ແລະ ສ້າງລາຍຮັບໃຫ້ແກ່ຊາວປະມົງ. ນອນນັ້ນຍັງເປັນແຫຼ່ງນ້ຳດື່ມສຳລັບສັດນາໆຊະນິດທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ. ປະຊາຊົນກໍອາໄສນ້ຳຈາກແມ່ນ້ຳໃນການນຳໃຊ້ປະຈຳວັນເຊັ່ນ ການດື່ມ, ການອາບ, ແລະ ການລ້າງສ່ວຍຕ່າງໆ.ອ່ານຕໍ່ ...
ໄຊຊະນະ ລືໄກ
ສວນສະຕຣໍເບີຣີປາກຊ່ອງຜະລິດສະຕຣໍເບີຣີອັນແຊບຊ້ອຍສູ່ທ້ອງຕະຫຼາດ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ເມືອງປາກຊ່ອງ ແຂວງຈຳປາສັກ ແມ່ນເຂດໜຶ່ງໃນປະເທດລາວທີ່ມີອຸນຫະພູມທີ່ເໝາະສົມ. ພຶ້ນທີ່ດັ່ງກ່າວຕັ້ງຢູ່ໃນເຂດພູມສັນຖານທີ່ສູງ ເໝາະແກ່ການປູກພືດພັນທີ່ມັກອາກາດເຢັນນາໆຊະນິດ.ພືດພັນຜົນລະປູກສ່ວນໃຫຍ່ແມ່ນມີຄຸນນະພາບສູງ ແລະ ມີກຸ່ມລູກຄ້າສະເພາະເຈາະຈົງ ໂດຍສະເພາະແມ່ນກາເຟ ເຊິ່ງເປັນໜຶ່ງໃນສິນຄ້າສົ່ງອອກທີ່ມີຊື່ສຽງຂອງລາວ.ສະຕຣໍເບີຣີຈາກປາກຊ່ອງແມ່ນໝາກໄມ້ທີ່ມີລາຄາສູງ ແລະ ລົດຊາດຫວານ ແລະ ໃນຊ່ວງໄລຍະນີ້ຂອງປີກໍມີການປ້ອນສົ່ງຕາມຕະຫຼາດຕ່າງໆ ແຕ່ສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ.ອ່ານຕໍ່ ...
ປະຕິທິນ ເພັດເມືອງພວນ
ຊາວກະສິກອນເມືອງຫົງສາເຂົ້າຝຶກອົບຮົມກ່ຽວກັບການປຸງແຕ່ງໝາກແຕງຫວານ
(ຂປລ) ຊາວກະສິກອນເມືອງຫົງສາ ແຂວງໄຊຍະບູລີ ເຂົ້າຮ່ວມຫຼັກສູດຝຶກອົບຮົມກ່ຽວກັບວິທີການປຸງແຕ່ງໝາກໄມ້.ການຝຶກອົບຮົມເຊິ່ງຈັດຂຶ້ນທີ່ບ້ານນາແກ່ນຄຳ ເມືອງຫົງສາ ແຂວງໄຊຍະບູລີ ໃນວັນທີ 3-5 ກຸມພາ ແມ່ນນຳໂດຍຄູຝຶກຈາກມະຫາວິທະຍາໄລມົງຄົນລ້ານນາ ປະເທດໄທ.ອ່ານຕໍ່ ...
ຂປລ
ແຂວງວຽງຈັນມີແຜນສົ່ງເສີມຜະລິດຕະພັນໝາກກ້ຽງຫວານເພື່ອສ້າງລາຍຮັບ
ວຽງຈັນ (ວຽງຈັນທາມສ໌/ANN) – ຕາມທີ່ຮູ້ກັນດີໃນບັນດາຜູ້ທີ່ມັກໝາກກ້ຽງກ່ຽວກັບລົດຊາດອັນຫວານແຊບ, ເມືອງວັງວຽງ ແລະ ເມືອງກາສີແຂວງວຽງຈັນມີແຜນສ້າງລາຍຮັບຈາກໝາກກ້ຽງປອດສານພິດຍອດນິຍົມ ໂດຍການສົ່ງເສີມການພັດທະນາຍີ້ຫໍ້ສະເພາະ ເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນທ້ອງຖິ່ນ.ແຜນຂອງອຳນາດການປົກຄອງແຂວງດັ່ງກ່າວແມ່ນແນໃສ່ເພື່ອເພີ່ມມູນຄ່າໃຫ້ແກ່ໝາກກ້ຽງ ເຊິ່ງຈະເປັນການຊ່ວຍເຫຼືອຊາວກະສິກອນ ທັງເປັນການເພີ່ມຜະລິດຕະພັນທາງເລືອກໃຫ້ແກ່ລູກຄ້າ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລັດຖະບານ ແລະ ຄູ່ຮ່ວມພັດທະນາທົບທວນພາລະກິດການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານດ້ານກະສິກຳ-ສະພາບອາກາດໃນລາວ
ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາປະຊຸມກັນທີ່ວຽງຈັນໃນວັນອັງຄານນີ້ ເພື່ອທົບທວນກ່ຽວກັບໂຄງການລະບົບຂໍ້ມູນຂ່າວສານເພື່ອການຕິດຕາມດ້ານກະສິກຳ-ສະພາບອາກາດ (SAMIS) ແນໃສ່ຍົກລະດັບການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ໄຮ່ຊາປາກຊ່ອງເປີດຮັບນັກທ່ອງທ່ຽວໃນການພັກຜ່ອນຢ່ອນອາລົມ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ຖ້າທ່ານຕ້ອງການລິ້ມລອງລົດຊາດຊາລາວປອດສານພິດແທ້, ໄຮ່ຊາເມືອງປາກຊ່ອງ ແຂວງຈຳປາສັກອາດເປັນທາງເລືອກທີ່ດີທີ່ສຸດ.ອ່ານຕໍ່ ...
ພູທອງ ສີວົງສາ