ກະສິກຳ ແລະ ການປະມົງ
ສະຫະລັດຊ່ວຍເຫຼືອລາວໃນການຂະຫຍາຍເຄືອຂ່າຍກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະລັດໄດ້ຕົກລົງເສີມຂະຫຍາຍການຊ່ວຍເຫຼືອລາວຜ່ານໂຄງການສ້າງຄວາມເຊື່ອມໂຍງເພື່ອການຂະຫຍາຍເຄືອຂ່າຍກະສິກຳ (CLEAN) ເຊິ່ງຈະຊ່ວຍປັບປຸງຄຸນນະພາບຂອງຜະລິດຕະພັນກະສິກຳ ແລະ ເສີມຂະຫຍາຍການສົ່ງອອກ.ໃນວັນພຸດຜ່ານມາ ໂຄງການວິນຣ໋ອກໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບກົມປູກຝັງ ເພື່ອການດຳເນີນໂຄງການ CLEAN ໃນລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/us-helps-laos-expand-agriculture-networks-100019
ເຈົ້າໜ້າທີ່ຮັບປະກັນຄວາມປອດໄພໃນການບໍລິໂພກຊີ້ນໝູ ເນື່ອງຈາກການລະບາດຂອງພະຍາດໃນວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຢືນຢັນວ່າຊິ້ນໝູທຸກໆປະເພດທີ່ວາງຂາຍຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ມີຄວາມປອດໄພໃນການບໍລິໂພກ ພາຍໃຕ້ການກວດສອບຢ່າງເປັນປົກກະຕິ ພາຍຫຼັງພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນໃນເດືອນຜ່ານມາ.ໃນຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ລາຍງານການລະບາດຂອງພະຍາດດັ່ງກ່າວຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍປະມານ 100 ໂຕ ເຊິ່ງໃນປະຈຸບັນ ໃນທົ່ວປະເທດພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວປະມານ 2,500 ໂຕ.ເຈົ້າໜ້າທີ່ສາທາລະນະສຸກຢືນຢັນວ່າ ການບໍລິໂພກຊີ້ນໝູແມ່ນມີຄວາມປອດໄພ ແຕ່ວ່າຕ້ອງຜ່ານການປຸ່ງແຕ່ງໃຫ້ສຸກດີ. ເຖິງວ່າເຊື້ອພະຍາດດັ່ງກ່າວຈະເປັນອັນຕະລາຍຕໍ່ໝູ ແຕ່ກໍບໍ່ມີຜົນຫຍັງຕໍ່ຄົນເຮົາ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/authorities-reassure-consumers-pork-vientiane-outbreak-reported-99878
ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ
ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3 ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...
ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html
ຟິລິປິນຫ້າມການນຳເຂົ້າຊິ້ນໝູຈາກລາວເນື່ອງຈາກການລະບາດຂອງພະຍາດອະຫິວາໝູ: WTO
ເຈນິວາ (ຣອຍເຕີ) – ປະເທດຟິລິປິນສັ່ງຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນຊິ້ນໝູຈາກລາວ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຕາມການເປີດເຜີຍຂອງອົງການການຄ້າໂລກ (WTO) ໃນວັນອັງຄານນີ້.ປະເທດຟິລິປິນເປັນອີກປະເທດໜຶ່ງທີ່ດຳເນີນມາດຕະການຄ້າຍກັບປະເທດຈີນ ແລະ ໄທ, ພາຍຫຼັງພົບການລະບາດຂອງພະຍາດດັ່ງກ່າວຢູ່ແຂວງສາລະວັນທາງພາກໃຕ້ຂອງລາວ.ອ່ານຕໍ່ ...
Andrew Cawthorne
https://wsau.com/news/articles/2019/jul/02/philippines-bans-pig-imports-from-laos-due-to-swine-fever-wto/
ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...
ແຂວງສາລະວັນມີໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາເພີ່ມຂຶ້ນ
ແຂວງສາລະວັນທາງພາກໃຕ້ຂອງລາວມີຈຳນວນໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ເພີ່ມຂຶ້ນ. ຕົວເລກໝູຕາຍຫຼ້າສຸດຈາກອຳນາດການປົກຄອງທ້ອງຖິ່ນແມ່ນຢູ່ທີ່ 2,500 ໂຕ ຕາມສຳນັກຂ່າວວຽງຈັນທາມສ໌.ແຂວງດັ່ງກ່າວໄດ້ມີການຢືນຢັນການລະບາດຂອງພະຍາດ ASF ດັ່ງກ່າວໃນທ້າຍເດືອນແລ້ວນີ້, ເຊິ່ງມີເຈັດບ້ານທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີສັດລ້ຽງລົ້ມຕາຍ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/01/salavanh-province-sees-increase-in-swine-fever-pig-deaths/
ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວ; ໄທ, ຈີນສັ່ງຫ້າມການນຳເຂົ້າໝູ
ປະເທດຈີນ ແລະ ໄທ ສັ່ງຫ້າມນຳເຂົ້າຊິ້ນໝູ ແລະ ຜະລິດຕະພັນກ່ຽວກັບໝູຈາກລາວ ຫຼັງຈາກພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວເປັນກໍລະນີທຳອິດ.ໄດ້ມີການຢືນຢັນການລະບາດຂອງພະຍາດອະຫິວາໝູອາຟຣິກາກໍລະນີທຳອິດໃນລາວ, ເຊິ່ງມີການລະບາດຂອງພະຍາດໃນເຈັດບ້ານຂອງແຂວງສາລະວັນ, ເຮັດໃຫ້ມີສັດຕາຍແລ້ວ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/06/24/laos-swine-flu-outbreak-sees-thailand-china-ban-pig-imports/
ຊາວກະສິກອນອິນຊີ ພົບປະກັບຜູ້ບໍລິໂພກ ແຕ່ຍັງຕ້ອງການໂອກາດທາງຕະຫຼາດເພີ່ມເຕີມ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນອິນຊີວຽງຈັນ ຍັງຄົງຕ້ອງການໂອກາດດ້ານຕະຫຼາດເພີ່ມເຕີມ ເພື່ອການຂະຫຍາຍທຸລະກິດຂອງສະມາຊິກ ເພື່ອສ້າງຄວາມຍືນຍົງດ້ານກະຜະລິດ.ກົມປູງຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໄດ້ຈັດກິດຈະກຳເພື່ອສົ່ງເສີມຜັກປອດສານພິດຂຶ້ນ ທີ່ສູນການຄ້າລາວ-ໄອເຕັກ ວຽງຈັນ ໃນວັນເສົາຜ່ານມາ. ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພັດທະນາກະສິກຳສະອາດ (CADP) ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/organic-farmers-meet-buyers-laos-need-more-opportunities-98644
ການຮ່ວມມືລາວ, ສະວິດສືບຕໍ່ການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະວິດເຊີແລນຈະສືບຕໍ່ການຮ່ວມມືໃນໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍຜ່ານການຄຸ້ມຄອງທີ່ດິນແບບຍືນຍົງ.TABI ແມ່ນໂຄງກາຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ (SDC), ເຊິ່ງເລີ່ມດຳເນີນມາຕັ້ງແຕ່ປີ 2009 ແລະ ປະຈຸບັນແມ່ນຢູ່ໃນໄລຍະທີ່ສາມ ແລະ ສຸດທ້າຍ (ແຕ່ເດືອນເມສາ 2017-ກັນຍາ 2020).ອ່ານຕໍ່ ...
ກະຊວງກວດສອບສວນກ້ວຍເພື່ອຮັບປະກັນການຜະລິດກະສິກຳແບບຍືນຍົງ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກຳລັງດຳເນີນການກວດສອບສວນກ້ວຍທົ່ວປະເທດ ແລະ ຊີ້ນຳເຈົ້າຂອງກິດຈະການໃຫ້ດຳເນີນການຜະລິດຕາມວິທີການຜະລິດກະສິກຳແບບຍືນຍົງ.ຈຳນວນນັກລົງທຶນ ແລະ ສວນກ້ວຍໃນທົ່ວປະເທດ ໄດ້ຫຼຸດປະລິມານລົງ ພາຍຫຼັງລັດຖະບານສັ່ງຫ້າມການອະນຸມັດທີ່ດິນຕອນໃໝ່ສຳລັບປູກກ້ວຍ ແລະ ສັ່ງປິດກິດຈະການທຸລະກິດທີ່ລະເມີດລະບຽບກົດໝາຍ, ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕອບຄຳຖາມໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ.ອ່ານຕໍ່ ...